ປັນຍາຈານ2
ຄວາມສຸກກໍອະນິຈັງ
1ຂ້າພະເຈົ້າໄດ້ເວົ້າກັບຕົນເອງວ່າ, “ມາ, ເຮົາຈະທົດສອບຕົນເອງດ້ວຍການມ່ວນຊື່ນສະໜຸກສະໜານລອງເບິ່ງ ເພື່ອຈະໄດ້ພົບສິ່ງດີໆ”. ແຕ່ນັ້ນກໍພິສູດວ່າ ອັນນີ້ກໍອະນິຈັງອີກ.2ຂ້າພະເຈົ້າໄດ້ເວົ້າວ່າ, “ການຫົວຂັວນກໍບ້າ ແລະ ຄວາມສະໜຸກສະໜານນັ້ນມີປະໂຫຍດອັນໃດ?”3ຂ້າພະເຈົ້າພະຍາຍາມເຮັດຕົນເອງເບີກບານດ້ວຍເຫລົ້າອະງຸ່ນ ແລະ ຍອມເຮັດຫຍັງທີ່ໂງ່ ແຕ່ຈິດໃຈກໍຍັງນຳຂ້າພະເຈົ້າດ້ວຍສະຕິປັນຍາ ຂ້າພະເຈົ້າຢາກຈະເບິ່ງວ່າມີຫຍັງດີໆແດ່ທີ່ໃຫ້ຄົນເຮົາພາກັນເຮັດຢູ່ພາຍໃຕ້ຟ້າສະຫວັນໃນຊົ່ວອາຍຸສັ້ນໆຂອງຕົນ.4ຂ້າພະເຈົ້າດຳເນີນໂຄງການໃຫຍ່ໆຄື: ສ້າງບ້ານໃຫ້ໂຕເອງຫລາຍຫລັງ ແລະ ເຮັດສວນອະງຸ່ນຫລາຍແຫ່ງ.5ຂ້າພະເຈົ້າໄດ້ເຮັດສວນ ແລະ ປູກຕົ້ນໄມ້ກິນໝາກທຸກຊະນິດໃນສວນເຫລົ່ານັ້ນ.6ຂ້າພະເຈົ້າໄດ້ເຮັດແຫລ່ງເກັບນ້ຳ ເພື່ອໃຊ້ຫົດຕົ້ນໄມ້ທີ່ກຳລັງງອກງາມ.7ຂ້າພະເຈົ້າໄດ້ຊື້ຂ້າທາດຊາຍຍິງຫລາຍຄົນ ແລະ ມີຂ້າທາດອື່ນໆອີກທີ່ເກີດໃນຄົວເຮືອນຂອງຂ້າພະເຈົ້າ. ຂ້າພະເຈົ້າຍັງມີຝູງສັດຫລາຍກວ່າທຸກຄົນໃນເຢຣູຊາເລັມທີ່ຢູ່ມາກ່ອນໜ້າຂ້າພະເຈົ້າ.8ຂ້າພະເຈົ້າສະສົມເງິນ ແລະ ຄຳໄວ້ສຳລັບຕົນເອງ ແລະ ສະສົມຊັບສົມບັດຂອງກະສັດ ແລະ ຫົວເມືອງທັງຫລາຍ. ຂ້າພະເຈົ້າຈັດໃຫ້ມີນັກຮ້ອງຊາຍຍິງ ແລະ ຮາເລັມ ເຊິ່ງເປັນສິ່ງຖືກໃຈຜູ້ຊາຍ.9ຂ້າພະເຈົ້າກາຍເປັນຜູ້ຍິ່ງໃຫຍ່ກວ່າທຸກຄົນທີ່ຢູ່ໃນເຢຣູຊາເລັມກ່ອນໜ້າຂ້າພະເຈົ້າ. ຂ້າພະເຈົ້າມີສະຕິປັນຍາຢູ່ກັບຕົວໃນທຸກສິ່ງເຫລົ່ານີ້.10ຕາຂອງຂ້າພະເຈົ້າປາຖະໜາຢາກຈະເບິ່ງອັນໃດ ຂ້າພະເຈົ້າກໍບໍ່ໄດ້ປະຕິເສດ;ໃຈຂອງຂ້າພະເຈົ້າຢາກຈະສະໜຸກສະໜານຢ່າງໃດ ຂ້າພະເຈົ້າກໍບໍ່ຫ້າມ.