ພຣະບັນຍັດສອງ29
ການຮື້ຟື້ນພັນທະສັນຍາ
1ທັງໝົດນີ້ຄືຂໍ້ຮຽກຮ້ອງຂອງພັນທະສັນຍາທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊໃຫ້ເຮັດກັບຊາວອິດສະຣາເອນໃນດິນແດນໂມອາບ, ເພີ່ມເຕີມຈາກພັນທະສັນຍາທີ່ພຣະອົງໄດ້ເຮັດກັບພວກເຂົາທີ່ພູເຂົາໂຮເຣັບ.2ໂມເຊໄດ້ເອີ້ນຊາວອິດສະຣາເອນທັງໝົດມາເຕົ້າໂຮມກັນ ແລະ ກ່າວກັບພວກເຂົາວ່າ:ພວກເຈົ້າໄດ້ເຫັນທຸກສິ່ງກັບຕາແລ້ວວ່າພຣະເຈົ້າຢາເວໄດ້ເຮັດໃນເອຢິບຕໍ່ຟາໂຣ, ຕໍ່ຂ້າລາຊະການຂອງເພິ່ນ ແລະ ຕໍ່ດິນແດນທັງໝົດຂອງເພິ່ນ.3ພວກເຈົ້າໄດ້ເຫັນໄພພິບັດຄັ້ງໃຫຍ່, ໝາຍສຳຄັນ ແລະ ການອັດສະຈັນອັນຍິ່ງໃຫຍ່ຕ່າງໆເຫລົ່ານັ້ນດ້ວຍຕາຂອງພວກເຈົ້າເອງແລ້ວ.4ແຕ່ຈົນທຸກວັນນີ້ພຣະເຈົ້າຢາເວກໍຍັງບໍ່ໄດ້ໃຫ້ພວກເຈົ້າມີຈິດໃຈທີ່ຈະເຂົ້າໃຈ ຫລື ຕາທີ່ເບິ່ງເຫັນ ຫລື ຫູທີ່ໄດ້ຍິນ.5ແຕ່ພຣະເຈົ້າຢາເວໄດ້ເວົ້າວ່າ, “ເຮົາໄດ້ນຳພາພວກເຈົ້າຜ່ານຖິ່ນແຫ້ງແລ້ງກັນດານມາຕະຫລອດສີ່ສິບປີ, ເຄື່ອງນຸ່ງຂອງພວກເຈົ້າບໍ່ໄດ້ຂາດ ຫລື ເກີບຂອງພວກເຈົ້າກໍບໍ່ໄດ້ຂາດ.6ພວກເຈົ້າບໍ່ໄດ້ກິນເຂົ້າຈີ່ ແລະ ດື່ມເຫລົ້າອະງຸ່ນ ຫລື ດື່ມເຫລົ້າ. ເຮົາເຮັດເຊັ່ນນີ້ກໍເພື່ອພວກເຈົ້າຈະໄດ້ຮູ້ວ່າເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ”.7ເມື່ອພວກເຈົ້າມາເຖິງບ່ອນນີ້, ກະສັດສີໂຫນແຫ່ງເຮັດຊະໂບນ ແລະ ກະສັດໂອກແຫ່ງບາຊານໄດ້ອອກມາສູ້ຮົບກັບພວກເຮົາ, ແຕ່ພວກເຮົາໄດ້ຊະນະພວກເຂົາ.8ພວກເຮົາໄດ້ຢຶດຄອງດິນແດນຂອງພວກເຂົາ ແລະ ມອບໃຫ້ເປັນມໍລະດົກຂອງເຜົ່າຣູເບັນ, ເຜົ່າກາດ ແລະ ເຜົ່າມານາເຊເຄິ່ງເຜົ່າ.9ຈົ່ງເອົາໃຈໃສ່ປະຕິບັດຕາມເງື່ອນໄຂຂອງພັນທະສັນຍານີ້, ເພື່ອວ່າພວກເຈົ້າຈະຈະເລີນຮຸ່ງເຮືອງໃນທຸກສິ່ງທີ່ພວກເຈົ້າເຮັດ.10ໃນວັນນີ້ພວກເຈົ້າທຸກຄົນກຳລັງຢືນຢູ່ຕໍໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ລວມທັງບັນດາຜູ້ນຳຂອງພວກເຈົ້າ ແລະ ຫົວໜ້າປະຊາຊົນ, ຜູ້ອາວຸໂສ ແລະ ເຈົ້າໜ້າທີ່ ແລະ ຜູ້ຊາຍທັງໝົດຂອງອິດສະຣາເອນ,11ພ້ອມທັງບັນດາລູກ ແລະ ບັນດາເມຍຂອງພວກເຈົ້າ ແລະ ຄົນຕ່າງດ້າວທີ່ອາໄສຢູ່ໃນຄ້າຍພັກຂອງພວກເຈົ້າ ເຊິ່ງຕັດຟືນ ແລະ ຫາບນ້ຳໃຫ້ແກ່ພວກເຈົ້າ.12ພວກເຈົ້າກຳລັງຢືນຢູ່ບ່ອນນີ້ເພື່ອເຂົ້າຮ່ວມໃນພັນທະສັນຍາກັບພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ, ເປັນພັນທະສັນຍາທີ່ພຣະເຈົ້າຢາເວໄດ້ເຮັດກັບພວກເຈົ້າໃນວັນນີ້ ແລະ ປະທັບຕາດ້ວຍຄຳປະຕິຍານ,13ເພື່ອຢືນຢັນກັບພວກເຈົ້າໃນວັນນີ້ໃນຖານະທີ່ພວກເຈົ້າເປັນປະຊາຊົນຂອງພຣະອົງ ວ່າພຣະອົງຈະເປັນພຣະເຈົ້າຂອງພວກເຈົ້າຕາມທີ່ພຣະອົງໄດ້ສັນຍາໄວ້ກັບພວກເຈົ້າ ແລະ ຕາມທີ່ພຣະອົງໄດ້ປະຕິຍານໄວ້ກັບບັນພະບຸລຸດຂອງພວກເຈົ້າຄື: ອັບຣາຮາມ, ອີຊາກ ແລະ ຢາໂຄບ.14ຂ້າພະເຈົ້າເຮັດພັນທະສັນຍານີ້ດ້ວຍຄຳປະຕິຍານ ບໍ່ສະເພາະແຕ່ກັບພວກເຈົ້າ15ເຊິ່ງກຳລັງຢືນຢູ່ກັບພວກເຮົາບ່ອນນີ້ຕໍ່ໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໃນວັນນີ້ເທົ່ານັ້ນ ແຕ່ເຮັດກັບບັນດາຜູ້ທີ່ບໍ່ໄດ້ຢູ່ບ່ອນນີ້ໃນວັນນີ້ດ້ວຍ.16ພວກເຈົ້າເອງກໍຮູ້ວ່າພວກເຮົາຢູ່ກັນຢ່າງໃດໃນເອຢິບ ແລະ ເຮົາເດີນທາງຜ່ານດິນແດນຂອງຊາດຕ່າງໆມາເຖິງບ່ອນນີ້ໄດ້ຢ່າງໃດ.17ພວກເຈົ້າໄດ້ເຫັນໃນທ່າມກາງພວກເຂົາຄື ພາບທີ່ໜ້າກຽດຊັງ ແລະ ຮູບເຄົາລົບທີ່ເຮັດດ້ວຍໄມ້, ເຮັດດ້ວຍຫີນ, ເຮັດດ້ວຍເງິນ ແລະ ເຮັດດ້ວຍຄຳ.18ໃນວັນນີ້ ຈົ່ງໃຫ້ແນ່ໃຈວ່າບໍ່ມີຄົນໃດ ບໍ່ວ່າຊາຍ ຫລື ຍິງ, ຕະກຸນ ຫລື ເຜົ່າໃດໃນພວກເຈົ້າທີ່ມີໃຈຫັນໜີຈາກພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄປກາບໄຫວ້ພະຂອງຊົນຊາດອື່ນ; ຈົ່ງໃຫ້ແນ່ໃຈວ່າບໍ່ມີຮາກຂົມຂື່ນເກີດຂຶ້ນໃນທ່າມກາງພວກເຈົ້າ.19ເມື່ອຄົນຢ່າງນັ້ນໄດ້ຍິນຄຳປະຕິຍານນີ້ແລ້ວ ພວກເຂົາກໍຂໍພອນໃຫ້ແກ່ຕົນເອງ ແລະ ຄິດວ່າ, “ຂ້ອຍຈະຕ້ອງປອດໄພ, ເຖິງແມ່ນວ່າຂ້ອຍຈະດື້ດ້ານໄປຕາມທາງຂອງຕົນເອງ” ພວກເຂົາຈະນຳໄພພິບັດມາເຖິງດິນແດນທີ່ຊຸ່ມຊື່ນ ແລະ ດິນແດນແຫ້ງແລ້ງ.20ພຣະເຈົ້າຢາເວຈະບໍ່ໃຫ້ອະໄພແກ່ພວກເຂົາ; ຄວາມໃຈຮ້າຍ ແລະ ຄວາມກະຕືລືລົ້ນຂອງພຣະອົງຈະເຜົາຜານພວກເຂົາ. ຄຳສາບແຊ່ງທັງໝົດທີ່ບັນທຶກໄວ້ໃນໜັງສືເຫລັ້ມນີ້ຈະຕົກໃສ່ພວກເຂົາ, ແລະ ພຣະເຈົ້າຢາເວຈະລຶບຊື່ຂອງພວກເຂົາອອກຈາກໃຕ້ຟ້າສະຫວັນ.21ພຣະເຈົ້າຢາເວຈະແຍກພວກເຂົາອອກຈາກເຜົ່າທັງຫລາຍຂອງອິດສະຣາເອນ ເພື່ອລົງໂທດດ້ວຍໄພພິບັດຕາມຄຳສາບແຊ່ງທັງໝົດຂອງພັນທະສັນຍາທີ່ບັນທຶກໄວ້ໃນໜັງສືກົດບັນຍັດນີ້.22ແລ້ວລູກຫລານຂອງພວກເຈົ້າໃນຊົ່ວອາຍຸຕໍ່ມາ ແລະ ຄົນຕ່າງດ້າວທີ່ມາຈາກແດນໄກຈະເຫັນໄພພິບັດທີ່ຕົກໃສ່ດິນແດນ ແລະ ໂລກໄພທີ່ພຣະເຈົ້າຢາເວໄດ້ໃຊ້ທໍລະມານພວກເຂົາ.23ດິນແດນທັງໝົດຈະຖືກເຜົາໄໝ້ກາຍເປັນເກືອ ແລະ ທາດກຳມະຖັນ, ປູກຫຍັງບໍ່ໄດ້, ບໍ່ມີພືດໃດງອກຂຶ້ນ, ປູກຜັກເທິງດິນແດນນັ້ນບໍ່ໄດ້. ທີ່ນັ້ນຈະເປັນເໝືອນກັບການທຳລາຍຂອງເມືອງໂຊໂດມ ແລະ ໂກໂມຣາ, ອັດມາ ແລະ ເຊບົວອິມ, ເຊິ່ງພຣະເຈົ້າຢາເວໄດ້ເທຄວາມໃຈຮ້າຍອັນຮຸນແຮງລົງເທິງດິນແດນນັ້ນ.24ຊົນຊາດທັງໝົດຈະຖາມວ່າ: “ດ້ວຍເຫດໃດພຣະເຈົ້າຢາເວຈຶ່ງເຮັດຢ່າງນີ້ດິນແດນນັ້ນ? ດ້ວຍເຫດໃດຄວາມໃຈຮ້າຍນີ້ຈຶ່ງຮຸນແຮງເຜົາໄໝ້ຢ່າງນີ້?”25ແລະ ຄຳຕອບກໍຈະເປັນດັ່ງນີ້: “ເປັນເພາະປະຊາຊົນຂອງພຣະອົງໄດ້ປະຖິ້ມພັນທະສັນຍາຂອງພຣະເຈົ້າຢາເວ ພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາ, ພັນທະສັນຍາທີ່ພຣະອົງໄດ້ເຮັດກັບພວກເຂົາເມື່ອພຣະອົງນຳເອົາພວກເຂົາອອກມາຈາກເອຢິບ.26ພວກເຂົາໄດ້ຫລົງທາງໄປກາບໄຫວ້ພະອື່ນ ແລະ ກົ້ມຫົວໃຫ້ແກ່ພະເຫລົ່ານັ້ນ, ເຊິ່ງເປັນພະທີ່ພວກເຂົາບໍ່ຮູ້ຈັກ, ພະທີ່ພຣະອົງບໍ່ໄດ້ມອບໃຫ້ພວກເຂົາ.27ເຫດສະນັ້ນ ຄວາມໃຈຮ້າຍຂອງພຣະເຈົ້າຢາເວຈຶ່ງເຜົາໄໝ້ຕໍ່ສູ້ດິນແດນນີ້, ເພື່ອວ່າພຣະອົງຈະນຳຄຳສາບແຊ່ງທັງໝົດທີ່ບັນທຶກໄວ້ໃນໜັງສືນີ້ລົງມາເໜືອດິນແດນຂອງພວກເຂົາ.28ໂດຍຄວາມໃຈຮ້າຍອັນຮ້ອນແຮງ ແລະ ຄວາມໂກດຮ້າຍອັນໃຫຍ່ນີ້ ພຣະເຈົ້າຢາເວຈຶ່ງໄດ້ຖອນຮາກພວກເຂົາອອກຈາກດິນແດນ ແລະ ໂຍນຖິ້ມໄປໃນດິນແດນອື່ນເໝືອນດັ່ງທີ່ເປັນຢູ່ເວລານີ້”.29ສິ່ງເລິກລັບທັງຫລາຍເປັນຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ, ແຕ່ສິ່ງຕ່າງໆທີ່ໄດ້ຮັບການເປີດເຜີຍແລ້ວກໍເປັນຂອງພວກເຮົາ ແລະ ລູກຫລານຂອງພວກເຮົາຕະຫລອດໄປ, ເພື່ອວ່າພວກເຮົາຈະປະຕິບັດຕາມຖ້ອຍຄຳທັງໝົດຂອງກົດບັນຍັດນີ້.
Biblica, Inc.