ເອເຟໂຊ4
ຄວາມເປັນອັນໜຶ່ງອັນດຽວກັນ ແລະ ຄວາມເປັນຜູ້ໃຫຍ່ໃນກາຍຂອງພຣະຄຣິດເຈົ້າ
1ດັ່ງນັ້ນ, ເຮົາຜູ້ເປັນນັກໂທດເພື່ອອົງພຣະຜູ້ເປັນເຈົ້າຈຶ່ງຂໍຮ້ອງພວກເຈົ້າໃຫ້ດຳເນີນຊີວິດສົມກັບການເອີ້ນທີ່ພວກເຈົ້າໄດ້ຮັບ.2ຈົ່ງຖ່ອມຕົວລົງ ແລະ ສຸພາບອ່ອນໂຍນໃນທຸກດ້ານ; ຈົ່ງອົດທົນ ແລະ ຜ່ອນໜັກຜ່ອນເບົາຕໍ່ກັນແລະກັນດ້ວຍຄວາມຮັກ.3ຈົ່ງພຽນພະຍາຍາມຮັກສາຄວາມເປັນນ້ຳໜຶ່ງໃຈດຽວກັນໃນພຣະວິນຍານໂດຍມີສັນຕິສຸກເປັນເຄື່ອງຜູກມັດ.4ມີຮ່າງກາຍດຽວ ແລະ ພຣະວິນຍານອົງດຽວເໝືອນກັບທີ່ພວກເຈົ້າໄດ້ຖືກເອີ້ນມາສູ່ຄວາມຫວັງດຽວເມື່ອພວກເຈົ້າໄດ້ຖືກເອີ້ນນັ້ນ;5ມີອົງພຣະຜູ້ເປັນເຈົ້າອົງດຽວ, ຄວາມເຊື່ອດຽວ, ບັບຕິສະມາດຽວ,6ມີພຣະເຈົ້າອົງດຽວ ແລະ ພຣະບິດາເຈົ້າຂອງຄົນທັງປວງ, ຜູ້ສະຖິດຢູ່ເໜືອຄົນທັງປວງ ແລະ ທົ່ວຄົນທັງປວງ ແລະ ໃນຄົນທັງປວງ.7ແຕ່ວ່າພຣະຄຸນນັ້ນມອບໃຫ້ແກ່ພວກເຮົາແຕ່ລະຄົນຕາມທີ່ພຣະຄຣິດເຈົ້າໄດ້ກຳນົດໄວ້.8ເຫດສະນັ້ນ ຈຶ່ງມີພຣະຄຳກ່າວ ໄວ້ວ່າ:“ເມື່ອພຣະອົງໄດ້ຂຶ້ນສູ່ເບື້ອງເທິງ,ພຣະອົງໄດ້ນຳເອົາບັນດາຊະເລີຍຫລາຍຄົນໄປດ້ວຍແລະ ມອບຂອງປະທານໃຫ້ແກ່ປະຊາຊົນຂອງພຣະອົງ”. 9(ທີ່ວ່າ “ພຣະອົງໄດ້ຂຶ້ນສູ່” ນັ້ນຈະໝາຍຄວາມຢ່າງອື່ນບໍ່ໄດ້ ນອກຈາກວ່າພຣະອົງໄດ້ລົງສູ່ເບື້ອງລຸ່ມຂອງໂລກດ້ວຍ .10ພຣະອົງຜູ້ລົງໄປນັ້ນ ກໍຄືອົງດຽວແທ້ໆກັບທີ່ໄດ້ຂຶ້ນເມືອສູ່ທີ່ສູງກວ່າຟ້າສະຫວັນທັງໝົດ, ເພື່ອຈະໄດ້ເຕີມເຕັມທົ່ວທັງຈັກກະວານ.)11ດັ່ງນັ້ນພຣະຄຣິດເຈົ້າເອງໄດ້ໃຫ້ບັນດາອັກຄະສາວົກ, ບັນດາຜູ້ທຳນວາຍ, ບັນດາຜູ້ປະກາດຂ່າວປະເສີດ, ບັນດາສິດຍາພິບານ ແລະ ບັນດາອາຈານ,12ເພື່ອຈັດຕຽມຄົນຂອງພຣະອົງສຳລັບງານຮັບໃຊ້, ເພື່ອວ່າກາຍຂອງພຣະຄຣິດເຈົ້າຈະໄດ້ຮັບການເສີມສ້າງຂຶ້ນ13ຈົນກວ່າພວກເຮົາທັງໝົດຈະບັນລຸເຖິງຄວາມເປັນອັນໜຶ່ງອັນດຽວກັນໃນຄວາມເຊື່ອ ແລະ ໃນຄວາມຮູ້ເຖິງພຣະບຸດຂອງພຣະເຈົ້າ ແລະ ກາຍເປັນຄົນທີ່ເຕີບໃຫຍ່ ຄືການບັນລຸເຖິງຂະໜາດຄວາມສົມບູນຂອງພຣະຄຣິດເຈົ້າ.14ແລ້ວພວກເຮົາຈະບໍ່ໄດ້ເປັນເດັກນ້ອຍອີກຕໍ່ໄປ, ເຊິ່ງຖືກຄື້ນຊັດໄປມາ ແລະ ຖືກພັດໄປທາງນີ້ທາງນັ້ນດ້ວຍລົມປາກແຫ່ງຄຳສອນ ແລະ ດ້ວຍກົນອຸບາຍກັບເລ່ລ່ຽມຂອງມະນຸດໃນແຜນການຫລອກລວງຂອງພວກເຂົາ.15ແຕ່ການກ່າວຄວາມຈິງດ້ວຍຄວາມຮັກ, ພວກເຮົາຈະເຕີບໃຫຍ່ຂຶ້ນໃນທຸກດ້ານຈົນເຖິງຄວາມເປັນຜູ້ໃຫຍ່ໃນພຣະກາຍຂອງພຣະອົງຜູ້ເປັນຫົວ, ຄືພຣະຄຣິດເຈົ້າ.16ຈາກພຣະອົງນັ້ນ ທົ່ວທັງຮ່າງກາຍໄດ້ເຊື່ອມຕໍ່ ແລະ ຕິດເຂົ້າກັນໂດຍເສັ້ນເອັນທຸກເສັ້ນ, ຈຶ່ງເຕີບໃຫຍ່ຂຶ້ນ ແລະ ເສີມສ້າງຕົນເອງຂຶ້ນໃນຄວາມຮັກ, ຂະນະທີ່ແຕ່ລະສ່ວນເຮັດໜ້າທີ່ຂອງຕົນ.ຄຳແນະນຳສຳລັບການດຳເນີນຊີວິດຂອງຄຣິສຕຽນ
17ເຫດສະນັ້ນ, ເຮົາຈຶ່ງຂໍບອກສິ່ງນີ້ ແລະ ຢືນຢັນສິ່ງນີ້ໃນນາມຂອງອົງພຣະຜູ້ເປັນເຈົ້າວ່າ ແຕ່ນີ້ຕໍ່ໄປພວກເຈົ້າຢ່າດຳເນີນຊີວິດເໝືອນດັ່ງຄົນຕ່າງຊາດອີກ, ຄືໃນຄວາມຄິດທີ່ບໍ່ມີປະໂຫຍດຂອງພວກເຂົາ.18ພວກເຂົາມີຄວາມມືດມົວໃນຄວາມເຂົ້າໃຈຂອງພວກເຂົາ ແລະ ຖືກແຍກຈາກຊີວິດຝ່າຍພຣະເຈົ້າເພາະຄວາມໂງ່ທີ່ຢູ່ໃນພວກເຂົາເນື່ອງຈາກໃຈທີ່ແຂງກະດ້າງຂອງພວກເຂົາ.19ບໍ່ມີຄວາມຢັ້ງຄິດ, ພວກເຂົາໄດ້ປ່ອຍຕົວໄປຕາມຕັນຫາ ມົວເມົາຢູ່ໃນຄວາມເປື້ອນເປິທຸກຢ່າງ ແລະ ພວກເຂົາເຕັມໄປດ້ວຍຄວາມໂລບ.20ເຖິງຢ່າງໃດກໍຕາມ, ນັ້ນບໍ່ແມ່ນວິທີທາງຂອງຊີວິດທີ່ພວກເຈົ້າໄດ້ຮຽນຮູ້21ເມື່ອພວກເຈົ້າໄດ້ຍິນເລື່ອງຂອງພຣະຄຣິດເຈົ້າ ແລະ ໄດ້ຮັບຄຳສັ່ງສອນເລື່ອງພຣະອົງຕາມຄວາມຈິງທີ່ຢູ່ໃນພຣະເຢຊູເຈົ້າ.22ພວກເຈົ້າໄດ້ຖືກສອນກ່ຽວກັບວິຖີຊີວິດເກົ່າຂອງພວກເຈົ້າ, ໃຫ້ຖອດຖິ້ມສະພາບມະນຸດຄົນເກົ່າຂອງພວກເຈົ້າ ເຊິ່ງກຳລັງຖືກເຮັດໃຫ້ເສື່ອມເສຍໄປໂດຍຄວາມປາຖະໜາອັນລໍ້ລວງຂອງມັນ;23ເພື່ອຮັບການສ້າງໃໝ່ໃນທັດສະນະຄະຕິຂອງຈິດໃຈຂອງພວກເຈົ້າ,24ແລະ ເພື່ອສວມສະພາບມະນຸດໃໝ່, ເຊິ່ງຖືກສ້າງຂຶ້ນໃຫ້ເປັນເໝືອນພຣະເຈົ້າໃນຄວາມຊອບທຳ ແລະ ຄວາມບໍລິສຸດທີ່ແທ້ຈິງ.25ເຫດສະນັ້ນ ພວກເຈົ້າແຕ່ລະຄົນຕ້ອງປະຖິ້ມຄວາມບໍ່ຈິງ ແລະ ຈົ່ງເວົ້າຄວາມຈິງຕໍ່ເພື່ອນບ້ານຂອງພວກເຈົ້າ, ເພາະພວກເຮົາທຸກຄົນເປັນອະໄວຍະວະໃນກາຍດຽວກັນ.26“ໃນຄວາມໃຈຮ້າຍຂອງພວກເຈົ້ານັ້ນຢ່າໄດ້ເຮັດບາບ”. ຢ່າໃຈຮ້າຍຢູ່ຈົນເຖິງຕາເວັນຕົກດິນ,27ແລະ ຢ່າປ່ອຍໂອກາດໃຫ້ມານຮ້າຍ.28ຜູ້ທີ່ເຄີຍລັກກໍຢ່າລັກອີກ, ແຕ່ຈົ່ງເຮັດວຽກ, ຈົ່ງໃຊ້ມືຂອງຕົນເຮັດສິ່ງທີ່ມີປະໂຫຍດ ເພື່ອຈະມີບາງສິ່ງແບ່ງປັນໃຫ້ແກ່ຜູ້ທີ່ມີຄວາມຈຳເປັນ.29ຢ່າໃຫ້ຄຳເວົ້າທີ່ບໍ່ສົມຄວນອອກຈາກປາກຂອງພວກເຈົ້າ, ແຕ່ໃຫ້ໃຊ້ຄຳເວົ້າອັນເປັນປະໂຫຍດເພື່ອເສີມສ້າງຜູ້ອື່ນຂຶ້ນຕາມຄວາມຕ້ອງການຂອງພວກເຂົາເທົ່ານັ້ນ, ເພື່ອຈະໄດ້ຜົນດີແກ່ບັນດາຜູ້ທີ່ຟັງ.30ແລະ ຢ່າເຮັດໃຫ້ພຣະວິນຍານບໍລິສຸດເຈົ້າຂອງພຣະເຈົ້າເສຍໃຈ ເພາະໂດຍພຣະວິນຍານນັ້ນພວກເຈົ້າໄດ້ຖືກປະທັບຕາໝາຍແລ້ວສຳລັບວັນແຫ່ງການໄຖ່ໃຫ້ພົ້ນ.31ຈົ່ງກຳຈັດຄວາມຂົມຂື່ນທັງໝົດ, ຄວາມໂກດແຄ້ນ ແລະ ຄວາມໃຈຮ້າຍ, ການຜິດຖຽງກັນ ແລະ ການໃສ່ຮ້າຍປ້າຍສີ ພ້ອມທັງການປອງຮ້າຍທຸກຮູບແບບ.32ຈົ່ງເມດຕາ ແລະ ເຫັນໃຈກັນແລະກັນ, ຍົກໂທດໃຫ້ກັນແລະກັນ, ເໝືອນດັ່ງທີ່ພຣະເຈົ້າໄດ້ຍົກໂທດໃຫ້ພວກເຈົ້າໃນພຣະຄິດເຈົ້າ.Biblica, Inc.