ປັນຍາຈານ5
ຈົ່ງເຮັດຕາມຄໍາປະຕິຍານຕໍ່ພຣະເຈົ້າ
1ຈົ່ງລະມັດລະວັງແຕ່ລະບາດກ້າວຂອງເຈົ້າເມື່ອເຈົ້າໄປທີ່ເຮືອນຂອງພຣະເຈົ້າ, ເຂົ້າໄປຟັງໃກ້ໆກໍດີກວ່າຖວາຍເຄື່ອງບູຊາແບບຄົນໂງ່, ເຊິ່ງບໍ່ຮູ້ວ່າຕົນເອງເຮັດຜິດ.2ຢ່າປາກໄວ,ຢ່າຟ້າວຮ້ອນໃຈຫລຸດປາກກ່າວຕໍ່ໜ້າພຣະເຈົ້າ.ພຣະເຈົ້າຢູ່ໃນຟ້າສະຫວັນແລະເຈົ້າຢູ່ໃນໂລກ,ດັ່ງນັ້ນ ຈົ່ງເວົ້າໃຫ້ໜ້ອຍ.3ຍິ່ງກັງວົນຫລາຍກໍຝັນຫລາຍ,ແລະ ການເວົ້າຫລາຍກໍຍິ່ງບົ່ງບອກວ່າໂງ່.4ເມື່ອເຈົ້າປະຕິຍານຕໍ່ພຣະເຈົ້າແລ້ວ, ຈົ່ງຟ້າວເຮັດຕາມນັ້ນ. ພຣະເຈົ້າບໍ່ມັກຄົນໂງ່; ຈົ່ງເຮັດຕາມທີ່ເຈົ້າໄດ້ປະຕິຍານໄວ້.5ບໍ່ປະຕິຍານກໍຍັງດີກວ່າປະຕິຍານແລ້ວບໍ່ເຮັດຕາມ.6ຢ່າໃຫ້ປາກຂອງເຈົ້າພາເຈົ້າຫລົງເຮັດບາບ ແລະ ຢ່າແກ້ໂຕກັບຜູ້ນຳຂ່າວຂອງພຣະເຈົ້າວ່າ, “ຂ້າພະເຈົ້າປະຕິຍານໄປໂດຍບໍ່ຕັ້ງໃຈ”. ເປັນຫຍັງຈຶ່ງຕ້ອງເຮັດໃຫ້ພຣະເຈົ້າໃຈຮ້າຍໃນສິ່ງທີ່ເຈົ້າເວົ້າ ແລະ ທໍາລາຍວຽກງານຈາກມືຂອງເຈົ້າ?7ຝັນຫລາຍ ແລະ ເວົ້າຫລາຍກໍອະນິຈັງ. ດັ່ງນັ້ນ ຈົ່ງຢຳເກງພຣະເຈົ້າ.ຄວາມຮັ່ງມີກໍອະນິຈັງ
8ຖ້າເຈົ້າເຫັນຄົນທຸກຍາກຖືກກົດຂີ່ຂົ່ມເຫັງໃນເຂດໜຶ່ງ ແລະ ເຫັນຄວາມຍຸຕິທຳ ແລະ ສິດທິຖືກປະຕິເສດ, ຢ່າປະຫລາດໃຈໃນສິ່ງເຫລົ່ານັ້ນ: ເພາະເຈົ້າໜ້າທີ່ກໍຖືກຈັບຕາເບິ່ງ ແລະ ຍັງມີນາຍທີ່ສູງກວ່າພວກເຂົາໄປອີກ.9ທຸກຄົນຕ່າງກໍເອົາປະໂຫຍດຈາກແຜ່ນດິນ; ກະສັດເອງໄດ້ປະໂຫຍດຈາກທົ່ງນາ.10ຄົນໃດກໍຕາມທີ່ຮັກເງິນກໍບໍ່ເຄີຍພໍ;ຄົນໃດກໍຕາມທີ່ຮັກຊັບສົມບັດກໍບໍ່ເຄີຍພໍໃຈກັບລາຍໄດ້ຂອງຕົນ.ນີ້ກໍອະນິຈັງ.11ເມື່ອມີສິ່ງຂອງເພີ່ມຂຶ້ນ,ຄົນບໍລິໂພກກໍເພີ່ມຂຶ້ນ.