ອົບພະຍົບ22
ການປົກປ້ອງຊັບສິນ
1“ຜູ້ໃດກໍຕາມທີ່ລັກງົວ ຫລື ແກະມາແລ້ວຂ້າ ຫລື ຂາຍງົວ ຫລື ແກະນັ້ນ ລາວຕ້ອງໃຊ້ຄືນງົວຫ້າໂຕແທນງົວໜຶ່ງໂຕ ແລະ ແກະສີ່ໂຕແທນແກະໜຶ່ງໂຕ.2“ຖ້າຄົນຂີ້ລັກຖືກຈັບໄດ້ໃນຕອນກາງຄືນ ແລະ ຖືກຕີຈົນຕາຍ, ຜູ້ກະທຳຜິດນັ້ນບໍ່ມີຄວາມຜິດຕໍ່ການຂ້າຄົນ.3ແຕ່ຖ້າເລື່ອງເກີດຂຶ້ນຫລັງຈາກຕາເວັນຂຶ້ນ, ຜູ້ກະທຳຜິດແມ່ນມີຄວາມຜິດຕໍ່ການຂ້າຄົນ.“ຜູ້ໃດກໍຕາມທີ່ລັກຕ້ອງມີການຊົດໃຊ້ຄືນຢ່າງແນ່ນອນ, ແຕ່ຖ້າພວກເຂົາບໍ່ມີສິ່ງໃດ, ພວກເຂົາຈະຕ້ອງຖືກຂາຍເພື່ອຈ່າຍຄືນສິ່ງທີ່ພວກເຂົາໄດ້ລັກໄປ.4ຖ້າສັດທີ່ໄດ້ລັກໄປນັ້ນຖືກພົບວ່າຍັງມີຊີວິດຢູ່ໃນການຄອບຄອງຂອງພວກເຂົາ ບໍ່ວ່າງົວ, ລໍ ຫລື ແກະ ພວກເຂົາຈະຕ້ອງຈ່າຍຄືນເປັນສອງເທົ່າ.5“ຖ້າຜູ້ໃດປ່ອຍສັດລ້ຽງຂອງຕົນໄປກິນຫຍ້າໃນທົ່ງນາ ຫລື ໃນສວນອະງຸ່ນ ແລະ ປ່ອຍໃຫ້ພວກມັນຫລົງທາງໄປ ແລະ ພວກມັນເຂົ້າໄປກິນຜົນລະປູກຢູ່ໃນທົ່ງນາຂອງຄົນອື່ນ, ຜູ້ກະທຳຜິດຈະຕ້ອງຊົດໃຊ້ຄືນດ້ວຍຜົນລະປູກສ່ວນທີ່ດີທີ່ສຸດຈາກທົ່ງນາ ຫລື ຈາກສວນອະງຸ່ນຂອງຕົນ.6“ຖ້າເກີດໄຟໄໝ້ ແລ້ວລາມໄປໃສ່ຟຸ່ມໜາມຈົນໄໝ້ໄປເຖິງຝ່ອນເຂົ້າທີ່ກ່ຽວແລ້ວ ຫລື ຕົ້ນເຂົ້າທີ່ຍັງບໍ່ໄດ້ເກັບກ່ຽວ ຫລື ໄໝ້ໝົດທັງທົ່ງນາ, ຜູ້ທີ່ກໍ່ໃຫ້ເກີດໄຟໄໝ້ຕ້ອງຊົດໃຊ້ຄືນຄ່າເສຍຫາຍ.7“ຖ້າຜູ້ໃດເອົາເງິນ ຫລື ສິ່ງຂອງຝາກໄວ້ກັບເພື່ອນບ້ານເພື່ອຮັກສາຄວາມປອດໄພ ແລະ ເງິນ ຫລື