ປັນຍາຈານ6

1ຂ້າພະເຈົ້າ​ໄດ້​ເຫັນ​ຄວາມ​ຊົ່ວຮ້າຍ​ອີກ​ຢ່າງ​ໜຶ່ງ​ພາຍໃຕ້​ດວງ​ຕາເວັນ ແລະ ມັນ​ໜັກ​ຫລາຍ​ສຳລັບ​ມວນມະນຸດ2ຄື​ພຣະເຈົ້າ​ໄດ້​ມອບ​ຄວາມ​ຮັ່ງມີ, ຊັບສົມບັດ ແລະ ກຽດ​ໃຫ້​ແກ່​ບາງຄົນ, ຈົນ​ພວກເຂົາ​ມີ​ທຸກ​ສິ່ງ​ທີ່​ໃຈ​ຂອງ​ພວກເຂົາ​ປາຖະໜາ, ແຕ່​ພຣະເຈົ້າ​ບໍ່​ໄດ້​ໃຫ້​ຄວາມ​ສາມາດ​ໃນ​ການ​ຊື່ນຊົມ​ສິ່ງເຫລົ່າ​ນັ້ນ​ໃຫ້​ແກ່​ພວກເຂົາ ແລະ ແຕ່​ມີ​ຄົນ​ແປກໜ້າ​ມາ​ຊື່ນຊົມ​ແທນ. ນີ້​ກໍ​ອະນິຈັງ, ຊົ່ວຮ້າຍ​ທີ່​ໜ້າ​ເສົ້າໃຈ.
3ບາງຄົນ​ອາດ​ມີ​ລູກ​ຫລານ​ເປັນ​ຮ້ອຍ​ຄົນ ແລະ ມີ​ອາຍຸ​ຍືນຍາວ; ແຕ່​ບໍ່​ວ່າ​ຈະ​ອາຍຸ​ຍືນຍາວ​ປານໃດ, ຖ້າ​ບໍ່​ສາມາດ​ຊື່ນຊົມ​ຄວາມ​ຮັ່ງມີ​ຂອງ​ຕົນ ແລະ ບໍ່​ໄດ້​ຮັບ​ການ​ຈັດ​ງານ​ສົບ​ຢ່າງ​ສົມ​ກຽດ​ແລ້ວ, ຂ້າພະເຈົ້າ​ຂໍ​ບອກ​ວ່າ​ເດັກນ້ອຍ​ທີ່​ຕາຍ​ຕັ້ງ​ແຕ່​ເກີດ​ກໍ​ຍັງ​ດີ​ກວ່າ​ລາວ​ອີກ.4ເດັກນ້ອຍ​ນັ້ນ​ເກີດ​ມາ​ຢ່າງ​ໄຮ້​ຄວາມໝາຍ, ຈາກ​ໄປ​ໃນ​ຄວາມ​ມືດ ແລະ ຊື່​ນັ້ນ​ກໍ​ຖືກ​ຄຸມ​ໄວ້​ໃນ​ຄວາມ​ມືດ.5ລາວ​ບໍ່​ເຄີຍ​ເຫັນ​ແສງ​ຕາເວັນ ຫລື ຮັບ​ຮູ້​ສິ່ງ​ໃດ ກໍ​ຍັງ​ໄດ້​ພັກສະຫງົບ​ຫລາຍ​ກວ່າ​ຄົນ​ນັ້ນ6ເຖິງ​ແມ່ນ​ວ່າ​ລາວ​ມີ​ອາຍຸ​ຍືນ​ສອງ​ພັນ​ປີ​ກໍ​ຕາມ ແຕ່​ບໍ່​ໄດ້​ຊື່ນຊົມ​ກັບ​ຄວາມ​ຈະເລີນ​ຮຸ່ງເຮືອງ​ຂອງ​ຕົນ. ທຸກຄົນ​ລ້ວນ​ໄປ​ບ່ອນ​ດຽວ​ກັນ​ບໍ່​ແມ່ນ​ບໍ?7ທຸກຄົນ​ເຮັດ​ວຽກ​ໜັກ​ກໍ​ເພື່ອ​ປາກ​ທ້ອງ​ຂອງ​ຕົນ,ແຕ່​ຄວາມ​ຢາກ​ຂອງ​ພວກເຂົາ​ກໍ​ບໍ່​ເຄີຍ​ອິ່ມ.8ຄົນ​ສະຫລາດ​ໄດ້​ປຽບ​ຄົນ​ໂງ່​ບ່ອນ​ໃດ?ຄົນ​ທຸກຍາກ​ທີ່​ຮູ້​ວ່າ​ຄວນ​ເຮັດ​ຕົນ​ເອງ​ຢ່າງ​ໃດ​ຕໍ່ໜ້າ​ຄົນ​ອື່ນກໍ​ມີ​ປະໂຫຍດ​ອັນໃດ?9ມີ​ເທົ່າ​ທີ່​ຕາ​ເຫັນກໍ​ດີ​ກວ່າ​ຢາກ​ໄດ້​ຕະຫລອດ.ນີ້​ກໍ​ອະນິຈັງ,ເໝືອນ​ແລ່ນ​ໄລ່​ຕາມ​ລົມ.
10ສິ່ງ​ໃດ​ທີ່​ມີ​ຢູ່ ກໍ​ລ້ວນ​ແຕ່​ຖືກ​ລະບຸ​ຊື່​ໄວ້​ກ່ອນ​ແລ້ວ,ແລະ ມະນຸດ​ເປັນ​ຢ່າງ​ໃດ​ກໍ​ຮູ້​ກັນ​ຢູ່​ແລ້ວ;ບໍ່​ມີ​ຜູ້ໃດ​ສາມາດ​ໂຕ້​ແຍ້ງກັບ​ຜູ້​ທີ່​ແຂງແຮງ​ກວ່າ​ຕົນ​ໄດ້.11ຍິ່ງ​ເວົ້າ​ຫລາຍ​ຄຳ,ຍິ່ງ​ຫລຸດ​ຜ່ອນ​ຄວາມຫມາຍ,ແລ້ວ​ຈະ​ເປັນ​ປະໂຫຍດ​ກັບ​ຜູ້ໃດ?
12ເພາະ​ຜູ້ໃດ​ແດ່​ຈະ​ຮູ້​ວ່າ​ອັນໃດ​ດີ​ສຳລັບ​ຄົນ​ໜຶ່ງ ໃນ​ຊ່ວງ​ຊີວິດ​ອັນ​ສັ້ນ ແລະ ຄືນ​ວັນ​ອັນ​ອະນິຈັງ​ທີ່​ຜ່ານ​ພົ້ນ​ໄປ​ເໝືອນ​ເງົາ? ຜູ້ໃດ​ຈະ​ບອກ​ພວກເຂົາ​ໄດ້​ວ່າ​ຫລັງ​ຈາກ​ພວກເຂົາ​ຈາກ​ໄປ​ແລ້ວ​ຈະ​ມີ​ອັນໃດ​ເກີດ​ຂຶ້ນ​ພາຍໃຕ້​ດວງ​ຕາເວັນ?

Biblica, Inc.

https://app.library.bible/content/eab9312f9f16b3a2