ປັນຍາຈານ4
ການຂົ່ມເຫັງ, ການເຮັດວຽກໜັກ, ການຂາດມິດ
1ແລ້ວຂ້າພະເຈົ້າໄດ້ເບິ່ງ ແລະ ໄດ້ເຫັນການກົດຂີ່ຂົ່ມເຫັງທັງໝົດທີ່ເກີດຂຶ້ນພາຍໃຕ້ດວງຕາເວັນອີກຄັ້ງ:ຂ້າພະເຈົ້າໄດ້ເຫັນນ້ຳຕາຂອງຄົນທີ່ຖືກກົດຂີ່ຂົ່ມເຫັງແລະ ບໍ່ມີຜູ້ໃດໜູນໃຈພວກເຂົາ.ອຳນາດທັງຫລາຍກໍຢູ່ໃນມືຂອງຄົນທີ່ກົດຂີ່ຂົ່ມເຫັງພວກເຂົາແລະ ບໍ່ມີຜູ້ໃດໜູນໃຈພວກເຂົາ.2ແລະ ຂ້າພະເຈົ້າຈຶ່ງປະກາດວ່າຄົນຕາຍ,ຜູ້ທີ່ຕາຍໄປແລ້ວ,ກໍມີຄວາມສຸກຫລາຍກວ່າຄົນເປັນເຊິ່ງຍັງຕ້ອງມີຊີວິດຢູ່.3ແຕ່ດີກວ່າຄົນທັງສອງປະເພດນັ້ນ,ກໍຄືຜູ້ທີ່ບໍ່ເຄີຍເກີດມາ,ເຊິ່ງບໍ່ເຄີຍເຫັນຄວາມຊົ່ວຮ້າຍທີ່ພາກັນເຮັດມາພາຍໃຕ້ດວງຕາເວັນ.4ແລະ ຂ້າພະເຈົ້າໄດ້ເຫັນວ່າວຽກໜັກ ແລະ ຄວາມສຳເລັດທັງໝົດເກີດຂຶ້ນຈາກຄວາມອິດສາຂອງຄົນອື່ນ. ນີ້ກໍອະນິຈັງ, ເໝືອນແລ່ນໄລ່ຕາມລົມ.5ຄົນໂງ່ງໍມືງໍຕີນແລະ ທຳລາຍຕົນເອງ.6ມີຊັບພຽງເລັກນ້ອຍແຕ່ມີຄວາມສະຫງົບສຸກກໍດີກວ່າມີເຕັມສອງມືແຕ່ຕ້ອງເຮັດວຽກໜັກແລະ ກໍຄືແລ່ນໄລ່ຕາມລົມ.7ຂ້າພະເຈົ້າຍັງໄດ້ເຫັນສິ່ງທີ່ອະນິຈັງພາຍໃຕ້ດວງຕາເວັນ:8ຄື ຊາຍຄົນໜຶ່ງຢູ່ຕາມລຳພັງ;ລາວບໍ່ມີລູກ ບໍ່ມີພີ່ນ້ອງ.ລາວມີເຮັດວຽກໜັກຢູ່ບໍ່ເຊົາ,ເຖິງປານນັ້ນ ຕາຂອງລາວກໍບໍ່ພໍໃຈກັບຊັບສົມບັດທີ່ຕົນມີ.ລາວໄດ້ຖາມຕົນເອງວ່າ, “ຂ້ອຍຈະເຮັດວຽກໜັກໄປເພື່ອຜູ້ໃດ,ແລະ ຂ້ອຍຍອມເສຍຄວາມສຸກໄປເຮັດຫຍັງ?”ນີ້ກໍອະນິຈັງເໝືອນກັນເປັນເລື່ອງທີ່ໜ້າສັງເວດ!9ສອງຄົນກໍດີກວ່າຄົນດຽວ,ເພາະວ່າພວກເຂົາຈະໄດ້ຮັບຜົນຕອບແທນຈາກການເຮັດວຽກຂອງພວກເຂົາທີ່ດີກວ່າ:10ຖ້າຄົນໜຶ່ງໃນພວກເຂົາລົ້ມລົງ,ອີກຄົນໜຶ່ງກໍສາມາດຊ່ວຍລາວໃຫ້ລຸກຂຶ້ນໄດ້.ແຕ່ສົງສານຄົນທີ່ລົ້ມລົງແລະ ບໍ່ມີຜູ້ໃດຊ່ວຍພວກເຂົາໃຫ້ລຸກຂຶ້ນໄດ້.11ນອກຈາກນີ້, ຖ້າສອງຄົນນອນນຳກັນ, ພວກເຂົາກໍອົບອຸ່ນໄດ້.ແຕ່ຄົນທີ່ນອນຄົນຢູ່ດຽວຈະອົບອຸ່ນໄດ້ຢ່າງໃດ?12ຄົນດຽວອາດຖືກປາບລົງໄດ້,ສອງຄົນກໍປົກປ້ອງກັນໄດ້.ເຊືອກສາມກຽວຍ່ອມບໍ່ຂາດງ່າຍໆ.ຄວາມກ້າວໜ້າກໍອະນິຈັງ
13ເປັນຄົນໜຸ່ມທຸກຍາກແຕ່ສະຫລາດ ກໍດີກວ່າກະສັດຊະລາແຕ່ໂງ່ຈ້າທີ່ບໍ່ໃສ່ໃຈຟັງຄຳເຕືອນ.14ໜຸ່ມຄົນນັ້ນອາດມາຈາກການເປັນຄົນຄຸກສູ່ການເປັນກະສັດ ຫລື ລາວອາດຈະເກີດມາເປັນຄົນທຸກຍາກໃນອານາຈັກຂອງລາວເອງ.15ຂ້າພະເຈົ້າໄດ້ເຫັນບັນດາຜູ້ທີ່ມີຊີວິດ ແລະ ດຳເນີນຢູ່ພາຍໃຕ້ດວງຕາເວັນຕິດຕາມຊາຍໜຸ່ມຄົນນັ້ນ, ຜູ້ສືບທອດບັນລັງຂອງກະສັດ.16ຄົນທັງຫລາຍມາພົບພວກເຂົາໂດຍບໍ່ຂາດ. ແຕ່ບັນດາຄົນລຸ້ນຕໍ່ໄປກໍຂຶ້ນມາ ແລະ ບໍ່ຍອມຮັບ. ນີ້ກໍອະນິຈັງ, ເໝືອນແລ່ນໄລ່ຕາມລົມ.Biblica, Inc.