ປັນຍາຈານ9

ປາຍທາງ​ຮ່ວມ​ກັນ​ຂອງ​ທຸກ​ຄົນ

1ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ຄິດ​ຕຶກຕອງ​ສິ່ງ​ທັງໝົດ​ນີ້ ແລະ ສະຫລຸບ​ໄດ້​ວ່າ ທັງ​ຄົນ​ຊອບທຳ​ກັບ​ຄົນ​ສະຫລາດ ແລະ ການ​ກະທຳ​ຂອງ​ພວກເຂົາ​ແມ່ນ​ລ້ວນ​ແຕ່​ຢູ່​ໃນ​ມື​ຂອງ​ພຣະເຈົ້າ, ແຕ່​ບໍ່​ມີ​ຜູ້ໃດ​ຮູ້​ວ່າ​ຄວາມ​ຮັກ ຫລື ຄວາມ​ກຽດຊັງ​ລໍຖ້າ​ພວກເຂົາ​ຢູ່.2ທຸກ​ຄົນ​ມີ​ຈຸດໝາຍ​ປາຍທາງ​ດຽວ​ກັນ ບໍ່​ວ່າ​ຄົນ​ຊອບທຳ ຫລື ຄົນ​ຊົ່ວ, ຄົນ​ດີ ຫລື ຄົນ​ບໍ່ດີ, ຄົນ​ບໍ່ເປັນມົນທິນ ຫລື ຄົນ​ເປັນ​ມົນທິນ, ຄົນ​ຖວາຍ​ເຄື່ອງບູຊາ ແລະ ຄົນ​ບໍ່​ຖວາຍ.ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ຄົນ​ດີ​ສັນໃດກໍ​ເກີດ​ຂຶ້ນ​ກັບ​ຄົນ​ບາບ​ສັນນັ້ນ;ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ຄົນ​ທີ່​ກ່າວ​ຄຳ​ສາບານ​ສັນໃດກໍ​ເກີດ​ຂຶ້ນ​ກັບ​ຄົນ​ທີ່​ຢ້ານ​ທີ່​ຈະ​ສາບານ​ສັນນັ້ນ.
3ນີ້​ເປັນ​ສິ່ງ​ຊົ່ວຮ້າຍ​ໃນ​ທຸກ​ສິ່ງ​ທີ່​ເກີດ​ຂຶ້ນ​ພາຍໃຕ້​ດວງ​ຕາເວັນ​ຄື: ທຸກຄົນ​ມີ​ປາຍທາງ​ດຽວ​ກັນ. ຫລາຍ​ກວ່າ​ນັ້ນ, ຈິດໃຈ​ຂອງ​ຄົນ​ທັງຫລາຍ​ແມ່ນ​ເຕັມ​ໄປ​ດ້ວຍ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ບ້າ​ຕະຫລອດ​ຊີວິດ​ຂອງ​ຕົນ ແລະ ຫລັງຈາກນັ້ນ ພວກເຂົາ​ກໍ​ຕາຍ​ຕາມ​ຄົນ​ອື່ນ​ໄປ.4ມີ​ຄວາມຫວັງ​ສຳລັບ​ຄົນ​ເປັນ​ເທົ່າ​ນັ້ນ ແມ່ນ​ແຕ່​ໝາ​ເປັນໆ ກໍ​ຍັງ​ດີ​ກວ່າ​ໂຕສິງ​ທີ່​ຕາຍ​ແລ້ວ!5ເພາະ​ຄົນ​ເປັນ​ຮູ້​ວ່າ​ຕົນ​ຈະ​ຕ້ອງ​ຕາຍ,ແຕ່​ຄົນ​ຕາຍ​ບໍ່​ຮູ້​ອັນໃດ​ເລີຍ;ພວກເຂົາ​ບໍ່​ມີ​ລາງວັນ​ຕໍ່ໄປ,ແລະ ແມ່ນ​ແຕ່​ຊື່​ຂອງ​ພວກເຂົາ​ກໍ​ຖືກ​ລືມ.6ຄວາມ​ຮັກ​ຂອງ​ພວກເຂົາ, ຄວາມ​ກຽດຊັງ​ຂອງ​ພວກເຂົາແລະ ຄວາມ​ອິດສາ​ຂອງ​ພວກເຂົາ​ໄດ້​ຜ່ານ​ພົ້ນ​ໄປ​ແຕ່​ດົນນານ;ພວກເຂົາ​ຈະ​ບໍ່​ມີ​ສ່ວນ​ຮ່ວມ​ກັບ​ສິ່ງ​ໃດໆທີ່​ເກີດ​ຂຶ້ນ​ພາຍໃຕ້​ດວງ​ຕາເວັນ​ອີກ.
