ພຣະບັນຍັດສອງ16
ປັດສະຄາ
1ຈົ່ງສະຫລອງປັດສະຄາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໃນເດືອນອາບີບ, ເພາະໃນເດືອນອາບີບນັ້ນພຣະອົງໄດ້ນຳພວກເຈົ້າອອກມາຈາກເອຢິບໃນເວລາກາງຄືນ.2ຈົ່ງເລືອກເຄື່ອງບູຊາປັດສະຄາຈາກຝູງແບ້, ຝູງແກະ ແລະ ຝູງງົວຂອງພວກເຈົ້າ ຖວາຍແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໃນບ່ອນທີ່ພຣະເຈົ້າຢາເວຈະເລືອກໃຫ້ເປັນບ່ອນສະຖິດຢູ່ຂອງນາມຂອງພຣະອົງ.3ຢ່າກິນເຄື່ອງຖວາຍບູຊານີ້ກັບເຂົ້າຈີ່ທີ່ມີເຊື້ອແປ້ງ, ແຕ່ຈົ່ງກິນກັບເຂົ້າຈີ່ບໍ່ມີເຊື້ອແປ້ງຕະຫລອດເຈັດວັນ, ເຊິ່ງເປັນເຂົ້າຈີ່ແຫ່ງຄວາມທຸກທໍລະມານ, ເພາະພວກເຈົ້າອອກມາຈາກເອຢິບຢ່າງຮີບດ່ວນ ເພື່ອວ່າພວກເຈົ້າຈະໄດ້ລະນຶກເຖິງວັນທີ່ພວກເຈົ້າອອກມາຈາກເອຢິບນັ້ນຕະຫລອດຊີວິດຂອງພວກເຈົ້າ.4ຢ່າໃຫ້ມີເຊື້ອແປ້ງຢູ່ໃນໃນດິນແດນທັງໝົດຂອງພວກເຈົ້າເປັນເວລາເຈັດວັນ. ຢ່າໃຫ້ມີຊີ້ນທີ່ພວກເຈົ້າຖວາຍໃນແລງວັນທີໜຶ່ງເຫລືອຄ້າງຈົນເຖິງຕອນເຊົ້າ.5ພວກເຈົ້າຕ້ອງບໍ່ຖວາຍເຄື່ອງບູຊາປັດສະຄາໃນເມືອງໃດໆທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າມອບໃຫ້ພວກເຈົ້າ6ນອກຈາກໃນບ່ອນທີ່ພຣະອົງຈະເລືອກໄວ້ໃຫ້ເປັນບ່ອນສະຖິດຢູ່ຂອງນາມຂອງພຣະອົງ. ຢູ່ທີ່ນັ້ນພວກເຈົ້າຕ້ອງຖວາຍເຄື່ອງບູຊາປັດສະຄາໃນຕອນຄ່ຳເມື່ອຕາເວັນຕົກດິນ, ໃນວັນຄົບຮອບປີ ແຫ່ງການເດີນທາງອອກມາຈາກເອຢິບຂອງພວກເຈົ້າ.7ຈົ່ງປິ້ງຊີ້ນ ແລະ ກິນເຄື່ອງຖວາຍບູຊາໃນບ່ອນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະເລືອກໄວ້. ແລ້ວກັບໄປທີ່ເຕັນຂອງພວກເຈົ້າໃນເວລາເຊົ້າວັນຕໍ່ມາ.8ຈົ່ງກິນເຂົ້າຈີ່ບໍ່ມີເຊື້ອແປ້ງເປັນເວລາຫົກວັນ ແລະ ໃນວັນທີເຈັດໃຫ້ປະຊາຊົນມາຊຸມນຸມກັນຕໍ່ໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະ ຢ່າເຮັດວຽກ.ເທດສະການປະຈຳອາທິດ
9ຈົ່ງນັບເຈັດອາທິດຫລັງຈາກທີ່ພວກເຈົ້າເລີ່ມລົງມືກ່ຽວເຂົ້າ.10ແລ້ວຈົ່ງສະຫລອງເທດສະການປະຈຳອາທິດຖວາຍແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໂດຍມອບເຄື່ອງຖວາຍບູຊາຕາມຄວາມຄວາມສະໝັກໃຈ ຕາມອັດຕາສ່ວນຂອງພຣະພອນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບໃຫ້ແກ່ພວກເຈົ້າ.11ແລະ ຈົ່ງຊື່ນຊົມຍິນດີຢູ່ຕໍ່ໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໃນບ່ອນທີ່ພຣະອົງຈະເລືອກເປັນບ່ອນສະຖິດຢູ່ຂອງນາມຂອງພຣະອົງ, ພວກເຈົ້າພ້ອມກັບລູກຊາຍ ແລະ ລູກສາວຂອງພວກເຈົ້າ, ຂ້າທາດຊາຍ ແລະ ຍິງຂອງພວກເຈົ້າ, ຊາວເລວີໃນເມືອງຂອງພວກເຈົ້າ, ຄົນຕ່າງດ້າວ, ລູກກຳພ້າພໍ່ ແລະ ແມ່ໝ້າຍທີ່ອາໄສຢູ່ໃນທ່າມກາງພວກເຈົ້າ.12ຈົ່ງລະນຶກວ່າພວກເຈົ້າເຄີຍເປັນຂ້າທາດໃນເອຢິບ ແລະ ຈົ່ງເອົາໃຈໃສ່ປະຕິບັດຕາມດຳລັດເຫລົ່ານີ້.ເທດສະການປຸກຕູບຢູ່
