ປັນຍາຈານ7
ສະຕິປັນຍາ
1ຊື່ສຽງດີມີຄ່າຍິ່ງກວ່ານ້ຳຫອມລາຄາແພງ,ແລະ ວັນຕາຍກໍດີກວ່າວັນເກີດ.2ໄປເຮືອນທີ່ມີການໄວ້ທຸກກໍດີກວ່າໄປເຮືອນທີ່ມີງານລ້ຽງ,ເພາະຄວາມຕາຍເປັນຈຸດໝາຍປາຍທາງຂອງທຸກຄົນ;ຜູ້ທີ່ຍັງມີຊີວິດຢູ່ຄວນເອົາໃຈໃສ່ໃນຂໍ້ນີ້.3ຄວາມຫງຸດຫງິດດີກວ່າຫົວຂັວນ,ເພາະໃບໜ້າໂສກເສົ້າກໍເປັນຜົນດີສຳລັບຈິດໃຈ.4ໃຈແບບຄົນສະຫລາດພົບໄດ້ໃນເຮືອນທີ່ມີຄວາມໂສກເສົ້າ,ແຕ່ໃຈແບບຄົນໂງ່ພົບໄດ້ໃນເຮືອນທີ່ມີຄວາມມ່ວນຊື່ນ.5ຟັງຄຳຕຳໜິຂອງຄົນສະຫລາດກໍດີກວ່າຟັງຄົນໂງ່ຮ້ອງເພງ.6ສຽງຫົວຂັວນຂອງຄົນໂງ່,ກໍເໝືອນສຽງແຕກຂອງໜາມທີ່ຢູ່ໃນໄຟກ້ອງໝໍ້.ນີ້ກໍອະນິຈັງ.7ການກົດຂີ່ຂົ່ມເຫັງປ່ຽນຄົນສະຫລາດໃຫ້ເປັນຄົນໂງ່,ແລະ ສິນບົນກໍເຮັດໃຫ້ຈິດໃຈເສື່ອມຊາມ.8ຕອນຈົບດີກວ່າຕອນເລີ່ມ,ແລະ ຄວາມອົດທົນກໍດີກວ່າຄວາມຈອງຫອງ.9ຢ່າປ່ອຍໃຫ້ໃຈຂອງເຈົ້າຄຽດງ່າຍ,ເພາະຄວາມຄຽດຢູ່ໃນໃຈຂອງຄົນໂງ່.10ຢ່າຖາມວ່າ, “ເປັນຫຍັງສະໄໝກ່ອນຈຶ່ງດີກວ່າດຽວນີ້?”ເພາະນັ້ນບໍ່ແມ່ນຄຳຖາມທີ່ສະຫລາດເລີຍ.11ສະຕິປັນຍາເປັນສິ່ງທີ່ດີຄືກັນກັບມໍລະດົກແລະ ເປັນປະໂຫຍດແກ່ຜູ້ທີ່ເຫັນຕາເວັນ.12ສະຕິປັນຍາເປັນບ່ອນກຳບັງເໝືອນດັ່ງເງິນທີ່ເປັນບ່ອນກຳບັງ,ແຕ່ຂໍ້ໄດ້ດີຂອງສະຕິປັນຍາຄວາມຮູ້ກໍຄື:ສະຕິປັນຍາຮັກສາຊີວິດຂອງຜູ້ມີປັນຍາໄວ້.13ຈົ່ງພິຈາລະນາເບິ່ງສິ່ງທີ່ພຣະເຈົ້າໄດ້ເຮັດ:ສິ່ງທີ່ພຣະອົງໄດ້ເຮັດໃຫ້ຄົດຜູ້ໃດຈະເຮັດໃຫ້ຊື່ໄດ້?14ຈົ່ງສຸກໃຈໃນຍາມດີ;ແຕ່ເມື່ອເຖິງຍາມທຸກຍາກກໍຈົ່ງສຳນຶກວ່າ:ພຣະເຈົ້າໄດ້ສ້າງທັງຍາມດີແລະ ຍາມຮ້າຍ.ເຫດສະນັ້ນ, ຈຶ່ງບໍ່ມີຜູ້ໃດສາມາດຮູ້ກ່ຽວກັບອະນາຄົດຂອງຕົນໄດ້.15ໃນຊີວິດອະນິຈັງຂອງຂ້າພະເຈົ້າ ຂ້າພະເຈົ້າໄດ້ເຫັນທັງສອງສິ່ງນີ້ວ່າ:ຄົນຊອບທຳຕ້ອງພິນາດຈິບຫາຍທັງທີ່ຊອບທຳ,ແລະ ຄົນຊົ່ວຮ້າຍກໍອາຍຸຍືນທັງທີ່ຊົ່ວຮ້າຍ.16ຢ່າເປັນຄົນຊອບທຳເກີນໄປ,ແລະ ເປັນຄົນສະຫລາດເກີນໄປຈະທຳລາຍຕົນເອງເຮັດຫຍັງ?17ຢ່າຊົ່ວຮ້າຍເກີນໄປແລະ ຢ່າເປັນຄົນໂງ່ຈ້າເປັນຫຍັງຈະຕ້ອງຕາຍກ່ອນກຳນົດຂອງຕົນ?18ເປັນການດີທີ່ຈະຢຶດຖືສິ່ງໜຶ່ງໄວ້ແລະ ບໍ່ປ່ອຍໃຫ້ອີກສິ່ງໜຶ່ງຫລຸດມືໄປ.