7ດັ່ງນັ້ນ ຈົ່ງ​ໄປ, ກິນ​ອາຫານ​ຂອງ​ເຈົ້າ​ດ້ວຍ​ຄວາມ​ຍິນດີ ແລະ ດື່ມ​ເຫລົ້າ​ອະງຸ່ນ​ຂອງ​ເຈົ້າ​ດ້ວຍ​ໃຈ​ຊື່ນຊົມຍິນດີ, ເພາະ​ພຣະເຈົ້າ​ອະນຸຍາດ​ສິ່ງ​ທີ່​ເຈົ້າ​ເຮັດ​ແລ້ວ.8ຈົ່ງ​ນຸ່ງ​ເຄື່ອງນຸ່ງ​ສີ​ຂາວ​ສະເໝີ ແລະ ທາ​ຫົວ​ຂອງ​ເຈົ້າ​ດ້ວຍ​ນ້ຳມັນ.9ຈົ່ງ​ມີ​ຄວາມສຸກ​ກັບ​ເມຍ​ທີ່​ເຈົ້າ​ຮັກ ຕະຫລອດ​ວັນ​ແຫ່ງ​ຊີວິດ​ອະນິຈັງ ເຊິ່ງ​ພຣະເຈົ້າ​ໄດ້​ໃຫ້​ແກ່​ເຈົ້າ​ພາຍໃຕ້​ດວງ​ຕາເວັນ. ເພາະ​ນີ້​ຄື​ສ່ວນ​ໃນ​ຊີວິດ​ຂອງ​ເຈົ້າ ແລະ ໃນ​ການ​ເຮັດ​ວຽກ​ໜັກ​ພາຍໃຕ້​ດວງ​ຕາເວັນ​ຂອງ​ເຈົ້າ.10ມື​ຂອງ​ເຈົ້າ​ເຮັດ​ອັນໃດ​ກໍ​ຕາມ ກໍ​ຈົ່ງ​ເຮັດ​ສິ່ງ​ນັ້ນ​ຢ່າງ​ເຕັມ​ກຳລັງ​ຂອງ​ເຈົ້າ, ເພາະ​ໃນ​ແດນ​ຄົນຕາຍ​ທີ່​ເຈົ້າ​ກຳລັງ​ຈະ​ໄປ​ນັ້ນ, ບໍ່​ມີ​ການງານ ຫລື ການ​ວາງແຜນ ບໍ່​ມີ​ຄວາມ​ຮູ້ ຫລື ສະຕິປັນຍາ.
11ຂ້າພະເຈົ້າ​ໄດ້​ເຫັນ​ສິ່ງ​ອື່ນ​ອີກ​ພາຍໃຕ້​ດວງ​ຕາເວັນ​ຄື:ຄົນ​ວ່ອງໄວ​ບໍ່​ຊະນະ​ການ​ແລ່ນ​ແຂ່ງ​ກັນ​ສະເໝີ​ໄປຄົນ​ແຂງແຮງ​ບໍ່​ຊະນະ​ເສິກ​ສະເໝີ​ໄປ,ຫລື ບໍ່​ແມ່ນ​ວ່າ​ຄົນ​ສະຫລາດ​ຈະ​ໄດ້​ອາຫານຫລື ບໍ່​ແມ່ນ​ວ່າ​ຊັບສົມບັດ​ຈະ​ເປັນ​ຂອງ​ຄົນ​ທີ່​ຍອດຢ້ຽມຫລື ບໍ່​ແມ່ນ​ວ່າ​ຜູ້​ຮູ້​ຈະ​ໄດ້​ຮັບ​ຄວາມ​ພໍໃຈ;ແຕ່​ເວລາ ແລະ ໂອກາດ​ມາ​ເຖິງ​ພວກເຂົາ​ທຸກ​ຄົນ.
12ຫລາຍ​ກວ່າ​ນັ້ນ, ບໍ່​ມີ​ຜູ້ໃດ​ຮູ້​ວ່າ​ເວລາ​ຂອງ​ຕົນ​ຈະ​ມາ​ເຖິງ​ເມື່ອ​ໃດ:ເໝືອນ​ປາ​ທີ່​ຕິດ​ຢູ່​ໃນ​ມອງ,ຫລື ນົກ​ທີ່​ຕິດ​ຢູ່​ໃນ​ບ້ວງແຮ້ວ,ດັ່ງນັ້ນ ຄົນ​ທັງຫລາຍ​ກໍ​ຕິດ​ກັບດັກ​ຊ່ວງ​ເວລາ​ແຫ່ງ​ຄວາມ​ຊົ່ວ​ຮ້າຍ.ທີ່​ຕົກ​ໃສ່​ພວກເຂົາ​ໂດຍ​ບໍ່​ຄາດຄິດ.