ສິ່ງຂອງນັ້ນໄດ້ຖືກລັກໄປຈາກເຮືອນຂອງເພື່ອນບ້ານ, ຖ້າຈັບຄົນຂີ້ລັກໄດ້, ຄົນຂີ້ລັກນັ້ນຕ້ອງຈ່າຍຄືນສອງເທົ່າ.8ແຕ່ຖ້າຈັບຄົນຂີ້ລັກບໍ່ໄດ້, ເຈົ້າຂອງເຮືອນນັ້ນຕ້ອງໄປປາກົດຕົວຕໍ່ໜ້າຜູ້ຕັດສິນ, ແລ້ວພວກເຂົາຕ້ອງພິຈາລະນາວ່າແມ່ນເຈົ້າຂອງເຮືອນທີ່ລັກຊັບສົມບັດຂອງຄົນນັ້ນບໍ່.9ໃນທຸກໆກໍລະນີທີ່ມີການຄອບຄອງທີ່ຜິດກົດໝາຍບໍ່ວ່າງົວ, ລໍ, ແກະ, ເຄື່ອງນຸ່ງຫົ່ມ ຫລື ຊັບສົມບັດອື່ນໆທີ່ເສຍໄປ ເຊິ່ງບາງຄົນເວົ້າວ່າ, ‘ນີ້ແມ່ນຂອງຂ້ອຍ,’ ທັງສອງຝ່າຍນຳເອົາກໍລະນີຂອງພວກເຂົາໄປຕໍ່ໜ້າຜູ້ຕັດສິນ. ຜູ້ໃດທີ່ຜູ້ຕັດສິນປະກາດ ວ່າເປັນຜູ້ມີຄວາມຜິດຕ້ອງຈ່າຍຄືນສອງເທົ່າໃຫ້ແກ່ຄົນອື່ນ.10“ຖ້າຜູ້ໃດເອົາງົວ, ລໍ, ແກະ, ຫລື ສັດອື່ນໆມາຝາກເພື່ອນບ້ານຂອງຕົນຮັກສາໄວ້ໃຫ້ ແລ້ວສັດນັ້ນໄດ້ຕາຍໄປ ຫລື ບາດເຈັບ ຫລື ຖືກເອົາໄປໃນຂະນະທີ່ບໍ່ມີຜູ້ໃດເຫັນ,11ບັນຫາລະຫວ່າງພວກເຂົາຈະໄດ້ຮັບການແກ້ໄຂໂດຍໃຫ້ກ່າວຄຳສາບານຕໍ່ໜ້າພຣະເຈົ້າຢາເວວ່າເພື່ອນບ້ານບໍ່ໄດ້ລັກເອົາຊັບສົມບັດຂອງຄົນອື່ນໄປ. ຜູ້ເປັນເຈົ້າຂອງຕ້ອງຍອມຮັບສິ່ງນີ້ ແລະ ບໍ່ມີການຮຽກຮ້ອງໃຫ້ຊົດໃຊ້ຄືນ.12ແຕ່ຖ້າສັດນັ້ນຖືກລັກໄປຈາກເພື່ອນບ້ານ, ເພື່ອນບ້ານຄົນນັ້ນຈະຕ້ອງຊົດໃຊ້ໃຫ້ແກ່ເຈົ້າຂອງ.13ຖ້າສັດນັ້ນຖືກສັດປ່າຈີກອອກເປັນຕ່ອນໆ, ເພື່ອນບ້ານຈະຕ້ອງນຳເອົາຊາກສົບທີ່ຍັງເຫລືອຢູ່ນັ້ນມາເປັນຫລັກຖານ ແລະ ບໍ່ຕ້ອງຈ່າຍຄ່າສັດທີ່ຖືກຈີກນັ້ນ.14“ຖ້າຜູ້ໃດຢືມສັດຈາກເພື່ອນບ້ານຂອງຕົນແລ້ວສັດນັ້ນຖືກບາດເຈັບ ຫລື ຕາຍໃນຂະນະທີ່ເຈົ້າຂອງບໍ່ຢູ່, ພວກເຂົາຕ້ອງຊົດໃຊ້ຄ່າເສຍຫາຍ.15ແຕ່ຖ້າເຈົ້າຂອງຢູ່ກັບສັດນັ້ນນຳ, ຜູ້ຢືມຈະບໍ່ໄດ້ຈ່າຍຄືນ. ຖ້າສັດຖືກຈ້າງມາ, ເງິນທີ່ຈ່າຍຄ່າຈ້າງນັ້ນກໍລວມຄ່າເສຍຫາຍແລ້ວ.
