ພຣະບັນຍັດສອງ27
ແທ່ນບູຊາທີ່ພູເອບານ
1ໂມເຊ ແລະ ຜູ້ອາວຸໂສຂອງອິດສະຣາເອນສັ່ງປະຊາຊົນວ່າ: “ຈົ່ງຮັກສາຄຳສັ່ງທັງໝົດເຫລົ່ານີ້ທີ່ຂ້າພະເຈົ້າມອບໃຫ້ພວກເຈົ້າໃນວັນນີ້.2ເມື່ອພວກເຈົ້າຂ້າມແມ່ນ້ຳຈໍແດນເຂົ້າສູ່ດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າມອບໃຫ້ພວກເຈົ້ານັ້ນ, ຈົ່ງຕັ້ງຫີນໃຫຍ່ຈຳນວນໜຶ່ງຂຶ້ນ ແລະ ໂບກດ້ວຍປູນຂາວ.3ຈົ່ງຈາລຶກຖ້ອຍຄຳຂອງກົດບັນຍັດທັງໝົດນີ້ໄວ້ເທິງຫີນເຫລົ່ານັ້ນ ເມື່ອພວກເຈົ້າຂ້າມໄປສູ່ດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າມອບໃຫ້ແກ່ພວກເຈົ້າ, ເຊິ່ງເປັນດິນແດນທີ່ອຸດົມດ້ວຍນ້ຳນົມ ແລະ ນ້ຳເຜິ້ງຕາມທີ່ພຣະເຈົ້າຢາເວ ພຣະເຈົ້າຂອງບັນພະບຸລຸດຂອງພວກເຈົ້າໄດ້ສັນຍາໄວ້ກັບພວກເຈົ້າ.4ແລະ ເມື່ອພວກເຈົ້າຂ້າມແມ່ນ້ຳຈໍແດນໄປແລ້ວ, ຈົ່ງຕັ້ງຫີນເຫລົ່ານີ້ຂຶ້ນເທິງພູເອບານ ຕາມທີ່ຂ້າພະເຈົ້າສັ່ງພວກເຈົ້າວັນນີ້, ແລະ ໂອບດ້ວຍປູນຂາວ.5ຈົ່ງສ້າງແທ່ນບູຊາດ້ວຍຫີນຂຶ້ນຢູ່ທີ່ນັ້ນຖວາຍແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. ຢ່າໃຫ້ໃຊ້ເຄື່ອງມືເຫລັກສະກັດຫີນເຫລົ່ານັ້ນ.6ຈົ່ງສ້າງແທ່ນບູຊາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າດ້ວຍຫີນທຳມະຊາດ ແລະ ຖວາຍເຄື່ອງເຜົາບູຊາແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າເທິງແທ່ນນັ້ນ.7ຈົ່ງຖວາຍເຄື່ອງບູຊາເພື່ອຄວາມສາມັກຄີທຳຢູ່ເທິງແທ່ນນັ້ນ, ຈົ່ງກິນເຄື່ອງຖວາຍນັ້ນດ້ວຍຄວາມຊົມຊື່ນຍິນດີຕໍ່ໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.8ແລະ ພວກເຈົ້າຈົ່ງຂຽນທຸກຖ້ອຍຄຳຂອງກົດບັນຍັດນີ້ລົງໄປໃຫ້ຊັດເຈນເທິງກ້ອນຫີນທີ່ພວກເຈົ້າໄດ້ຕັ້ງຂຶ້ນນັ້ນ”.ຄຳສາບແຊ່ງຈາກພູເອບານ
9ແລ້ວໂມເຊ ແລະ ບັນດາປະໂລຫິດຊາວເລວີກໍໄດ້ກ່າວແກ່ຊາວອິດສະຣາເອນທັງໝົດວ່າ, “ອິດສະຣາເອນ, ຈົ່ງມິດງຽບ ແລະ ຟັງ! ບັດນີ້ ພວກເຈົ້າໄດ້ເປັນປະຊາຊົນຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າແລ້ວ.10ຈົ່ງເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະ ປະຕິບັດຕາມຄຳສັ່ງ ແລະ ດຳລັດທັງໝົດຂອງພຣະອົງທີ່ຂ້າພະເຈົ້າມອບໃຫ້ພວກເຈົ້າໃນວັນນີ້”.11ໃນວັນດຽວກັນນັ້ນໂມເຊກໍໄດ້ສັ່ງປະຊາຊົນດັ່ງນີ້ວ່າ:12ເມື່ອພວກເຈົ້າໄດ້ຂ້າມແມ່ນ້ຳຈໍແດນແລ້ວ, ບັນດາເຜົ່າເຫລົ່ານີ້ຈະຕ້ອງຢືນຢູ່ເທິງພູເຂົາເກຣີຊິມເພື່ອອວຍພອນປະຊາຊົນຄື: ເຜົ່າຊີເມໂອນ, ເລວີ, ຢູດາ, ອິດຊາຄາ, ໂຢເຊັບ ແລະ ເບັນຢາມິນ.13ແລະ ເຜົ່າເຫລົ່ານີ້ຈະຢືນຢູ່ເທິງພູເຂົາເອບານເພື່ອສາບແຊ່ງປະຊາຊົນຄື: ເຜົ່າຣູເບັນ, ກາດ, ອາເຊ, ເຊບູໂລນ, ດານ ແລະ ເນັບທາລີ.14ຊາວເລວີຈະຮ້ອງກ່າວກັບຊາວອິດສະຣາເອນທັງໝົດວ່າ:15“ຂໍສາບແຊ່ງຄົນທີ່ສ້າງຮູບເຄົາລົບ ເຊິ່ງເປັນສິ່ງທີ່ພຣະເຈົ້າຢາເວລັງກຽດ ເປັນຜົນງານຂອງຈາກມືຂອງຊ່າງ ແລະ ຕັ້ງໄວ້ຢ່າງປິດລັບ”.ແລ້ວປະຊາຊົນທັງໝົດກໍຈະພາກັນຮ້ອງຕອບວ່າ, “ອາແມນ!”16“ຂໍສາບແຊ່ງຄົນທີ່ບໍ່ໃຫ້ກຽດພໍ່ ຫລື ແມ່ຂອງຕົນ”.