ສະຕິປັນຍາ​ດີ​ກວ່າ​ຄວາມ​ໂງ່​ຈ້າ

13ຂ້າພະເຈົ້າ​ຍັງ​ໄດ້​ເຫັນ​ຕົວຢ່າງ​ຂອງ​ສະຕິປັນຍາ​ພາຍ​ໃຕ້​ດວງ​ຕາເວັນ ເຊິ່ງ​ຂ້າພະເຈົ້າ​ປະທັບໃຈ​ຫລາຍ14ຄື​ມີ​ເມືອງ​ນ້ອຍໆ​ແຫ່ງ​ໜຶ່ງ​ທີ່​ມີ​ຄົນ​ອາໄສ​ຢູ່​ໜ້ອຍ​ດຽວ. ແລ້ວ​ກໍ​ມີ​ກະສັດ​ຜູ້​ມີ​ອໍານາດ​ຄົນ​ໜຶ່ງ​ໄດ້​ມາ​ໂຈມຕີ​ເມືອງ​ນີ້, ອ້ອມ​ເມືອງ​ນັ້ນ​ໄວ້ ແລະ ສ້າງ​ກຳແພງ​ໃຫຍ່​ອ້ອມຮອບ​ເມືອງ​ໄວ້.15ໃນ​ເມືອງ​ນັ້ນ​ມີ​ຊາຍ​ທຸກຍາກ​ຄົນ​ໜຶ່ງ​ແຕ່​ສະຫລາດ ແລະ ລາວ​ໄດ້​ຊ່ວຍ​ເມືອງ​ນັ້ນ​ໄວ້​ດ້ວຍ​ສະຕິປັນຍາ​ຂອງ​ລາວ, ແຕ່​ບໍ່​ມີ​ຜູ້ໃດ​ລະນຶກ​ເຖິງ​ຊາຍ​ທຸກຍາກ​ຄົນ​ນັ້ນ.16ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ເວົ້າ​ວ່າ, “ສະຕິປັນຍາ​ແມ່ນ​ດີ​ກວ່າ​ກຳລັງ”. ແຕ່​ສະຕິປັນຍາ​ຂອງ​ຊາຍ​ທຸກຍາກ​ກໍ​ຖືກ​ດູຖູກ ແລະ ຄຳເວົ້າ​ຂອງ​ລາວ​ກໍ​ບໍ່​ມີ​ຜູ້ໃດ​ຮັບ​ຟັງ.17ຖ້ອຍ​ຄຳ​ເບົາໆ​ຂອງ​ຄົນ​ສະຫລາດ​ກໍ​ໜ້າ​ຟັງຫລາຍ​ກວ່າ​ສຽງ​ຮ້ອງ​ຂອງ​ຜູ້ປົກຄອງ​ຂອງ​ຄົນ​ໂງ່​ຈ້າ.18ສະຕິປັນຍາ​ແມ່ນ​ເໜືອ​ກວ່າ​ອາວຸດ​ສົງຄາມ,ແຕ່​ຄົນ​ບາບ​ຄົນ​ດຽວ​ກໍ​ທຳລາຍ​ຄົນ​ດີ​ຈຳນວນ​ຫລວງຫລາຍ.

Biblica, Inc.

https://app.library.bible/content/eab9312f9f16b3a2