ດານີເອນ9
ຄຳອະທິຖານຂອງດານີເອນ
1ໃນປີທຳອິດຂອງການປົກຄອງຂອງດາຣິອຸດລູກຊາຍຂອງເຊເຊັດ (ມີເຊື້ອສາຍຈາກຄົນເມເດຍ), ເຊິ່ງໄດ້ຂຶ້ນປົກຄອງອານາຈັກບາບີໂລນ 2ໃນປີທຳອິດຂອງການປົກຄອງຂອງເພິ່ນ, ຂ້າພະເຈົ້າດານີເອນ ໄດ້ເຂົ້າໃຈຈາກພຣະຄຳພີທີ່ກ່ຽວກັບຖ້ອຍຄຳຂອງພຣະເຈົ້າຢາເວທີ່ໄດ້ກ່າວໄວ້ກັບຜູ້ທຳນວາຍເຢເຣມີຢາວ່າ ເຢຣູຊາເລັມຈະຮົກຮ້າງຫັກພັງເປັນເວລາເຈັດສິບປີ.3ຂ້າພະເຈົ້າຈຶ່ງຕັ້ງໜ້າອະທິຖານຕໍ່ພຣະເຈົ້າ ອົງພຣະຜູ້ເປັນເຈົ້າ ດ້ວຍການອະທິຖານ, ການອ້ອນວອນ, ຖືສິນອົດອາຫານ, ນຸ່ງຜ້າກະສອບເຂົ້າ ແລະ ເກືອກຂີ້ເຖົ່າຢູ່.4ຂ້າພະເຈົ້າອະທິຖານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້າພະເຈົ້າ ແລະ ສາລະພາບບາບວ່າ:“ຂ້າແດ່ອົງພຣະຜູ້ເປັນເຈົ້າ, ພຣະເຈົ້າຜູ້ຍິ່ງໃຫຍ່ ແລະ ໜ້າຢຳເກງ, ຜູ້ຮັກສາພັນທະສັນຍາແຫ່ງຄວາມຮັກຕໍ່ບັນດາຜູ້ທີ່ຮັກພຣະອົງ ແລະ ເຊື່ອຟັງຄຳສັ່ງຂອງພຣະອົງ,5ພວກຂ້ານ້ອຍໄດ້ເຮັດບາບ ແລະ ເຮັດຜິດ. ພວກຂ້ານ້ອຍໄດ້ເຮັດຊົ່ວ ແລະ ກະບົດຕໍ່ພຣະອົງ; ພວກຂ້ານ້ອຍໄດ້ຫັນໜີໄປຈາກຄຳສັ່ງ ແລະ ກົດເກນຕ່າງໆຂອງພຣະອົງ.6ພວກຂ້ານ້ອຍບໍ່ໄດ້ເຊື່ອຟັງບັນດາຜູ້ທຳນວາຍຜູ້ຮັບໃຊ້ຂອງພຣະອົງ, ເຊິ່ງໄດ້ເວົ້າໃນນາມຂອງພຣະອົງຕໍ່ບັນດາກະສັດ, ບັນດາເຈົ້ານາຍ ແລະ ບັນດາບັນພະບຸລຸດຂອງພວກຂ້ານ້ອຍ ແລະ ຕໍ່ປະຊາຊົນທັງໝົດຂອງແຜ່ນດິນ.7“ຂ້າແດ່ອົງພຣະຜູ້ເປັນເຈົ້າ, ພຣະອົງຊອບທຳ ແຕ່ວັນນີ້ພວກຂ້ານ້ອຍຖືກອັບອາຍຂາຍໜ້າ ບໍ່ວ່າຈະເປັນຊາວຢູດາຍ, ຊາວເຢຣູຊາເລັມ ແລະ ຊາວອິດສະຣາເອນທັງໝົດ, ທັງຜູ້ທີ່ຢູ່ໃກ້ ແລະ ໄກໃນປະເທດຕ່າງໆທີ່ພຣະອົງໄດ້ເຮັດໃຫ້ພວກຂ້ານ້ອຍກະຈັດກະຈາຍໄປ ເພາະພວກຂ້ານ້ອຍບໍ່ສັດຊື່ຕໍ່ພຣະອົງ.8ຂ້າແດ່ພຣະເຈົ້າຢາເວ, ພວກຂ້ານ້ອຍ ແລະ ບັນດາກະສັດຂອງພວກຂ້ານ້ອຍ, ບັນດາເຈົ້ານາຍຂອງພວກຂ້ານ້ອຍ ແລະ ບັນດາບັນພະບຸລຸດຂອງພວກຂ້ານ້ອຍຕ້ອງຖືກອັບອາຍຂາຍໜ້າ, ເພາະພວກຂ້ານ້ອຍໄດ້ເຮັດບາບຕໍ່ພຣະອົງ.9ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກຂ້ານ້ອຍແມ່ນເຕັມດ້ວຍຄວາມເມດຕາ ແລະ ໃຫ້ອະໄພ, ເຖິງແມ່ນວ່າພວກຂ້ານ້ອຍໄດ້ກະບົດຕໍ່ພຣະອົງກໍຕາມ.10ພວກຂ້ານ້ອຍບໍ່ໄດ້ເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ ຫລື ບໍ່ໄດ້ປະຕິບັດຕາມກົດບັນຍັດທີ່ພຣະອົງໄດ້ມອບໃຫ້ຜ່ານທາງບັນດາຜູ້ທຳນວາຍຜູ້ຮັບໃຊ້ຂອງພຣະອົງ.11ຊາວອິດສະຣາເອນທັງໝົດໄດ້ລ່ວງລະເມີດກົດບັນຍັດຂອງພຣະອົງ ແລະ ໄດ້ຫລົງຕະເຫລີດໄປ, ບໍ່ຍອມເຊື່ອຟັງພຣະອົງ.
