ເອເຟໂຊ3
ແຜນການອັນມະຫັດສະຈັນຂອງພຣະເຈົ້າເພື່ອຄົນຕ່າງຊາດ
1ດ້ວຍເຫດນີ້, ເຮົາຄືໂປໂລ ຜູ້ເປັນນັກໂທດຂອງພຣະຄຣິດເຈົ້າເຢຊູເພາະເຫັນແກ່ພວກເຈົ້າທີ່ເປັນຄົນຕ່າງຊາດ.2ແນ່ນອນ ພວກເຈົ້າຄົງໄດ້ຍິນເຖິງພາລະກິດແຫ່ງພຣະຄຸນຂອງພຣະເຈົ້າທີ່ໄດ້ໃຫ້ແກ່ເຮົາເພື່ອພວກເຈົ້າທັງຫລາຍ,3ຄືຂໍ້ລັບເລິກທີ່ກະທຳໃຫ້ເປັນທີ່ຮູ້ຈັກແກ່ເຮົາໂດຍການເປີດເຜີຍ, ເໝືອນດັ່ງທີ່ເຮົາໄດ້ຂຽນໄວ້ແລ້ວຢ່າງຫຍໍ້ໆ.4ເມື່ອພວກເຈົ້າອ່ານແລ້ວກໍຈະເຂົ້າໃຈເຖິງຄວາມຮູ້ແຈ້ງຂອງເຮົາໃນຄວາມລັບເລິກຂອງພຣະຄຣິດເຈົ້າ,5ເຊິ່ງບໍ່ໄດ້ກະທຳໃຫ້ເປັນທີ່ຮູ້ຈັກແກ່ປະຊາຊົນໃນຍຸກອື່ນໆ ເໝືອນດັ່ງໃນເວລານີ້ໄດ້ເປີດເຜີຍໂດຍພຣະວິນຍານແກ່ບັນດາອັກຄະສາວົກ ແລະ ຜູ້ທຳນວາຍບໍລິສຸດຂອງພຣະເຈົ້າ.6ຂໍ້ລັບເລິກນີ້ແມ່ນໂດຍທາງຂ່າວປະເສີດນັ້ນຄົນຕ່າງຊາດກໍເປັນທາຍາດຮ່ວມກັບຊົນອິດສະຣາເອນ, ເປັນອະໄວຍະວະຮ່ວມໃນກາຍດຽວກັນ ແລະ ເປັນຜູ້ມີສ່ວນຮ່ວມຮັບຕາມຄຳສັນຍາໃນພຣະຄຣິດເຈົ້າເຢຊູ.7ເຮົາໄດ້ກາຍເປັນຜູ້ຮັບໃຊ້ຂອງຂ່າວປະເສີດນີ້ໂດຍຂອງປະທານທີ່ມາຈາກພຣະຄຸນຂອງພຣະເຈົ້າທີ່ໄດ້ໃຫ້ແກ່ເຮົາໂດຍການທຳງານແຫ່ງລິດອຳນາດຂອງພຣະອົງ.8ເຖິງແມ່ນວ່າເຮົາເປັນຜູ້ຕ່ຳຕ້ອຍກວ່າຜູ້ເລັກນ້ອຍທີ່ສຸດຂອງບັນດາຄົນທັງໝົດຂອງພຣະເຈົ້າກໍຕາມ ພຣະຄຸນນີ້ກໍໄດ້ຖືກມອບໃຫ້ແກ່ເຮົາຄື: ເພື່ອປະກາດແກ່ບັນດາຄົນຕ່າງຊາດເຖິງຄວາມບໍລິບູນອັນຫາທີ່ປຽບບໍ່ໄດ້ຂອງພຣະຄຣິດເຈົ້າ,9ແລະ ໄດ້ກະທຳໃຫ້ທຸກຄົນເຫັນເຖິງພາລະກິດອັນເລິກລັບນີ້ຢ່າງຊັດເຈນ ເຊິ່ງຕະຫລອດຍຸກທີ່ຜ່ານມາໄດ້ຖືກເຊື່ອງຊ້ອນໄວ້ໃນພຣະເຈົ້າ, ຜູ້ທີ່ໄດ້ສ້າງສິ່ງທັງປວງ.10ຄວາມຕັ້ງໃຈຂອງພຣະອົງໃນເວລານີ້ຄື ປັນຍາອັນຫລວງຫລາຍຂອງພຣະເຈົ້າຄວນຈະເຮັດໃຫ້ເປັນທີ່ຮູ້ຈັກແກ່ບັນດາຜູ້ປົກຄອງ ແລະ ຜູ້ມີອຳນາດໃນສະຫວັນສະຖານ ຜ່ານທາງຄຣິສຕະຈັກ,11ຕາມຈຸດປະສົງອັນຖາວອນຂອງພຣະອົງທີ່ໄດ້ກະທຳໃຫ້ສຳເລັດໃນພຣະຄຣິດເຈົ້າເຢຊູອົງພຣະຜູ້ເປັນເຈົ້າຂອງພວກເຮົາ.12ໃນພຣະອົງ ແລະ ໂດຍຄວາມເຊື່ອໃນພຣະອົງ ພວກເຮົາຈຶ່ງຈະເຂົ້າໃກ້ພຣະເຈົ້າໄດ້ດ້ວຍເສລີພາບ ແລະ ຄວາມໝັ້ນໃຈ.13ເຫດສະນັ້ນ, ເຮົາຈຶ່ງຂໍຮ້ອງໃຫ້ພວກເຈົ້າຢ່າໄດ້ທໍ້ຖອຍໃຈຍ້ອນຄວາມທຸກຍາກລໍາບາກຂອງເຮົາເພື່ອພວກເຈົ້າ, ເຊິ່ງເປັນກຽດຂອງພວກເຈົ້າ.ຄຳອະທິຖານເພື່ອຊາວເອເຟໂຊ
14ດ້ວຍເຫດນີ້ ເຮົາຈຶ່ງຄຸເຂົ່າລົງຕໍ່ໜ້າພຣະບິດາເຈົ້າ,15ຜູ້ເປັນທີ່ມາຂອງທຸກຄອບຄົວ ໃນສະຫວັນ ແລະ ເທິງແຜ່ນດິນໂລກກໍມາຈາກນາມນັ້ນ.16ເຮົາອະທິຖານວ່າຈາກຄວາມອຸດົມສົມບູນອັນຮຸ່ງເຮືອງຂອງພຣະອົງ ຂໍໃຫ້ພຣະອົງເຮັດໃຫ້ພວກເຈົ້າເຂັ້ມແຂງຂຶ້ນດ້ວຍລິດອຳນາດຜ່ານທາງພຣະວິນຍານຂອງພຣະອົງທີ່ຢູ່ພາຍໃນພວກເຈົ້າ,17ເພື່ອວ່າພຣະຄຣິດເຈົ້າຈະສະຖິດຢູ່ໃນໃຈຂອງພວກເຈົ້າໂດຍທາງຄວາມເຊື່ອ. ແລະ ເຮົາອະທິຖານວ່າ, ເມື່ອພວກເຈົ້າໄດ້ວາງຮາກລົງ ແລະ ຕັ້ງໝັ້ນຄົງໃນຄວາມຮັກແລ້ວ,18ຈະມີລິດອຳນາດ ພ້ອມກັບຄົນບໍລິສຸດທັງປວງຂອງອົງພຣະຜູ້ເປັນເຈົ້າກໍຈະມີຄວາມສາມາດເຂົ້າໃຈເຖິງຄວາມກວ້າງ, ຄວາມຍາວ, ຄວາມສູງ ແລະ ຄວາມເລິກຂອງຄວາມຮັກຂອງພຣະຄຣິດເຈົ້າ,19ແລະ ຮູ້ຈັກຄວາມຮັກນີ້ທີ່ເກີນຄວາມຮູ້ ເພື່ອພວກເຈົ້າຈະເຕັມຂະໜາດຂອງຄວາມສົມບູນທັງໝົດຂອງພຣະເຈົ້າ.20ບັດນີ້ ຂໍຖວາຍກຽດແກ່ພຣະອົງຜູ້ສາມາດກະທຳທຸກສິ່ງເກີນກວ່າທີ່ພວກເຮົາຈະຂໍ ຫລື ຄິດໄດ້ຕາມລິດອຳນາດຂອງພຣະອົງທີ່ກະທຳການຢູ່ພາຍໃນພວກເຮົາ,21ຂໍໃຫ້ກຽດຈົ່ງມີແກ່ພຣະອົງໃນຄຣິສຕະຈັກ ແລະ ໃນພຣະຄຣິດເຈົ້າເຢຊູຕະຫລອດທຸກຍຸກ, ຕະຫລອດໄປເປັນນິດ! ອາແມນ.Biblica, Inc.