ພຣະບັນຍັດສອງ33
ໂມເຊອວຍພອນເຜົ່າຕ່າງໆ
1ນີ້ແມ່ນຄຳອວຍພອນທີ່ໂມເຊຄົນຂອງພຣະເຈົ້າໄດ້ປະກາດແກ່ຊາວອິດສະຣາເອນກ່ອນທີ່ເພິ່ນຈະຕາຍ.2ເພິ່ນກ່າວວ່າ:“ພຣະເຈົ້າຢາເວໄດ້ມາຈາກພູເຂົາຊີນາຍ ແລະແລະ ໄດ້ສ່ອງແສງອາລຸນເໜືອພວກເຂົາຈາກເສອີ;ພຣະອົງໄດສ່ອງສະຫວ່າງອອກມາຈາກພູປາຣານ.ພຣະອົງໄດ້ມາພ້ອມກັບ ຜູ້ບໍລິສຸດຈຳນວນຫລວງຫລາຍຈາກທິດໃຕ້, ຈາກເນີນພູ ຂອງພຣະອົງ.3ແນ່ນອນ ພຣະອົງຮັກປະຊາຊົນ;ຊີວິດຂອງຜູ້ບໍລິສຸດທັງໝົດຢູ່ໃນມືຂອງພຣະອົງ.ພວກເຂົາກາບລົງທີ່ຕີນຂອງພຣະອົງແລະ ຮັບການສັ່ງສອນຈາກພຣະອົງ,4ຄືກົດບັນຍັດທີ່ໂມເຊໃຫ້ແກ່ພວກເຮົາ,ໃຫ້ເປັນກຳມະສິດຂອງຊຸມຊົນຂອງຢາໂຄບ.5ພຣະອົງເປັນກະສັດເໜືອເຢຊູຣຸນ ເມື່ອບັນດາຜູ້ນຳຂອງປະຊາຊົນມາຊຸມນຸມກັນຮ່ວມກັບເຜົ່າຕ່າງໆຂອງອິດສະຣາເອນ.6“ຂໍໃຫ້ຣູເບັນມີຊີວິດຢູ່ ແລະ ບໍ່ຕາຍ,ຫລື ຢ່າໃຫ້ ຄົນຂອງລາວມີໜ້ອຍ”.7ແລະ ນີ້ແມ່ນສິ່ງທີ່ເພິ່ນໄດ້ກ່າວເຖິງຢູດາວ່າ:“ພຣະເຈົ້າຢາເວ, ຂໍຟັງສຽງຮ້ອງຂອງຢູດາ;ຂໍນຳລາວມາຫາປະຊາຊົນຂອງລາວ.ລາວຕໍ່ສູ້ຜ່ານຜ່າດ້ວຍມືຂອງລາວເອງ.ຂໍຊ່ວຍຢູດາຕໍ່ສູ້ກັບສັດຕູຂອງລາວດ້ວຍ!”8ເພິ່ນໄດ້ກ່າວເຖິງເຜົ່າເລວີວ່າ:“ອູຮິມ ແລະ ທູມມິມຂອງພຣະອົງຂໍໃຫ້ຢູ່ກັບຜູ້ຮັບໃຊ້ທີ່ສັດຊື່ຂອງພຣະອົງ.ພຣະອົງໄດ້ທົດສອບລາວຢູ່ທີ່ມັດສາ;ພຣະອົງຕໍ່ສູ້ກັບລາວຢູ່ທີ່ແມ່ນ້ຳເມຣີບາ.9ລາວກ່າວເຖິງພໍ່ແມ່ຂອງຕົນວ່າ,‘ຂ້າພະເຈົ້າບໍ່ເຫັນແກ່ໜ້າພວກເຂົາ’.ລາວບໍ່ເຫັນແກ່ພີ່ນ້ອງຂອງຕົນຫລື ບໍ່ເຫັນແກ່ລູກຫລານຂອງຕົນເອງ,ແຕ່ລາວເອົາໃຈໃສ່ຮັກສາຖ້ອຍຄຳຂອງພຣະອົງແລະ ຮັກສາພັນທະສັນຍາຂອງພຣະອົງ.10ລາວຈະສອນຄຳສັ່ງສອນຂອງພຣະອົງແກ່ຢາໂຄບແລະ ສອນກົດບັນຍັດຂອງພຣະອົງແກ່ອິດສະຣາເອນ.ລາວຖວາຍເຄື່ອງຫອມຕໍ່ໜ້າພຣະອົງແລະ ຖວາຍເຄື່ອງເຜົາບູຊາທັງໝົດເທິງແທ່ນບູຊາຂອງພຣະອົງ.11ພຣະເຈົ້າຢາເວ, ຂໍອວຍພອນຄວາມຊຳນານທັງໝົດຂອງລາວແລະ ພໍໃຈວຽກງານທີ່ລາວໄດ້ເຮັດດ້ວຍ.