ພຣະບັນຍັດສອງ32
1ຟ້າສະຫວັນ, ຈົ່ງຟັງ ແລ້ວຂ້າພະເຈົ້າຈະກ່າວ;ແຜ່ນດິນໂລກ, ຈົ່ງຟັງຖ້ອຍຄຳຈາກປາກຂອງຂ້າພະເຈົ້າ.2ຂໍໃຫ້ຄຳສອນຂອງຂ້າພະເຈົ້າຕົກລົງມາດັ່ງຝົນແລະ ໃຫ້ຖ້ອຍຄຳຂອງຂ້າພະເຈົ້າຫລັ່ງລົງມາດັ່ງນ້ຳໝອກ,ເໝືອນດັ່ງສາຍຝົນລິນລົງເທິງຫຍ້າອ່ອນ,ເໝືອນດັ່ງສາຍຝົນລິນຍ້ອຍຫົດພືດພັນຂຽວສົດ.3ຂ້າພະເຈົ້າຈະປະກາດນາມຂອງພຣະເຈົ້າຢາເວ.ໂອ, ຈົ່ງສັນລະເສີນຄວາມຍິ່ງໃຫຍ່ຂອງພຣະເຈົ້າຂອງພວກເຮົາ!4ພຣະອົງເປັນສີລາ, ພັນທະກິດຂອງພຣະອົງກໍສົມບູນຄົບຖ້ວນ,ແລະ ວິຖີທາງທັງໝົດຂອງພຣະອົງກໍຍຸຕິທຳ.ພຣະເຈົ້າຜູ້ມີສັດຊື່ ຜູ້ບໍ່ເຮັດສິ່ງທີ່ຜິດເລີຍ,ພຣະອົງຊອບທຳ ແລະ ຍຸຕິທຳ.5ພວກເຂົາເສື່ອມຊາມ ແລະ ບໍ່ແມ່ນລູກຂອງພຣະອົງ;ພວກເຂົາເຮັດຕົນເອງເປັນທີ່ໜ້າອັບອາຍໂດຍເປັນຄົນລຸ້ນທີ່ຜິດປົກກະຕິ ແລະ ຄົດລ້ຽວ.6ພວກເຈົ້າຕອບສະໜອງຕໍ່ພຣະເຈົ້າຢາເວຢ່າງນີ້ບໍ,ປະຊາຊົນຜູ້ໂງ່ຈ້າ ແລະ ໄຮ້ປັນຍາ?ພຣະເຈົ້າບໍ່ແມ່ນພຣະບິດາ, ພຣະຜູ້ສ້າງຂອງພວກເຈົ້າ, ຜູ້ກໍ່ຮ່າງສ້າງພວກເຈົ້າຂຶ້ນມາບໍ?7ຈົ່ງລະນຶກເຖິງວັນເກົ່າຜ່ານມາ;ຈົ່ງພິຈາລະນາລຸ້ນຕັ້ງແຕ່ອະດີດດົນນາມາ.ຖາມພໍ່ຂອງພວກເຈົ້າເບິ່ງ ແລ້ວເພິ່ນຈະບອກພວກເຈົ້າໄດ້,ຖາມບັນດາຜູ້ອາວຸໂສຂອງພວກເຈົ້າເບິ່ງ, ແລ້ວພວກເພິ່ນຈະອະທິບາຍໃຫ້ພວກເຈົ້າຟັງ.8ເມື່ອອົງຜູ້ສູງສຸດໄດ້ມອບມໍລະດົກໃຫ້ແກ່ຊົນຊາດທັງຫລາຍ,ເມື່ອພຣະອົງໄດ້ແຍກມວນມະນຸດທັງໝົດ,ພຣະອົງກຳນົດເຂດແດນສຳລັບປະຊາຊົນຕາມຈຳນວນຂອງບັນດາລູກຊາຍຂອງອິດສະຣາເອນ. 9ສ່ວນຂອງພຣະເຈົ້າຢາເວນັ້ນຄືປະຊາຊົນຂອງພຣະອົງ,ຢາໂຄບຄືສ່ວນທີ່ເປັນກຳມະສິດຂອງພຣະອົງ.10ພຣະອົງໄດ້ພົບເພິ່ນໃນຖິ່ນແຫ້ງແລ້ງກັນດານ,ໃນທີ່ຮົກຮ້າງ ແລະ ເຕັມໄປດ້ວຍສຽງໂອ່ຍຄາງ.ພຣະອົງໄດ້ປົກປ້ອງ ແລະ ເບິ່ງແຍງເພິ່ນພຣະອົງເຝົ້າຮັກສາເພິ່ນເໝືອນດັ່ງແກ້ວຕາດວງໃຈຂອງພຣະອົງ,11ເໝືອນດັ່ງນົກອິນຊີສັ່ນຮັງຂອງມັນແລະ ບິນວົນວຽນຢູ່ເໜືອລູກອ່ອນຂອງມັນ,ກາງປີກອອກຮອງຮັບລູກນັ້ນປະຄັບປະຄອງພາລູກບິນໄປ.12ພຣະເຈົ້າຢາເວຜູ້ດຽວທີ່ນຳເພິ່ນໄປ;ບໍ່ມີພະຕ່າງດ້າວຢູ່ກັບເພິ່ນ.13ພຣະອົງເຮັດໃຫ້ເພິ່ນເດີນໄປຕາມເບື້ອງສູງແຫ່ງແຜ່ນແດນແລະ ລ້ຽງດູເພິ່ນດ້ວຍຜົນລະປູກຈາກທົ່ງນາ.ພຣະອົງບຳລຸງລ້ຽງເພິ່ນດ້ວຍນ້ຳເຜິ້ງຈາກໂງ່ນຫີນ,ແລະ ດ້ວຍນ້ຳມັນຈາກຫີນຜາ,14ດ້ວຍນົມຂຸ້ນ ແລະ ນ້ຳນົມຈາກຝູງສັດແລະ ພ້ອມກັບແກະ ແລະ ແບ້ໂຕຕຸ້ຍພີ,ດ້ວຍແກະຊັ້ນດີແຫ່ງບາຊານແລະ ເມັດເຂົ້າຫວີດຊັ້ນດີທີ່ສຸດ.ເພິ່ນໄດ້ດື່ມນ້ຳອະງຸ່ນສີແດງຊ້ຳທີ່ມີຝອດ.15ເຢຊູຣຸນ ກໍອ້ວນພີຂຶ້ນ ແລະ ພະຍົດ;ເມື່ອອິ່ມໜຳສຳລານດ້ວຍອາຫານ, ພວກເຂົາກໍຕຸ້ຍໃຫຍ່ ແລະ ຄ່ອງແຄ້ວ.ພວກເຂົາປະຖິ້ມພຣະເຈົ້າຜູ້ໄດ້ສ້າງພວກເຂົາແລະ ໄດ້ປະຕິເສດພຣະສີລາ ຜູ້ຊ່ວຍໃຫ້ພົ້ນຂອງຕົນ.16ພວກເຂົາເຮັດໃຫ້ພຣະອົງຫຶງຫວງຍ້ອນພະຕ່າງດ້າວທັງໝົດຂອງພວກເຂົາແລະ ເຮັດໃຫ້ພຣະອົງໃຈຮ້າຍຍ້ອນຮູບເຄົາລົບອັນໜ້າກຽດຊັງຂອງພວກເຂົາ.17ພວກເຂົາບູຊາພະທຽມ, ເຊິ່ງບໍ່ແມ່ນພຣະເຈົ້າ,ເປັນພະທີ່ພວກເຂົາບໍ່ເຄີຍຮູ້ຈັກ,ພະທີ່ຫາກໍປາກົດ,ພະທີ່ບັນພະບຸລຸດຂອງພວກເຈົ້າບໍ່ຢ້ານກົວ.18ພວກເຈົ້າໄດ້ປະຖິ້ມພຣະສີລາຜູ້ໃຫ້ກຳເນີດພວກເຈົ້າ;ພວກເຈົ້າໄດ້ລືມພຣະເຈົ້າຜູ້ໃຫ້ພວກເຈົ້າເກີດມາ.19ພຣະເຈົ້າຢາເວໄດ້ເຫັນສິ່ງນີ້ ແລະ ໄດ້ປະຕິເສດພວກເຂົາເພາະວ່າບັນດາລູກຊາຍ ແລະ ລູກສາວຂອງພຣະອົງເຮັດໃຫ້ພຣະອົງໃຈຮ້າຍ.20ພຣະອົງໄດ້ເວົ້າວ່າ, “ເຮົາຈະເຊື່ອງໜ້າຂອງເຮົາຈາກພວກເຂົາ,ແລະ ເບິ່ງວ່າບັ້ນປາຍຂອງພວກເຂົາຈະເປັນຢ່າງໃດ;ເພາະພວກເຂົາເປັນຄົນລຸ້ນທີ່ເສື່ອມຊາມ,ເປັນລູກຫລານຜູ້ບໍ່ສັດຊື່.21ພວກເຂົາເຮັດໃຫ້ເຮົາຫຶງຫວງກັບສິ່ງທີ່ບໍ່ແມ່ນພະແລະ ເຮັດໃຫ້ເຮົາໃຈຮ້າຍດ້ວຍຮູບເຄົາລົບອັນໄຮ້ຄ່າຂອງພວກເຂົາ.ເຮົາຈະເຮັດໃຫ້ພວກເຂົາອິດສາບັນດາຜູ້ທີ່ບໍ່ແມ່ນຊົນຊາດ;ເຮົາຈະເຮັດໃຫ້ພວກເຂົາໃຈຮ້າຍດ້ວຍປະຊາຊົນທີ່ບໍ່ມີຄວາມເຂົ້າໃຈ.22ເພາະໄຟຈະກະຕຸ້ນຄວາມໂກດຮ້າຍຂອງເຮົາ,ເຊິ່ງເຜົາຜານລົງໄປສູ່ແດນຄົນຕາຍເບື້ອງລຸ່ມ.ໄຟນັ້ນຈະເຜົາຜານໂລກ ແລະ ຜົນລະປູກທັງໝົດແລະ ເຮັດໃຫ້ຮາກຖານຂອງພູເຂົາທັງຫລາຍກໍລຸກໄໝ້.23“ເຮົາຈະສຸມໄພພິບັດທັງຫລາຍໃສ່ພວກເຂົາແລະ ຍິງທະນູເຂົ້າໃສ່ພວກເຂົາ.24ເຮົາຈະສົ່ງໄພອຶດຢາກອາຫານມາຕໍ່ສູ້ພວກເຂົາ,ສົ່ງໂລກລະບາດມາລ້າງຜານ ແລະ ໄພພິບັດຮ້າຍແຮງມາທຳລາຍພວກເຂົາ;ເຮົາຈະສົ່ງແຂ້ວຂອງສັດປ່າມາຕໍ່ສູ້ພວກເຂົາ,ສົ່ງພິດຂອງງູຮ້າຍທີ່ເລືອມາໃນຂີ້ດິນ.25ຕາມຫົນທາງຄົມດາບຈະປິດຊີວິດລູກຫລານຂອງພວກເຂົາ;ພາຍໃນເຮືອນພວກເຂົາຈະຄອບງຳໄປດ້ວຍຄວາມຢ້ານກົວ.