ໃຈຂອງຂ້າພະເຈົ້າຍິນດີກັບການງານທັງໝົດທີ່ຕົນໄດ້ເຮັດ,ແລະ ນີ້ແມ່ນລາງວັນຈາກການເຮັດວຽກໜັກຂອງຂ້າພະເຈົ້າ.11ເຖິງປານນັ້ນ ເມື່ອຂ້າພະເຈົ້າໄດ້ສຳຫລວດເບິ່ງທຸກສິ່ງທີ່ໄດ້ເຮັດໄປແລະ ທຸກສິ່ງທີ່ໄດ້ທຸ້ມເທເພື່ອໃຫ້ໄດ້ມາ,ທຸກສິ່ງກໍລ້ວນແຕ່ອະນິຈັງ ເໝືອນແລ່ນໄລ່ຕາມລົມ;ບໍ່ມີປະໂຫຍດຫຍັງພາຍໃຕ້ດວງຕາເວັນ.ສະຕິປັນຍາ ແລະ ຄວາມໂງ່ຈ້າລ້ວນແຕ່ອະນິຈັງ
12ແລ້ວຂ້າພະເຈົ້າຈຶ່ງຫັນໄປພິຈາລະນາສະຕິປັນຍາ,ກັບຄວາມບ້າ ແລະ ຄວາມໂງ່ຈ້າກະສັດຜູ້ຄອງລາດຕໍ່ຈາກກະສັດຈະເຮັດຫຍັງໄດ້ນອກຈາກສິ່ງທີ່ເຄີຍພາກັນເຮັດມາກ່ອນແລ້ວ?13ຂ້າພະເຈົ້າໄດ້ເຫັນວ່າສະຕິປັນຍາກໍດີກວ່າຄວາມໂງ່ຈ້າ,ເໝືອນກັນກັບແສງສະຫວ່າງກໍດີກວ່າຄວາມມືດ.14ຄົນສະຫລາດກໍມີຕາຢູ່ໃນສະໝອງຂອງຕົນ,ຂະນະທີ່ຄົນໂງ່ຈ້າເດີນຢູ່ໃນຄວາມມືດ;ແຕ່ຂ້າພະເຈົ້າໄດ້ຮູ້ວ່າຊະຕາກຳດຽວກັນເກີດຂຶ້ນກັບທັງສອງ.15ຂ້າພະເຈົ້າໄດ້ເວົ້າກັບຕົນເອງວ່າ,“ຊະຕາກຳທີ່ເກີດກັບຄົນໂງ່ກໍຈະເກີດກັບເຮົາເໝືອນກັນ.ດັ່ງນັ້ນ ເຮົາຈະໄດ້ຫຍັງຈາກການເປັນຄົນສະຫລາດ?”ຂ້າພະເຈົ້າບອກຕົນເອງວ່າ,“ອັນນີ້ກໍອະນິຈັງເໝືອນກັນ”.16ເພາະຄົນສະຫລາດກໍຄືກັບຄົນໂງ່, ຈະບໍ່ຢູ່ໃນຄວາມຊົງຈຳດົນ;ວັນນັ້ນໄດ້ມາເຖິງແລ້ວເມື່ອທັງສອງຖືກລືມ.ຄົນສະຫລາດກໍຕ້ອງຕາຍຄືກັນກັບຄົນໂງ່!ການເຮັດວຽກໜັກກໍອະນິຈັງ
