ເອເຟໂຊ5
1ເຫດສະນັ້ນ ພວກເຈົ້າທັງຫລາຍຈົ່ງເຮັດຕາມແບບຢ່າງຂອງພຣະເຈົ້າ ໃຫ້ສົມກັບເປັນບຸດທີ່ຮັກ2ແລະ ຈົ່ງເດີນໃນທາງແຫ່ງຄວາມຮັກ, ເໝືອນດັ່ງທີ່ພຣະຄຣິດເຈົ້າໄດ້ຮັກພວກເຮົາທັງຫລາຍ ແລະ ສະຫລະພຣະອົງເອງເພື່ອພວກເຮົາໃຫ້ເປັນເຄື່ອງຖວາຍທີ່ມີກິ່ນຫອມ ແລະ ຖວາຍບູຊາແກ່ພຣະເຈົ້າ.3ແຕ່ໃນທ່າມກາງພວກເຈົ້າຕ້ອງບໍ່ໃຫ້ມີແມ່ນແຕ່ເອີ່ຍເຖິງເລື່ອງການຜິດສິນທຳທາງເພດ ຫລື ຄວາມເປື້ອນເປິໃດໆ ຫລື ຄວາມໂລບ ເພາະສິ່ງເຫລົ່ານີ້ເປັນສິ່ງທີ່ບໍ່ເໝາະສົມສຳລັບບັນດາຄົນບໍລິສຸດຂອງພຣະເຈົ້າ.4ຫລື ບໍ່ຄວນເວົ້າລາມົກ, ເວົ້າບໍ່ມີແກ່ນສານ, ຫລື ເວົ້າຕະຫລົກຫຍາບຄາຍ ເຊິ່ງບໍ່ສົມຄວນ, ແຕ່ໃຫ້ຂອບພຣະຄຸນພຣະເຈົ້າກໍດີກວ່າ.5ສຳລັບສິ່ງນີ້ພວກເຈົ້າສາມາດແນ່ໃຈໄດ້ວ່າ: ຄົນຜິດສິນທຳ, ຄົນບໍ່ບໍລິສຸດ ຫລື ຄົນໂລບ ຄົນເຫລົ່ານີ້ເປັນຜູ້ຂາບໄຫວ້ຮູບເຄົາລົບ ຈະບໍ່ໄດ້ຮັບມໍລະດົກໃດໆໃນອານາຈັກຂອງພຣະຄຣິດເຈົ້າ ແລະ ຂອງພຣະເຈົ້າ. 6ຢ່າໃຫ້ຜູ້ໃດລໍ້ລວງພວກເຈົ້າດ້ວຍຄຳເວົ້າອັນໄຮ້ປະໂຫຍດ ເພາະຍ້ອນສິ່ງດັ່ງກ່າວນັ້ນຄວາມໂກດຮ້າຍຂອງພຣະເຈົ້າຈຶ່ງມາເຖິງບັນດາຜູ້ທີ່ບໍ່ເຊື່ອຟັງ.7ເຫດສະນັ້ນ ຢ່າເປັນຫຸ້ນສ່ວນກັບພວກເຂົາ.8ເພາະເມື່ອກ່ອນພວກເຈົ້າຢູ່ໃນຄວາມມືດ, ແຕ່ດຽວນີ້ພວກເຈົ້າເປັນຄວາມສະຫວ່າງໃນອົງພຣະຜູ້ເປັນເຈົ້າ. ຈົ່ງດຳເນີນຊີວິດເໝືອນດັ່ງລູກຂອງຄວາມສະຫວ່າງ9(ດ້ວຍວ່າຜົນຂອງຄວາມສະຫວ່າງປະກອບດ້ວຍຄວາມດີ, ຄວາມຊອບທຳ ແລະ ຄວາມຈິງທຸກຢ່າງ)10ແລະ ຈົ່ງພິສູດວ່າອັນໃດເປັນທີ່ອົງພຣະຜູ້ເປັນເຈົ້າພໍໃຈ.11ຢ່າມີສ່ວນກັບກິດຈະການຂອງຄວາມມືດທີ່ບໍ່ມີຜົນ, ແຕ່ຈົ່ງເປີດເຜີຍການກະທຳເຫລົ່ານັ້ນອອກມາກໍດີກວ່າ.12ເພາະແມ່ນແຕ່ເອີ່ຍເຖິງສິ່ງທີ່ຜູ້ບໍ່ເຊື່ອຟັງເຮັດໃນທີ່ລັບລີ້ນັ້ນກໍຍັງໜ້າອັບອາຍ.13ແຕ່ທຸກສິ່ງທີ່ຖືກເປີດເຜີຍອອກມາໂດຍຄວາມສະຫວ່າງກໍປາກົດແຈ້ງ ແລະ ທຸກສິ່ງທີ່ສ່ອງແສງອອກກໍກາຍເປັນຄວາມສະຫວ່າງ.14ດ້ວຍເຫດນີ້ຈຶ່ງມີຄຳກ່າວວ່າ:“ຄົນທີ່ຫລັບເອີຍ, ຈົ່ງຕື່ນຂຶ້ນ,ຈົ່ງຟື້ນຄືນມາຈາກຄວາມຕາຍ,ແລະ ພຣະຄຣິດເຈົ້າຈະສ່ອງສະຫວ່າງໃສ່ເຈົ້າ”.15ດັ່ງນັ້ນ ພວກເຈົ້າທັງຫລາຍຈົ່ງລະວັງໃນການດຳເນີນຊີວິດໃຫ້ດີ ຢ່າດຳເນີນຊີວິດເໝືອນຄົນໄຮ້ປັນຍາ ແຕ່ຈົ່ງດຳເນີນຊີວິດໃຫ້ເໝືອນຄົນມີປັນຍາ,16ຈົ່ງຮູ້ຈັກໃຊ້ທຸກໂອກາດ ເພາະເວລານີ້ເປັນຍຸກຊົ່ວຮ້າຍ.17ເຫດສະນັ້ນ ຢ່າເປັນຄົນໂງ່ ແຕ່ຈົ່ງເຂົ້າໃຈຄວາມປະສົງຂອງອົງພຣະຜູ້ເປັນເຈົ້າວ່າເປັນຢ່າງໃດ.18ຢ່າເມົາເຫລົ້າອະງຸ່ນທີ່ພາໃຫ້ເສຍຄົນ. ແຕ່ຈົ່ງເຕັມລົ້ນດ້ວຍພຣະວິນຍານບໍລິສຸດເຈົ້າກໍດີກວ່າ.19ຈົ່ງສົນທະນາກັນດ້ວຍເພງສັນລະເສີນ, ເພງນະມັດສະການ ແລະ ບົດເພງຈາກພຣະວິນຍານ. ຈົ່ງຮ້ອງ ແລະ ບັນເລງເພງຈາກຈິດໃຈຂອງພວກເຈົ້າຖວາຍແກ່ອົງພຣະຜູ້ເປັນເຈົ້າ,20ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າພຣະບິດາຢູ່ສະເໝີສຳລັບທຸກສິ່ງໃນນາມຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ.21ຈົ່ງຍອມເຊື່ອຟັງກັນແລະກັນດ້ວຍຄວາມຢຳເກງພຣະຄຣິດເຈົ້າ.
