ອົບພະຍົບ24
ການຢືນຢັນພັນທະສັນຍາ
1ແລ້ວພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ, “ເຈົ້າພ້ອມກັບອາໂຣນ, ນາດາບ, ອາບີຮູ ແລະ ຜູ້ອາວຸໂສທັງເຈັດສິບຄົນຂອງຊາວອິດສະຣາເອນ ຈົ່ງຂຶ້ນມາຫາພຣະເຈົ້າຢາເວ. ພວກເຈົ້າຄວນນະມັດສະການຢູ່ຫ່າງໆ,2ແຕ່ໂມເຊຄົນດຽວຈະເຂົ້າໃກ້ພຣະເຈົ້າຢາເວໄດ້; ສ່ວນຄົນອື່ນໆຕ້ອງບໍ່ເຂົ້າມາໃກ້. ແລະ ປະຊາຊົນຈະຂຶ້ນມາກັບລາວກໍບໍ່ໄດ້”.3ເມື່ອໂມເຊໄດ້ໄປ ແລະ ບອກປະຊາຊົນເລື່ອງຖ້ອຍຄຳກັບກົດບັນຍັດທັງໝົດຂອງພຣະເຈົ້າຢາເວ, ພວກເຂົາກໍໄດ້ຕອບຮັບເປັນສຽງດຽວກັນວ່າ, “ພວກເຮົາຈະເຮັດທຸກສິ່ງຕາມທີ່ພຣະເຈົ້າຢາເວໄດ້ບອກໄວ້”.4ແລ້ວໂມເຊຈຶ່ງໄດ້ບັນທຶກທຸກສິ່ງທີ່ພຣະເຈົ້າຢາເວໄດ້ບອກໄວ້.ໃນມື້ຕໍ່ມາໂມເຊໄດ້ລຸກແຕ່ເຊົ້າ ແລະ ໄດ້ສ້າງແທ່ນບູຊາແທ່ນໜຶ່ງຂຶ້ນທີ່ຕີນພູ ແລະ ຕັ້ງເສົາຫີນສິບສອງຕົ້ນເພື່ອເປັນຕົວແທນສິບສອງເຜົ່າຂອງອິດສະຣາເອນ.5ຫລັງຈາກນັ້ນ ເພິ່ນໄດ້ສົ່ງຊາຍໜຸ່ມຊາວອິດສະຣາເອນມາ ແລ້ວພວກເຂົາກໍໄດ້ມອບເຄື່ອງເຜົາບູຊາ ແລະ ໄດ້ບູຊາງົວໜຸ່ມຈຳນວນໜຶ່ງເປັນເຄື່ອງບູຊາເພື່ອຄວາມສາມັກຄີທຳແກ່ພຣະເຈົ້າຢາເວ.6ໂມເຊໄດ້ແບ່ງເລືອດສັດເຄິ່ງໜຶ່ງອອກ ແລ້ວເອົາໃສ່ໄວ້ໃນຊາມ ແລະ ອີກເຄິ່ງໜຶ່ງເພິ່ນໄດ້ຊິດໃສ່ແທ່ນບູຊາ.7ແລ້ວເພິ່ນກໍເອົາໜັງສືພັນທະສັນຍາມາ ແລະ ອ່ານໜັງສືພັນທະສັນຍານັ້ນໃຫ້ປະຊາຊົນຟັງ. ພວກເຂົາກໍໄດ້ຕອບວ່າ, “ພວກເຮົາຈະເຮັດທຸກສິ່ງຕາມທີ່ພຣະເຈົ້າຢາເວໄດ້ບອກໄວ້; ພວກເຮົາຈະເຊື່ອຟັງ”.8ແລ້ວໂມເຊຈຶ່ງເອົາເລືອດມາ ແລະ ຊິດເລືອດນັ້ນໃສ່ປະຊາຊົນພ້ອມທັງກ່າວວ່າ, “ນີ້ແມ່ນເລືອດແຫ່ງພັນທະສັນຍາທີ່ພຣະເຈົ້າຢາເວໄດ້ເຮັດໄວ້ກັບພວກເຈົ້າຕາມຖ້ອຍຄຳທັງໝົດເຫລົ່ານີ້”.9ໂມເຊກັບອາໂຣນ, ນາດາບກັບອາບີຮູ ແລະ ຜູ້ອາວຸໂສເຈັດສິບຄົນຂອງອິດສະຣາເອນໄດ້ພາກັນຂຶ້ນໄປເທິງພູ10ແລະ ໄດ້ເຫັນພຣະເຈົ້າແຫ່ງອິດສະຣາເອນ. ຢູ່ໃຕ້ຕີນຂອງພຣະອົງມີບາງສິ່ງທີ່ຄືກັບທາງຍ່າງທີ່ເຮັດດ້ວຍແກ້ວໄພທູນ, ເປັນສີຟ້າເຫລື້ອມເໝືອນດັ່ງທ້ອງຟ້າ.11ແຕ່ພຣະເຈົ້າບໍ່ໄດ້ຍົກມືຂອງພຣະອົງຂຶ້ນຕໍ່ສູ້ຜູ້ນໍາເຫລົ່ານີ້ຂອງອິດສະຣາເອນ; ພວກເຂົາໄດ້ເຫັນພຣະເຈົ້າ ແລະ ພວກເຂົາກໍໄດ້ພາກັນກິນ ແລະ ດື່ມ.12ພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ, “ຈົ່ງຂຶ້ນມາຫາເຮົາທີ່ເທິງພູເຂົາ ແລະ ຢູ່ທີ່ນີ້, ແລ້ວເຮົາຈະມອບແຜ່ນຫີນພ້ອມກັບກົດບັນຍັດ ແລະ ບັນດາຄຳສັ່ງທີ່ເຮົາໄດ້ບັນທຶກໄວ້ເພື່ອແນະນໍາປະຊາຊົນ”.13ແລ້ວໂມເຊຈຶ່ງອອກເດີນທາງໄປພ້ອມກັບໂຢຊວຍຜູ້ຊ່ວຍຂອງເພິ່ນ ແລະ ໂມເຊໄດ້ຂຶ້ນໄປເທິງພູເຂົາຂອງພຣະເຈົ້າ.14ໂມເຊກ່າວແກ່ບັນດາຜູ້ອາວຸໂສວ່າ, “ຈົ່ງລໍຖ້າພວກເຮົາຢູ່ທີ່ນີ້ຈົນກວ່າພວກເຮົາຈະກັບມາຫາພວກເຈົ້າ. ອາໂຣນກັບຮູເຣກໍຢູ່ທີ່ນີ້ກັບພວກເຈົ້າ ແລະ ຜູ້ໃດມີເລື່ອງຂັດແຍ້ງກັນກໍສາມາດໄປຫາພວກເພິ່ນໄດ້”.15ເມື່ອໂມເຊໄດ້ຂຶ້ນໄປເທິງພູເຂົາແລ້ວ, ເມກກໍໄດ້ປົກຄຸມພູເຂົານັ້ນ,16ແລະ ສະຫງ່າລາສີຂອງພຣະເຈົ້າຢາເວກໍລົງມາເທິງພູເຂົາຊີນາຍ. ເມກປົກຄຸມພູເຂົາຢູ່ຕະຫລອດຫົກວັນ ແລະ ໃນວັນທີເຈັດພຣະເຈົ້າຢາເວໄດ້ເອີ້ນໃສ່ໂມເຊຈາກເມກນັ້ນ.17ໃນສາຍຕາຂອງຊາວອິດສະຣາເອນແລ້ວ ສະຫງ່າລາສີຂອງພຣະເຈົ້າຢາເວນັ້ນເບິ່ງເໝືອນກັບໄຟທີ່ກຳລັງເຜົາໄໝ້ຢູ່ເທິງຈອມພູ.18ແລ້ວໂມເຊໄດ້ເຂົ້າໄປໃນເມກໃນຂະນະທີ່ເພິ່ນຂຶ້ນໄປເທິງພູເຂົາ. ແລະ ເພິ່ນໄດ້ພັກຢູ່ທີ່ເທິງພູເຂົານັ້ນຕະຫລອດສີ່ສິບວັນ ແລະ ສີ່ສິບຄືນ.
Biblica, Inc.