ພຣະບັນຍັດສອງ28
ພຣະພອນສຳລັບການເຊື່ອຟັງ
1ຖ້າພວກເຈົ້າເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຢ່າງຄົບຖ້ວນ ແລະ ປະຕິບັດຕາມຄຳສັ່ງທັງໝົດທີ່ຂ້າພະເຈົ້າມອບໃຫ້ພວກເຈົ້າໃນວັນນີ້, ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະຍົກພວກເຈົ້າຂຶ້ນເໜືອຊົນຊາດທັງໝົດເທິງແຜ່ນດິນໂລກ.2ພຣະພອນເຫລົ່ານີ້ທັງໝົດຈະມາເຖິງພວກເຈົ້າ ແລະ ຕິດຕາມພວກເຈົ້າໄປ ຖ້າພວກເຈົ້າເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.3ພວກເຈົ້າຈະໄດ້ຮັບພອນທັງໃນເມືອງ ແລະ ໃນຊົນນະບົດ.4ຜົນຜະລິດຈາກມຸດລູກຂອງພວກເຈົ້າ ແລະ ຜົນຜະລິດຈາກແຜ່ນດິນຂອງພວກເຈົ້າ ແລະ ລູກອ່ອນຈາກຝູງສັດລ້ຽງຂອງພວກເຈົ້າ ຄືຝູງງົວ ແລະ ຝູງແກະຂອງພວກເຈົ້າຈະໄດ້ຮັບພອນ.5ກະຕ່າຂອງພວກເຈົ້າ ແລະ ຮາງນວດແປ້ງຂອງພວກເຈົ້າກໍຈະໄດ້ຮັບພອນ.6ພວກເຈົ້າຈະໄດ້ຮັບພອນເມື່ອພວກເຈົ້າຈະເຂົ້າມາ ແລະ ພວກເຈົ້າຈະໄດ້ຮັບພອນເມື່ອພວກເຈົ້າອອກໄປ.7ພຣະເຈົ້າຢາເວຈະປາບບັນດາສັດຕູທີ່ລຸກຂຶ້ນຕໍ່ສູ້ພວກເຈົ້າໃຫ້ພ່າຍແພ້ຕໍ່ໜ້າພວກເຈົ້າ. ພວກເຂົາຈະເຂົ້າມາຫາພວກເຈົ້າຈາກທາງດຽວກັນ ແຕ່ປົບໜີໄປຈາກພວກເຈົ້າເຈັດທາງ.8ພຣະເຈົ້າຢາເວຈະອວຍພອນເລົ້າເຂົ້າຂອງພວກເຈົ້າ ແລະ ທຸກສິ່ງທີ່ພວກເຈົ້າລົງມືເຮັດ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະອວຍພອນພວກເຈົ້າໃນດິນແດນທີ່ພຣະອົງມອບໃຫ້ແກ່ພວກເຈົ້າ.9ຖ້າພວກເຈົ້າປະຕິບັດຕາມຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະ ດຳເນີນຊີວິດດ້ວຍການເຊື່ອຟັງພຣະອົງ, ພຣະເຈົ້າຢາເວກໍຈະຕັ້ງພວກເຈົ້າໃຫ້ເປັນດັ່ງປະຊາຊົນບໍລິສຸດຂອງພຣະອົງ ຕາມທີ່ພຣະອົງໄດ້ສັນຍາໄວ້ກັບພວກເຈົ້າດ້ວຍຄຳປະຕິຍານ.10ແລ້ວທຸກຄົນທີ່ຢູ່ໃນແຜ່ນດິນໂລກຈະເຫັນວ່າພວກເຈົ້າໄດ້ຮັບການເອີ້ນຊື່ຕາມນາມຂອງພຣະເຈົ້າຢາເວ ແລະ ພວກເຂົາຈະຢຳເກງພວກເຈົ້າ.11ພຣະເຈົ້າຢາເວຈະໃຫ້ພວກເຈົ້າມີຄວາມຈະເລີນຮຸ່ງເຮືອງຢ່າງລົ້ນເຫລືອ ດ້ວຍຜົນຜະລິດຈາກມົດລູກຂອງພວກເຈົ້າ, ລູກອ່ອນຈາກຝູງສັດລ້ຽງຂອງພວກເຈົ້າ ແລະ ຜົນຜະລິດຈາກແຜ່ນດິນຂອງພວກເຈົ້າ ໃນດິນແດນທີ່ພຣະອົງໄດ້ປະຕິຍານໄວ້ກັບບັນພະບຸລຸດຂອງພວກເຈົ້າວ່າຈະມອບໃຫ້ພວກເຈົ້າ.12ພຣະເຈົ້າຢາເວຈະເປີດຟ້າສະຫວັນ ເຊິ່ງເປັນຄັງອັນອຸດົມສົມບູນຂອງພຣະອົງ, ເພື່ອສົ່ງຝົນຕົກລົງມາໃສ່ແຜ່ນດິນຂອງພວກເຈົ້າຕາມລະດູການ ແລະ ຈະອວຍພອນວຽກງານທຸກຢ່າງທີ່ພວກເຈົ້າເຮັດ. ພວກເຈົ້າຈະໃຫ້ຫລາຍຊົນຊາດກູ້ຢືມ ແຕ່ຈະບໍ່ຢືມຈາກຜູ້ໃດເລີຍ.13ພຣະເຈົ້າຢາເວຈະເຮັດໃຫ້ພວກເຈົ້າເປັນຫົວ, ບໍ່ແມ່ນເປັນຫາງ. ຖ້າພວກເຈົ້າເອົາໃຈໃສ່ຕໍ່ຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າທີ່ຂ້າພະເຈົ້າມອບໃຫ້ພວກເຈົ້າໃນວັນນີ້ ແລະ ປະຕິບັດຕາມຄຳສັ່ງນັ້ນຢ່າງເຄັ່ງຄັດ ພວກເຈົ້າກໍຈະຢູ່ເບື້ອງເທິງສຸດສະເໝີ, ຈະບໍ່ມີວັນຢູ່ເບື້ອງລຸ່ມເລີຍ,14ຢ່າຫັນໜີຈາກຄຳສັ່ງທີ່ຂ້າພະເຈົ້າມອບໃຫ້ພວກເຈົ້າໃນວັນນີ້, ຢ່າຫັນໄປທາງຂວາ ຫລື ຫັນໄປທາງຊ້າຍ, ຢ່າໄປຕິດຕາມພະອື່ນ ແລະ ຮັບໃຊ້ບັນດາພະເຫລົ່ານັ້ນ.ຄຳສາບແຊ່ງສຳລັບການບໍ່ເຊື່ອຟັງ
15ເຖິງຢ່າງໃດກໍຕາມ, ຖ້າພວກເຈົ້າບໍ່ເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະ ບໍ່ເອົາໃຈໃສ່ປະຕິບັດຕາມຄຳສັ່ງ ແລະ ດຳລັດຂອງພຣະອົງ ເຊິ່ງຂ້າພະເຈົ້າກຳລັງມອບໃຫ້ພວກເຈົ້າໃນວັນນີ້, ຄຳສາບແຊ່ງເຫລົ່ານີ້ທັງໝົດກໍຈະມາເຖິງພວກເຈົ້າ.16ພວກເຈົ້າຈະຖືກສາບແຊ່ງໃນເມືອງ ແລະ ໃນຊົນນະບົດ.17ກະຕ່າ ແລະ ຮາງນວດແປ້ງຂອງພວກເຈົ້າຈະຖືກສາບແຊ່ງ.18ຜົນຜະລິດຈາກມຸດລູກຂອງພວກເຈົ້າ ແລະ ຜົນຜະລິດຈາກແຜ່ນດິນຂອງພວກເຈົ້າ ແລະ ລູກອ່ອນຈາກຝູງສັດລ້ຽງຂອງພວກເຈົ້າ ຄືຝູງງົວ ແລະ ຝູງແກະຂອງພວກເຈົ້າຈະຖືກສາບແຊ່ງ.19ພວກເຈົ້າຈະຖືກສາບແຊ່ງເມື່ອພວກເຈົ້າເຂົ້າມາ ແລະ ຖືກສາບແຊ່ງເມື່ອພວກເຈົ້າອອກໄປ.20ພຣະເຈົ້າຢາເວຈະສົ່ງຄຳສາບແຊ່ງລົງມາໃສ່ພວກເຈົ້າ, ພວກເຈົ້າຈະສັບສົນ ແລະ ທຸກສິ່ງທີ່ພວກເຈົ້າເຮັດຈະຖືກຕຳໜິ, ຈົນກວ່າພວກເຈົ້າຈະຖືກທຳລາຍ ແລະ ເຖິງແກ່ຄວາມຈິບຫາຍຢ່າງໄວວາ ເພາະຄວາມຊົ່ວຮ້າຍທີ່ພວກເຈົ້າໄດ້ເຮັດ ໂດຍການປະຖິ້ມພຣະອົງ. 21ພຣະເຈົ້າຢາເວຈະລົງໂທດພວກເຈົ້າດ້ວຍໂລກລະບາດກັບພະຍາດຕ່າງໆ ຈົນກວ່າພຣະອົງຈະທຳລາຍພວກເຈົ້າໃຫ້ໝົດໄປຈາກດິນແດນທີ່ພວກເຈົ້າເຂົ້າໄປຄອບຄອງ.22ພຣະເຈົ້າຢາເວຈະຟາດພວກເຈົ້າດ້ວຍໂລກຮ່າງກາຍເສື່ອມໂຊມ, ດ້ວຍໄຂ້ ແລະ ການອັກເສບ, ດ້ວຍຄວາມຮ້ອນໄໝ້ ແລະ ຄວາມແຫ້ງແລ້ງ, ດ້ວຍໃບໃໝ້ ແລະ ດ້ວຍເຊື້ອລາ ເຊິ່ງຈະລົບກວນພວກເຈົ້າຈົນກວ່າພວກເຈົ້າຈະຈິບຫາຍໄປ.23ທ້ອງຟ້າເໜືອຫົວຂອງພວກເຈົ້າຈະເປັນເໝືອນທອງສຳລິດ, ແຜ່ນດິນເບື້ອງລຸ່ມຈະເປັນເຫລັກ.24ພຣະເຈົ້າຢາເວຈະປ່ຽນຝົນກາຍເປັນຝຸ່ນ ແລະ ຜົງ ເຊິ່ງລົງມາຈາກທ້ອງຟ້າຈົນກວ່າພວກເຈົ້າຈະຖືກທຳລາຍໄປ.25ພຣະເຈົ້າຢາເວຈະເຮັດໃຫ້ພວກເຈົ້າພ່າຍແພ້ຕໍ່ໜ້າບັນດາສັດຕູຂອງພວກເຈົ້າ. ພວກເຈົ້າຈະອອກໄປປະເຊີນໜ້າກັບພວກເຂົາທາງດຽວ ແຕ່ປົບໜີຈາກພວກເຂົາເຈັດທາງ ແລະ ພວກເຈົ້າຈະກາຍເປັນສິ່ງທີ່ໜ້າຢ້ານຫລາຍແກ່ອານາຈັກທັງໝົດໃນແຜ່ນດິນໂລກ.26ຊາກສົບຂອງພວກເຈົ້າຈະຕົກເປັນອາຫານຂອງນົກ ແລະ ສັດປ່າ, ແລ້ວຈະບໍ່ມີຜູ້ໃດຂັບໄລ່ພວກມັນໃຫ້ໜີໄປໄດ້.27ພຣະເຈົ້າຢາເວຈະເຮັດໃຫ້ພວກເຈົ້າທໍລະມານດ້ວຍຕຸ່ມຝີຢ່າງທີ່ເຄີຍເກີດກັບຊາວເອຢິບ ແລະ ດ້ວຍເນື້ອງອກ, ມີບາດແຜເປັນໜອງ ແລະ ຄັນດ້ວຍ, ເຊິ່ງພວກເຈົ້າບໍ່ສາມາດປິ່ນປົວໃຫ້ຫາຍດີໄດ້.28ພຣະເຈົ້າຢາເວຈະທໍລະມານພວກເຈົ້າດ້ວຍຄວາມວິຕົກກັງວົນ, ຕາບອດ ແລະ ໃຈສັບສົນວຸ້ນວາຍ.29ເວລາກາງເວັນພວກເຈົ້າຈະງົມທາວໄປທົ່ວເໝືອນຄົນຕາບອດຢູ່ໃນຄວາມມືດ. ພວກເຈົ້າຈະບໍ່ປະສົບຄວາມສຳເລັດໃນທຸກສິ່ງທີ່ພວກເຈົ້າເຮັດ, ພວກເຈົ້າຈະຖືກກົດຂີ່ຂົ່ມເຫັງ ແລະ ຖືກປຸ້ນທຸກວັນ ໂດຍບໍ່ມີຜູ້ໃດຊ່ວຍພວກເຈົ້າເລີຍ.30ພວກເຈົ້າຈະໝັ້ນໝາຍຍິງສາວໄວ້ເພື່ອແຕ່ງງານ, ແຕ່ຊາຍອື່ນຈະເອົານາງໄປຂົ່ມຂືນ. ພວກເຈົ້າຈະສ້າງເຮືອນ, ແຕ່ພວກເຈົ້າຈະບໍ່ໄດ້ເຂົ້າຢູ່ໃນເຮືອນນັ້ນ. ພວກເຈົ້າຈະປູກສວນອະງຸ່ນ, ແຕ່ບໍ່ມີວັນໄດ້ກິນໝາກຂອງມັນ.31ງົວຂອງພວກເຈົ້າຈະຖືກຂ້າຕໍ່ໜ້າພວກເຈົ້າ, ແຕ່ພວກເຈົ້າຈະບໍ່ໄດ້ກິນຊີ້ນມັນເລີຍ. ລໍຂອງພວກເຈົ້າຈະຖືກໄລ່ຕ້ອນໄປຕໍ່ໜ້າພວກເຈົ້າ ແລະ ຈະບໍ່ໄດ້ກັບຄືນມາອີກ. ແກະຂອງພວກເຈົ້າຈະຖືກມອບໃຫ້ແກ່ສັດຕູຂອງພວກເຈົ້າ ແລະ ຈະບໍ່ມີຜູ້ໃດຊ່ວຍຊີວິດພວກມັນເລີຍ.32ບັນດາລູກຊາຍ ແລະ ລູກສາວຂອງພວກເຈົ້າຈະຖືກມອບໃຫ້ເປັນທາດຂອງອີກຊາດອື່ນ ແລະ ພວກເຈົ້າຈະຕັ້ງຕາລໍຖ້າລູກທຸກວັນ, ແຕ່ບໍ່ອາດຊ່ວຍຫຍັງພວກເຂົາໄດ້.33ຄົນທີ່ພວກເຈົ້າບໍ່ຮູ້ຈັກຈະມາກິນຜົນຜະລິດທີ່ພວກເຈົ້າໄດ້ລົງມືປູກ, ຕະຫລອດຊີວິດຂອງພວກເຈົ້າຈະມີແຕ່ການກົດຂີ່ຂົ່ມເຫັງອັນໂຫດຮ້າຍທາລຸນ.34ສິ່ງຕ່າງໆທີ່ເຫັນຈະເຮັດໃຫ້ພວກເຈົ້າເປັນບ້າໄປ.35ພຣະເຈົ້າຢາເວຈະທໍລະມານຫົວເຂົ່າ ແລະ ຂາຂອງພວກເຈົ້າດ້ວຍຕຸ່ມຝີທີ່ເຈັບປວດທີ່ບໍ່ສາມາດປິ່ນປົວໃຫ້ຫາຍດີໄດ້, ເປັນບາດແຜລາມຕັ້ງແຕ່ສົ້ນຕີນຂຶ້ນໄປເຖິງເທິງຫົວ.36ພຣະເຈົ້າຢາເວຈະຂັບໄລ່ພວກເຈົ້າ ແລະ ກະສັດທີ່ພວກເຈົ້າເລືອກໃຫ້ປົກຄອງພວກເຈົ້ານັ້ນໄປທີ່ຊົນຊາດທີ່ພວກເຈົ້າ ຫລື ບັນພະບຸລຸດຂອງພວກເຈົ້າບໍ່ເຄີຍຮູ້ຈັກ. ຢູ່ທີ່ນັ້ນພວກເຈົ້າຈະກາບໄຫວ້ພະອື່ນ ເປັນພະທີ່ສ້າງຂຶ້ນຈາກໄມ້ ແລະ ຫີນ.37ພວກເຈົ້າຈະກາຍເປັນສິ່ງທີ່ໜ້າຢ້ານກົວ, ເປັນຂີ້ປາກ ແລະ ເປັນຄຳເຢາະເຢີ້ຍໃນທ່າມກາງຊົນຊາດທັງຫລາຍ ບ່ອນທີ່ພຣະເຈົ້າຢາເວໄດ້ຂັບໄລ່ພວກເຈົ້າໄປ.38ພວກເຈົ້າຈະຫວ່ານເມັດພືດຈຳນວນຫລາຍໃນທົ່ງນາຂອງພວກເຈົ້າ ແຕ່ຈະເກັບກ່ຽວໄດ້ໜ້ອຍ, ເພາະຕັກແຕນຈະກັດກິນພືດຜົນ.39ພວກເຈົ້າຈະປູກສວນອະງຸ່ນ ແລະ ເບິ່ງຮັກສາສວນນັ້ນ ແຕ່ພວກເຈົ້າຈະບໍ່ໄດ້ດື່ມເຫລົ້າອະງຸ່ນ ຫລື ໄດ້ເກັບໝາກອະງຸ່ນ, ເພາະໜອນຈະກັດກິນໝາກອະງຸ່ນນັ້ນ.40ພວກເຈົ້າຈະມີຕົ້ນໝາກກອກຢູ່ທົ່ວແຜ່ນດິນຂອງເຈົ້າ ແຕ່ພວກເຈົ້າຈະບໍ່ໄດ້ໃຊ້ນ້ຳມັນ, ເພາະໝາກກອກຈະຫລົ່ນໝົດ.41ພວກເຈົ້າຈະມີລູກຊາຍ ແລະ ລູກສາວ ແຕ່ພວກເຈົ້າຈະຮັກສາພວກເຂົາໄວ້ບໍ່ໄດ້, ເພາະພວກເຂົາຈະຖືກຈັບໄປເປັນຊະເລີຍ.42ຝູງຕັກແຕນຈະທຳລາຍຕົ້ນໄມ້ ແລະ ພືດຜົນໃນແຜ່ນດິນຂອງພວກເຈົ້າຈົນໝົດກ້ຽງ.43ຄົນຕ່າງດ້າວທີ່ອາໄສຢູ່ໃນທ່າມກາງພວກເຈົ້າຈະຮຸ່ງເຮືອງຫລາຍຂຶ້ນເລື້ອຍໆ, ແຕ່ພວກເຈົ້າຈະຕົກຕ່ຳລົງເລື້ອຍໆ.44ພວກເຂົາຈະເປັນຝ່າຍໃຫ້ພວກເຈົ້າຢືມ, ແຕ່ບໍ່ແມ່ນພວກເຈົ້າທີ່ເປັນຝ່າຍໃຫ້ພວກເຂົາຢືມ. ພວກເຂົາຈະເປັນຫົວ, ແຕ່ພວກເຈົ້າຈະເປັນຫາງ.45ຄຳສາບແຊ່ງທັງໝົດນີ້ຈະຕົກແກ່ພວກເຈົ້າ ແລະ ຈະໄລ່ຕາມພວກເຈົ້າຈົນພວກເຈົ້າຈິບຫາຍໄປໝົດ, ເນື່ອງຈາກພວກເຈົ້າບໍ່ໄດ້ເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະ ບໍ່ຖືຮັກສາຂໍ້ຄຳສັ່ງ ແລະ ດຳລັດຕ່າງໆຂອງພຣະອົງທີ່ໄດ້ມອບໃຫ້ແກ່ພວກເຈົ້າໄວ້.46ສິ່ງເຫລົ່ານີ້ຈະເປັນໝາຍສຳຄັນ ແລະ ການອັດສະຈັນແກ່ພວກເຈົ້າ ແລະ ເຊື້ອສາຍຂອງພວກເຈົ້າຕະຫລອດໄປ.47ເພາະພວກເຈົ້າບໍ່ໄດ້ຮັບໃຊ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າດ້ວຍຄວາມຊື່ນຊົມຍິນດີ ແລະ ດ້ວຍຄວາມເຕັມໃຈໃນຍາມທີ່ພວກເຈົ້າຈະເລີນຮຸ່ງເຮືອງ,48ເຫດສະນັ້ນ ພວກເຈົ້າຈະຕ້ອງຮັບໃຊ້ສັດຕູທີ່ພຣະເຈົ້າຢາເວສົ່ງມາຕໍ່ສູ້ພວກເຈົ້າຢ່າງອຶດຫິວ ແລະ ກະຫາຍນ້ຳ, ຢ່າງເປືອຍກາຍ ແລະ ຢ່າງໝົດຕົວ. ພຣະອົງຈະວາງແອກເຫລັກເທິງຄໍຂອງພວກເຈົ້າຈົນກວ່າພຣະອົງຈະທຳລາຍພວກເຈົ້າໃຫ້ໝົດສິ້ນໄປ.49ພຣະເຈົ້າຢາເວຈະນຳຊົນຊາດໜຶ່ງຈາກແດນໄກ, ຈາກສຸດປາຍແຜ່ນດິນໂລກ ເຊິ່ງເວົ້າພາສາທີ່ພວກເຈົ້າບໍ່ອາດເຂົ້າໃຈມາຕໍ່ສູ້ກັບພວກເຈົ້າດັ່ງນົກອິນຊີບິນເຈີດລົງມາ.50ເປັນຊົນຊາດທີ່ໜ້າຕາໂຫດຮ້າຍ ບໍ່ເຄົາລົບນັບຖືຜູ້ເຖົ້າ ຫລື ສົງສານຜູ້ໜຸ່ມ.51ພວກເຂົາຈະກືນກິນລູກອ່ອນຈາກຝູງສັດລ້ຽງຂອງພວກເຈົ້າ ແລະ ພືດຜົນຈາກດິນແດນຂອງພວກເຈົ້າຈົນພວກເຈົ້າຖືກທຳລາຍໝົດສິ້ນ. ພວກເຂົາຈະບໍ່ໃຫ້ເມັດເຂົ້າ, ເຫລົ້າອະງຸ່ນໃໝ່, ນ້ຳມັນໝາກກອກ, ລູກງົວ ຫລື ລູກແກະຈາກຝູງສັດລ້ຽງຂອງພວກເຈົ້າເຫລືອໄວ້ຈົນກວ່າພວກເຈົ້າຈະຈິບຫາຍ.52ພວກເຂົາຈະປິດລ້ອມເມືອງຕ່າງໆທົ່ວດິນແດນຂອງພວກເຈົ້າ ຈົນກວ່າປ້ອມປ້ອງກັນທີ່ເປັນກຳແພງສູງທີ່ພວກເຈົ້າໄວ້ວາງໃຈນັ້ນຈະພັງລົງ. ພວກເຂົາຈະປິດລ້ອມເມືອງທັງໝົດທົ່ວດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າມອບໃຫ້ພວກເຈົ້າ.53ເນື່ອງຈາກຄວາມທຸກທໍລະມານ ສັດຕູຂອງພວກເຈົ້າຈະສ້າງຄວາມເດືອດຮ້ອນໃຫ້ແກ່ພວກເຈົ້າໃນຊ່ວງຖືກປິດລ້ອມເມືອງ, ພວກເຈົ້າຈະກິນຜົນແຫ່ງມົດລູກຂອງພວກເຈົ້າຄື ກິນຊີ້ນລູກຊາຍ ແລະ ລູກສາວທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບໃຫ້ແກ່ພວກເຈົ້າ.54ແມ່ນແຕ່ຊາຍທີ່ອ່ອນໂຍນ ແລະ ໃຈອ່ອນທີ່ສຸດໃນພວກເຈົ້າກໍຍັງຈະບໍ່ມີຄວາມເມດຕາຕໍ່ອ້າຍນ້ອງຂອງຕົນເອງ ຫລື ຕໍ່ເມຍທີ່ລາວຮັກ ແລະ ລູກຂອງລາວທີ່ຍັງມີຊີວິດຢູ່,55ແລະ ລາວຈະບໍ່ຍອມແບ່ງປັນຊີ້ນຂອງລູກຫລານຂອງຕົນ ເຊິ່ງລາວກຳລັງກິນຢູ່ນັ້ນ ໃຫ້ຄົນເຫລົ່ານັ້ນຈັກຄົນເລີຍ. ນັ້ນເປັນສິ່ງທັງໝົດທີ່ລາວເຫລືອຢູ່ ເພາະຄວາມທຸກທໍລະມານທີ່ສັດຕູຂອງພວກເຈົ້າສ້າງຄວາມເດືອນຮ້ອນແກ່ພວກເຈົ້າໃນຊ່ວງທີ່ພວກເຂົາປິດລ້ອມເມືອງທັງໝົດຂອງພວກເຈົ້າ.56ຜູ້ຍິງທີ່ອ່ອນໂຍນ ແລະ ໃຈອ່ອນໃນພວກເຈົ້າ ຄືອ່ອນໂຍນ ແລະ ໃຈອ່ອນທີ່ສຸດຈົນວ່າຕີນຂອງນາງເກືອບວ່າຈະບໍ່ແຕະຮອດດິນ ກໍຍັງຈະບໍ່ຍອມແບ່ງປັນໃຫ້ກັບຜົວທີ່ນາງຮັກ ຫລື ລູກຊາຍ ຫລື ລູກສາວຂອງຕົນ57ນາງຈະເຊື່ອງເດັກນ້ອຍທີ່ຫາກໍເກີດໃໝ່ຈາກມົດລູກຂອງນາງເພື່ອເກັບໄວ້ກິນຄົນດຽວໃນຊ່ວງຢຶດເມືອງ ທ່າມກາງຄວາມທຸກຍາກລຳບາກດ້ວຍມືຂອງສັດຕູໃນເມືອງຕ່າງໆຂອງພວກເຈົ້າ.58ຖ້າພວກເຈົ້າບໍ່ເອົາໃຈໃສ່ປະຕິບັດຕາມຖ້ອຍຄຳທັງໝົດໃນກົດບັນຍັດທີ່ບັນທຶກໄວ້ໃນໜັງສືເຫລັ້ມນີ້ ແລະ ບໍ່ຢຳເກງນາມອັນເຕັມດ້ວຍສະຫງ່າລາສີ ແລະ ໜ້າຢ້ານກົວຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.59ພຣະເຈົ້າຢາເວຈະສົ່ງໂລກລະບາດອັນໜ້າຢ້ານ, ໄພພິບັດອັນຮຸນແຮງ ແລະ ແກ່ຍາວ, ຄວາມເຈັບປ່ວຍອັນຮ້າຍແຮງ ແລະ ຊຳເຮື້ອມາໃຫ້ແກ່ພວກເຈົ້າ ແລະ ເຊື້ອສາຍຂອງພວກເຈົ້າ.60ພຣະອົງຈະນຳພະຍາດຮ້າຍແຮງທັງໝົດແຫ່ງເອຢິບທີ່ພວກເຈົ້າຢ້ານກົວຫລາຍມາເຖິງພວກເຈົ້າ ແລະ ພະຍາດນັ້ນກໍຈະເກາະຕິດຢູ່ກັບພວກເຈົ້າ.61ພຣະເຈົ້າຢາເວຈະນຳເອົາຄວາມເຈັບປ່ວຍ ແລະ ໄພພິບັດທຸກປະເພດທີ່ບໍ່ໄດ້ບັນທຶກໄວ້ໃນໜັງສືກົດບັນຍັດນີ້ມາໃຫ້ແກ່ພວກເຈົ້າ ຈົນກວ່າພວກເຈົ້າຈະຖືກທຳລາຍໄປໝົດ.62ເຖິງແມ່ນວ່າພວກເຈົ້າເຄີຍມີຈຳນວນຫລວງຫລາຍເໝືອນດັ່ງດວງດາວໃນທ້ອງຟ້າກໍຕາມ ພວກເຈົ້າກໍຈະເຫລືອຢູ່ພຽງໜ້ອຍດຽວ, ເພາະພວກເຈົ້າບໍ່ເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.63ເຊັ່ນດຽວກັບທີ່ພຣະເຈົ້າຢາເວພໍໃຈຈະເຮັດໃຫ້ພວກເຈົ້າຈະເລີນຮຸ່ງເຮືອງ ແລະ ເພີ່ມທະວີຈຳນວນຂຶ້ນນັ້ນ, ດັ່ງນັ້ນ ພຣະອົງກໍຈະພໍໃຈໃນການທຳລາຍລ້າງພວກເຈົ້າໃຫ້ພິນາດໄປ. ພວກເຈົ້າຈະຖືກຖອນຮາກອອກຈາກດິນແດນທີ່ພວກເຈົ້າຈະເຂົ້າໄປຄອບຄອງ.64ແລ້ວພຣະເຈົ້າຢາເວຈະເຮັດໃຫ້ພວກເຈົ້າກະຈັດກະຈາຍໄປຕາມຊົນຊາດຕ່າງໆ, ຈາກສຸດໂລກເບື້ອງໜຶ່ງໄປຫາອີກສຸດໂລກເບື້ອງໜຶ່ງ. ພວກເຈົ້າຈະກາບໄຫວ້ພະອື່ນທີ່ເຮັດດ້ວຍໄມ້ ແລະ ຫີນຢູ່ທີ່ນັ້ນ, ເຊິ່ງເປັນພະທີ່ພວກເຈົ້າ ຫລື ບັນພະບຸລຸດຂອງພວກເຈົ້າບໍ່ເຄີຍຮູ້ຈັກມາກ່ອນ.65ພວກເຈົ້າຈະບໍ່ໄດ້ພັກຜ່ອນໃນທ່າມກາງຊົນຊາດເຫລົ່ານັ້ນ, ບໍ່ມີແມ່ນແຕ່ບ່ອນໃຫ້ພວກເຈົ້າວາງຕີນລົງ. ຢູ່ທີ່ນັ້ນພຣະເຈົ້າຢາເວຈະໃຫ້ພວກເຈົ້າມີຄວາມຄິດກະວົນກະວາຍ, ເຮັດໃຫ້ດວງຕາອ່ອນເພຍ ແລະ ຫົວໃຈທີ່ຫົດຫູ່ໝົດຫວັງ.66ພວກເຈົ້າຈະມີຊີວິດຢູ່ດ້ວຍຄວາມສົງໄສຢູ່ສະເໝີ, ເຊິ່ງເຕັມໄປດ້ວຍຄວາມຢ້ານທັງກາງເວັນ ແລະ ກາງຄືນ, ບໍ່ມີຄວາມໝັ້ນໃຈໃນຊີວິດຂອງພວກເຈົ້າຈັກເທື່ອ.67ໃນຕອນເຊົ້າພວກເຈົ້າຈະເວົ້າວ່າ, “ຢາກໃຫ້ເປັນຕອນແລງ!” ແລະ ໃນຕອນແລງພວກເຈົ້າຈະເວົ້າວ່າ, “ຢາກໃຫ້ເປັນຕອນເຊົ້າ!” ເພາະຄວາມຢ້ານກົວອັນໃຫຍ່ຈະເຕັມລົ້ນຢູ່ໃນໃຈຂອງພວກເຈົ້າ ແລະ ພາບຕ່າງໆທີ່ຕາຂອງພວກເຈົ້າຈະເຫັນ.68ພຣະເຈົ້າຢາເວຈະສົ່ງພວກເຈົ້າລົງເຮືອກັບໄປເອຢິບ ເຊິ່ງຂ້າພະເຈົ້າໄດ້ເຕືອນບໍ່ໃຫ້ພວກເຈົ້າກັບໄປທີ່ນັ້ນອີກ. ຢູ່ທີ່ນັ້ນພວກເຈົ້າຈະສະເໜີຂາຍຕົນເອງເປັນຂ້າທາດຊາຍ ແລະ ຍິງໃຫ້ແກ່ສັດຕູຂອງພວກເຈົ້າ, ແຕ່ຈະບໍ່ມີຜູ້ໃດຊື້ພວກເຈົ້າ.Biblica, Inc.