13ຫລັງຈາກຮວບຮວມຜົນຜະລິດຈາກລານຟາດເຂົ້າ ແລະ ຈາກອ່າງບີບນ້ຳອະງຸ່ນແລ້ວ ຈົ່ງສະຫລອງເທດສະການປຸກຕູບຢູ່ເປັນເວລາເຈັດວັນ.14ຈົ່ງພາກັນຊື່ນຊົມຍິນດີກັບການສະຫລອງເທດສະການຂອງພວກເຈົ້າພ້ອມກັບບັນດາລູກຊາຍລູກສາວ, ຄົນຮັບໃຊ້ຊາຍຍິງ, ຊາວເລວີ, ຊາວຕ່າງດ້າວ, ລູກກຳພ້າ ແລະ ແມ່ໝ້າຍໃນເມືອງຂອງພວກເຈົ້າ.15ຈົ່ງສະຫລອງເທດສະການນີ້ຖວາຍແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໃນບ່ອນທີ່ພຣະເຈົ້າຢາເວຈະເລືອກເປັນເວລາເຈັດວັນ. ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະອວຍພອນພວກເຈົ້າໃນການເກັບກ່ຽວ ແລະ ໃນວຽກງານທຸກຢ່າງທີ່ພວກເຈົ້າເຮັດ ແລະ ພວກເຈົ້າຈະຊື່ນຊົມຍິນດີຢ່າງເຕັມທີ່.16ຜູ້ຊາຍທຸກຄົນໃນອິດສະຣາເອນຕ້ອງເຂົ້າພົບພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າປີລະສາມຄັ້ງໃນບ່ອນທີ່ພຣະອົງຈະເລືອກຄື: ໃນເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ, ເທດສະການແຫ່ງອາທິດ ແລະ ເທດສະການປຸກຕູບຢູ່. ຢ່າໃຫ້ຜູ້ໃດເຂົ້າພົບພຣະເຈົ້າຢາເວໂດຍມືເປົ່າ.17ແຕ່ລະຄົນຕ້ອງນຳເອົາເຄື່ອງຖວາຍມາຕາມອັດຕາສ່ວນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ອວຍພອນ.ຜູ້ຕັດສິນ
18ຈົ່ງແຕ່ງຕັ້ງຜູ້ຕັດສິນ ແລະ ເຈົ້າໜ້າທີ່ປົກຄອງສຳລັບແຕ່ລະເຜົ່າໃນທຸກເມືອງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບໃຫ້ແກ່ພວກເຈົ້າ ແລະ ຄົນເຫລົ່ານີ້ຈະຕັດສິນຄວາມໃຫ້ປະຊາຊົນຢ່າງຍຸຕິທຳ.19ຢ່າບິດເບືອນຄວາມຍຸຕິທຳ ຫລື ສະແດງຄວາມລຳອຽງ. ຢ່າຮັບສິນບົນ, ເພາະສິນບົນບັງຕາຂອງຄົນສະຫລາດ ແລະ ສໍ້ໂກງຄຳເວົ້າຂອງຜູ້ບໍ່ມີຄວາມຜິດ.20ຈົ່ງປະຕິບັດຕາມຄວາມຍຸຕິທຳເທົ່ານັ້ນ, ເພື່ອວ່າພວກເຈົ້າຈະມີຊີວິດຢູ່ ແລະ ຄອບຄອງດິນແດນທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ມອບໃຫ້ພວກເຈົ້າ.ຢ່າກາບໄຫວ້ພະອື່ນ
21ຢ່າຕັ້ງເສົາໄມ້ຂອງເຈົ້າແມ່ອາເຊຣາຂຶ້ນຂ້າງແທ່ນບູຊາທີ່ພວກເຈົ້າສ້າງຂຶ້ນແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ,22ແລະ ຢ່າຕັ້ງຫີນສັກສິດຂຶ້ນ ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຽດຊັງສິ່ງເຫລົ່ານີ້.Biblica, Inc.