17ດັ່ງນັ້ນ ຂ້າພະເຈົ້າຈຶ່ງກຽດຊັງຊີວິດ, ເພາະວຽກງານທີ່ໄດ້ເຮັດພາຍໃຕ້ດວງຕາເວັນເປັນຄວາມທຸກແກ່ຂ້າພະເຈົ້າ. ທຸກສິ່ງແມ່ນລ້ວນແຕ່ອະນິຈັງ, ເໝືອນແລ່ນໄລ່ຕາມລົມ.18ຂ້າພະເຈົ້າກຽດຊັງທຸກສິ່ງທີ່ຕົນເອງໄດ້ເຮັດພາຍໃຕ້ດວງຕາເວັນ, ເພາະຂ້າພະເຈົ້າຈະຕ້ອງປະສິ່ງເຫລົ່ານັ້ນໄວ້ໃຫ້ຄົນທີ່ມາພາຍຫລັງຂ້າພະເຈົ້າ.19ແລະ ຜູ້ໃດຈະຮູ້ວ່າຄົນນັ້ນຈະເປັນຄົນໂງ່ ຫລື ສະຫລາດ? ເຖິງປານນັ້ນ ພວກເຂົາກໍຈະໄດ້ຄອບຄອງຜົນງານທັງໝົດທີ່ຂ້າພະເຈົ້າໄດ້ທຸ້ມເທຄວາມພະຍາຍາມ ແລະ ຄວາມຊຳນານພາຍໃຕ້ດວງຕາເວັນ. ນີ້ກໍອະນິຈັງເໝືອນກັນ.20ດັ່ງນັ້ນ ຈິດໃຈຂອງຂ້າພະເຈົ້າຈຶ່ງໝົດຫວັງຕໍ່ການເຮັດວຽກຢ່າງໜັກໜ່ວງທັງໝົດຂອງຕົນພາຍໃຕ້ດວງຕາເວັນ.21ເພາະຄົນໜຶ່ງອາດເຮັດວຽກດ້ວຍສະຕິປັນຍາ, ຄວາມຮູ້ ແລະ ຄວາມຊຳນານ, ແຕ່ກໍຕ້ອງປະຖິ້ມທຸກສິ່ງທີ່ຕົນມີໃຫ້ອີກຄົນທີ່ບໍ່ໄດ້ເຮັດວຽກຢ່າງໜັກໜ່ວງ. ນີ້ກໍອະນິຈັງເໝືອນກັນ ແລະ ໂຊກຮ້າຍທີ່ສຸດ.22ຄົນເຮົາໄດ້ປະໂຫຍດອັນໃດຈາກການດິ້ນຮົນເຮັດວຽກຢ່າງໜັກໜ່ວງພາຍໃຕ້ດວງຕາເວັນ?23ຕະຫລອດຊີວິດຂອງພວກເຂົາ ວຽກງານກໍເປັນຄວາມເຈັບປວດ ແລະ ຄວາມທຸກ; ແມ່ນແຕ່ຕອນກາງຄືນໃຈຂອງພວກເຂົາກໍບໍ່ສະຫງົບ. ນີ້ກໍອະນິຈັງເໝືອນກັນ.24ຄົນເຮົາບໍ່ມີຫຍັງດີໄປກວ່າການກິນກັບການດື່ມ ແລະ ພໍໃຈໃນການເຮັດວຽກຢ່າງໜັກໜ່ວງຂອງຕົນ. ນີ້ກໍເໝືອນກັນ, ຂ້າພະເຈົ້າກໍເຫັນວ່າ, ສິ່ງນີ້ແມ່ນມາຈາກມືຂອງພຣະເຈົ້າ,25ເພາະຖ້າປາດສະຈາກພຣະອົງແລ້ວ, ຜູ້ໃດຈະກິນ ຫລື ຫາຄວາມມ່ວນຊື່ນໄດ້?26ພຣະເຈົ້າມອບສະຕິປັນຍາ, ຄວາມຮູ້ ແລະ ຄວາມສຸກໃຫ້ແກ່ຄົນທີ່ພຣະອົງພໍໃຈ, ແຕ່ສຳລັບຄົນບາບ ພຣະອົງມອບວຽກໃຫ້ພວກເຂົາຮວບຮວມ ແລະ ສະສົມຊັບສົມບັດ ເພື່ອຈະມອບໃຫ້ແກ່ຄົນທີ່ພຣະເຈົ້າພໍໃຈ. ນີ້ກໍອະນິຈັງ ເໝືອນແລ່ນໄລ່ຕາມລົມ.Biblica, Inc.