ຊາຍໜຸ່ມ ແລະ ຍິງສາວຈະຈິບຫາຍໄປ,ທັງເດັກອ່ອນ ແລະ ຜູ້ເຖົ້າຜົມຫງອກ.26ເຮົາໄດ້ເວົ້າແລ້ວວ່າເຮົາຈະກະຈັດກະຈາຍພວກເຂົາອອກໄປແລະ ລຶບຊື່ພວກເຂົາອອກຈາກຄວາມຈຳຂອງມະນຸດ,27ແຕ່ເຮົາຢ້ານວ່າຄຳສຽດສີຂອງສັດຕູ,ຢ້ານວ່າຂູ່ແຂ່ງຈະເຂົ້າໃຈຜິດແລະ ເວົ້າວ່າ, ‘ມືຂອງພວກເຮົາໄດ້ຮັບໄຊຊະນະແລ້ວ;ພຣະເຈົ້າຢາເວບໍ່ໄດ້ເຮັດສິ່ງທັງໝົດເຫລົ່ານີ້ເລີຍ’ ”.28ພວກເຂົາເປັນຊົນຊາດທີ່ບໍ່ມີສາມັນສຳນຶກ,ບໍ່ມີວິຈາລະຍານໃນຕົນເອງ.29ຖ້າພຽງແຕ່ພວກເຂົາສະຫລາດ ແລະ ເຂົ້າໃຈແລະ ເບິ່ງອອກວ່າບັ້ນປາຍຂອງຕົນຈະເປັນຢ່າງໃດ!30ຄົນຜູ້ໜຶ່ງຈະໄລ່ຕາມຄົນເປັນພັນໄດ້ຢ່າງໃດ,ຫລື ສອງຄົນເຮັດໃຫ້ຄົນເປັນສິພັນພ່າຍໜີໄດ້ຢ່າງໃດ,ຖ້າບໍ່ແມ່ນເພາະພຣະສີລາຂອງພວກເຂົາໄດ້ຂາຍພວກເຂົາແລ້ວ,ຖ້າບໍ່ແມ່ນເພາະພຣະເຈົ້າຢາເວໄດ້ມອບພວກເຂົາໄວ້ແລ້ວ?31ເພາະສີລາຂອງພວກເຂົາບໍ່ເໝືອນພຣະສີລາຂອງພວກເຮົາ,ແມ່ນແຕ່ສັດຕູຂອງພວກເຮົາກໍຍອມຮັບເຊັ່ນນັ້ນ.32ເຫລົ້າອະງຸ່ນຂອງພວກເຂົາກໍມາຈາກເຫລົ້າອະງຸ່ນຂອງໂຊໂດມແລະ ຈາກທົ່ງນາຂອງໂກໂມຣາ.ໝາກອະງຸ່ນຂອງພວກເຂົາເຕັມໄປດ້ວຍຢາພິດແລະ ພວງໝາກອະງຸ່ນຂອງພວກເຂົາກໍເຕັມໄປດ້ວຍຄວາມຂົມຂື່ນ.33ເຫລົ້າອະງຸ່ນຂອງພວກເຂົາຄືພິດຂອງງູຮ້າຍ,ເປັນພິດຮ້າຍຂອງງູເຫົ່າ.34“ເຮົາບໍ່ໄດ້ເກັບຮັກສາເລື່ອງນີ້ໄວ້ແລະ ປະທັບຕາເກັບໄວ້ໃນຄັງຂອງເຮົາບໍ?35ການແກ້ແຄ້ນເປັນໜ້າທີ່ຂອງເຮົາເອງ; ເຮົາຈະຕອບແທນ.ເມື່ອເຖິງເວລາຕີນຂອງພວກເຂົາຈະມື່ນພະລາດ;ວັນແຫ່ງໄພພິບັດຂອງພວກເຂົາກໍໃກ້ເຂົ້າມາແລ້ວແລະ ຄວາມຈິບຫາຍຈະມາເຖິງພວກເຂົາຢ່າງໄວວາ”.36ພຣະເຈົ້າຢາເວຈະພິພາກສາປະຊາຊົນຂອງພຣະອົງແລະ ຜ່ອນຜັນໃຫ້ກັບຜູ້ຮັບໃຊ້ຂອງພຣະອົງເມື່ອພຣະອົງເຫັນກຳລັງຂອງພວກເຂົາເສື່ອມລົງແລະ ບໍ່ມີຜູ້ໃດເຫລືອຢູ່, ບໍ່ວ່າຂ້າທາດ ຫລື ອິດສະຫລະ.37ພຣະອົງຈະເວົ້າວ່າ: “ບັດນີ້ ພະທັງຫລາຍຂອງພວກເຂົາຢູ່ໃສ,ສີລາທີ່ພວກເຂົາລີ້ໄພຢູ່ໃນໄປໃສແລ້ວ,38ພະທີ່ກິນໄຂມັນເຄື່ອງບູຊາຂອງພວກເຂົາແລະ ດື່ມເຫລົ້າອະງຸ່ນຂອງເຄື່ອງດື່ມບູຊາຂອງພວກເຂົາໄປໃສແລ້ວ?ໃຫ້ພະເຫລົ່ານັ້ນລຸກຂຶ້ນມາຊ່ວຍພວກເຈົ້າ!ໃຫ້ພວກເຂົາເອົາບ່ອນກຳບັງໃຫ້ແກ່ພວກເຈົ້າ!39“ບັດນີ້ ເບິ່ງແມ ເຮົາເອງຄືຜູ້ນັ້ນ!ບໍ່ມີພະອື່ນໃດນອກຈາກເຮົາ.ເຮົາເຮັດໃຫ້ຕາຍ ແລະ ເຮົາໃຫ້ຊີວິດ,ເຮົາເຮັດໃຫ້ບາດເຈັບ ແລະ ເຮົາຈະຮັກສາໃຫ້ຫາຍດີ,ແລະ ບໍ່ມີຜູ້ໃດຊ່ວຍໃຫ້ພົ້ນຈາກມືຂອງເຮົາໄປໄດ້.40ເຮົາຊູມືຂອງເຮົາຂຶ້ນຟ້າສະຫວັນ ແລະ ສາບານຢ່າງຈິງຈັງວ່າ:ເຮົາດຳລົງຢູ່ຕະຫລອດໄປສັນໃດ,41ເມື່ອເຮົາລັບດາບອັນກະພິບຂອງເຮົາແລະ ເມື່ອມືຂອງເຮົາກຸມມັນໄວ້ໃນການພິພາກສາ,ເຮົາຈະແກ້ແຄ້ນສັດຕູຂອງເຮົາແລະ ຕອບແທນຜູ້ທີ່ກຽດຊັງເຮົາສັນນັ້ນ.42ເຮົາຈະເຮັດໃຫ້ລູກສອນຂອງເຮົາດື່ມເລືອດຈົນມຶນເມົາ,ໃນຂະນະທີ່ດາບຂອງເຮົາກໍຈະກິນເນື້ອໜັງຄືເລືອດຂອງຜູ້ຖືກຂ້າ ແລະ ຊະເລີຍ,ຫົວຂອງບັນດາຜູ້ນຳຂອງສັດຕູ”.43ປະຊາຊາດທັງຫລາຍ, ຈົ່ງຊື່ນຊົມຍິນດີຮ່ວມກັບປະຊາຊົນຂອງພຣະອົງ, , ເພາະພຣະອົງຈະແກ້ແຄ້ນໃຫ້ແກ່ເລືອດຂອງຜູ້ຮັບໃຊ້ຂອງພຣະອົງ;ພຣະອົງຈະແກ້ແຄ້ນສັດຕູຂອງພຣະອົງແລະ ຊຳລະລ້າງມົນທິນໃຫ້ແກ່ດິນແດນ ແລະ ປະຊາຊົນຂອງພຣະອົງ.44ໂມເຊມາກັບໂຢຊວຍ ລູກຊາຍຂອງນູນ ແລະ ກ່າວເນື້ອເພງໝົດທັງບົດນີ້ໃຫ້ປະຊາຊົນຟັງ.45ເມື່ອໂມເຊທ່ອງຂໍ້ຄວາມໃຫ້ຊາວອິດສະຣາເອນທັງໝົດຟັງຈົບແລ້ວ,46ເພິ່ນກໍກ່າວແກ່ພວກເຂົາວ່າ, “ຈົ່ງຈື່ຈຳທຸກຖ້ອຍຄຳທີ່ຂ້າພະເຈົ້າໄດ້ປະກາດແກ່ພວກເຈົ້າຢ່າງໜັກແໜ້ນໃນວັນນີ້, ເພື່ອວ່າພວກເຈົ້າຈະສັ່ງລູກຫລານຂອງພວກເຈົ້າໃຫ້ເຊື່ອຟັງທຸກຖ້ອຍຄຳໃນກົດບັນຍັດນີ້.47ກົດບັນຍັດນີ້ບໍ່ໄດ້ເປັນພຽງຖ້ອຍຄຳທີ່ເວົ້າໄປລ້າໆ ແຕ່ເປັນຊີວິດຂອງພວກເຈົ້າ. ໂດຍກົດບັນຍັດນີ້ພວກເຈົ້າຈະມີຊີວິດຍືນຍາວຢູ່ໃນດິນແດນທີ່ພວກເຈົ້າກຳລັງຈະຂ້າມແມ່ນ້ຳຈໍແດນໄປຄອບຄອງ”.
ໂມເຊຈະຕາຍເທິງພູເຂົາເນໂບ
48ໃນວັນດຽວກັນນັ້ນພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ,49“ຈົ່ງເຂົ້າໄປທີ່ອາບາຣິມ ຂຶ້ນໄປທີ່ພູເຂົາເນໂບໃນໂມອາບ, ເຊິ່ງຢູ່ກົງກັນຂ້າມກັບເມືອງເຢຣິໂກ ແລະ ແນມເບິ່ງການາອານ, ດິນແດນທີ່ເຮົາມອບໃຫ້ຊາວອິດສະຣາເອນຄອບຄອງເປັນຂອງຕົນ.50ເທິງພູເຂົາທີ່ເຈົ້າປີນຂຶ້ນໄປນັ້ນ ເຈົ້າຈະຕາຍໄປ ແລະ ຢູ່ຮ່ວມກັບຍາດພີ່ນ້ອງຂອງເຈົ້າຢູທີ່ນັ້ນ, ເໝືອນດັ່ງກັບອາໂຣນອ້າຍຂອງເຈົ້າ ເຊິ່ງຕາຍຢູ່ທີ່ພູເຂົາໂຮເຣ ແລະ ຖືກຮວບຮວມຢູ່ກັບຍາດພີ່ນ້ອງຂອງລາວ.51ເພາະເຈົ້າທັງສອງບໍ່ໄດ້ໃຫ້ກຽດເຮົາຕໍ່ໜ້າຊາວອິດສະຣາເອນຢູ່ທີ່ແມ່ນ້ຳເມຣີບາກາເດັດ ໃນຖິ່ນແຫ້ງແລ້ງກັນດານຊິນ ແລະ ບໍ່ໄດ້ເຊີດຊູຄວາມບໍລິສຸດຂອງເຮົາໃນທ່າມກາງຊາວອິດສະຣາເອນ.52ເຫດສະນັ້ນ, ເຈົ້າຈະເຫັນດິນແດນນັ້ນພຽງແຕ່ຢູ່ໄກ; ເຈົ້າຈະບໍ່ໄດ້ເຂົ້າໄປໃນດິນແດນທີ່ເຮົາຈະມອບໃຫ້ປະຊາຊົນອິດສະຣາເອນ”.Biblica, Inc.