ພຣະບັນຍັດສອງ18
ສ່ວນແບ່ງຂອງປະໂລຫິດ ແລະ ຊາວເລວີ
1ປະໂລຫິດຊາວເລວີລວມທັງຄົນໃນເຜົ່າເລວີທັງໝົດຈະບໍ່ໄດ້ຮັບສ່ວນແບ່ງ ຫລື ຮັບດິນແດນເປັນມໍລະດົກຮ່ວມກັບຊາວອິດສະຣາເອນ. ພວກເຂົາຈະດຳລົງຊີວິດດ້ວຍອາຫານທີ່ເປັນເຄື່ອງບູຊາຕ່າງໆທີ່ໄດ້ນຳມາຖວາຍແກ່ພຣະເຈົ້າຢາເວ, ເພາະສິ່ງເຫລົ່ານັ້ນເປັນມໍລະດົກຂອງພວກເຂົາ.2ພວກເຂົາຈະບໍ່ໄດ້ຮັບມໍລະດົກອັນໃດໃນທ່າມກາງພີ່ນ້ອງຮ່ວມຊາດອິດສະຣາເອນຂອງພວກເຂົາ; ພຣະເຈົ້າຢາເວເປັນມໍລະດົກຂອງພວກເຂົາຕາມທີ່ພຣະອົງໄດ້ສັນຍາໄວ້ກັບພວກເຂົາ.3ເມື່ອປະຊາຊົນຖວາຍງົວຜູ້ ຫລື ແກະເປັນເຄື່ອງບູຊາ, ບັນດາປະໂລຫິດຈະໄດ້ຮັບສ່ວນແບ່ງຄື: ຊີ້ນຂາໜ້າ, ເຄື່ອງໃນຕ່າງໆ ແລະ ຊີ້ນແກ້ມ.4ຈົ່ງມອບຜົນຜະລິດທຳອິດຄື: ພືດຜົນເປັນເມັດ, ເຫລົ້າອະງຸ່ນໃໝ່, ນ້ຳມັນໝາກກອກ ແລະ ຂົນແກະທີ່ຕັດຄັ້ງທຳອິດໃຫ້ແກ່ພວກເຂົາ,5ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ເລືອກເອົາພວກເຂົາ ແລະ ເຊື້ອສາຍຂອງພວກເຂົາອອກມາຈາກເຜົ່າທັງໝົດເພື່ອມາເຮັດໜ້າທີ່ຮັບໃຊ້ໃນນາມຂອງພຣະເຈົ້າຢາເວຕະຫລອດໄປ.6ຖ້າຊາວເລວີຄົນໃດຍ້າຍອອກຈາກເມືອງໜຶ່ງຂອງບັນດາເມືອງຂອງພວກເຈົ້າໃນອິດສະຣາເອນບ່ອນທີ່ລາວອາໄສຢູ່ ແລະ ມາບ່ອນທີ່ພຣະເຈົ້າຢາເວຈະເລືອກໃຫ້ດ້ວຍຄວາມຕັ້ງໃຈ,7ລາວກໍຈະຮັບໃຊ້ໃນນາມຂອງພຣະເຈົ້າຢາເວ ພຣະເຈົ້າຂອງລາວໄດ້ໃນຖານະດຽວກັນກັບພີ່ນ້ອງຊາວເລວີທັງໝົດທີ່ຮັບໃຊ້ຢູ່ຕໍ່ໜ້າພຣະເຈົ້າຢາເວຢູ່ທີ່ນັ້ນ.8ລາວຈະຕ້ອງໄດ້ຮັບສ່ວນແບ່ງໃນເຄື່ອງບູຊາ ແລະ ເຄື່ອງຖວາຍອື່ນໆຂອງພວກເຂົາຢ່າງເທົ່າທຽມກັນ, ແມ່ນແຕ່ລາວໄດ້ຮັບເງິນຈາກການຂາຍຊັບສິນຂອງຄອບຄົວມາແລ້ວກໍຕາມ.ການກະທຳອັນໜ້າກຽດຊັງ
9ເມື່ອພວກເຈົ້າເຂົ້າສູ່ດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າມອບໃຫ້ພວກເຈົ້ານັ້ນ, ຢ່າຮຽນເອົາແບບຢ່າງການກະທຳອັນໜ້າກຽດຊັງຂອງຊົນຊາດທັງຫລາຍທີ່ຢູ່ບ່ອນນັ້ນ.10ຢ່າໃຫ້ຜູ້ໃດໃນທ່າມກາງພວກເຈົ້າເອົາລູກຊາຍ ຫລື ລູກສາວໄປເຜົາໄຟເປັນເຄື່ອງບູຊາ, ເປັນໝໍດູ ຫລື ເປັນນັກຄາຖາອາຄົມ, ເປັນຜູ້ແປຄວາມໝາຍຂອງລາງບອກເຫດຕ່າງໆ, ເປັນຜູ້ມີສ່ວນໃນການໃຊ້ເວດມົນຄາຖາ,11ຫລື ເປັນຜູ້ເຮັດເວດມົນ ຫລື ເປັນຄົນໃຫ້ຜີເຂົ້າ ຫລື ເປັນໝໍຜີ ຫລື ໄປປຶກສາຄົນທີ່ຕາຍແລ້ວ.12ພຣະເຈົ້າຢາເວກຽດຊັງຄົນທີ່ເຮັດສິ່ງເຫລົ່ານີ້; ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ຂັບໄລ່ຊົນຊາດເຫລົ່ານັ້ນອອກໄປຕໍ່ໜ້າພວກເຈົ້າກໍເພາະທຳນຽມການປະຕິບັດອັນໜ້າກຽດຊັງເຫລົ່ານີ້.13ພວກເຈົ້າຈະຕ້ອງບໍ່ມີຕຳໜິຕໍ່ໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ.ຜູ້ທຳນວາຍ
14ຊົນຊາດຕ່າງໆທີ່ພວກເຈົ້າຈະເຂົ້າໄປຢຶດຄອງນັ້ນຟັງຄຳຂອງບັນດາຄົນທີ່ໃຊ້ເວດມົນຄາຖາ ຫລື ບັນດາຄົນທີ່ເປັນໝໍດູ. ແຕ່ສ່ວນພວກເຈົ້າ, ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າບໍ່ອະນຸຍາດໃຫ້ພວກເຈົ້າເຮັດເຊັ່ນນັ້ນ.15ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະຕັ້ງຜູ້ທຳນວາຍເໝືອນດັ່ງຂ້າພະເຈົ້າຂຶ້ນມາຄົນໜຶ່ງສຳລັບພວກເຈົ້າ ຈາກທ່າມກາງພີ່ນ້ອງຮ່ວມຊາດອິດສະຣາເອນຂອງພວກເຈົ້າ. ພວກເຈົ້າຕ້ອງຟັງເພິ່ນ.16ເພາະນີ້ເປັນສິ່ງທີ່ພວກເຈົ້າໄດ້ຂໍຈາກພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຢູ່ທີ່ພູເຂົາໂຮເຣັບໃນວັນທີ່ຊຸມນຸມກັນນັ້ນ ເມື່ອພວກເຈົ້າໄດ້ວ່າ, “ຂໍຢ່າໃຫ້ພວກເຮົາໄດ້ຍິນສຽງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ຫລື ຂໍຢ່າໃຫ້ພວກເຮົາເຫັນແປວໄຟໃຫຍ່ນັ້ນອີກເລີຍ, ບໍ່ດັ່ງນັ້ນພວກເຮົາຈະຕ້ອງຕາຍ”.17ພຣະເຈົ້າຢາເວໄດ້ກ່າວກັບຂ້າພະເຈົ້າວ່າ: “ສິ່ງທີ່ພວກເຂົາເວົ້າມາກໍດີ.18ເຮົາຈະຕັ້ງຜູ້ທຳນວາຍຂຶ້ນມາຄົນໜຶ່ງເໝືອນເຈົ້າໃນທ່າມກາງພີ່ນ້ອງຮ່ວມຊາດອິດສະຣາເອນຂອງພວກເຂົາ ແລະ ເຮົາຈະເອົາຖ້ອຍຄຳຂອງເຮົາໃສ່ໄວ້ໃນປາກຂອງລາວ. ລາວຈະບອກພວກເຂົາທຸກສິ່ງທີ່ເຮົາສັ່ງລາວ.19ຜູ້ໃດທີ່ບໍ່ຟັງຄຳເວົ້າຂອງເຮົາທີ່ຜູ້ທຳນວາຍຄົນນັ້ນກ່າວໃນນາມຂອງເຮົາ ເຮົາເອງຈະລົງໂທດຜູ້ນັ້ນ.20ແຕ່ຜູ້ທຳນວາຍຄົນໃດທີ່ເວົ້າແອບອ້າງນາມຂອງເຮົາ ເຊິ່ງເຮົາບໍ່ໄດ້ສັ່ງໃຫ້ລາວເວົ້າ ຫລື ຜູ້ທຳນວາຍທີ່ເວົ້າໃນນາມຂອງພະອື່ນ, ຜູ້ນັ້ນຈະຕ້ອງມີໂທດເຖິງຕາຍ”.21ພວກເຈົ້າອາດເວົ້າກັບຕົນເອງວ່າ, “ພວກເຮົາຈະຮູ້ໄດ້ຢ່າງໃດວ່າຖ້ອຍຄຳນີ້ບໍ່ໄດ້ກ່າວໂດຍພຣະເຈົ້າຢາເວ?”22ຖ້າສິ່ງທີ່ຜູ້ທຳນວາຍປະກາດໃນນາມຂອງພຣະເຈົ້າຢາເວບໍ່ເກີດຂຶ້ນ ຫລື ກາຍມາເປັນຄວາມຈິງ, ສະແດງວ່າພຣະເຈົ້າຢາເວບໍ່ໄດ້ກ່າວຖ້ອຍຄຳນັ້ນ. ຜູ້ທຳນວາຍນັ້ນກ່າວໂອ້ອວດຂຶ້ນມາເອງ, ດັ່ງນັ້ນ ພວກເຈົ້າຢ່າວິຕົກກັງວົນເລີຍ.Biblica, Inc.