ອົບພະຍົບ12
ເທດສະການປັດສະຄາ ແລະ ເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ
1ພຣະເຈົ້າຢາເວເວົ້າກັບໂມເຊ ແລະ ອາໂຣນໃນເອຢິບວ່າ,2“ເດືອນນີ້ເປັນເດືອນທຳອິດຂອງພວກເຈົ້າ, ເປັນເດືອນທຳອິດຂອງປີສຳລັບພວກເຈົ້າ.3ຈົ່ງບອກຊຸມຊົນອິດສະຣາເອນທັງໝົດວ່າ, ໃນມື້ທີສິບຂອງເດືອນນີ້ ໃຫ້ຜູ້ຊາຍແຕ່ລະຄົນເລືອກເອົາລູກແກະ ໂຕໜຶ່ງເພື່ອຄອບຄົວຂອງຕົນ, ໂຕໜຶ່ງສຳລັບຄົວເຮືອນ.4ຖ້າຄົວເຮືອນໃດມີຄົນໜ້ອຍສຳລັບກິນລູກແກະໝົດທັງໂຕ, ພວກເຂົາຕ້ອງແບ່ງປັນແກະໂຕນັ້ນກັບເພື່ອນບ້ານຂອງຕົນທີ່ຢູ່ໃກ້ຄຽງທີ່ສຸດ, ໂດຍໃຫ້ມີການຄິດໄລ່ຈຳນວນຄົນທີ່ມີຢູ່. ພວກເຈົ້າຈະຕ້ອງກຳນົດຈຳນວນຂອງແກະທີ່ຕ້ອງການຕາມແຕ່ລະຄົນຈະກິນ.5ສັດທີ່ພວກເຈົ້າເລືອກເອົານັ້ນຕ້ອງເປັນໂຕຜູ້ມີອາຍຸໜຶ່ງປີບໍ່ມີຕຳໜິ ແລະ ພວກເຈົ້າອາດເອົາສັດເຫລົ່ານັ້ນມາຈາກຝູງແກະ ຫລື ຝູງແບ້.6ຈົ່ງເບິ່ງແຍງພວກມັນໄວ້ຈົນເຖິງມື້ທີສິບສີ່ຂອງເດືອນ, ເຊິ່ງເປັນເວລາທີ່ສະມາຊິກຂອງຊຸມຊົນອິດສະຣາເອນທັງໝົດຈະຕ້ອງຂ້າລູກແກະໃນຕອນຄ່ຳ.7ແລ້ວໃຫ້ພວກເຂົາເອົາເລືອດບາງສ່ວນທາໃສ່ທັງສອງຂ້າງ ແລະ ຂ້າງເທິງຂອງຂອບປະຕູເຮືອນທີ່ເຂົາກິນລູກແກະນັ້ນ.8ໃນຄືນດຽວກັນນັ້ນ ພວກເຂົາຕ້ອງກິນຊີ້ນປິ້ງໃສ່ໄຟ ພ້ອມກັບຜັກຂົມ ແລະ ເຂົ້າຈີ່ທີ່ເຮັດໂດຍບໍ່ໃສ່ເຊື້ອແປ້ງ.9ຢ່າກິນຊີ້ນດິບ ຫລື ຊີ້ນຕົ້ມ, ແຕ່ຈົ່ງປິ້ງໃສ່ໄຟ ທັງຫົວ, ຂາ ແລະ ເຄື່ອງໃນ.10ຢ່າປະຊີ້ນສ່ວນໃດເຫລືອຈົນຮອດມື້ເຊົ້າ, ຖ້າມີສ່ວນທີ່ເຫລືອຢູ່ຈົນຮອດມື້ເຊົ້າ ພວກເຈົ້າຕ້ອງເຜົາມັນຖິ້ມ.11ນີ້ຄືວິທີທີ່ພວກເຈົ້າຈະກິນຄື: ພວກເຈົ້າຈົ່ງສວມເສື້ອຄຸມຮັດສາຍແອວ, ໃສ່ເກີບ ແລະ ມືຖືໄມ້ຄ້ອນເທົ້າໄວ້. ຈົ່ງກິນຢ່າງໄວໆ, ນີ້ຄືການສະຫລອງປັດສະຄາຂອງພຣະເຈົ້າຢາເວ.12“ໃນຄືນດຽວກັນນັ້ນ ເຮົາຈະຜ່ານໄປທົ່ວເອຢິບ ແລະ ຂ້າທຸກລູກກົກ ທັງລູກກົກຂອງຄົນ ແລະ ສັດຕ່າງໆ, ແລ້ວເຮົາຈະນໍາເອົາການລົງໂທດມາເຖິງບັນດາພະທັງໝົດຂອງຊາວເອຢິບ. ເຮົາຄືພຣະເຈົ້າຢາເວ.13ເລືອດຢູ່ປະຕູເຮືອນທີ່ພວກເຈົ້າຢູ່ນັ້ນຈະເປັນເຄື່ອງໝາຍສຳລັບພວກເຈົ້າ ແລະ ເມື່ອເຮົາເຫັນເລືອດນັ້ນເຮົາຈະຜ່ານພວກເຈົ້າໄປ. ຈະບໍ່ມີໄພພິບັດໃດມາທຳລາຍພວກເຈົ້າເມື່ອເຮົາໂຈມຕີເອຢິບ.14“ນີ້ເປັນວັນທີ່ພວກເຈົ້າຈະຕ້ອງລະລຶກເຖິງ; ສຳລັບບັນດາລຸ້ນທີ່ຈະມາເຖິງນັ້ນ ພວກເຈົ້າຈົ່ງສະຫລອງໃຫ້ແກ່ພຣະເຈົ້າຢາເວ ເປັນຂໍ້ປະຕິບັດຕະຫລອດໄປສຳລັບທຸກຊົ່ວອາຍຸ.15ພວກເຈົ້າຕ້ອງກິນເຂົ້າຈີ່ທີ່ເຮັດໂດຍບໍ່ມີເຊື້ອແປ້ງຕະຫລອດເຈັດວັນ. ໃນມື້ທີໜຶ່ງຈົ່ງເອົາເຊື້ອແປ້ງອອກຈາກເຮືອນຂອງພວກເຈົ້າ, ເພາະຜູ້ໃດກໍຕາມກິນສິ່ງໃດທີ່ມີເຊື້ອແປ້ງຢູ່ນໍາຈາກມື້ທີໜຶ່ງຈົນເຖິງມື້ທີເຈັດຈະຕ້ອງຖືກຕັດອອກຈາກອິດສະຣາເອນ.16ໃນມື້ທີໜຶ່ງ ແລະ ມື້ທີເຈັດຈົ່ງຈັດການຊຸມນຸມສັກສິດ. ຢ່າເຮັດວຽກໃດໃນວັນເຫລົ່ານີ້, ນອກຈາກຕຽມອາຫານໃຫ້ທຸກຄົນກິນ; ນັ້ນແມ່ນທັງໝົດທີ່ພວກເຈົ້າຈະເຮັດ.17“ຈົ່ງສະຫລອງເທດສະການເຂົ້າຈີ່ບໍ່ມີເຊື້ອແປ້ງ, ເພາະວ່າວັນນີ້ເປັນວັນທີ່ເຮົາໄດ້ນຳບັນດາກຸ່ມຂອງພວກເຈົ້າອອກຈາກເອຢິບ. ຈົ່ງສະຫລອງວັນນີ້ໃຫ້ເປັນຂໍ້ປະຕິບັດຕະຫລອດໄປທຸກຊົ່ວອາຍຸ.18ໃນເດືອນທີໜຶ່ງ ພວກເຈົ້າຈະຕ້ອງກິນເຂົ້າຈີ່ທີ່ເຮັດໂດຍບໍ່ມີເຊື້ອແປ້ງ, ຈາກຕອນແລງຂອງມື້ທີສິບສີ່ຈົນເຖິງຕອນແລງຂອງມື້ທີຊາວເອັດ.19ຕະຫລອດເຈັດວັນນີ້ ຢ່າໃຫ້ພົບເຊື້ອແປ້ງຢູ່ໃນເຮືອນຂອງພວກເຈົ້າ. ແລະ ທຸກຄົນ, ບໍ່ວ່າຈະເປັນຄົນຕ່າງດ້າວ ຫລື ຄົນອິດສະຣາເອນໂດຍກຳເນີດ, ຜູ້ທີ່ກິນສິ່ງໃດກໍຕາມທີ່ມີເຊື້ອແປ້ງປົນຢູ່ໃນສິ່ງນັ້ນຕ້ອງຖືກຕັດອອກຈາກຊຸມຊົນອິດສະຣາເອນ.20ຢ່າກິນສິ່ງໃດທີ່ເຮັດດ້ວຍເຊື້ອແປ້ງ. ພວກເຈົ້າຢູ່ທີ່ໃດກໍຕາມ, ພວກເຈົ້າຕ້ອງກິນເຂົ້າຈີ່ບໍ່ມີເຊື້ອແປ້ງ”.21ແລ້ວໂມເຊກໍໄດ້ເອີ້ນບັນດາຜູ້ອາວຸໂສຂອງອິດສະຣາເອນທັງໝົດມາ ແລະ ກ່າວຕໍ່ພວກເຂົາວ່າ, “ຈົ່ງຮີບໄປເລືອກເອົາສັດສຳລັບຄອບຄົວຂອງພວກເຈົ້າ ແລະ ຂ້າລູກແກະປັດສະຄາ.22ຈົ່ງເອົາໃບຫູສົບມັດໜຶ່ງ ຈຸ່ມລົງໃນເລືອດທີ່ຢູ່ໃນອ່າງ ແລ້ວເລືອດບາງສ່ວນທາໃສ່ເທິງ ແລະ ທາໃສ່ສອງຂ້າງຂອງຂອບປະຕູ. ຢ່າໃຫ້ຜູ້ໃດໃນພວກເຈົ້າອອກໄປນອກປະຕູເຮືອນຈົນເຖິງຕອນເຊົ້າ.23ເມື່ອພຣະເຈົ້າຢາເວຜ່ານໄປທົ່ວດິນແດນເພື່ອຂ້າຊາວເອຢິບ, ພຣະອົງຈະເຫັນເລືອດຢູ່ເທິງ ແລະ ສອງຂ້າງຂອງຂອບປະຕູ ແລ້ວພຣະອົງຈະຜ່ານກາຍປະຕູນັ້ນໄປ ແລະ ພຣະອົງຈະບໍ່ອະນຸຍາດໃຫ້ຜູ້ທຳລາຍເຂົ້າໄປໃນເຮືອນຂອງພວກເຈົ້າ ແລະ ຂ້າພວກເຈົ້າ.24“ຈົ່ງເຊື່ອຟັງຄຳແນະນຳເຫລົ່ານີ້ດັ່ງເປັນຂໍ້ປະຕິບັດຕະຫລອດໄປສຳລັບພວກເຈົ້າ ແລະ ເຊື້ອສາຍຂອງພວກເຈົ້າ.25ເມື່ອພວກເຈົ້າທັງຫລາຍເຂົ້າໄປໃນດິນແດນທີ່ພຣະເຈົ້າຢາເວຈະມອບໃຫ້ພວກເຈົ້າຕາມທີ່ພຣະອົງໄດ້ສັນຍານັ້ນ, ຈົ່ງປະຕິບັດຕາມພິທີນີ້.26ແລະ ເມື່ອລູກຫລານຂອງພວກເຈົ້າຖາມວ່າ, ‘ພິທີນີ້ມີຄວາມໝາຍຢ່າງໃດສຳລັບພວກເຈົ້າ?’27ຈົ່ງບອກພວກເຂົາວ່າ, ‘ເປັນການສະຫລອງປັດສະຄາບູຊາຂອງພຣະເຈົ້າຢາເວ, ຜູ້ໄດ້ຜ່ານເຮືອນຂອງຊາວອິດສະຣາເອນຢູ່ໃນເອຢິບໄປ ແລະ ໄດ້ສະຫງວນເຮືອນຂອງພວກເຮົາໄວ້ ເມື່ອພຣະອົງຂ້າຊາວເອຢິບ’ ”. ແລ້ວປະຊາຊົນຕ່າງກໍກາບລົງນະມັດສະການ.28ຊາວອິດສະຣາເອນກໍໄດ້ເຮັດຕາມສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ ແລະ ອາໂຣນໄວ້.29ໃນເວລາທ່ຽງຄືນພຣະເຈົ້າຢາເວກໍໄດ້ຂ້າລູກກົກທັງໝົດໃນເອຢິບ, ຕັ້ງແຕ່ລູກກົກຂອງຟາໂຣ ຜູ້ນັ່ງຢູ່ເທິງບັນລັງ ຈົນເຖິງລູກກົກຂອງນັກໂທດ ຜູ້ຖືກຂັງຢູ່ໃນຄຸກ ແລະ ລູກຫົວປີຂອງສັດລ້ຽງທັງໝົດດ້ວຍ.30ຟາໂຣ ແລະ ບັນດາຂ້າລາຊະການທັງໝົດຂອງເພິ່ນ ແລະ ຊາວເອຢິບທັງໝົດຕ່າງກໍຕື່ນຂຶ້ນມາຊ່ວງກາງຄືນ ແລະ ມີການຮ້ອງໄຫ້ຄ່ຳຄວນສຽງດັງໃນເອຢິບ, ເພາະບໍ່ມີເຮືອນໃດທີ່ບໍ່ມີຄົນຕາຍ.ການອົບພະຍົບ
31ໃນຄືນນັ້ນຟາໂຣໄດ້ເອີ້ນໂມເຊ ແລະ ອາໂຣນມາພົບ ແລະ ເວົ້າວ່າ, “ໄປ! ຈົ່ງໄປຈາກປະຊາຊົນຂອງເຮົາ, ພວກເຈົ້າ ແລະ ຊາວອິດສະຣາເອນ! ຈົ່ງໄປ, ນະມັດສະການພຣະເຈົ້າຢາເວຕາມທີ່ພວກເຈົ້າໄດ້ຮ້ອງຂໍໄວ້.32ໃຫ້ເອົາຝູງແບ້, ຝູງແກະ ແລະ ຝູງງົວຂອງພວກເຈົ້າໄປນໍາ ຕາມທີ່ພວກເຈົ້າໄດ້ເວົ້ານັ້ນ, ແລ້ວອອກໄປ. ແລະ ອວຍພອນເຮົາດ້ວຍ”.33ຊາວເອຢິບໄດ້ກະຕຸ້ນຊາວອິດສະຣາເອນໃຫ້ຟ້າວອອກໄປຈາກປະເທດ. ພວກເຂົາເວົ້າວ່າ, “ເພາະຖ້າບໍ່ດັ່ງນັ້ນ ພວກເຮົາຈະຕາຍໝົດທຸກຄົນ!”34ດັ່ງນັ້ນ ປະຊາຊົນຈຶ່ງເອົາແປ້ງດິບທີ່ປະສົມສຳເລັດແລ້ວແຕ່ຍັງບໍ່ໃສ່ເຊື້ອແປ້ງເທື່ອ ແລະ ເອົາຮາງນວດແປ້ງຫໍ່ໃສ່ເຄື່ອງນຸ່ງແບກໃສ່ບ່າໄປນໍາ.35ຊາວອິດສະຣາເອນໄດ້ເຮັດຕາມຄຳແນະນໍາຂອງໂມເຊ ແລະ ໄດ້ຂໍເອົາເຄື່ອງເງິນ ແລະ ເຄື່ອງຄຳ ພ້ອມທັງເຄື່ອງນຸ່ງຈາກຊາວເອຢິບ.36ພຣະເຈົ້າຢາເວໄດ້ເຮັດໃຫ້ຊາວເອຢິບພໍໃຈຕໍ່ປະຊາຊົນ, ແລ້ວຊາວເອຢິບໄດ້ພາກັນມອບສິ່ງຂອງໃຫ້ຊາວອິດສະຣາເອນຕາມສິ່ງທີ່ພວກເຂົາຂໍ; ດັ່ງນັ້ນ ພວກເຂົາໄດ້ປຸ້ນຊາວເອຢິບໄປ.37ຊາວອິດສະຣາເອນພາກັນເດີນທາງອອກຈາກເມືອງຣາມາເຊັດໄປສູ່ເມືອງຊຸກໂກດ. ມີຜູ້ຊາຍປະມານຫົກແສນຄົນທີ່ຍ່າງເດີນທາງ, ນອກຈາກແມ່ຍິງ ແລະ ເດັກນ້ອຍ.38ຍັງມີຊົນຊາດອື່ນໆອີກຈໍານວນຫລວງຫລາຍໄດ້ຮ່ວມເດີນທາງກັບພວກເຂົາ, ແລະ ມີຝູງສັດລ້ຽງຈຳນວນຫລາຍ ທັງຝູງແບ້, ຝູງແກະ ແລະ ຝູງງົວກໍໄປກັບພວກເຂົາດ້ວຍ.39ປະຊາຊົນອິດສະຣາເອນໄດ້ພາກັນເອົາແປ້ງດິບທີ່ຖືມາຈາກປະເທດເອຢິບນັ້ນອອກມາເຮັດເຂົ້າຈີ່ບໍ່ມີເຊື້ອແປ້ງ. ແປ້ງດິບນັ້ນບໍ່ໄດ້ໃສ່ເຊື້ອແປ້ງເທື່ອ ເພາະວ່າພວກເຂົາຖືກຂັບໄລ່ອອກຈາກເອຢິບ ແລະ ບໍ່ມີເວລາທີ່ຈະຕຽມອາຫານສຳລັບພວກເຂົາເອງ.40ບັດນີ້ ໄລຍະເວລາທີ່ປະຊາຊົນອິດສະຣາເອນອາໄສຢູ່ໃນເອຢິບ ຄື 430 ປີ.41ໃນທ້າຍຂອງປີທີ 430 ນັ້ນ, ໃນວັນສຸດທ້າຍ, ບັນດາກຸ່ມຂອງພຣະເຈົ້າຢາເວກໍໄດ້ອອກຈາກເອຢິບ.42ເພາະວ່າໃນຄືນນັ້ນພຣະເຈົ້າຢາເວເຝົ້າລະວັງເພື່ອນຳພວກເຂົາອອກຈາກເອຢິບ. ໃນຄືນນີ້ຊາວອິດສະຣາເອນທຸກຄົນຕ່າງກໍເຝົ້າລະວັງຢູ່ເພື່ອຖວາຍກຽດຕິຍົດແກ່ພຣະເຈົ້າຢາເວທຸກຍຸກທີ່ຈະມາເຖິງ.ກົດລະບຽບຂອງພິທີສະຫລອງປັດສະຄາ
43ພຣະເຈົ້າຢາເວເວົ້າກັບໂມເຊ ແລະ ອາໂຣນວ່າ, “ຕໍ່ໄປນີ້ເປັນລະບຽບໃນການກິນອາຫານສະຫລອງປັດສະຄາຄື:“ຢ່າໃຫ້ຄົນຕ່າງດ້າວກິນອາຫານປັດສະຄາ.44ຂ້າທາດທີ່ພວກເຈົ້າໄດ້ຊື້ມາຄົນໃດກໍຕາມຈະກິນອາຫານປັດສະຄາໄດ້ຫລັງຈາກທີ່ພວກເຈົ້າໃຫ້ລາວຮັບພິທີຕັດແລ້ວ.45ແຕ່ຜູ້ທີ່ພັກອາໄສຢູ່ຊົ່ວຄາວ ຫລື ຄົນງານຮັບຈ້າງຈະບໍ່ໄດ້ກິນອາຫານປັດສະຄານັ້ນ.46“ອາຫານປັດສະຄາຕ້ອງກິນຢູ່ໃນເຮືອນ; ຢ່າເອົາຊີ້ນນັ້ນອອກໄປນອກເຮືອນ. ຢ່າຫັກກະດູກຊີກໃດ.47ຊຸມຊົນອິດສະຣາເອນທັງໝົດຈະຕ້ອງສະຫລອງພິທີນີ້.48“ຄົນຕ່າງດ້າວທີ່ອາໄສຢູ່ທ່າມກາງພວກເຈົ້າ ຜູ້ທີ່ຢາກສະຫລອງປັດສະຄາຂອງພຣະເຈົ້າຢາເວຕ້ອງໃຫ້ຜູ້ຊາຍທຸກຄົນໃນຄອບຄົວຂອງຕົນຮັບພິທີຕັດກ່ອນ; ແລ້ວລາວຈຶ່ງຈະເຂົ້າມີສ່ວນຮ່ວມເໝືອນກັບຜູ້ທີ່ເກີດໃນດິນແດນໄດ້. ຜູ້ຊາຍທີ່ບໍ່ໄດ້ຮັບພິທີຕັດຈະກິນອາຫານປັດສະຄາບໍ່ໄດ້.49ກົດບັນຍັດອັນດຽວກັນນີ້ໃຊ້ໄດ້ທັງກັບຄົນອິດສະຣາເອນໂດຍກຳເນີດ ແລະ ກັບຄົນຕ່າງດ້າວທີ່ອາໄສຢູ່ໃນທ່າມກາງພວກເຈົ້າ”.50ຊາວອິດສະຣາເອນທັງໝົດກໍໄດ້ປະຕິບັດຕາມສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ ແລະ ອາໂຣນໄວ້.51ແລະ ໃນວັນນັ້ນເອງພຣະເຈົ້າຢາເວໄດ້ນຳເອົາຊາວອິດສະຣາເອນອອກຈາກເອຢິບເປັນກຸ່ມຂອງພວກເຂົາ.
Biblica, Inc.