ປັນຍາຈານ11

ເຂົ້າຈີ່​ເທິງ​ນ້ຳ

1ຈົ່ງ​ໂຍນ​ເຂົ້າຈີ່​ຂອງ​ເຈົ້າ​ລົງ​ເທິງ​ທະເລ;ເພາະ​ຫລັງຈາກນັ້ນ​ຫລາຍ​ວັນ​ເຈົ້າ​ຈະ​ພົບ​ມັນ​ອີກ.2ຈົ່ງ​ແບ່ງປັນ​ໃຫ້​ຄົນ​ເຈັດຄົນ ຫລື ແປດ​ຄົນ;ເພາະ​ເຈົ້າ​ບໍ່​ຮູ້​ວ່າ​ໄພພິບັດ​ອັນ​ໃດ​ຈະ​ເກີດ​ຂຶ້ນ​ໃນ​ແຜ່ນດິນ.
3ຖ້າ​ເມກ​ອຸ້ມ​ນ້ຳ​ໄວ້​ເຕັມ,ມັນ​ຈະ​ເທ​ຝົນ​ລົງ​ມາ​ເທິງ​ໂລກ.ບໍ່​ວ່າ​ຕົ້ນໄມ້​ຈະ​ລົ້ມ​ໄປ​ທາງ​ເໜືອ ຫລື ທາງ​ໃຕ້,ມັນ​ລົ້ມ​ລົງ​ບ່ອນ​ໃດ ມັນ​ກໍ​ນອນ​ຢູ່​ທາງ​ນັ້ນ4ຜູ້ໃດ​ກໍ​ຕາມ​ມົວ​ແຕ່​ສັງເກດ​ລົມ​ກໍ​ຈະ​ບໍ່​ຫວ່ານ​ພືດ;ຜູ້ໃດ​ກໍ​ຕາມ​ທີ່​ເບິ່ງ​ເມກ​ກໍ​ຈະ​ບໍ່​ເກັບກ່ຽວ.
5ເຈົ້າ​ບໍ່​ຮູ້​ຈັກ​ທາງ​ຂອງ​ລົມ,ຫລື ບໍ່​ຮູ້​ວ່າ​ຮ່າງກາຍ​ຖືກ​ປັ້ນ​ຂຶ້ນ​ມາ  ​ໃນ​ທ້ອງ​ແມ່​ໄດ້​ສັນໃດ,ເຈົ້າ​ກໍ​ບໍ່​ສາມາດ​ເຂົ້າໃຈ​ພາລະກິດ​ຂອງ​ພຣະເຈົ້າ,ພຣະຜູ້ສ້າງ​ທຸກສິ່ງ​ສັນນັ້ນ.
6ຈົ່ງ​ຫວ່ານ​ເມັດພືດ​ຂອງ​ເຈົ້າ​ໃນ​ຕອນ​ເຊົ້າ,ແລະ ໃນ​ຕອນ​ແລງ​ກໍ​ຢ່າ​ໃຫ້​ມື​ຂອງ​ເຈົ້າ​ວ່າງ​ງານ;ເພາະ​ເຈົ້າ​ບໍ່​ຮູ້​ວ່າ​ງານ​ໃດ​ຈະ​ສຳເລັດ,ງານ​ນັ້ນ ຫລື ງານ​ນີ້,ຫລື ທັງ​ສອງ​ງານ​ຈະ​ຈະເລີນ​ດີ​ເໝືອນ​ກັນ.

ຈົ່ງ​ລະນຶກ​ເຖິງ​ພຣະຜູ້ສ້າງ​ຂອງ​ເຈົ້າ​ເມື່ອ​ຍັງ​ໜຸ່ມ

7ແສງສະຫວ່າງ​ນັ້ນ​ຊື່ນໃຈ,ແລະ ການ​ໄດ້​ເຫັນ​ແສງ​ຕາເວັນ​ກໍ​ຊື່ນ​ຕາ.8ຄົນ​ເຮົາ​ຈະ​ມີ​ຊີວິດ​ສັ້ນ​ຍາວ​ເທົ່າ​ໃດ,ກໍ​ໃຫ້​ຊື່ນຊົມ​ທຸກ​ວັນ​ຄືນ​ຂອງ​ຊີວິດ.ແຕ່​ໃຫ້​ພວກເຂົາ​ລະນຶກ​ເຖິງ​ວັນ​ຄືນ​ອັນ​ມືດມົນ​ດ້ວຍ,ເພາະ​ຈະ​ມີ​ຫລາຍ​ວັນ.ທຸກ​ຢ່າງ​ທີ່​ຈະ​ເກີດ​ຂຶ້ນ​ລ້ວນ​ແຕ່​ອະນິຈັງ.
9ເຈົ້າ​ຜູ້​ເປັນ​ຄົນໜຸ່ມ, ຈົ່ງ​ມີ​ຄວາມ​ສຸກ​ຂະນະ​ທີ່​ເຈົ້າ​ຍັງ​ໜຸ່ມ,ແລະ ໃຫ້​ຈິດໃຈ​ເບີກບານ​ແຈ່ມໃສ​ຕະຫລອດ​ວັນ​ເວລາ​ໃນ​ໄວ​ໜຸ່ມ​ຂອງ​ເຈົ້າ.ຈົ່ງ​ເຮັດ​ຕາມ​ທີ່​ໃຈ​ຂອງ​ເຈົ້າ​ຮຽກຮ້ອງແລະ ເຮັດ​ສິ່ງໃດ​ກໍ​ໄດ້​ຕາມ​ທີ່​ຕາ​ຂອງ​ເຈົ້າ​ເຫັນ,ແຕ່​ຈົ່ງ​ຮູ້​ໄວ້​ວ່າ ສິ່ງ​ທັງໝົດ​ເຫລົ່ານີ້ພຣະເຈົ້າ​ຈະ​ນຳ​ເຈົ້າ​ເຂົ້າ​ສູ່​ການ​ພິພາກສາ.10ດັ່ງນັ້ນ, ຈົ່ງ​ກຳຈັດ​ຄວາມ​ກັງວົນ​ອອກ​ຈາກ​ຈິດໃຈ​ຂອງ​ເຈົ້າແລະ ປະຖິ້ມ​ຄວາມ​ທຸກໃຈ​ອອກ​ຈາກ​ກາຍ​ຂອງ​ເຈົ້າ,ເພາະ​ໄວ​ໜຸ່ມ ແລະ ກຳລັງ​ກໍ​ລ້ວນ​ແຕ່​ອະນິຈັງ.

Biblica, Inc.

https://app.library.bible/content/eab9312f9f16b3a2