ຄຳສັ່ງສອນສຳລັບຄອບຄົວຄຣິສຕຽນ
22ຝ່າຍເມຍທັງຫລາຍ ຈົ່ງຍອມເຊື່ອຟັງຜົວຂອງຕົນເໝືອນດັ່ງທີ່ພວກເຈົ້າຍອມເຊື່ອຟັງອົງພຣະຜູ້ເປັນເຈົ້າ,23ເພາະຜົວເປັນຫົວຂອງເມຍເໝືອນດັ່ງທີ່ພຣະຄຣິດເຈົ້າເປັນຫົວຂອງຄຣິສຕະຈັກ, ກາຍຂອງພຣະອົງ ພຣະອົງຍັງເປັນພຣະຜູ້ຊ່ວຍໃຫ້ພົ້ນ.24ບັດນີ້ ຂະນະທີ່ຄຣິສຕະຈັກຍອມເຊື່ອຟັງພຣະຄຣິດເຈົ້າ, ດັ່ງນັ້ນ ເມຍກໍຄວນຍອມເຊື່ອຟັງຜົວຂອງຕົນໃນທຸກສິ່ງເໝືອນກັນ.25ຝ່າຍຜົວທັງຫລາຍ ຈົ່ງຮັກເມຍຂອງຕົນ ເໝືອນດັ່ງທີ່ພຣະຄຣິດເຈົ້າຮັກຄຣິສຕະຈັກ ແລະ ໄດ້ສະຫລະພຣະອົງເອງເພື່ອຄຣິສຕະຈັກ26ເພື່ອເຮັດໃຫ້ຄຣິສຕະຈັກບໍລິສຸດໂດຍການຊຳລະ ຄຣິສຕະຈັກນັ້ນດ້ວຍນ້ຳຜ່ານທາງພຣະຄຳ,27ແລະ ເພື່ອຖວາຍຄຣິສຕະຈັກນັ້ນແກ່ພຣະອົງເອງເປັນຄຣິສຕະຈັກທີ່ສະຫງ່າງາມ, ປາດສະຈາກຮອຍດ່າງ ຫລື ຮອຍຫຍໍ່ ຫລື ຕຳໜິໃດໆ ແຕ່ບໍລິສຸດ ແລະ ບໍ່ມີຕຳໜິ.28ດັ່ງນັ້ນແຫລະ ຜົວຈຶ່ງຄວນຮັກເມຍຂອງຕົນເໝືອນດັ່ງຮັກຮ່າງກາຍຂອງຕົນເອງ. ຜູ້ທີ່ຮັກເມຍຂອງຕົນກໍຮັກຕົນເອງ.29ເຖິງຢ່າງໃດກໍຕາມ ບໍ່ມີຜູ້ໃດກຽດຊັງຮ່າງກາຍຂອງຕົນເອງ, ແຕ່ພວກເຂົາລ້ຽງດູ ແລະ ທະນຸຖະໜອມຮ່າງກາຍຂອງພວກເຂົາເໝືອນດັ່ງພຣະຄຣິດເຈົ້າກະທຳແກ່ຄຣິສຕະຈັກ.30ເພາະວ່າພວກເຮົາທັງຫລາຍເປັນອະໄວຍະວະໃນກາຍຂອງພຣະອົງ.31“ດ້ວຍເຫດນີ້ ຜູ້ຊາຍຈຶ່ງອອກຈາກພໍ່ແມ່ຂອງຕົນໄປຜູກພັນຢູ່ກັບເມຍຂອງຕົນ ແລະ ທັງສອງກໍເປັນກາຍດຽວກັນ”. 32ນີ້ແມ່ນຄວາມເລິກລັບອັນເລິກເຊິ່ງ ແຕ່ຂ້າພະເຈົ້າກຳລັງເວົ້າເຖິງພຣະຄຣິດເຈົ້າ ແລະ ຄຣິສຕະຈັກ.33ເຖິງຢ່າງໃດກໍຕາມ ພວກເຈົ້າແຕ່ລະຄົນຕ້ອງຮັກເມຍຂອງຕົນເໝືອນດັ່ງຮັກຕົນເອງ ແລະ ເມຍກໍຕ້ອງເຄົາລົບຜົວຂອງຕົນ.Biblica, Inc.