ພຣະບັນຍັດສອງ31
ແຕ່ງຕັ້ງໂຢຊວຍແທນໂມເຊ
1ແລ້ວໂມເຊກໍອອກໄປ ແລະ ກ່າວຖ້ອຍຄຳເຫລົ່ານີ້ແກ່ປະຊາຊົນອິດສະຣາເອນທັງໝົດວ່າ:2“ບັດນີ້ ຂ້າພະເຈົ້າມີອາຍຸ 120 ປີແລ້ວ ແລະ ຂ້າພະເຈົ້າບໍ່ສາມາດເປັນຜູ້ນຳຂອງພວກເຈົ້າຕໍ່ໄປໄດ້. ພຣະເຈົ້າຢາເວໄດ້ເວົ້າກັບຂ້າພະເຈົ້າວ່າ, ‘ເຈົ້າຈະບໍ່ໄດ້ຂ້າມແມ່ນ້ຳຈໍແດນໄປ’.3ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າເອງຈະຂ້າມໄປກ່ອນພວກເຈົ້າ. ພຣະອົງຈະທຳລາຍຊົນຊາດຕ່າງໆເຫລົ່ານີ້ຕໍ່ໜ້າພວກເຈົ້າ ແລະ ພວກເຈົ້າຈະເຂົ້າໄປຄອບຄອງດິນແດນຂອງພວກເຂົາ. ໂຢຊວຍຈະນຳໜ້າພວກເຈົ້າຂ້າມໄປເໝືອນກັນຕາມທີ່ພຣະເຈົ້າຢາເວໄດ້ເວົ້າໄວ້.4ແລະ ພຣະເຈົ້າຢາເວຈະເຮັດກັບຊົນຊາດເຫລົ່ານັ້ນເໝືອນດັ່ງທີ່ພຣະອົງໄດ້ເຮັດກັບກະສັດສີໂຫນ ແລະ ກະສັດໂອກຂອງຊາວອາໂມ, ຜູ້ທີ່ພຣະອົງໄດ້ທຳລາຍໄປພ້ອມກັບດິນແດນຂອງພວກເຂົາ.5ພຣະເຈົ້າຢາເວຈະມອບພວກເຂົາໄວ້ໃນມືຂອງພວກເຈົ້າ ແລະ ພວກເຈົ້າຕ້ອງເຮັດກັບພວກເຂົາຕາມທີ່ຂ້າພະເຈົ້າໄດ້ສັ່ງພວກເຈົ້າໄວ້ທຸກຢ່າງ.6ຈົ່ງເຂັ້ມແຂງ ແລະ ກ້າຫານ. ຢ່າຢ້ານ ຫລື ຕົກໃຈຢ້ານພວກເຂົາເລີຍ, ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄປກັບພວກເຈົ້າ; ພຣະອົງຈະບໍ່ໄປຈາກພວກເຈົ້າ ຫລື ປະຖິ້ມພວກເຈົ້າເລີຍ”.7ແລ້ວໂມເຊຈຶ່ງໄດ້ເອີ້ນໂຢຊວຍມາ ແລະ ກ່າວກັບລາວຕໍ່ໜ້າຊາວອິດສະຣາເອນທັງໝົດວ່າ, “ຈົ່ງເຂັ້ມແຂງ ແລະ ກ້າຫານ, ເພາະເຈົ້າຕ້ອງນຳພາປະຊາຊົນເຫລົ່ານີ້ເຂົ້າໄປໃນດິນແດນທີ່ພຣະເຈົ້າຢາເວໄດ້ປະຕິຍານໄວ້ກັບບັນພະບຸລຸດຂອງພວກເຂົາວ່າຈະມອບໃຫ້ແກ່ພວກເຂົາ ແລະ ເຈົ້າຕ້ອງແບ່ງປັນດິນແດນນັ້ນໃຫ້ເປັນມໍລະດົກຂອງພວກເຂົາ.8ຢ່າຢ້ານ, ຢ່າໝົດກຳລັງໃຈເລີຍ. ພຣະເຈົ້າຢາເວເອງຈະນຳໜ້າເຈົ້າ ແລະ ຢູ່ກັບເຈົ້າ; ພຣະອົງຈະບໍ່ໄປຈາກເຈົ້າ ຫລື ປະຖິ້ມເຈົ້າເລີຍ”.ການອ່ານກົດບັນຍັດຕໍ່ໜ້າທຸກຄົນ
9ດັ່ງນັ້ນ ໂມເຊຈຶ່ງໄດ້ຂຽນກົດບັນຍັດນີ້ ແລະ ມອບໃຫ້ແກ່ປະໂລຫິດຊາວເລວີ ຜູ້ເຮັດໜ້າທີ່ຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວ ແລະ ແກ່ຜູ້ອາວຸໂສທັງໝົດຂອງອິດສະຣາເອນ.10ແລ້ວໂມເຊກໍໄດ້ສັ່ງພວກເຂົາວ່າ: “ທຸກທ້າຍປີຂອງປີທີເຈັດ, ເຊິ່ງເປັນປີແຫ່ງການຍົກໜີ້, ໃນຊ່ວງເທດສະການປຸກຕູບຢູ່,11ເມື່ອຊາວອິດສະຣາເອນທັງໝົດມາປາກົດຕໍ່ໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໃນບ່ອນທີ່ພຣະອົງຈະເລືອກນັ້ນ, ຈົ່ງອ່ານກົດບັນຍັດນີ້ຕໍ່ໜ້າພວກເຂົາໃຫ້ພວກເຂົາໄດ້ຍິນ.12ຈົ່ງເອີ້ນປະຊາຊົນມາຊຸມນຸມກັນທັງຜູ້ຊາຍ, ແມ່ຍິງ ແລະ ເດັກນ້ອຍກັບຄົນຕ່າງດ້າວທີ່ອາໄສຢູ່ໃນເມືອງຕ່າງໆຂອງພວກເຈົ້າ ເພື່ອວ່າພວກເຂົາຈະໄດ້ຟັງ ແລະ ຮຽນຮູ້ທີ່ຈະຢຳເກງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະ ເອົາໃຈໃສ່ປະຕິບັດຕາມທຸກຖ້ອຍຄຳໃນກົດບັນຍັດນີ້.13ລູກຫລານຂອງພວກເຂົາ, ຜູ້ທີ່ບໍ່ຮູ້ຈັກກົດບັນຍັດນີ້ຈະຕ້ອງໄດ້ຍິນ ແລະ ຮຽນຮູ້ທີ່ຈະຢຳເກງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຕາບທີ່ພວກເຈົ້າຍັງອາໄສຢູ່ໃນດິນແດນທີ່ພວກເຈົ້າຈະຂ້າມແມ່ນ້ຳຈໍແດນເພື່ອເຂົ້າໄປຄອບຄອງ”.ທຳນວາຍວ່າອິດສະຣາເອນຈະກະບົດ
14ພຣະເຈົ້າຢາເວໄດເວົ້າກັບໂມເຊວ່າ, “ບັດນີ້ ວັນທີ່ເຈົ້າຈະຕາຍກໍໃກ້ເຂົ້າມາແລ້ວ. ຈົ່ງເອີ້ນໂຢຊວຍເຂົ້າມາໃນເຕັນນັດພົບ, ບ່ອນທີ່ເຮົາຈະມອບໝາຍພາລະກິດໃຫ້ລາວ”. ດັ່ງນັ້ນ ໂມເຊກັບໂຢຊວຍຈຶ່ງມາທີ່ເຕັນນັດພົບ.15ແລ້ວພຣະເຈົ້າຢາເວກໍມາປາກົດຢູ່ທີ່ເຕັນໃນເສົາເມກ ແລະ ເມກກໍຕັ້ງຂຶ້ນຢູ່ເໜືອທາງເຂົ້າຂອງເຕັນ.16ແລະ ພຣະເຈົ້າຢາເວເວົ້າກັບໂມເຊວ່າ: “ເຈົ້າກຳລັງຈະໄດ້ພັກຜ່ອນຢູ່ກັບບັນພະບຸລຸດຂອງເຈົ້າ, ແລ້ວບໍ່ດົນປະຊາຊົນເຫລົ່ານີ້ກໍຈະເປັນຂາຍໂຕໃຫ້ແກ່ພະຂອງຄົນຕ່າງຊາດໃນດິນແດນທີ່ພວກເຂົາກຳລັງຈະເຂົ້າໄປ. ພວກເຂົາຈະປະຖິ້ມເຮົາ ແລະ ລະເມີດພັນທະສັນຍາທີ່ເຮົາໄດ້ເຮັດໄວ້ກັບພວກເຂົາ.17ແລະ ໃນວັນນັ້ນ ເຮົາຈະໃຈຮ້າຍໃຫ້ພວກເຂົາ ແລະ ປະຖິ້ມພວກເຂົາ; ເຮົາຈະເຊື່ອງໜ້າຂອງເຮົາຈາກພວກເຂົາ ແລະ ພວກເຂົາຈະຖືກທຳລາຍ. ໄພພິບັດ ແລະ ຄວາມຫຍຸ້ງຍາກຫລາຍຢ່າງຈະເກີດຂຶ້ນກັບພວກເຂົາ ແລະ ໃນວັນນັ້ນພວກເຂົາກໍຈະຖາມວ່າ, ‘ໄພພິບັດເຫລົ່ານີ້ເກີດຂຶ້ນກັບພວກເຮົາເພາະພຣະເຈົ້າຂອງພວກເຮົາບໍ່ໄດ້ຢູ່ກັບພວກເຮົາແລ້ວບໍ່ແມ່ນບໍ?’18ແລະ ໃນວັນນັ້ນເຮົາຈະເຊື່ອງໜ້າຂອງເຮົາຈາກພວກເຂົາຢ່າງແນ່ນອນ ເພາະຄວາມຊົ່ວຊ້າທັງໝົດຂອງພວກເຂົາທີ່ຫັນໄປຫາພະອື່ນ.19“ບັດນີ້ ຈົ່ງຂຽນບົດເພງນີ້ ແລະ ສອນຊາວອິດສະຣາເອນໃຫ້ພວກເຂົາຮ້ອງເພງນີ້, ເພື່ອວ່າບົດເພງນີ້ຈະເປັນພະຍານໃຫ້ແກ່ເຮົາເພື່ອຕໍ່ສູ້ພວກເຂົາ.20ເມື່ອເຮົານຳພວກເຂົາເຂົ້າສູ່ດິນແດນອັນອຸດົມສົມບູນດ້ວຍນ້ຳນົມ ແລະ ນ້ຳເຜິ້ງ, ດິນແດນທີ່ເຮົາໄດ້ສັນຍາດ້ວຍຄຳປະຕິຍານໄວ້ກັບບັນພະບຸລຸດຂອງພວກເຂົາ, ແລະ ເມື່ອພວກເຂົາກິນອີ່ມໜຳສຳລານ ແລະ ຈະເລີນຮຸ່ງເຮືອງ, ພວກເຂົາກໍຈະຫັນໄປກາບໄຫວ້ພະອື່ນ, ແລ້ວປະຖິ້ມເຮົາ ແລະ ລະເມີດພັນທະສັນຍາຂອງເຮົາ.21ແລະ ເມື່ອໄພພິບັດ ແລະ ຄວາມຫຍຸ້ງຍາກຫລາຍຢ່າງເກີດຂຶ້ນກັບພວກເຂົາແລ້ວ, ບົດເພງນີ້ຈະເປັນພະຍານຕໍ່ສູ້ພວກເຂົາ, ເພາະລູກຫລານຂອງພວກເຂົາຈະບໍ່ລືມບົດເພງນີ້. ເຮົາຮູ້ຢູ່ແລ້ວວ່າພວກເຂົາມີແນວໂນ້ມຈະເຮັດຫຍັງ, ຕັ້ງແຕ່ກ່ອນທີ່ເຮົາຈະນຳພວກເຂົາເຂົ້າໄປໃນດິນແດນທີ່ເຮົາໄດ້ສັນຍາດ້ວຍຄຳປະຕິຍານກັບພວກເຂົາ”.22ດັ່ງນັ້ນ ໂມເຊຈຶ່ງໄດ້ຂຽນເນື້ອເພງນີ້ໃນວັນນັ້ນ ແລະ ສອນໃຫ້ຊາວອິດສະຣາເອນ.23ພຣະເຈົ້າຢາເວໄດ້ມອບຄຳສັ່ງນີ້ໃຫ້ແກ່ໂຢຊວຍລູກຊາຍຂອງນູນວ່າ: “ຈົ່ງເຂັ້ມແຂງ ແລະ ກ້າຫານ, ເພາະເຈົ້າຈະນຳຊາວອິດສະຣາເອນເຂົ້າສູ່ດິນແດນທີ່ເຮົາໄດ້ສັນຍາດ້ວຍຄຳປະຕິຍານໄວ້ກັບພວກເຂົາ ແລະ ເຮົາເອງຈະຢູ່ກັບເຈົ້າ”.24ເມື່ອໂມເຊຂຽນກົດບັນຍັດທັງໝົດໄວ້ໃນໜັງສືນີ້ຕັ້ງແຕ່ຕົ້ນຈົນຈົບແລ້ວ,25ເພິ່ນກໍໄດ້ມອບຄຳສັ່ງນີ້ໃຫ້ຊາວເລວີຜູ້ທີ່ຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວວ່າ:26“ຈົ່ງຮັບເອົາໜັງສືກົດບັນຍັດນີ້ ແລະ ວາງໄວ້ຂ້າງຫີບພັນທະສັນຍາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. ໜັງສືກົດບັນຍັດນີ້ຈະຢູ່ທີ່ນັ້ນເພື່ອເປັນພະຍານຕໍ່ສູ້ພວກເຈົ້າ.27ເພາະຂ້າພະເຈົ້າຮູ້ວ່າພວກເຈົ້າເປັນຜູ້ກະບົດ ແລະ ດື້ດ້ານຫລາຍປານໃດ. ຖ້າພວກເຈົ້າໄດ້ກະບົດຕໍ່ສູ້ພຣະເຈົ້າຢາເວໃນຂະນະທີ່ຂ້າພະເຈົ້າຍັງຢູ່ກັບພວກເຈົ້າແລ້ວ, ພວກເຈົ້າກໍຈະກະບົດຕໍ່ພຣະເຈົ້າຢາເວຫລາຍຂຶ້ນປານໃດ ຫລັງຈາກທີ່ຂ້າພະເຈົ້າຕາຍໄປແລ້ວ!28ຈົ່ງເອີ້ນຜູ້ອາວຸໂສປະຈຳເຜົ່າທັງໝົດ ແລະ ເຈົ້າໜ້າທີ່ທັງໝົດຂອງພວກເຈົ້າມາເຕົ້າໂຮມກັນຕໍ່ໜ້າຂ້າພະເຈົ້າ, ເພື່ອວ່າຂ້າພະເຈົ້າຈະສາມາດກ່າວຖ້ອຍຄຳເຫລົ່ານີ້ໃຫ້ພວກເຂົາໄດ້ຍິນ ແລະ ອ້າງຟ້າສະຫວັນ ແລະ ແຜ່ນດິນໂລກມາເປັນພະຍານຕໍ່ສູ້ພວກເຂົາ.29ເພາະຂ້າພະເຈົ້າຮູ້ຢູ່ວ່າຫລັງຈາກຂ້າພະເຈົ້າຕາຍໄປແລ້ວ ພວກເຈົ້າຈະເສື່ອມຊາມລົງແນ່ນອນ ແລະ ຫັນໜີໄປຈາກທາງທີ່ຂ້າພະເຈົ້າໄດ້ສັ່ງພວກເຈົ້າໄວ້ນັ້ນ. ໃນເວລາຕໍ່ມາ, ໄພພິບັດຈະຕົກມາໃສ່ພວກເຈົ້າ ເພາະພວກເຈົ້າຈະເຮັດສິ່ງຊົ່ວຮ້າຍໃນສາຍຕາຂອງພຣະເຈົ້າຢາເວ ແລະ ຍົວະໃຫ້ພຣະອົງເກີດຄວາມໃຈຮ້າຍຍ້ອນສິ່ງທີ່ມືຂອງພວກເຈົ້າໄດ້ເຮັດ”.ບົດເພງຂອງໂມເຊ
30ແລ້ວໂມເຊກໍໄດ້ທ່ອງບົດເພງຕັ້ງແຕ່ຕົ້ນຈົນຈົບໃຫ້ຊຸມນຸມຂອງອິດສະຣາເອນທັງໝົດຟັງດັ່ງນີ້:Biblica, Inc.