ໂຢຊວຍ1

ໂຢຊວຍ​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້ນຳ

1ຫລັງ​ຈາກ​ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຢາເວ​ໄດ້​ຕາຍ​ໄປ​ແລ້ວ, ພຣະເຈົ້າ​ຢາເວ​ກໍ​ໄດ້​ເວົ້າ​ກັບ​ໂຢຊວຍ​ລູກຊາຍ​ຂອງ​ນູນ, ຜູ້ຊ່ວຍ​ຂອງ​ໂມເຊ​ວ່າ:2“ໂມເຊ​ຜູ້ຮັບໃຊ້​ຂອງ​ເຮົາ​ໄດ້​ຕາຍ​ແລ້ວ, ຕໍ່​ຈາກ​ນີ້​ໄປ, ເຈົ້າ​ກັບ​ປະຊາຊົນ​ເຫລົ່ານີ້​ທັງໝົດ, ຈົ່ງ​ຕຽມພ້ອມ​ທີ່​ຈະ​ຂ້າມ​ແມ່ນ້ຳ​ຈໍແດນ​ເຂົ້າ​ສູ່​ດິນແດນ​ທີ່​ເຮົາ​ກຳລັງ​ຈະ​ມອບ​ໃຫ້​ແກ່​ພວກເຂົາ ກໍ​ຄື​ຊາວ​ອິດສະຣາເອນ.3ເຮົາ​ຈະ​ມອບ​ໃຫ້​ເຈົ້າ​ທຸກ​ບ່ອນ​ທີ່​ເຈົ້າ​ຍ່າງ​ຢຽບ​ໄປ, ຕາມ​ທີ່​ເຮົາ​ໄດ້​ສັນຍາ​ໄວ້​ກັບ​ໂມເຊ.4ເຂດແດນ​ຂອງ​ເຈົ້າ​ຈະ​ຂະຫຍາຍ​ຈາກ​ຖິ່ນແຫ້ງແລ້ງກັນດານ​ອອກ​ໄປ​ເຖິງ​ເລບານອນ ແລະ ຈາກ​ແມ່ນ້ຳ​ໃຫຍ່​ຄື​ແມ່ນ້ຳ​ເອີຟຣັດ​ລວມ​ທັງ​ດິນແດນ​ຂອງ​ຊາວ​ຮິດຕີ​ທັງໝົດ​ເຖິງ​ທະເລ​ເມດີແຕຣາເນ​ທາງ​ທິດຕາເວັນຕົກ.5ບໍ່​ມີ​ຜູ້ໃດ​ຈະ​ສາມາດ​ຢືນ​ຕົວ​ຕໍ່ສູ້​ເຈົ້າ​ໄດ້​ຕະຫລອດ​ຊີວິດ​ຂອງ​ເຈົ້າ. ເພາະ​ເຮົາ​ຈະ​ຢູ່​ກັບ​ເຈົ້າ​ເໝືອນ​ທີ່​ເຮົາ​ຢູ່​ກັບ​ໂມເຊ; ເຮົາ​ຈະ​ບໍ່​ໜີ​ຈາກ​ເຈົ້າ ຫລື ບໍ່​ປະຖິ້ມ​ເຈົ້າ​ຈັກ​ເທື່ອ.6ຈົ່ງ​ເຂັ້ມແຂງ ແລະ ກ້າຫານ, ເພາະ​ເຈົ້າ​ຈະ​ນຳພາ​ປະຊາຊົນ​ເຫລົ່ານີ້​ເຂົ້າ​ໄປ​ຄອບຄອງ​ດິນແດນ​ທີ່​ເຮົາ​ປະຕິຍານ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ​ວ່າ​ຈະ​ມອບ​ໃຫ້​ພວກເຂົາ.
