ອົບພະຍົບ21
1“ຕໍ່ໄປນີ້ເປັນກົດບັນຍັດທີ່ພວກເຈົ້າຈະຕ້ອງຕັ້ງໄວ້ຕໍ່ໜ້າພວກເຂົາຄື:
ຄົນຮັບໃຊ້ຊາວເຮັບເຣີ
2“ຖ້າພວກເຈົ້າຊື້ຄົນຮັບໃຊ້ຊາວເຮັບເຣີຄົນໜຶ່ງມາ, ລາວຈະຕ້ອງຮັບໃຊ້ພວກເຈົ້າເປັນເວລາຫົກປີ. ແຕ່ໃນປີທີເຈັດລາວຈະເປັນອິດສະຫລະໂດຍບໍ່ຕ້ອງຈ່າຍຄ່າໄຖ່ຫຍັງ.3ຖ້າລາວມາຄົນດຽວ ລາວກໍຈະເປັນອິດສະຫລະຄົນດຽວ; ແຕ່ຖ້າລາວມີເມຍເມື່ອລາວມາ, ນາງກໍຈະຕ້ອງເປັນອິດສະຫລະພ້ອມກັບລາວ.4ຖ້າວ່ານາຍຂອງລາວຫາເມຍໃຫ້ລາວ ແລະ ນາງໄດ້ເກີດລູກລູກຊາຍ ຫລື ລູກສາວໃຫ້ແກ່ລາວ, ຍິງນັ້ນ ແລະ ບັນດາລູກຂອງນາງກໍຈະເປັນຂອງນາຍຂອງນາງ ແລະ ຊາຍຄົນນັ້ນກໍຈະເປັນອິດສະຫລະແຕ່ຜູ້ດຽວ.5“ແຕ່ຖ້າຄົນຮັບໃຊ້ປະກາດວ່າ, ‘ຂ້ານ້ອຍຮັກນາຍຂອງຂ້ານ້ອຍ ແລະ ຮັກເມຍກັບລູກຂອງຂ້ານ້ອຍ ແລະ ຂ້ານ້ອຍບໍ່ຢາກເປັນອິດສະຫລະ,’6ແລ້ວນາຍຂອງລາວຕ້ອງພາລາວໄປຫາຜູ້ຕັດສິນ. ນາຍຈະຕ້ອງພາລາວໄປທີ່ປະຕູ ຫລື ວົງກົບປະຕູ ແລ້ວບ່ອງຫູຂອງລາວດ້ວຍເຫລັກປາຍແຫລມ. ຫລັງຈາກນັ້ນ ລາວຈະເປັນຄົນຮັບໃຊ້ໄປຕະຫລອດຊີວິດ.7“ຖ້າຜູ້ໃດຂາຍລູກສາວຂອງຕົນໄປເປັນຄົນຮັບໃຊ້, ນາງຈະບໍ່ໄດ້ເປັນອິດສະຫລະເໝືອນກັບຄົນຮັບໃຊ້ຊາຍ.8ຖ້ານາງບໍ່ເປັນທີ່ພໍໃຈແກ່ນາຍຜູ້ທີ່ໄດ້ເລືອກຊື້ນາງໄວ້ສຳລັບຕົນເອງ, ນາຍນັ້ນຕ້ອງຍອມໃຫ້ໄຖ່ຕົວນາງ. ລາວບໍ່ມີສິດທີ່ຈະຂາຍນາງໃຫ້ຄົນຕ່າງດ້າວ, ເພາະລາວໄດ້ທຳລາຍຄວາມເຊື່ອຖືຕໍ່ນາງ.9ຖ້າລາວເລືອກນາງໄວ້ສຳລັບລູກຊາຍຂອງລາວ, ລາວຕ້ອງໃຫ້ສິດທິໃນຖານະລູກສາວແກ່ນາງ.10ຖ້າລາວແຕ່ງງານກັບຍິງຄົນອື່ນ, ລາວຕ້ອງບໍ່ລົດອາຫານ, ເຄື່ອງນຸ່ງຫົ່ມ ແລະ ສິດໃນຖານະເປັນເມຍຄົນທຳອິດຂອງນາງ.11ຖ້າລາວບໍ່ຈັດຫາສາມສິ່ງເຫລົ່ານີ້ໃຫ້ແກ່ນາງ, ນາງກໍຈະເປັນອິດສະຫລະໂດຍບໍ່ມີການຈ່າຍເງິນໃດໆ.ການທຳຮ້າຍຮ່າງກາຍ