ແລ້ວປະຊາຊົນທັງໝົດກໍຈະພາກັນຮ້ອງຕອບວ່າ, “ອາແມນ!”17“ຂໍສາບແຊ່ງຄົນທີ່ຍ້າຍຫີນຫລັກເຂດແດນຂອງເພື່ອນບ້ານຂອງຕົນ”.
ແລ້ວປະຊາຊົນທັງໝົດກໍຈະພາກັນຮ້ອງຕອບວ່າ, “ອາແມນ!”18“ຂໍສາບແຊ່ງຄົນທີ່ນຳພາຄົນຕາບອດໃຫ້ຫລົງທາງ”.
ແລ້ວປະຊາຊົນທັງໝົດກໍຈະພາກັນຮ້ອງຕອບວ່າ, “ອາແມນ!”19“ຂໍສາບແຊ່ງຄົນທີ່ບໍ່ໃຫ້ຄວາມຍຸຕິທຳແກ່ຄົນຕ່າງດ້າວ, ລູກກຳພ້າພໍ່ ຫລື ແມ່ໝ້າຍ”.
ແລ້ວປະຊາຊົນທັງໝົດກໍຈະພາກັນຮ້ອງຕອບວ່າ, “ອາແມນ!”20“ຂໍສາບແຊ່ງຄົນທີ່ຮ່ວມຫລັບນອນກັບເມຍຂອງພໍ່ຂອງຕົນ, ເພາະລາວບໍ່ໃຫ້ກຽດຕຽງຂອງພໍ່ຂອງຕົນ”.
ແລ້ວປະຊາຊົນທັງໝົດກໍຈະພາກັນຮ້ອງຕອບວ່າ, “ອາແມນ!”21“ຂໍສາບແຊ່ງຄົນທີ່ສົມສູ່ກັບສັດ”.
ແລ້ວປະຊາຊົນທັງໝົດຈະພາກັນຮ້ອງຕອບວ່າ, “ອາແມນ!”22“ຂໍສາບແຊ່ງຄົນທີ່ຮ່ວມຫລັບນອນກັບເອື້ອຍ ຫລື ນ້ອງສາວ, ບໍ່ວ່າຈະເປັນລູກສາວຂອງພໍ່ ຫລື ລູກສາວຂອງແມ່ຂອງຕົນກໍຕາມ”.
ແລ້ວປະຊາຊົນທັງໝົດກໍຈະພາກັນຮ້ອງຕອບວ່າ, “ອາແມນ!”23“ຂໍສາບແຊ່ງຄົນທີ່ຮ່ວມຫລັບນອນກັບແມ່ເຖົ້າຂອງຕົນ”.
ແລ້ວປະຊາຊົນທັງໝົດກໍຈະພາກັນຮ້ອງຕອບວ່າ, “ອາແມນ!”24“ຂໍສາບແຊ່ງຄົນທີ່ຂ້າເພື່ອນບ້ານຂອງຕົນຢ່າງລັບໆ”.
ແລ້ວປະຊາຊົນທັງໝົດກໍຈະພາກັນຮ້ອງຕອບວ່າ, “ອາແມນ!”25“ຂໍສາບແຊ່ງຄົນທີ່ຮັບສິນບົນເພື່ອຂ້າຄົນບໍລິສຸດ”.
ແລ້ວປະຊາຊົນທັງໝົດກໍຈະພາກັນຮ້ອງຕອບວ່າ, “ອາເມນ!”26“ຂໍສາບແຊ່ງຄົນທີ່ບໍ່ຢຶດໝັ້ນປະຕິບັດຖ້ອຍຄຳຂອງກົດບັນຍັດນີ້”.
ແລ້ວປະຊາຊົນທັງໝົດກໍຈະພາກັນຮ້ອງຕອບວ່າ, “ອາເມນ!”
Biblica, Inc.