ຄວາມຮັບຜິດຊອບຕໍ່ສັງຄົມ
16“ຖ້າຊາຍໃດລໍ້ລວງສາວບໍລິສຸດທີ່ຍັງບໍ່ໄດ້ໝັ້ນ ແລະ ຮ່ວມຫລັບນອນກັບນາງ, ລາວຈະຕ້ອງຈ່າຍຄ່າສິນສອດ ແລະ ນາງຈະຕ້ອງເປັນເມຍຂອງລາວ.17ຖ້າພໍ່ຂອງນາງປະຕິເສດຢ່າງເດັດຂາດທີ່ຈະມອບນາງໃຫ້ລາວ, ລາວຍັງຕ້ອງໄດ້ຈ່າຍຄ່າສິນສອດໃຫ້ແກ່ສາວບໍລິສຸດນັ້ນ.18“ຢ່າປ່ອຍໃຫ້ແມ່ມົດ ມີຊີວິດຢູ່.19“ຜູ້ໃດມີເພດສຳພັນກັບສັດຈະຕ້ອງມີໂທດເຖິງຕາຍ.20“ຜູ້ໃດກໍຕາມທີ່ຖວາຍເຄື່ອງບູຊາແກ່ພະອື່ນນອກຈາກພຣະເຈົ້າຢາເວ ຜູ້ນັ້ນຕ້ອງຖືກທຳລາຍ. 21“ຢ່າທຳຮ້າຍ ຫລື ກົດຂີ່ຂົ່ມເຫັງຄົນຕ່າງດ້າວ, ເພາະວ່າພວກເຈົ້າກໍເຄີຍເປັນຄົນຕ່າງດ້າວໃນເອຢິບ.22“ຢ່າເອົາປຽບແມ່ໝ້າຍ ຫລື ລູກກຳພ້າພໍ່.23ຖ້າພວກເຈົ້າເຮັດ ແລະ ພວກເຂົາຮ້ອງຫາເຮົາ, ເຮົາຈະຟັງຄຳຮ້ອງທຸກຂອງພວກເຂົາຢ່າງແນ່ນອນ.24ຄວາມໂກດຮ້າຍຂອງເຮົາຈະພຸ່ງຂຶ້ນ ແລະ ເຮົາຈະຂ້າພວກເຈົ້າດ້ວຍດາບ; ເມຍຂອງພວກເຈົ້າຈະກາຍເປັນແມ່ໝ້າຍ ແລະ ບັນດາລູກຂອງພວກເຈົ້າຈະເປັນກຳພ້າພໍ່.25“ຖ້າພວກເຈົ້າເອົາເງິນໃຫ້ປະຊາຊົນຂອງເຮົາຄົນໃດຄົນໜຶ່ງໃນທ່າມກາງພວກເຈົ້າທີ່ຂັດສົນຢືມ, ຢ່າເຮັດຄືກັບທຸລະກິດເງິນກູ້; ຢ່າຄິດໄລ່ດອກເບ້ຍ.26ຖ້າພວກເຈົ້າເອົາເສື້ອຄຸມຂອງເພື່ອນບ້ານໄວ້ເປັນເຄື່ອງຄ້ຳປະກັນ, ຈົ່ງສົ່ງຄືນເສື້ອຄຸມນັ້ນກ່ອນຕາເວັນຕົກດິນ.27ເພາະເສື້ອຄຸມເປັນສິ່ງດຽວທີ່ເພື່ອນບ້ານຂອງພວກເຈົ້າມີໄວ້ປົກຄຸມຮ່າງກາຍ. ພວກເຂົາຈະໃຊ້ສິ່ງໃດຫົ່ມນອນ? ເມື່ອພວກເຂົາຮ້ອງຫາເຮົາ, ເຮົາກໍຈະຮັບຟັງ, ເພາະເຮົາເປັນຜູ້ມີໃຈເມດຕາ.28“ຢ່າໝິ່ນປະໝາດພຣະເຈົ້າ ຫລື ສາບແຊ່ງຜູ້ມີອຳນາດປົກຄອງທ່າມກາງພວກເຈົ້າ.29“ຢ່າຢຸດທີ່ຈະນຳເຄື່ອງຖວາຍຈາກສາງ ຫລື ຖັງຂອງພວກເຈົ້າມາຖວາຍ.“ພວກເຈົ້າຕ້ອງຖວາຍລູກຊາຍກົກຂອງພວກເຈົ້າໃຫ້ແກ່ເຮົາ.30ຈົ່ງເຮັດຢ່າງດຽວກັນນີ້ກັບລູກສັດຫົວປີຂອງງົວ ແລະ ແກະຂອງພວກເຈົ້າ. ຈົ່ງໃຫ້ລູກສັດຫົວປີຢູ່ກັບແມ່ຂອງມັນເຈັດວັນ, ແຕ່ຈົ່ງມອບສັດເຫລົ່ານັ້ນໃຫ້ເຮົາໃນວັນທີແປດ.31“ພວກເຈົ້າຈະຕ້ອງເປັນປະຊາຊົນບໍລິສຸດຂອງເຮົາ. ດັ່ງນັ້ນ ຢ່າກິນຊີ້ນສັດທີ່ຖືກສັດປ່າຈີກກິນ; ຈົ່ງໂຍນຊີ້ນນັ້ນຖິ້ມໃຫ້ໝາ.
Biblica, Inc.