ຂໍໃຫ້ຟາດບັນດາຜູ້ທີ່ລຸກຂຶ້ນຕໍ່ສູ້ລາວ,ສັດຕູຂອງລາວຈົນລຸກຂຶ້ນບໍ່ໄດ້ອີກຕໍ່ໄປ”.12ເພິ່ນໄດ້ກ່າວເຖິງເຜົ່າເບັນຢາມິນວ່າ:“ຂໍໃຫ້ຜູ້ທີ່ພຣະເຈົ້າຢາເວຮັກພັກສະຫງົບໃນພຣະອົງຢ່າງປອດໄພ,ເພາະພຣະອົງເປັນໂລ່ປົກປ້ອງລາວທຸກວັນ,ແລະ ໃຫ້ຜູ້ທີ່ພຣະອົງຮັກພັກສະຫງົບຢູ່ແນບບ່າຂອງພຣະອົງ”.13ເພິ່ນໄດ້ກ່າວເຖິງເຜົ່າໂຢເຊັບວ່າ:“ຂໍພຣະເຈົ້າຢາເວອວຍພອນດິນແດນຂອງລາວດ້ວຍນ້ຳໝອກທີ່ລ້ຳເລີດຈາກສະຫວັນເບື້ອງເທິງແລະ ດ້ວຍນ້ຳເລິກເບື້ອງລຸ່ມ;14ດ້ວຍຜົນຜະລິດທີ່ດີເລີດຈາກແສງຕາເວັນແລະ ດ້ວຍຜົນຜະລິດທີ່ດີທີ່ສຸດຈາກດວງຕາເວັນ;15ດ້ວຍຂອງຂັວນອັນລ້ຳເລີດຈາກພູເຂົາດຶກດຳບັນແລະ ຄວາມອຸດົມສົມບູນຈາກເນີນພູອັນຖາວອນ;16ດ້ວຍຂອງຂັວນອັນລ້ຳຄ່າຈາກແຜ່ນດິນໂລກ ແລະ ຄວາມອຸດົມສົມບູນຈາກພື້ນດິນແລະ ດ້ວຍຄວາມກະລຸນາຂອງພຣະອົງຜູ້ສິຖິດຢູ່ໃນພຸ່ມໄມ້ທີ່ລຸກເປັນໄຟ.ຂໍໃຫ້ພອນທັງໝົດເຫລົ່ານີ້ມາເໜືອຫົວຂອງໂຢເຊັບ,ມາເໜືອໜ້າຜາກຂອງເຈົ້າຜູ້ເປັນນາຍໃນທ່າມກາງອ້າຍນ້ອງຂອງລາວ. 17ລາວສະຫງ່າງາມເໝືອນດັ່ງງົວເຖິກຫົວປີ;ເຂົາສັດຂອງລາວຄືກັບເຂົາຂອງງົວປ່າ.ລາວຈະຂວິດປະຊາຊາດທັງຫລາຍດ້ວຍເຂົາສັດເຫລົ່ານັ້ນ,ແມ່ນແຕ່ບັນດາປະຊາຊາດທີ່ຢູ່ສຸດປາຍແຜ່ນດິນໂລກ.ນີ້ຄືຊາວເອຟຣາອິມເປັນຈຳນວນສິບພັນຄົນ;ແລະ ຊາວມານາເຊເປັນຈຳນວນຫລາຍພັນຄົນ”.18ເພິ່ນໄດ້ກ່າວເຖິງເຜົ່າເຊບູໂລນວ່າ:“ຈົ່ງຊື່ນຊົມຍິນດີ, ເຊບູໂລນ, ເມື່ອເຈົ້າອອກໄປ,ແລະ ເຈົ້າ, ອິດຊາຄາ, ຈົ່ງຍິນດີຢູ່ໃນເຕັນຂອງເຈົ້າ.19ພວກເຂົາຈະເອີ້ນປະຊາຊົນມາຊຸມນຸມກັນຢູ່ທີ່ພູເຂົານັ້ນແລະ ຖວາຍເຄື່ອງບູຊາແຫ່ງຄວາມຊອບທຳຢູ່ທີ່ນັ້ນ;ພວກເຂົາຈະສະເຫລີມສະຫລອງຄວາມອຸດົມສົມບູນແຫ່ງທະເລ,ພ້ອມທັງຊັບສົມບັດທີ່ເຊື່ອງໄວ້ໃນຫາດຊາຍ”.20ເພິ່ນໄດ້ກ່າວເຖິງເຜົ່າກາດວ່າ:“ສັນລະເສີນພຣະອົງຜູ້ຂະຫຍາຍອານາຈັກຂອງກາດ!