ຜູ້ທີ່ຢຳເກງພຣະເຈົ້າຈະຫລີກເວັ້ນເລື່ອງທັງໝົດນີ້ໄປໄດ້. 19ສະຕິປັນຍາເຮັດໃຫ້ຄົນສະຫລາດມີອຳນາດຫລາຍຂຶ້ນກວ່າຜູ້ມີອຳນາດປົກຄອງເມືອງສິບຄົນ,20ແທ້ຈິງແລ້ວ, ບໍ່ມີຈັກຄົນໃນໂລກນີ້ທີ່ຊອບທຳ,ບໍ່ມີຜູ້ໃດທີ່ເຮັດແຕ່ສິ່ງທີ່ຖືກຕ້ອງ ແລະ ບໍ່ເຄີຍເຮັດບາບເລີຍ.21ຢ່າເອົາໃຈໃສ່ທຸກຖ້ອຍຄຳທີ່ຄົນອື່ນເວົ້າ,ບໍ່ດັ່ງນັ້ນ ເຈົ້າອາດໄດ້ຍິນຄົນໃຊ້ຂອງເຈົ້າສາບແຊ່ງເຈົ້າ22ເພາະເຈົ້າກໍຮູ້ຢູ່ແກ່ໃຈຂອງເຈົ້າວ່າຕົນເອງສາບແຊ່ງຄົນອື່ນຫລາຍຄັ້ງ.23ທັງໝົດນີ້ຂ້າພະເຈົ້າທົດສອບດ້ວຍສະຕິປັນຍາ ແລະ ຂ້າພະເຈົ້າໄດ້ເວົ້າວ່າ,“ເຮົາຕັ້ງໃຈຈະເປັນຄົນສະຫລາດ”ແຕ່ມັນກໍໄກເກີນກວ່າເຮົາຈະເອື້ອມ.24ອັນໃດກໍຕາມທີ່ມີຢູ່ນັ້ນ ມັນຊ່າງໄກ ແລະ ເລິກເຊິ່ງທີ່ສຸດຜູ້ໃດຈະຄົ້ນພົບໄດ້?25ດັ່ງນັ້ນ ຂ້າພະເຈົ້າຈຶ່ງມຸ່ງຫາຄວາມເຂົ້າໃຈ,ສືບ ແລະ ຊອກຫາສະຕິປັນຍາກັບສາເຫດຂອງສິ່ງຕ່າງໆແລະ ເຂົ້າໃຈຄວາມໂງ່ຂອງຄວາມຊົ່ວຮ້າຍແລະ ຄວາມບ້າຂອງຄວາມໂງ່ຈ້າ.26ຂ້າພະເຈົ້າພົບສິ່ງທີ່ຂົມຂື່ນຍິ່ງກວ່າຄວາມຕາຍກໍຄືແມ່ຍິງທີ່ເປັນກັບດັກ,ເຊິ່ງມີຫົວໃຈເປັນບ້ວງແຮ້ວແລະ ມືຂອງນາງຄືໂສ້.ຄົນທີ່ພຣະເຈົ້າພໍໃຈຈະຫລຸດພົ້ນຈາກນາງ,ແຕ່ນາງຈະດັກຄົນບາບໄວ້.27ປັນຍາຈານ ກ່າວວ່າ, “ເບິ່ງແມ, ຂ້າພະເຈົ້າໄດ້ຄົ້ນພົບສິ່ງນີ້ຄື:“ການເອົາສິ່ງໜຶ່ງມາຕິດຕໍ່ກັນກັບອີກສິ່ງເພື່ອຫາສາເຫດ28ຂະນະທີ່ຄົ້ນຫາຢູ່ແຕ່ຍັງບໍ່ພົບຂ້າພະເຈົ້າກໍພົບວ່າ ໃນໜຶ່ງພັນຄົນຈະມີຜູ້ຊາຍທ່ຽງທຳຄົນໜຶ່ງ,ແຕ່ບໍ່ມີແມ່ຍິງທ່ຽງທຳຈັກຄົນ.29ຂ້າພະເຈົ້າພົບແຕ່ພຽງວ່າ:ພຣະເຈົ້າໄດ້ສ້າງມະນຸດໃຫ້ທ່ຽງທຳ,ແຕ່ພວກເຂົາສັນຫາກົນອຸບາຍຫລາຍຢ່າງ”.Biblica, Inc.