ພຣະບັນຍັດສອງ34

ໂມເຊ​ຕາຍ

1ແລ້ວ​ຈາກ​ທົ່ງພຽງ​ໂມອາບ ໂມເຊ​ກໍ​ໄດ້​ປີນ​ຂຶ້ນ​ໄປ​ເທິງ​ພູເຂົາ​ເນໂບ​ຈົນ​ໄປ​ເຖິງ​ຈອມ​ພູເຂົາ​ປີສະກາ, ເຊິ່ງ​ຢູ່​ກົງກັນ​ຂ້າມ​ກັບ​ເມືອງ​ເຢຣິໂກ. ທີ່​ນັ້ນ​ພຣະເຈົ້າຢາເວ​ໄດ້​ສະແດງ​ດິນແດນ​ທັງໝົດ​ໃຫ້​ເພິ່ນ​ເຫັນ​ຄື: ຈາກ​ກີເລອາດ​ຈົນ​ຮອດ​ດານ,2ເຂດແດນ​ທັງໝົດ​ຂອງ​ເນັບທາລີ, ເຂດແດນ​ຂອງ​ເອຟຣາອິມ ແລະ ມານາເຊ, ເຂດແດນ​ທັງໝົດ​ຂອງ​ຢູດາ​ໄກ​ອອກໄປ​ຈົນ​ຮອດ​ທະເລ​ເມດີແຕຣາເນ,3ເນເກັບ ແລະ ຂອບເຂດ​ທັງໝົດ ຈາກ​ຮ່ອມພູ​ເຢຣິໂກ, ເມືອງ​ແຫ່ງ​ຕົ້ນປາມ, ຈົນ​ຮອດ​ໂຊອາ.4ແລ້ວ​ພຣະເຈົ້າຢາເວ​ເວົ້າ​ກັບ​ເພິ່ນ​ວ່າ, “ນີ້​ຄື​ດິນແດນ​ທີ່​ເຮົາ​ສັນຍາ​ດ້ວຍ​ຄຳ​ປະຕິຍານ​ໄວ້​ກັບ​ອັບຣາຮາມ, ອີຊາກ ແລະ ຢາໂຄບ ເມື່ອ​ເຮົາ​ກ່າວ​ວ່າ, ‘ເຮົາ​ຈະ​ຍົກ​ດິນແດນ​ນີ້​ໃຫ້​ແກ່​ເຊື້ອສາຍ​ຂອງ​ເຈົ້າ’. ເຮົາ​ໄດ້​ໃຫ້​ເຈົ້າ​ເຫັນ​ດ້ວຍ​ຕາ​ຂອງ​ເຈົ້າ​ແລ້ວ, ແຕ່​ເຈົ້າ​ຈະ​ບໍ່​ໄດ້​ຂ້າມ​ໄປ​ໃນ​ດິນແດນ​ນັ້ນ”.
5ແລະ ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ກໍ​ໄດ້​ຕາຍ​ໄປ​ຢູ່​ທີ່​ນັ້ນ​ໃນ​ໂມອາບ, ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ເວົ້າ​ໄວ້.6ພຣະອົງ​ໄດ້​ຝັງ​ເພິ່ນ ​ໄວ້​ໃນ​ຮ່ອມພູ​ທີ່​ຢູ່​ກົງກັນຂ້າມ​ກັບ​ເບັດເປອໍ​ໃນ​ໂມອາບ, ແຕ່​ບໍ່​ມີ​ຜູ້ໃດ​ຮູ້​ຂຸມ​ຝັງສົບ​ຂອງ​ເພິ່ນ​ຈົນ​ເຖິງ​ທຸກ​ວັນ​ນີ້.7ໂມເຊ​ໄດ້​ຕາຍ​ໄປ​ເມື່ອ​ເພິ່ນ​ມີ​ອາຍຸ​ໄດ້ 120 ປີ, ສາຍ​ຕາ​ຂອງ​ເພິ່ນ​ຍັງ​ດີ ແລະ ເຫື່ອແຮງ​ຂອງ​ເພິ່ນ​ບໍ່​ໄດ້​ຊຸດໂຊມ​ລົງ​ເລີຍ.8ປະຊາຊົນ​ອິດສະຣາເອນ​ໄດ້​ໄວ້​ທຸກ​ໃຫ້​ໂມເຊ​ເປັນ​ເວລາ​ສາມສິບ​ວັນ​ໃນ​ທົ່ງພຽງ​ໂມອາບ ຈົນ​ເຖິງ​ເວລາ​ແຫ່ງ​ການ​ຮ້ອງໄຫ້​ໄວ້ທຸກ​ຈົບ​ລົງ.
9ບັດນີ້ ໂຢຊວຍ​ລູກຊາຍ​ຂອງ​ນູນ​ກໍ​ເຕັມ​ດ້ວຍ​ວິນຍານ ​ແຫ່ງ​ສະຕິປັນຍາ ເພາະ​ໂມເຊ​ໄດ້​ວາງ​ມື​ຂອງ​ຕົນ​ໃສ່​ເພິ່ນ. ດັ່ງນັ້ນ ປະຊາຊົນ​ອິດສະຣາເອນ​ຈຶ່ງ​ຟັງ​ຄວາມ​ເພິ່ນ ແລະ ເຮັດ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໄວ້.
10ຕັ້ງແຕ່​ນັ້ນ​ມາ, ບໍ່​ມີ​ຜູ້ທຳນວາຍ​ຄົນ​ໃດ​ທີ່​ໄດ້​ຖືກ​ຍົກ​ຂຶ້ນ​ໃນ​ອິດສະຣາເອນ​ເປັນ​ເໝືອນ​ໂມເຊ, ຜູ້​ທີ່​ພຣະເຈົ້າຢາເວ​ຮູ້ຈັກ​ໜ້າ​ຕໍ່​ໜ້າ,11ຜູ້​ທີ່​ໄດ້​ເຮັດ​ໝາຍສຳຄັນ ແລະ ການ​ອັດສະຈັນ​ທັງຫລາຍ​ທີ່​ພຣະເຈົ້າຢາເວ​ໄດ້​ໃຊ້​ເພິ່ນ​ໄປ​ເຮັດ​ກັບ​ຟາໂຣ​ໃນ​ເອຢິບ ແລະ ເຮັດ​ກັບ​ຂ້າລາຊະການ ແລະ ເຮັດ​ກັບ​ດິນແດນ​ທັງໝົດ​ຂອງ​ເພິ່ນ.12ເພາະ​ບໍ່​ເຄີຍ​ມີ​ຜູ້ໃດ​ສະແດງ​ອຳນາດ​ຍິ່ງໃຫຍ່ ຫລື ສະແດງ​ການ​ກະທຳ​ອັນ​ໜ້າ​ຢ້ານກົວ​ດັ່ງ​ທີ່​ໂມເຊ​ໄດ້​ກະທຳ​ໃນ​ສາຍ​ຕາ​ຂອງ​ຊາວ​ອິດສະຣາເອນ​ທັງໝົດ.

Biblica, Inc.

https://app.library.bible/content/eab9312f9f16b3a2