ພຣະບັນຍັດສອງ17
1ຢ່າຖວາຍງົວ ຫລື ແກະທີ່ມີຕຳໜິ ຫລື ພິການແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ເພາະເປັນສິ່ງທີ່ໜ້າກຽດຊັງສຳລັບພຣະອົງ.2ຖ້າຊາຍ ຫລື ຍິງຄົນໃດທີ່ຢູ່ທ່າມກາງພວກເຈົ້າໃນເມືອງໃດເມືອງໜຶ່ງທີ່ພຣະເຈົ້າຢາເວໄດ້ມອບໃຫ້ແກ່ພວກເຈົ້າ ເຮັດສິ່ງທີ່ຊົ່ວໃນສາຍຕາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໂດຍການລະເມີດພັນທະສັນຍາຂອງພຣະອົງ,3ແລະ ເຮັດກົງກັນຂ້າມກັບຄຳສັ່ງຂອງຂ້າພະເຈົ້າຄືໄດ້ໄປກາບໄຫວ້ພະອື່ນ, ໂດຍກົ້ມຫົວລົງຕໍ່ພະເຫລົ່ານັ້ນ ຫລື ຕໍ່ດວງຕາເວັນ ຫລື ດວງເດືອນ ຫລື ດວງດາວຕ່າງໆຢູ່ໃນທ້ອງຟ້າ,4ແລະ ມີຜູ້ນຳມາລາຍງານຕໍ່ພວກເຈົ້າ, ແລ້ວພວກເຈົ້າຕ້ອງສຶບສວນຢ່າງຮອບຄອບ. ຖ້າເປັນຄວາມຈິງ ແລະ ພິສູດໄດ້ວ່າມີສິ່ງທີ່ໜ້າກຽດຊັງນີ້ເກີດຂຶ້ນໃນອິດສະຣາເອນ,5ກໍຈົ່ງນຳເອົາຊາຍ ຫລື ຍິງທີ່ເຮັດຊົ່ວນັ້ນອອກໄປທີ່ປະຕູເມືອງຂອງພວກເຈົ້າ ແລ້ວແກວ່ງກ້ອນຫີນໃສ່ຄົນນັ້ນໃຫ້ຕາຍ.6ແຕ່ຢ່າຂ້າຜູ້ໃດດ້ວຍຄຳພະຍານພຽງແຕ່ປາກດຽວ. ຈະຕ້ອງມີຄຳພະຍານຢ່າງນ້ອຍສອງ ຫລື ສາມປາກກ່ອນຈະຂ້າຄົນນັ້ນ.7ຜູ້ເປັນພະຍານຕ້ອງລົງມືແກວ່ງກ້ອນຫີນຂ້າຄົນນັ້ນກ່ອນ ແລະ ຫລັງຈາກນັ້ນແມ່ນປະຊາຊົນທັງໝົດ. ພວກເຈົ້າຕ້ອງກຳຈັດຄວາມຊົ່ວຮ້າຍອອກໄປຈາກທ່າມກາງພວກເຈົ້າ.
ສານຍຸຕິທຳ
8ຖ້າມີຄະດີຄວາມໃດຫຍຸ້ງຍາກເກີນກວ່າທີ່ພວກເຈົ້າຈະຕັດສິນໄດ້ ບໍ່ວ່າຈະເປັນຄະດີຂ້າຄົນຕາຍໂດຍເຈດຕະນາ, ຄະດີຟ້ອງຮ້ອງ ຫລື ຄະດີທຳຮ້າຍຮ່າງກາຍ ຈົ່ງນຳຄະດີເຫລົ່ານັ້ນໄປທີ່ບ່ອນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະເລືອກ.9ຈົ່ງໄປແຈ້ງຕໍ່ປະໂລຫິດຊາວເລວີ ແລະ ແຈ້ງຕໍ່ຜູ້ຕັດສິນຄວາມທີ່ປະຈຳການຢູ່ໃນເວລານັ້ນ. ຄົນເຫລົ່ານີ້ຈະເປັນຜູ້ສຶບສວນ ແລະ ໃຫ້ຄຳຕັດສິນແກ່ພວກເຈົ້າ.10ພວກເຈົ້າຈະຕ້ອງປະຕິບັດຕາມການຕັດສິນທີ່ພວກເຂົາມອບໃຫ້ພວກເຈົ້າໃນບ່ອນທີ່ພຣະເຈົ້າຢາເວຈະເລືອກ. ຈົ່ງລະວັງໃຫ້ດີ ຈົ່ງເຮັດທຸກສິ່ງຕາມທີ່ພວກເຂົາແນະນຳພວກເຈົ້າໃຫ້ເຮັດ.11ຈົ່ງປະຕິບັດຕາມສິ່ງທີ່ພວກເຂົາສອນພວກເຈົ້າ ແລະ ການຕັດສິນໃຈຂອງພວກເຂົາມອບໃຫ້ພວກເຈົ້າ. ຢ່າຫັນໜີໄປຈາກສິ່ງທີ່ພວກເຂົາບອກພວກເຈົ້າ, ເພື່ອໃຫ້ໄປທາງຂວາ ຫລື ໄປທາງຊ້າຍ.12ຜູ້ໃດດູໜິ່ນຜູ້ພິພາກສາ ຫລື ປະໂລຫິດທີ່ຮັບໃຊ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຢູ່ທີ່ນັ້ນຈະຕ້ອງຖືກຂ້າ. ພວກເຈົ້າຕ້ອງກຳຈັດຄວາມຊົ່ວຮ້າຍອອກໄປຈາກອິດສະຣາເອນ.13ປະຊາຊົນທັງໝົດຈະໄດ້ຍິນເລື່ອງລາວນີ້ແລ້ວຈະຢ້ານກົວ ແລະ ຈະບໍ່ກ້າໝິ່ນປະໝາດອີກ.ກະສັດ
14ເມື່ອພວກເຈົ້າເຂົ້າໄປໃນດິນແດນ ແລະ ຕັ້ງຖິ່ນຖານຢູ່ໃນດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບໃຫ້ພວກເຈົ້າຄອບຄອງນັ້ນ ແລະ ພວກເຈົ້າເວົ້າວ່າ, “ໃຫ້ພວກເຮົາພາກັນຕັ້ງກະສັດຂຶ້ນປົກຄອງພວກເຮົາເໝືອນຊົນຊາດທັງໝົດທີ່ຢູ່ອ້ອມຮອບພວກເຮົາ”,15ຈົ່ງໃຫ້ໝັ້ນໃຈວ່າພວກເຈົ້າຈະແຕ່ງຕັ້ງຄົນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ເລືອກ. ກະສັດນັ້ນຕ້ອງມາຈາກທ່າມກາງພີ່ນ້ອງຮ່ວມຊາດອິດສະຣາເອນຂອງພວກເຈົ້າ. ຢ່າແຕ່ງຕັ້ງຄົນຕ່າງດ້າວມາປົກຄອງພວກເຈົ້າ.16ນອກຈາກນັ້ນ, ກະສັດຕ້ອງບໍ່ຈັດຫາມ້າຈຳນວນຫລວງຫລາຍມາເປັນຂອງຕົນ ຫລື ສົ່ງຄົນໄປທີ່ເອຢິບເພື່ອຫາມ້າມາເພີ່ມເຕີມ, ເພາະພຣະເຈົ້າຢາເວໄດ້ສັ່ງພວກເຈົ້າໄວ້ແລ້ວວ່າ, “ພວກເຈົ້າຈະຕ້ອງບໍ່ກັບຄືນໄປທາງນັ້ນອີກ”.17ກະສັດຕ້ອງບໍ່ມີເມຍຫລາຍຄົນ ຫລື ບໍ່ດັ່ງນັ້ນຈິດໃຈຂອງລາວຈະຖືກນຳໄປໃນທາງທີ່ຜິດ. ລາວຕ້ອງບໍ່ສະສົມເງິນ ແລະ ຄຳໄວ້ຈຳນວນຫລວງຫລາຍ.18ເມື່ອລາວຂຶ້ນນັ່ງເທິງບັນລັງແຫ່ງອານາຈັກຂອງລາວ, ລາວຈະຕ້ອງຂຽນກ່າຍເອົາກົດບັນຍັດນີ້ຈາກໜັງສືມ້ວນຂອງປະໂລຫິດຜູ້ເປັນຊາວເລວີມາໄວ້ສຳລັບຕົນເອງໜຶ່ງສະບັບ.19ກົດບັນຍັດນີ້ຈະຕ້ອງຢູ່ກັບລາວ ແລະ ລາວຈະຕ້ອງອ່ານກົດບັນຍັດນີ້ຕະຫລອດຊີວິດຂອງລາວ ເພື່ອວ່າລາວຈະຮຽນຮູ້ທີ່ຈະຢຳເກງພຣະເຈົ້າຢາເວ ພຣະເຈົ້າຂອງລາວ ແລະ ເອົາໃຈໃສ່ທີ່ຈະປະຕິບັດຕາມທຸກຖ້ອຍຄຳຂອງກົດບັນຍັດ ແລະ ດຳລັດເຫລົ່ານີ້20ແລະ ລາວຈະຕ້ອງບໍ່ຖືວ່າຕົນເອງດີກວ່າພີ່ນ້ອງຮ່ວມຊາດອິດສະຣາເອນຂອງຕົນ ແລະ ຫັນໜີຈາກກົດບັນຍັດໄປທາງຂວາ ຫລື ໄປທາງຊ້າຍ. ແລ້ວລາວ ແລະ ເຊື້ອສາຍຂອງລາວຈະໄດ້ປົກຄອງຢູ່ເໜືອອານາຈັກອິດສະຣາເອນເປັນເວລາດົນນານ.Biblica, Inc.