7“ຈົ່ງ​ເຂັ້ມແຂງ ແລະ ກ້າຫານ​ຂຶ້ນ. ຈົ່ງ​ເອົາ​ໃຈ​ໃສ່​ເຊື່ອຟັງ​ກົດບັນຍັດ​ທັງໝົດ​ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ເຮົາ​ໄດ້​ມອບ​ໃຫ້​ເຈົ້າ; ຢ່າ​ຫັນ​ໜີ​ຈາກ​ກົດບັນຍັດ​ໄປ​ທາງ​ຂວາ ຫລື ໄປ​ທາງ​ຊ້າຍ, ເພື່ອ​ວ່າ​ເຈົ້າ​ຈະ​ປະສົບ​ຄວາມສຳເລັດ​ໃນ​ທຸກບ່ອນ​ທີ່​ເຈົ້າ​ໄປ.8ຈົ່ງ​ຮັກສາ​ໜັງສື​ກົດບັນຍັດ​ນີ້​ໄວ້​ໃສ່​ປາກ​ຂອງ​ເຈົ້າ​ສະເໝີ, ຈົ່ງ​ຕຶກຕອງ​ໜັງສື​ກົດບັນຍັດ​ທັງ​ກາງເວັນ ແລະ ກາງຄືນ, ເພື່ອ​ວ່າ​ເຈົ້າ​ຈະ​ເອົາ​ໃຈ​ໃສ່​ປະຕິບັດ​ຕາມ​ທຸກສິ່ງ​ທີ່​ຂຽນ​ໄວ້​ຢູ່​ໃນ​ນັ້ນ. ແລ້ວ​ເຈົ້າ​ຈະ​ປະສົບ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ແລະ ຜົນສຳເລັດ.9ເຮົາ​ໄດ້​ສັ່ງ​ເຈົ້າ​ແລ້ວ​ບໍ່​ແມ່ນ​ບໍ? ຈົ່ງ​ເຂັ້ມແຂງ ແລະ ກ້າຫານ. ຢ່າ​ຢ້ານ​ເລີຍ; ຢ່າ​ທໍ້ໃຈ, ເພາະ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ເຈົ້າ​ຈະ​ຢູ່​ກັບ​ເຈົ້າ​ທຸກ​ບ່ອນ​ທີ່​ເຈົ້າ​ໄປ”.
10ດັ່ງນັ້ນ ໂຢຊວຍ​ຈຶ່ງ​ໄດ້​ສັ່ງ​ບັນດາ​ເຈົ້າໜ້າທີ່​ຂອງ​ປະຊາຊົນ​ວ່າ:11“ຈົ່ງ​ໄປ​ທົ່ວ​ຄ້າຍພັກ ແລະ ບອກ​ປະຊາຊົນ​ວ່າ, ‘ຈົ່ງ​ຕຽມ​ສະບຽງ​ອາຫານ​ໃຫ້​ພ້ອມ. ຈາກ​ນີ້​ໄປ​ສາມ​ວັນ ພວກເຈົ້າ​ຈະ​ຂ້າມ​ແມ່ນ້ຳ​ຈໍແດນ​ທີ່​ນີ້​ເພື່ອ​ເຂົ້າ​ໄປ​ທາງ​ໃນ ແລະ ຢຶດຄອງ​ດິນແດນ​ທີ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ເປັນ​ກຳມະສິດ​ຂອງ​ພວກເຈົ້າ’ ”.
12ແຕ່​ໂຢຊວຍ​ໄດ້​ເວົ້າ​ກັບ​ເຜົ່າ​ຣູເບັນ, ເຜົ່າ​ກາດ ແລະ ເຜົ່າ​ມານາເຊ​ເຄິ່ງ​ເຜົ່າ​ວ່າ,13“ຈົ່ງ​ຈົດຈຳ​ຄຳສັ່ງ​ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ​ຫລັງ​ຈາກ​ທີ່​ພຣະອົງ​ໄດ້​ກ່າວ​ວ່າ, ‘ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ໃຫ້​ພວກເຈົ້າ​ພັກຜ່ອນ​ໂດຍ​ການ​ມອບ​ດິນແດນ​ນີ້​ໃຫ້​ແກ່​ພວກເຈົ້າ’.14ບັນດາ​ເມຍ​ຂອງ​ພວກເຈົ້າ, ລູກຫລານ ແລະ ສັດລ້ຽງ​ຂອງ​ພວກເຈົ້າ​ຈະ​ພັກ​ຢູ່​ໃນ​ດິນແດນ​ທີ່​ໂມເຊ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ​ທາງ​ທິດ​ຕາເວັນອອກ​ຂອງ​ແມ່ນ້ຳ​ຈໍແດນ, ແຕ່​ນັກຮົບ​ທັງໝົດ​ຂອງ​ພວກເຈົ້າ, ຕ້ອງ​ຕຽມພ້ອມ​ເພື່ອ​ການ​ສູ້ຮົບ, ຕ້ອງ​ຂ້າມ​ແມ່ນ້ຳ​ຈໍແດນ​ໄປ​ກ່ອນ​ພີ່ນ້ອງ​ອິດສະຣາເອນ​ຂອງ​ພວກເຈົ້າ. ພວກເຈົ້າ​ຈະ​ຕ້ອງ​ຊ່ວຍ​ພວກເຂົາ15ຈົນ​ກວ່າ​ພຣະເຈົ້າ​ຢາເວ​ໃຫ້​ພວກເຂົາ​ໄດ້​ພັກຜ່ອນ, ເໝືອນ​ກັບ​ທີ່​ພຣະອົງ​ໄດ້​ເຮັດ​ກັບ​ພວກເຈົ້າ ແລະ ຈົນ​ກວ່າ​ພວກເຂົາ​ໄດ້​ຄອບຄອງ​ດິນແດນ​ທີ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ແກ່​ພວກເຂົາ​ນັ້ນ​ດ້ວຍ. ຫລັງຈາກ​ນັ້ນ, ພວກເຈົ້າ​ຈຶ່ງ​ກັບ​ໄປ ແລະ ຄອບຄອງ​ດິນແດນ​ຂອງ​ພວກເຈົ້າ, ເຊິ່ງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ​ຢູ່​ທາງ​ທິດ​ຕາເວັນອອກ​ຂອງ​ແມ່ນ້ຳ​ຈໍແດນ​ໄປ​ຫາ​ທາງ​ເບື້ອງ​ຕາເວັນ​ຂຶ້ນ”.
16ແລ້ວ​ພວກເຂົາ​ຈຶ່ງ​ຕອບ​ໂຢຊວຍ​ວ່າ, “ພວກເຮົາ​ຈະ​ເຮັດ​ທຸກ​ສິ່ງ​ຕາມ​ທີ່​ທ່ານ​ສັ່ງ ແລະ ພວກເຮົາ​ຈະ​ໄປ​ທຸກ​ບ່ອນ​ທີ່​ທ່ານ​ສົ່ງ​ພວກເຮົາ​ໄປ.17ພວກເຮົາ​ໄດ້​ເຊື່ອຟັງ​ໂມເຊ​ທຸກ​ປະການ​ຢ່າງ​ໃດ, ພວກເຮົາ​ກໍ​ຈະ​ເຊື່ອຟັງ​ທ່ານ​ຢ່າງ​ນັ້ນ. ຂໍ​ແຕ່​ໃຫ້​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ທ່ານ​ຢູ່​ກັບ​ທ່ານ​ເໝືອນ​ດັ່ງ​ພຣະອົງ​ຢູ່​ກັບ​ໂມເຊ.18ຜູ້ໃດ​ກໍ​ຕາມ​ທີ່​ຂັດຂືນ​ຄຳເວົ້າ​ຂອງ​ທ່ານ ແລະ ບໍ່​ເຊື່ອຟັງ​ຄຳເວົ້າ​ຂອງ​ທ່ານ, ບໍ່​ວ່າ​ທ່ານ​ຈະ​ສັ່ງ​ພວກເຂົາ​ອັນໃດ, ຜູ້​ນັ້ນ​ຈະ​ຕ້ອງ​ມີ​ໂທດ​ເຖິງ​ຕາຍ. ຂໍ​ພຽງ​ແຕ່​ໃຫ້​ທ່ານ​ເຂັ້ມແຂງ ແລະ ກ້າຫານ!”

Biblica, Inc.

https://app.library.bible/content/eab9312f9f16b3a2