ປັນຍາຈານ8
1ຄົນໃດທີ່ເປັນເໝືອນຄົນສະຫລາດ?ຄົນໃດທີ່ຮູ້ຄຳອະທິບາຍຂອງສິ່ງຕ່າງໆ?ສະຕິປັນຍາຂອງຄົນເຮັດໃຫ້ໜ້າຕາຂອງຕົນເຮົາແຈ່ມໃສແລະ ເຮັດໃຫ້ສີໜ້າແຂງກະດ້າງປ່ຽນໄປ.
ເຊື່ອຟັງກະສັດ
2ຈົ່ງເຊື່ອຟັງຄໍາສັ່ງຂອງກະສັດ, ເພາະເຈົ້າໄດ້ປະຕິຍານໄວ້ຕໍ່ໜ້າພຣະເຈົ້າ.3ຢ່າຟ້າວອອກໄປໃຫ້ພົ້ນໜ້າກະສັດ. ຢ່າຢືນການປົກປ້ອງສິ່ງທີ່ບໍ່ດີ, ເພາະກະສັດຈະເຮັດສິ່ງໃດກໍໄດ້ຕາມຄວາມພໍໃຈຂອງເພິ່ນ.4ເນື່ອງຈາກຄໍາເວົ້າຂອງກະສັດມີອຳນາດສູງສຸດ, ຜູ້ໃດຈະກ້າເວົ້າກັບເພິ່ນວ່າ, “ທ່ານກໍາລັງເຮັດຫຍັງ?”5ຜູ້ໃດກໍຕາມຟັງຄຳສັ່ງຂອງກະສັດຈະບໍ່ພົບອັນຕະລາຍ,ແລະ ຈິດໃຈຂອງຄົນມີປັນຍາຍ່ອມຮູ້ຈັກເວລາ ແລະ ວິທີທີ່ເໝາະສົມ.6ເພາະມີເວລາ ແລະ ວິທີທີ່ເໝາະສົມສຳລັບທຸກສິ່ງ,ເຖິງວ່າຄົນໜຶ່ງຈະຈົມຢູ່ກັບຄວາມທຸກຍາກຢ່າງໜັກໜ່ວງກໍຕາມ.7ເນື່ອງຈາກບໍ່ມີຜູ້ໃດຮູ້ຈັກອະນາຄົດ,ຜູ້ໃດສາມາດບອກໄດ້ວ່າຈະມີອັນໃດເກີດຂຶ້ນ?8ບໍ່ມີຜູ້ໃດມີອໍານາດເໜືອລົມທີ່ຈະຄວບຄຸມລົມໄດ້ສັນໃດ,ດັ່ງນັ້ນ ຈຶ່ງບໍ່ມີຜູ້ໃດມີອຳນາດເໜືອວັນຕາຍຂອງຕົນສັນນັ້ນ.ຍາມສົງຄາມຈະບໍ່ມີຜູ້ໃດປົດປະຈຳການສັນໃດຄວາມຊົ່ວຮ້າຍກໍຈະບໍ່ຍອມປ່ອຍຄົນຊົ່ວສັນນັ້ນ.9ຂ້າພະເຈົ້າໄດ້ເຫັນມາໝົດແລ້ວ, ເມື່ອຂ້າພະເຈົ້າໃສ່ໃຈກັບທຸກສິ່ງທີ່ໄດ້ພາກັນເຮັດພາຍໃຕ້ດວງຕາເວັນ. ກໍພົບວ່າມີບາງເທື່ອເມື່ອຄົນຂຶ້ນມີອຳນາດເໜືອຄົນອື່ນ ແຕ່ກັບເປັນໄພແກ່ຕົນເອງ. 10ຫລັງຈາກນັ້ນ ແລ້ວຂ້າພະເຈົ້າກໍໄດ້ເຫັນບັນດາຄົນຊົ່ວຮ້າຍຖືກຝັງ ຄືບັນດາຄົນທີ່ເຂົ້າອອກໃນສະຖານບໍລິສຸດ ແລະ ໄດ້ຮັບການຍົກຍ້ອງ ໃນເມືອງທີ່ພວກເຂົາໄດ້ເຮັດຊົ່ວນັ້ນ. ນີ້ກໍອະນິຈັງ.11ເມື່ອອາຊະຍາກອນຍັງບໍ່ໄດ້ຖືກຕັດສິນລົງໂທດຢ່າງໄວວາ, ຈິດໃຈຂອງຄົນທັງຫລາຍກໍເຕັມໄປດ້ວຍກົນອຸບາຍທີ່ຈະເຮັດຜິດ.12ເຖິງແມ່ນວ່າຄົນຊົ່ວຈະກໍ່ອາຊະຍາກຳເປັນຮ້ອຍຄັ້ງອາດມີຊີວິດຢູ່ຍືນຍາວ, ຂ້າພະເຈົ້າຮູ້ແນ່ນອນວ່າບັນດາຜູ້ທີ່ຢຳເກງພຣະເຈົ້າທີ່ຢູ່ຕໍ່ໜ້າພຣະອົງຍ່ອມໄດ້ດີກວ່າ.13ເນື່ອງຈາກຄົນຊົ່ວບໍ່ຢຳເກງພຣະເຈົ້າ, ພວກເຂົາກໍຈະບໍ່ໄດ້ດີ ແລະ ວັນຄືນຂອງພວກເຂົາກໍຈະບໍ່ຍືນຍາວເໝືອນເງົາ.14ມີສິ່ງອະນິຈັງອີກຢ່າງທີ່ເກີດຂຶ້ນໃນໂລກນີ້ຄື: ຄົນຊອບທຳໄດ້ຮັບຜົນທີ່ຄົນຊົ່ວສົມຄວນໄດ້ຮັບ. ແຕ່ຄົນຊົ່ວກັບໄດ້ຮັບຜົນທີ່ຄົນຊອບທຳສົມຄວນໄດ້ຮັບ. ຂ້າພະເຈົ້າກ່າວວ່າ, ນີ້ກໍອະນິຈັງ.15ດັ່ງນັ້ນ ຂ້າພະເຈົ້າຈຶ່ງສະໜັບສະໜູນໃຫ້ມ່ວນຊື່ນກັບຊີວິດ, ເພາະສຳລັບມະນຸດທີ່ຢູ່ພາຍໃຕ້ດວງຕາເວັນແລ້ວ ບໍ່ມີອັນໃດດີໄປກວ່າການກິນກັບການດື່ມ ແລະ ຍິນດີ. ດັ່ງນັ້ນ ຄວາມຊື່ນຊົມຍິນດີຈະຢູ່ຄຽງຂ້າງພວກເຂົາໄປໃນການງານເຮັດວຽກໜັກຂອງພວກເຂົາຕະຫລອດວັນຄືນແຫ່ງຊີວິດ ເຊິ່ງພຣະເຈົ້າໄດ້ມອບໃຫ້ແກ່ພວກເຂົາພາຍໃຕ້ດວງຕາເວັນ.16ເມື່ອຂ້າພະເຈົ້າໃສ່ໃຈທີ່ຈະຮູ້ຈັກສະຕິປັນຍາ ແລະ ສັງເກດງານຕ່າງໆທີ່ເຮັດໃນໂລກນີ້ ຄົນທັງຫລາຍອົດນອນທັງເວັນທັງຄືນ17ແລ້ວຂ້າພະເຈົ້າກໍເຫັນທຸກສິ່ງທີ່ພຣະເຈົ້າໄດ້ເຮັດ. ບໍ່ມີຜູ້ໃດເຂົ້າໃຈສິ່ງທີ່ເປັນໄປພາຍໃຕ້ດວງຕາເວັນ. ເຖິງແມ່ນວ່າຈະສະແຫວງຫາດ້ວຍຄວາມພາກພຽນທັງໝົດ, ແຕ່ກໍບໍ່ມີຜູ້ໃດພົບຄວາມໝາຍ. ເຖິງແມ່ນວ່າຄົນສະຫລາດອ້າງວ່າຕົນຮູ້, ພວກເຂົາກໍຍັງບໍ່ໄດ້ເຂົ້າໃຈຢ່າງແທ້ຈິງ.Biblica, Inc.