ປັນຍາຈານ10
1ແມງວັນຕາຍເຮັດໃຫ້ນ້ຳຫອມມີກິ່ນເໝັນສັນໃດ,ຄວາມໂງ່ຈ້າເລັກນ້ອຍກໍບັ່ນທອນສະຕິປັນຍາ ແລະ ກຽດສັນນັ້ນ.2ໃຈຂອງຄົນສະຫລາດອ່ຽງໄປທາງທີ່ຖືກຕ້ອງ,ສ່ວນໃຈຂອງຄົນໂງ່ກໍອ່ຽງໄປທາງຊົ່ວຮ້າຍ.3ແມ່ນແຕ່ຄົນໂງ່ຍ່າງໄປຕາມຫົນທາງ,ພວກເຂົາກໍຂາດສຳນຶກແລະ ເຮັດໃຫ້ຄົນເບິ່ງອອກວ່າພວກເຂົາໂງ່ປານໃດ.4ຖ້າເຈົ້ານາຍໃຈຮ້າຍໃຫ້ເຈົ້າ,ຢ່າຟ້າວຖິ້ມຕຳແໜ່ງໄປ;ເພາະຄວາມສະຫງົບກຳຈັດຄວາມຜິດຮ້າຍແຮງໄດ້.5ຂ້າພະເຈົ້າໄດ້ເຫັນຄວາມຊົ່ວຮ້າຍອີກຢ່າງໜຶ່ງພາຍໃຕ້ດວງຕາເວັນ,ເປັນຄວາມຜິດທີ່ເກີດຂຶ້ນຈາກຜູ້ຄອບຄອງ;6ຄືໃຫ້ຄົນໂງ່ໄດ້ຕຳແໜ່ງສູງ,ຂະນະທີ່ຄົນຮັ່ງມີຢູ່ໃນຕຳແໜ່ງທີ່ຕ່ຳຕ້ອຍ.7ຂ້າພະເຈົ້າເຫັນຂ້າທາດນັ່ງເທິງຫລັງມ້າ,ຂະນະທີ່ເຈົ້ານາຍຍ່າງໄປເໝືອນຂ້າທາດ.8ຄົນໃດກໍຕາມທີ່ຂຸດຂຸມກໍອາດຈະຕົກລົງໄປໃນຂຸມ;ຄົນໃດກໍຕາມທີ່ຮື້ກຳແພງກໍອາດຈະຖືກງູກັດ.9ຄົນໃດກໍຕາມທີ່ສະກັດຫີນກໍອາດໄດ້ຮັບບາດເຈັບເພາະຫີນ;ຄົນໃດກໍຕາມທີ່ເລື່ອຍທ່ອນໄມ້ກໍອາດໄດ້ຮັບອັນຕະລາຍຈາກທ່ອນໄມ້ເຫລົ່ານັ້ນ.10ຖ້າຂວານປູ້ແລະ ຂວານບໍ່ໄດ້ລັບໃຫ້ຄົມ,ເວລາໃຊ້ກໍຕ້ອງອອກແຮງຫລາຍຂຶ້ນ,ແຕ່ຄວາມຊຳນານຈະນຳຄວາມສຳເລັດມາໃຫ້.11ໝໍງູບໍ່ໄດ້ຮັບຄ່າຈ້າງ,ຖ້າງູກັດກ່ອນທີ່ຈະສະກົດມັນໄດ້.12ຖ້ອຍຄຳຈາກປາກຂອງຄົນສະຫລາດນັ້ນໜ້າຟັງ,ແຕ່ຄົນໂງ່ຈິບຫາຍເພາະປາກຂອງຕົນເອງ.13ພໍແຕ່ເລີ່ມເວົ້າກໍສະແດງຄວາມໂງ່;ເມື່ອເວົ້າຈົບກໍຍິ່ງບ້າຫລາຍ14ແລະ ຄົນໂງ່ກໍເວົ້າໄປແບບບໍ່ຮູ້ຈົບ.ບໍ່ມີຜູ້ໃດຮູ້ວ່າຈະເກີດອັນໃດຂຶ້ນຜູ້ໃດຈະບອກຄົນອື່ນໄດ້ວ່າຈະເກີດຫຍັງຂຶ້ນໃນພາຍຫລັງ?15ການເຮັດວຽກໜັກຂອງຄົນໂງ່ກໍເຮັດໃຫ້ພວກເຂົາອ່ອນແຮງ;ພວກເຂົາບໍ່ຮູ້ຈັກທາງເຂົ້າເມືອງ.16ວິບັດແກ່ເຈົ້າ ແຜ່ນດິນທີ່ມີກະສັດເປັນຄົນຮັບໃຊ້ ແລະ ບັນດາເຈົ້ານາຍກິນລ້ຽງກັນຕັ້ງແຕ່ເຊົ້າ.17ຄວາມສຸກມີແກ່ເຈົ້າ ແຜ່ນດິນທີ່ມີກະສັດຜູ້ສູງສົ່ງແລະ ເຈົ້ານາຍກິນດື່ມໃນເວລາທີ່ເໝາະສົມເພື່ອໃຫ້ມີກຳລັງ ແລະ ບໍ່ແມ່ນເພື່ອມືນເມົາ.18ຫລັງຄາຂຸພັງລົງເພາະຄວາມຂີ້ຄ້ານເພາະງໍມືງໍຕີນ ເຮືອນກໍຮົ່ວ.19ງານລ້ຽງເຮັດໃຫ້ມີສຽງຫົວຂັວນ,ເຫລົ້າອະງຸ່ນເຮັດໃຫ້ຊີວິດມ່ວນຊື່ນ,ແລະ ເງິນຄືຄຳຕອບສຳລັບທຸກສິ່ງ.20ຢ່າປ້ອຍດ່າກະສັດແມ່ນແຕ່ໃນຄວາມຄິດຂອງເຈົ້າ,ຫລື ປ້ອຍດ່າຄົນຮັ່ງມີຢູ່ໃນຫ້ອງນອນຂອງເຈົ້າ,ເພາະນົກໃນທ້ອງຟ້າອາດຈະຄາບຄໍາເວົ້າຂອງເຈົ້າໄປ,ແລະ ນົກທີ່ບິນຢູ່ອາດຈະລາຍງານສິ່ງທີ່ເຈົ້າເວົ້າ.
Biblica, Inc.