12“ຜູ້ໃດກໍຕາມທີ່ທຸບຕີຄົນອື່ນດ້ວຍການໃຊ້ຄວາມຮຸນແຮງຈົນເຖິງຕາຍຈະຕ້ອງມີໂທດເຖິງຕາຍ.13ເຖິງຢ່າງໃດກໍຕາມ, ຖ້າສິ່ງນັ້ນໄດ້ເຮັດໄປໂດຍບໍ່ເຈດຕະນາ, ແຕ່ພຣະເຈົ້າອະນຸຍາດໃຫ້ເກີດຂຶ້ນ, ເຮົາຈະກຳນົດສະຖານທີ່ແຫ່ງໜຶ່ງໃຫ້ພວກເຂົາໜີໄປລີ້ໄພ.14ແຕ່ຖ້າຜູ້ໃດກໍຕາມທີ່ວາງແຜນ ແລະ ຂ້າບາງຄົນໂດຍເຈດຕະນາ, ຈົ່ງນຳເອົາຄົນນັ້ນອອກໄປຈາກແທ່ນບູຊາຂອງເຮົາ ແລະ ຈະຕ້ອງມີໂທດເຖິງຕາຍ.15“ຜູ້ໃດທຳຮ້າຍ ພໍ່ ຫລື ແມ່ຂອງຕົນຈະຕ້ອງມີໂທດເຖິງຕາຍ.16“ຜູ້ໃດກໍຕາມທີ່ລັກພາຕົວຜູ້ອື່ນໄປຈະຕ້ອງມີໂທດເຖິງຕາຍ, ບໍ່ວ່າຜູ້ທີ່ຖືກລັກພາຕົວໄປນັ້ນໄດ້ຖືກຂາຍໄປແລ້ວ ຫລື ຍັງຢູ່ໃນການຄອບຄອງຂອງຜູ້ລັກພາຕົວກໍຕາມ.17“ຜູ້ໃດກໍຕາມທີ່ປ້ອຍດ່າພໍ່ ຫລື ແມ່ຂອງຕົນຈະຕ້ອງມີໂທດເຖິງຕາຍ.18“ຖ້າມີຄົນຜິດຖຽງກັນ ແລະ ມີຄົນໜຶ່ງຕົບຕີຄົນອື່ນດ້ວຍກ້ອນຫີນ ຫລື ດ້ວຍກຳປັ້ນ ຂອງຕົນ ແລະ ຜູ້ເສຍຫາຍນັ້ນບໍ່ໄດ້ຕາຍ ແຕ່ຕ້ອງນອນຢູ່ເທິງຕຽງ,19ຄົນທີ່ຕົບຕີນັ້ນກໍຈະບໍ່ໄດ້ຮັບຜິດຊອບຖ້າຜູ້ນັ້ນສາມາດລຸກຍ່າງໄປມາໄດ້ໂດຍໃຊ້ໄມ້ຄ້ອນເທົ້າ, ແຕ່ເຖິງຢ່າງໃດກໍຕາມ, ຝ່າຍຜູ້ທີ່ເຮັດຜິດຕ້ອງຈ່າຍເງິນໃຫ້ແກ່ຜູ້ທີ່ບາດເຈັບສຳລັບຄ່າເສຍເວລາ ແລະ ເບິ່ງແຍງຜູ້ເສຍຫາຍນັ້ນຈົນຫາຍດີເປັນປົກກະຕິ.20“ຜູ້ໃດກໍຕາມທີ່ຂ້ຽນຕີຂ້າທາດຊາຍ ຫລື ຍິງຂອງຕົນດ້ວຍໄມ້ຈົນເປັນເຫດໃຫ້ຂ້າທາດນັ້ນເຖິງແກ່ຄວາມຕາຍ ຜູ້ນັ້ນຕ້ອງຖືກລົງໂທດ.21ແຕ່ພວກເຂົາຈະບໍ່ຖືກລົງໂທດຖ້າຂ້າທາດລຸກຂຶ້ນໄດ້ພາຍໃນໜຶ່ງ ຫລື ສອງວັນ, ເນື່ອງຈາກວ່າຂ້າທາດເປັນສົມບັດຂອງພວກເຂົາ.22“ຖ້າມີຄົນກຳລັງຕໍ່ສູ້ກັນ ແລະ ຕີຖືກແມ່ຍິງຖືພາແລ້ວນາງເກີດກ່ອນກຳນົດ ແຕ່ບໍ່ໄດ້ບາດເຈັບສາຫັດ, ຜູ້ກະທຳຜິດຈະຕ້ອງຖືກປັບໃໝຕາມທີ່ຜົວຂອງຍິງນັ້ນຈະຮຽກຮ້ອງ ແລະ ຕາມທີ່ສານອະນຸມັດ.23ແຕ່ຖ້າມີການບາດເຈັບສາຫັດ, ພວກເຈົ້າຈະຕ້ອງເອົາຊີວິດແທນຊີວິດ.24ຕາແທນຕາ, ແຂ້ວແທນແຂ້ວ, ມືແທນມື, ຕີນແທນຕີນ,25ຮອຍໄຟໄໝ້ແທນຮອຍໄຟໄໝ້, ບາດແຜແທນບາດແຜ, ຮອຍຊ້ຳແທນຮອຍຊ້ຳ.26“ຖ້ານາຍຕີຕາຂອງຂ້າທາດຊາຍ ຫລື ຂ້າທາດຍິງຈົນຕາບອດ ລາວຕ້ອງປ່ອຍຂ້າທາດນັ້ນໃຫ້ເປັນອິດສະຫລະເພື່ອຊົດເຊີຍຕານັ້ນ.27ແລະ ຖ້ານາຍຊົກແຂ້ວຂອງຂ້າທາດຊາຍ ຫລື ຍິງຫັກ ລາວຕ້ອງປ່ອຍຂ້າທາດນັ້ນໃຫ້ເປັນອິດສະຫລະເພື່ອຊົດເຊີຍແຂ້ວນັ້ນ.28“ຖ້າງົວໂຕໃດຊົນຜູ້ຊາຍ ຫລື ແມ່ຍິງຈົນຕາຍ, ງົວນັ້ນຈະຕ້ອງຖືກແກວ່ງກ້ອນຫີນໃສ່ໃຫ້ຕາຍ ແລະ ຕ້ອງບໍ່ກິນຊີ້ນຂອງມັນ. ແຕ່ເຈົ້າຂອງງົວບໍ່ຕ້ອງຮັບຜິດຊອບຫຍັງ.29ເຖິງຢ່າງໃດກໍຕາມ, ຖ້າວ່າງົວນັ້ນມີນິໄສມັກຊົນຄົນ ແລະ ເຈົ້າຂອງໄດ້ຮັບການເຕືອນມາແລ້ວແຕ່ຍັງບໍ່ຂັງງົວໄວ້ ແລະ ຖ້າມັນໄປຊົນຄົນຕາຍບໍ່ວ່າຜູ້ຊາຍ ຫລື ແມ່ຍິງ, ງົວນັ້ນຈະຕ້ອງຖືກແກວ່ງກ້ອນຫີນໃສ່ໃຫ້ຕາຍ ແລະ ເຈົ້າຂອງງົວກໍຈະມີໂທດເຖິງຕາຍເໝືອນກັນ.30ເຖິງຢ່າງໃດກໍຕາມ, ຖ້າມີການຮຽກຮ້ອງໃຫ້ມີການຈ່າຍເງິນ, ເຈົ້າຂອງງົວອາດໄຖ່ຊີວິດຂອງລາວໂດຍການຈ່າຍເງິນຕາມສິ່ງທີ່ຖືກຮຽກຮ້ອງນັ້ນ.31ກົດບັນຍັດຂໍ້ນີ້ນຳໃຊ້ໃນກໍລະນີທີ່ງົວຊົນລູກຊາຍ ຫລື ລູກສາວເໝືອນກັນ.32ຖ້າງົວຊົນຂ້າທາດບໍ່ວ່າຊາຍ ຫລື ຍິງ, ເຈົ້າຂອງງົວຕ້ອງຈ່າຍເງິນຈໍານວນ 30 ເຊເຂວ ໃຫ້ກັບເຈົ້າຂອງຂ້າທາດ ແລະ ງົວນັ້ນຈະຕ້ອງຖືກແກວ່ງກ້ອນຫີນໃສ່ໃຫ້ຕາຍ.33“ຖ້າຜູ້ໃດເປີດນ້ຳສ້າງ ຫລື ຂຸດນ້ຳສ້າງ ແລະ ບໍ່ປິດຝານ້ຳສ້າງໄວ້ ແລ້ວມີງົວ ຫລື ລໍຕົກລົງໄປໃນນ້ຳສ້າງນັ້ນ,34ຜູ້ທີ່ໄດ້ເປີດນ້ຳສ້າງນັ້ນຕ້ອງຈ່າຍເງິນໃຫ້ແກ່ເຈົ້າຂອງສຳລັບຄວາມເສຍຫາຍ ແລະ ເອົາສັດທີ່ຕາຍນັ້ນໄປເປັນການແລກປ່ຽນ.35“ຖ້າງົວຂອງຄົນໃດໄປເຮັດໃຫ້ງົວຂອງຄົນອື່ນບາດເຈັບ ແລະ ງົວນັ້ນຕາຍ, ທັງສອງຝ່າຍຈະຕ້ອງຂາຍງົວທີ່ຍັງມີຊີວິດຢູ່ແລ້ວເອົາມາແບ່ງປັນກັນທັງເງິນ ແລະ ສັດທີ່ຕາຍແລ້ວນັ້ນໃຫ້ເທົ່າກັນ.36ເຖິງຢ່າງໃດກໍຕາມ, ແຕ່ຖ້າເປັນທີ່ຮູ້ກັນວ່າງົວນັ້ນມີນິໄສມັກຊົນ, ແຕ່ເຈົ້າຂອງບໍ່ຈັບງົວນັ້ນຂັງໄວ້, ເຈົ້າຂອງງົວຕ້ອງຈ່າຍ, ສັດແທນສັດ, ແລ້ວເອົາງົວໂຕທີ່ຕາຍນັ້ນມາແລກປ່ຽນກັນ.Biblica, Inc.