ກາດມີຊີວິດຢູ່ທີ່ນັ້ນເໝືອນດັ່ງສິງ,ເຊິ່ງສາມາດຈີກທັງແຂນ ຫລື ຫົວໄດ້.21ລາວເລືອກດິນແດນທີ່ດີທີ່ສຸດໄວ້ເປັນຂອງຕົນເອງ;ສ່ວນທີ່ເປັນຂອງຜູ້ນຳຖືກສະຫງວນໄວ້ສຳລັບລາວ.ເມື່ອບັນດາຫົວໜ້າຂອງປະຊາຊົນມາຊຸມນຸມກັນ,ລາວເຮັດໃຫ້ລຸລ່ວງຕາມຄວາມປະສົງອັນຊອບທຳຂອງພຣະເຈົ້າຢາເວ,ແລະ ຕາມການຕັດສິນຂອງພຣະອົງກ່ຽວກັບອິດສະຣາເອນ”.22ເພິ່ນໄດ້ກ່າວເຖິງເຜົ່າດານວ່າ:“ດານເປັນເໝືອນລູກສິງກະໂດດແລ່ນອອກມາຈາກບາຊານ”.23ເພິ່ນໄດ້ກ່າວເຖິງເຜົ່າເນັບທາລີວ່າ:“ເນັບທາລີແມ່ນອຸດົມສົມບູນດ້ວຍຄວາມກະລຸນາຈາກພຣະເຈົ້າຢາເວແລະ ເຕັມລົ້ນດ້ວຍພຣະພອນຂອງພຣະອົງ;ລາວຈະຄອບຄອງໄປທາງພາກໃຕ້ຈົນເຖິງທະເລສາບ”.24ເພິ່ນໄດ້ກ່າວເຖິງເຜົ່າອາເຊວ່າ:“ອາເຊເປັນລູກຊາຍທີ່ໄດ້ຮັບພຣະພອນຫລາຍທີ່ສຸດ,ຂໍໃຫ້ລາວເປັນທີ່ພໍໃຈໂດຍພີ່ນ້ອງທັງຫລາຍຂອງລາວ,ແລະ ຂໍໃຫ້ລາວໄດ້ລ້າງຕີນຂອງລາວດ້ວຍນ້ຳມັນ.25ກອນປະຕູຂອງເຈົ້າຈະເປັນເຫລັກ ແລະ ທອງສຳລິດແລະ ກຳລັງຂອງເຈົ້າຈະຢູ່ຄູ່ວັນຂອງເຈົ້າ.26“ບໍ່ມີຜູ້ໃດເປັນເໝືອນພຣະເຈົ້າຂອງເຢຊູຣຸນ,ຜູ້ແລ່ນຂ້າມຟ້າສະຫວັນມາເພື່ອຊ່ວຍເຫລືອເຈົ້າ ແລະຜູ້ປະທັບຢູ່ເທິງເມກດ້ວຍລິດອຳນາດຂອງພຣະອົງ.27ພຣະເຈົ້າອົງນິລັນດອນເປັນທີ່ລີ້ໄພຂອງເຈົ້າແລະ ຢູ່ເບື້ອງລຸ່ມຄືອ້ອມແຂນຕະຫລອດໄປ.ພຣະອົງຈະຂັບໄລ່ບັນດາສັດຕູອອກໄປໃຫ້ພົ້ນຈາກເຈົ້າ,ໂດຍກ່າວວ່າ, ‘ຈົ່ງທຳລາຍພວກເຂົາ!’28ດັ່ງນັ້ນ ອິດສະຣາເອນຈະດຳເນີນຊີວິດຢູ່ດ້ວຍຄວາມປອດໄພ;ຢາໂຄບຈະອາໄສຢູ່ຢ່າງໝັ້ນຄົງໃນດິນແດນແຫ່ງເມັດພືດ ແລະ ເຫລົ້າອະງຸ່ນໃໝ່,ບ່ອນທີ່ຟ້າສະຫວັນຫລັ່ງລິນນ້ຳໝອກລົງມາ.29ອິດສະຣາເອນ! ພຣະພອນນີ້ເປັນຂອງພວກເຈົ້າແລ້ວ,ມີຜູ້ໃດເປັນເໝືອນພວກເຈົ້າ,ເປັນຊົນຊາດທີ່ພຣະເຈົ້າຢາເວໄດ້ຊ່ວຍໃຫ້ພົ້ນ?ພຣະອົງເປັນຜູ້ປົກປ້ອງ ແລະ ເປັນຜູ້ຊ່ວຍເຈົ້າແລະ ເປັນດາບອັນສະຫງ່າລາສີຂອງພວກເຈົ້າ.ບັນດາສັດຕູຂອງພວກເຈົ້າຈະກົ້ມຫົວໃຫ້ພວກເຈົ້າແລະ ພວກເຈົ້າຈະຢຽບຫົວ ຂອງພວກເຂົາ”.Biblica, Inc.