ອົບພະຍົບ20
ບັນຍັດສິບປະການ
1ແລ້ວພຣະເຈົ້າໄດ້ກ່າວຖ້ອຍຄຳທັງໝົດເຫລົ່ານີ້ວ່າ:2“ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ, ຜູ້ທີ່ໄດ້ນຳພວກເຈົ້າອອກມາຈາກເອຢິບ, ຈາກດິນແດນແຫ່ງການເປັນຂ້າທາດ.3“ພວກເຈົ້າຢ່າມີພະອື່ນຕໍ່ໜ້າ ເຮົາ.4ພວກເຈົ້າຢ່າສ້າງຮູບແບບຈຳລອງຂອງສິ່ງໃດສິ່ງໜຶ່ງທີ່ຢູ່ໃນຟ້າສະຫວັນເບື້ອງເທິງ ຫລື ຢູ່ເທິງແຜ່ນດິນໂລກເບື້ອງລຸ່ມ ຫລື ຢູ່ໃນນ້ຳເບື້ອງລຸ່ມໃຫ້ກັບຕົນເອງ.5ພວກເຈົ້າຢ່າກາບໄຫວ້ສິ່ງເຫລົ່ານັ້ນ ຫລື ນະມັດສະການສິ່ງເຫລົ່ານັ້ນ; ເພາະວ່າເຮົາ, ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ, ເຮົາເປັນພຣະເຈົ້າທີ່ຫວງແຫນ, ເຮົາຈະລົງໂທດລູກຫລານຂອງຜູ້ທີ່ກຽດຊັງເຮົາເພາະຄວາມບາບຂອງພໍ່ແມ່ໄປເຖິງສາມ ແລະ ສີ່ຊົ່ວອາຍຸຄົນ,6ແຕ່ສະແດງຄວາມຮັກຕໍ່ລູກຫລານຂອງຜູ້ທີ່ຮັກເຮົາ ແລະ ຮັກສາບັນດາຄຳສັ່ງຂອງເຮົາເຖິງພັນຊົ່ວອາຍຸຄົນ.7ພວກເຈົ້າຢ່າໃຊ້ນາມຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໃນທາງທີ່ຜິດ, ເພາະພຣະເຈົ້າຢາເວຈະລົງໂທດຜູ້ທີ່ໃຊ້ນາມຂອງພຣະອົງໃນທາງທີ່ຜິດ.8ຈົ່ງຈົດຈຳວັນຊະບາໂຕໂດຍການສະຫງວນວັນນັ້ນໄວ້ໃຫ້ເປັນວັນສັກສິດ.9ມີຫົກວັນທີ່ພວກເຈົ້າຈະຕ້ອງເຮັດວຽກ ແລະ ຈົ່ງເຮັດວຽກທັງໝົດຂອງພວກເຈົ້າ.10ແຕ່ໃນວັນທີເຈັດເປັນວັນຊະບາໂຕສຳລັບພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. ຢ່າເຮັດວຽກໃດໃນວັນນັ້ນ, ບໍ່ວ່າພວກເຈົ້າ, ລູກຊາຍ ຫລື ລູກສາວ, ຜູ້ຮັບໃຊ້ຊາຍ ຫລື ຍິງ, ສັດທັງຫລາຍຂອງພວກເຈົ້າ, ຫລື ຄົນຕ່າງດ້າວທີ່ອາໄສຢູ່ໃນເມືອງຕ່າງໆຂອງພວກເຈົ້າ.11ເພາະໃນຫົກວັນພຣະເຈົ້າຢາເວໄດ້ສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ, ທະເລ ແລະ ສັບພະທຸກສິ່ງທີ່ຢູ່ໃນນັ້ນ, ແຕ່ພຣະອົງໄດ້ພັກຜ່ອນໃນວັນທີເຈັດ. ເຫດສະນັ້ນ ພຣະເຈົ້າຢາເວໄດ້ອວຍພອນວັນຊະບາໂຕ ແລະ ຕັ້ງໃຫ້ເປັນວັນສັກສິດ.12ຈົ່ງໃຫ້ກຽດພໍ່ ແລະ ແມ່ຂອງພວກເຈົ້າ, ເພື່ອວ່າພວກເຈົ້າຈະມີຊີວິດຍືນຍາວໃນດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຳລັງມອບໃຫ້ແກ່ພວກເຈົ້າ.13ພວກເຈົ້າຢ່າຂ້າຄົນ.14ພວກເຈົ້າຢ່າຫລິ້ນຊູ້.15ພວກເຈົ້າຢ່າລັກ.16ພວກເຈົ້າຢ່າໃຫ້ຄຳພະຍານບໍ່ຈິງຕໍ່ສູ້ເພື່ອນບ້ານ.17ພວກເຈົ້າຢ່າໂລບເອົາເຮືອນຂອງເພື່ອນບ້ານຂອງພວກເຈົ້າ. ພວກເຈົ້າຢ່າໂລບເອົາເມຍຂອງເພື່ອນບ້ານຂອງພວກເຈົ້າ, ຫລື ຄົນຮັບໃຊ້ຊາຍ ຫລື ຍິງຂອງລາວ, ງົວ ຫລື ລໍຂອງລາວ ຫລື ສິ່ງໃດທີ່ເປັນຂອງເພື່ອນບ້ານຂອງພວກເຈົ້າ”.18ເມື່ອປະຊາຊົນເຫັນຟ້າຮ້ອງ ແລະ ຟ້າແມບ, ໄດ້ຍິນສຽງແກ, ໄດ້ເຫັນຄວັນພຸ່ງຂຶ້ນມາຈາກພູເຂົາ, ພວກເຂົາກໍຢ້ານກົວຈົນຕົວສັ່ນ. ພວກເຂົາຢືນຢູ່ຫ່າງ19ແລະ ເວົ້າກັບໂມເຊວ່າ, “ຂໍໃຫ້ທ່ານກ່າວກັບພວກເຮົາເອງ ແລະ ພວກເຮົາກໍຈະຮັບຟັງ. ແຕ່ຢ່າໃຫ້ພຣະເຈົ້າເວົ້າກັບພວກເຮົາ ບໍ່ດັ່ງນັ້ນພວກເຮົາຈະຕາຍ”.20ໂມເຊໄດ້ເວົ້າກັບປະຊາຊົນວ່າ, “ຢ່າຢ້ານເລີຍ. ພຣະເຈົ້າໄດ້ມາເພື່ອທົດລອງພວກເຈົ້າ, ເພື່ອວ່າຢຳເກງພຣະເຈົ້າຈະຢູ່ກັບພວກເຈົ້າ ເພື່ອຮັກສາພວກເຈົ້າຈາກການເຮັດບາບ”.21ປະຊາຊົນຍັງຢືນຢູ່ຫ່າງໆ, ຂະນະທີ່ໂມເຊໄດ້ເຂົ້າໄປໃກ້ຄວາມມືດໜາບ່ອນທີ່ພຣະເຈົ້າຢູ່.ຮູບເຄົາລົບ ແລະ ແທ່ນບູຊາ
22ແລ້ວພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ, “ຈົ່ງບອກຊາວອິດສະຣາເອນວ່າດັ່ງນີ້: ‘ພວກເຈົ້າກໍໄດ້ເຫັນດ້ວຍຕົນເອງແລ້ວວ່າເຮົາໄດ້ເວົ້າກັບພວກເຈົ້າຈາກສະຫວັນວ່າ:23ຢ່າສ້າງຮູບເຄົາລົບໃດໆຂຶ້ນມາທຽມເຮົາ; ຢ່າສ້າງຮູບເຄົາລົບເງິນ ຫລື ຮູບເຄົາລົບຄຳໄວ້ສຳລັບຕົນເອງ.24“ ‘ຈົ່ງສ້າງແທ່ນບູຊາດ້ວຍດິນສຳລັບເຮົາໜຶ່ງແທ່ນ ແລະ ຖວາຍເຄື່ອງເຜົາບູຊາ ແລະ ເຄື່ອງບູຊາເພື່ອຄວາມສາມັກຄີທຳ, ແກະ, ແບ້ ແລະ ງົວຂອງພວກເຈົ້າເທິງແທ່ນບູຊານັ້ນ. ບ່ອນໃດກໍຕາມທີ່ເປັນສາເຫດໃຫ້ນາມຂອງເຮົາໄດ້ຮັບກຽດ, ເຮົາຈະມາຫາພວກເຈົ້າ ແລະ ອວຍພອນພວກເຈົ້າຢູ່ບ່ອນນັ້ນ.25ຖ້າພວກເຈົ້າສ້າງແທ່ນບູຊາດ້ວຍຫີນສຳລັບເຮົາ, ຢ່າສ້າງແທ່ນບູຊານັ້ນດ້ວຍຫີນທີ່ຕັດແຕ່ງແລ້ວ, ເພາະຖ້າພວກເຈົ້າໃຊ້ເຄື່ອງມືຕັດແຕ່ງແທ່ນພວກເຈົ້າຈະເຮັດໃຫ້ແທ່ນເປັນມົນທິນ.26ແລະ ຢ່າຂຶ້ນໄປເທິງແທ່ນບູຊາຂອງເຮົາທາງຂັ້ນໄດ ບໍ່ດັ່ງນັ້ນສ່ວນທີ່ເປັນຂອງລັບຂອງພວກເຈົ້າຈະຖືກເປີດເຜີຍ’.Biblica, Inc.