ແລະ ຄົນທີ່ເປັນເຈົ້າຂອງຈະໄດ້ປະໂຫຍດອັນໃດນອກຈາກເບິ່ງເປັນຂວັນຕາ?12ກຳມະກອນນອນຫລັບສະບາຍ,ບໍ່ວ່າພວກເຂົາໄດ້ກິນຫລາຍ ຫລື ໄດ້ກິນໜ້ອຍ,ແຕ່ສຳລັບຄົນຮັ່ງມີ ສິ່ງຂອງອັນເຫລືອເຟືອຂອງພວກເຂົານັ້ນກໍເຮັດໃຫ້ພວກເຂົານອນບໍ່ຫລັບ.13ຂ້າພະເຈົ້າໄດ້ເຫັນຄວາມຊົ່ວຮ້າຍທີ່ໜ້າເສົ້າໃຈພາຍໃຕ້ດວງຕາເວັນຄື:ຊັບສົມບັດທີ່ສະສົມໄວ້ຈົນເປັນໄພແກ່ເຈົ້າຂອງ,14ຫລື ຊັບສົມບັດທີ່ສູນໄປເນື່ອງຈາກເຄາະຮ້າຍບາງຢ່າງ,ດັ່ງນັ້ນ ເມື່ອພວກເຂົາມີລູກຫລາຍກໍບໍ່ເຫລືອມໍລະດົກໄວ້ສຳລັບພວກເຂົາ.15ທຸກຄົນເກີດມາຈາກທ້ອງແມ່ໂຕເປົ່າຢ່າງໃດພວກເຂົາກໍຈະຈາກໄປຢ່າງນັ້ນ.ພວກເຂົາເອົາຫຍັງຈາກການເຮັດວຽກໜັກຂອງພວກເຂົາຕິດມືຂອງຕົນໄປນໍາບໍ່ໄດ້.16ນີ້ກໍເປັນຄວາມຊົ່ວຮ້າຍທີ່ໜ້າເສົ້າໃຈ:ຄືທຸກຄົນມາຢ່າງໃດ ກໍຈະຈາກໄປຢ່າງນັ້ນ,ແລ້ວພວກເຂົາໄດ້ປະໂຫຍດອັນໃດ,ທີ່ພວກເຂົາເຮັດວຽກໜັກເພື່ອສິ່ງທີ່ໄຮ້ປະໂຫຍດ?17ຕະຫລອດວັນເວລາຂອງພວກເຂົາ ພວກເຂົາກິນຢູ່ໃນຄວາມມືດ,ມີແຕ່ຄວາມຫງຸດຫງິດ, ຄວາມທຸກໃຈ ແລະ ຄວາມໃຈຮ້າຍຫລາຍ.18ແລ້ວຂ້າພະເຈົ້າໄດ້ສັງເກດວ່າດີຄື: ສົມຄວນທີ່ມະນຸດຈະກິນ, ຈະດື່ມ ແລະ ພໍໃຈໃນການເຮັດວຽກຂອງພວກເຂົາພາຍໃຕ້ດວງຕາເວັນຕະຫລອດຊ່ວງຊີວິດສັ້ນໆທີ່ພຣະເຈົ້າໄດ້ມອບໃຫ້ພວກເຂົາ ເພາະນີ້ເປັນສ່ວນຂອງພວກເຂົາ.19ຫລາຍກວ່ານັ້ນ, ເມື່ອພຣະເຈົ້າມອບຄວາມຮັ່ງມີ, ຊັບສົມບັດ ແລະ ຄວາມສາມາດໃນການຊື່ນຊົມສິ່ງເຫລົ່ານັ້ນ, ກໍຍອມຮັບສ່ວນແບ່ງຂອງພວກເຂົາ ແລະ ມີຄວາມສຸກໃນການເຮັດວຽກໜັກຂອງຕົນ ນີ້ຄືຂອງຂັວນຈາກພຣະເຈົ້າ.20ພວກເຂົາບໍ່ຄ່ອຍໄດ້ຄິດເຖິງວັນຄືນແຫ່ງຊີວິດຂອງຕົນ, ເພາະພຣະເຈົ້າເຮັດໃຫ້ຈິດໃຈຂອງພວກເຂົາມີແຕ່ຄວາມຊື່ນໃຈ.Biblica, Inc.