ອົບພະຍົບ11
ໄພພິບັດມາເຖິງລູກຊາຍກົກ
1ບັດນີ້ ພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ, “ເຮົາຈະນຳເອົາໄພພິບັດອີກຢ່າງໜຶ່ງມາສູ່ຟາໂຣ ແລະ ເອຢິບ. ຫລັງຈາກນັ້ນ ລາວຈະຍອມປ່ອຍພວກເຈົ້າໄປຈາກທີ່ນີ້ ແລະ ເມື່ອລາວປ່ອຍພວກເຈົ້ານັ້ນ, ລາວຈະຂັບໄລ່ພວກເຈົ້າອອກໄປຈົນໝົດ.2ຈົ່ງບອກປະຊາຊົນທັງຊາຍ ແລະ ຍິງໃຫ້ຕຽມຂໍເອົາເຄື່ອງເງິນ ແລະ ເຄື່ອງຄຳຈາກເພື່ອນບ້ານຂອງພວກເຂົາ”.3(ພຣະເຈົ້າຢາເວເຮັດໃຫ້ຊາວເອຢິບເປັນທີ່ພໍໃຈຕໍ່ປະຊາຊົນ ແລະ ໂມເຊເອງກໍເປັນທີ່ນັບຖືຢ່າງສູງ ໂດຍຂ້າລາຊະການຂອງຟາໂຣ ແລະ ໂດຍປະຊາຊົນໃນເອຢິບ).4ດັ່ງນັ້ນ ໂມເຊຈຶ່ງກ່າວວ່າ, “ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວກ່າວຄື: ‘ປະມານທ່ຽງຄືນເຮົາຈະໄປທົ່ວເອຢິບ.5ລູກຊາຍກົກທຸກຄົນໃນເອຢິບຈະຕາຍ, ຕັ້ງແຕ່ລູກຊາຍກົກຂອງຟາໂຣ, ຜູ້ນັ່ງເທິງບັນລັງ ຈົນເຖິງລູກຊາຍກົກຂອງຂ້າທາດຍິງ ຜູ້ໂມ້ແປ້ງ ແລະ ລູກງົວຫົວປີທັງໝົດດ້ວຍ.6ຈະມີສຽງຮ້ອງຄ່ຳຄວນດັງທົ່ວເອຢິບຢ່າງໜັກທີ່ບໍ່ເຄີຍມີມາກ່ອນ ແລະ ຈະບໍ່ມີອີກຈັກເທື່ອ.7ແຕ່ຢູ່ທ່າມກາງຊາວອິດສະຣາເອນບໍ່ມີໝາຈະເຫົ່າໃສ່ຄົນ ຫລື ສັດ’. ແລ້ວທ່ານຈະຮູ້ວ່າພຣະເຈົ້າຢາເວເຮັດໃຫ້ມີຄວາມແຕກຕ່າງລະຫວ່າງເອຢິບ ແລະ ອິດສະຣາເອນ.8ບັນດາຂ້າລາຊະການຂອງທ່ານທັງໝົດເຫລົ່ານີ້ຈະມາຫາຂ້ານ້ອຍ ແລະ ກົ້ມລົງຕໍ່ໜ້າຂ້ານ້ອຍ ແລະ ເວົ້າວ່າ, ‘ຂໍໃຫ້ທ່ານ ແລະ ປະຊາຊົນທັງໝົດທີ່ຕິດຕາມທ່ານຈົ່ງອອກໄປ!’ ຫລັງຈາກນັ້ນຂ້ານ້ອຍຈຶ່ງຈະໄປ”. ແລ້ວໂມເຊກໍລາຟາໂຣໄປດ້ວຍຄວາມໃຈຮ້າຍທີ່ສຸດ.9ພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ, “ຟາໂຣຈະປະຕິເສດທີ່ຈະຟັງເຈົ້າ ເພື່ອວ່າບັນດາການອັດສະຈັນຂອງເຮົາຈະໄດ້ເພີ່ມທະວີຂຶ້ນໃນເອຢິບ”.10ໂມເຊ ແລະ ອາໂຣນໄດ້ເຮັດການອັດສະຈັນທັງໝົດເຫລົ່ານີ້ຕໍ່ໜ້າຟາໂຣ, ແຕ່ພຣະເຈົ້າຢາເວເຮັດໃຫ້ໃຈຂອງຟາໂຣແຂງກະດ້າງ ແລະ ຈະບໍ່ປ່ອຍຊາວອິດສະຣາເອນອອກຈາກປະເທດຂອງເພິ່ນ.Biblica, Inc.