ປັນຍາຈານ3
ມີເວລາສຳລັບທຸກສິ່ງ
1ມີເວລາສຳລັບທຸກສິ່ງແລະ ມີລະດູການສໍາລັບກິດຈະກໍາທຸກຢ່າງພາຍໃຕ້ຟ້າສະຫວັນນີ້.2ມີເວລາເກີດ ແລະ ມີເວລາຕາຍ,ມີເວລາປູກ ແລະ ມີເວລາຖອນ,3ມີເວລາຂ້າ ແລະ ມີເວລາຢຽວຢາຮັກສາ,ມີເວລາສໍາລັບຮື້ຖອນ ແລະ ມີເວລາສ້າງຂຶ້ນ,4ມີເວລາຮ້ອງໄຫ້ ແລະ ມີເວລາຫົວຂັວນ,ມີເວລາໄວ້ທຸກ ແລະ ມີເວລາຟ້ອນລຳ,5ມີເວລາກະຈາຍກ້ອນຫີນ ແລະ ມີເວລາຮວບຮວມກ້ອນຫີນ,ມີເວລາໂອບກອດ ແລະ ມີເວລາບໍ່ໂອບກອດ,6ມີເວລາສະແຫວງຫາ ແລະ ມີເວລາເລີກລາ,ມີເວລາທະນຸຖະໜອມ ແລະ ມີເວລາຖິ້ມໄປ,7ມີເວລາຈີກຂາດ ແລະ ມີເວລາຫຍິບ,ມີເວລາມິດງຽບ ແລະ ມີເວລາເວົ້າ,8ມີເວລາຮັກ ແລະ ມີເວລາກຽດຊັງ,ມີເວລາສົງຄາມ ແລະ ມີເວລາສັນຕິ.9ຄົນເຮັດວຽກໄດ້ຫຍັງຈາກການເຮັດວຽກໜັກ?10ຂ້າພະເຈົ້າໄດ້ເຫັນພາລະທີ່ພຣະເຈົ້າວາງໃຫ້ມະນຸດ.11ພຣະອົງໄດ້ເຮັດໃຫ້ທຸກສິ່ງງົດງາມຕາມເວລາຂອງມັນ. ພຣະອົງຍັງໄດ້ວາງນິລັນການໄວ້ໃນໃຈຂອງມະນຸດ; ເຖິງປານນັ້ນ ມະນຸດກໍບໍ່ສາມາດຢັ່ງຮູ້ເຖິງສິ່ງທີ່ພຣະເຈົ້າໄດ້ເຮັດຕັ້ງແຕ່ຕົ້ນຈົນຈົບໄດ້.12ຂ້າພະເຈົ້າຮູ້ວ່າສຳລັບຄົນບໍ່ມີຫຍັງດີໄປກວ່າການມີຄວາມສຸກ ແລະ ເຮັດຄວາມດີຂະນະທີ່ຍັງມີຊີວິດຢູ່.13ແຕ່ລະຄົນຈະໄດ້ກິນກັບດື່ມ ແລະ ພໍໃຈໃນການເຮັດວຽກຢ່າງໜັກໜ່ວງຂອງຕົນ ເພາະນີ້ເປັນຂອງຂວັນຈາກພຣະເຈົ້າ.14ຂ້າພະເຈົ້າຮູ້ວ່າທຸກສິ່ງທີ່ພຣະເຈົ້າເຮັດຈະດຳລົງຢູ່ຕະຫລອດໄປ; ບໍ່ສາມາດເພີ່ມເຕີມອັນໃດເຂົ້າໄປ ຫລື ຕັດອັນໃດອອກໄດ້. ພຣະເຈົ້າເຮັດເພື່ອຄົນທັງຫລາຍຢຳເກງພຣະອົງ.15ອັນໃດກໍຕາມທີ່ເປັນຢູ່ ແລະ ອັນໃດທີ່ຈະເກີດຂຶ້ນກໍເປັນຢູ່ມາກ່ອນແລ້ວ;ແລະ ພຣະເຈົ້າຈະນຳອະດີດມາພິພາກສາອີກ. 16ແລະ ຫລາຍກວ່ານັ້ນ ພາຍໃຕ້ດວງຕາເວັນ ຂ້າພະເຈົ້າຍັງໄດ້ເຫັນອີກວ່າ:ໃນສະຖານທີ່ແຫ່ງການພິພາກສາ ກໍມີຄວາມຊົ່ວຮ້າຍຢູ່ນຳ,ໃນສະຖານທີ່ແຫ່ງຄວາມຍຸຕິທຳ ກໍມີຄວາມຊົ່ວຮ້າຍຢູ່ນໍາ.17ຂ້າພະເຈົ້າໄດ້ເວົ້າກັບຕົນເອງວ່າ,“ພຣະເຈົ້າຈະພິພາກສາທັງຄົນຊອບທຳ ແລະ ຄົນຊົ່ວ,ເພາະຈະມີເວລາສຳລັບທຸກເລື່ອງ,ມີເວລາສຳລັບພິພາກສາການກະທຳທຸກຢ່າງ”.18ຂ້າພະເຈົ້າໄດ້ເວົ້າກັບຕົນເອງອີກວ່າ, “ສຳລັບມະນຸດ, ພຣະເຈົ້າທົດສອບພວກເຂົາ ເພື່ອພວກເຂົາຈະເຫັນວ່າຕົນເອງເປັນເໝືອນສັດ.19ຊະຕາກຳຂອງມະນຸດກໍເໝືອນຂອງສັດຢ່າງແນ່ນອນ; ທັງສອງມີຊາຕາກໍາກັນຄື: ຝ່າຍໜຶ່ງຕາຍ, ອີກຝ່າຍກໍຕ້ອງຕາຍເໝືອນກັນ. ຕ່າງກໍມີລົມຫາຍໃຈ ເໝືອນກັນ; ມະນຸດບໍ່ໄດ້ປຽບຫລາຍກວ່າສັດ. ທຸກສິ່ງລ້ວນອະນິຈັງ.20ທັງສອງກໍໄປບ່ອນດຽວກັນ; ທັງສອງມາຈາກດິນ ແລະ ຕ້ອງກັບຄືນສູ່ດິນ.21ຜູ້ໃດຈະຮູ້ໄດ້ວ່າຈິດວິນຍານຂອງມະນຸດຈະຂຶ້ນສູ່ເບື້ອງເທິງ ແລະ ວິນຍານຂອງສັດ ຈະລົງສູ່ໂລກເບື້ອງລຸ່ມ?”22ດັ່ງນັ້ນ ຂ້າພະເຈົ້າຈຶ່ງເຫັນວ່າບໍ່ມີອັນໃດດີໄປກວ່າຄົນໄດ້ມ່ວນຊື່ນຢູ່ກັບງານຂອງຕົນ, ເພາະນັ້ນເປັນສ່ວນຂອງພວກເຂົາ. ເພາະວ່າຜູ້ໃດຈະເຮັດໃຫ້ພວກເຂົາເຫັນໄດ້ວ່າຈະເກີດຫຍັງຂຶ້ນຫລັງຈາກພວກເຂົາໄດ້?Biblica, Inc.