“ເຫດສະນັ້ນ ຄຳສາບແຊ່ງ ແລະ ຄໍາສາບານທັງຫລາຍທີ່ມີຂຽນໄວ້ໃນກົດບັນຍັດຂອງໂມເຊຜູ້ຮັບໃຊ້ຂອງພຣະເຈົ້າຈຶ່ງໄດ້ເທລົງມາໃສ່ພວກຂ້ານ້ອຍ, ເພາະພວກຂ້ານ້ອຍໄດ້ເຮັດບາບຕໍ່ພຣະອົງ.12ພຣະອົງໄດ້ເຮັດຕາມທີ່ໄດ້ກ່າວໄວ້ກັບພວກຂ້ານ້ອຍ ແລະ ບັນດາຜູ້ປົກຄອງຂອງພວກຂ້ານ້ອຍ ໂດຍການນຳເອົາໄພພິບັດໃຫຍ່ມາສູ່ພວກຂ້ານ້ອຍ. ທົ່ວໃຕ້ຟ້າສະຫວັນບໍ່ມີສິ່ງໃດເກີດຂຶ້ນເທົ່າກັບທີ່ເກີດຂຶ້ນກັບເຢຣູຊາເລັມ.13ໄພພິບັດທັງໝົດນີ້ເກີດຂຶ້ນກັບພວກຂ້ານ້ອຍ, ຕາມທີ່ໄດ້ຂຽນໄວ້ໃນໃນກົດບັນຍັດຂອງໂມເຊ. ແຕ່ເຖິງປານນັ້ນ ພວກຂ້ານ້ອຍກໍບໍ່ໄດ້ສະແຫວງຫາຄວາມເມດຕາຈາກພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍໂດຍຫັນກັບຈາກຄວາມບາບທັງຫລາຍຂອງພວກຂ້ານ້ອຍ ແລະ ບໍ່ໄດ້ສົນໃຈຕໍ່ຄວາມຈິງຂອງພຣະອົງເລີຍ.14ພຣະເຈົ້າຢາເວບໍ່ໄດ້ລັງເລໃຈທີ່ຈະນຳໄພພິບັດມາສູ່ພວກຂ້ານ້ອຍ, ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍນັ້ນຊອບທຳໃນທຸກສິ່ງທີ່ພຣະອົງກະທຳ; ແຕ່ເຖິງປານນັ້ນ ພວກຂ້ານ້ອຍກໍຍັງບໍ່ຍອມເຊື່ອຟັງພຣະອົງ.15“ບັດນີ້, ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກຂ້ານ້ອຍ ຜູ້ທີ່ໄດ້ນຳປະຊາຊົນຂອງພຣະອົງອອກມາຈາກເອຢິບດ້ວຍມືອັນຍິ່ງໃຫຍ່ຂອງພຣະອົງ ແລະ ຜູ້ສະຖາປະນານາມຂອງພຣະອົງ ເຊິ່ງຍືນຍົງຈົນເຖິງທຸກວັນນີ້, ພວກຂ້ານ້ອຍໄດ້ເຮັດບາບ ແລະ ພວກຂ້ານ້ອຍໄດ້ເຮັດຜິດໄປແລ້ວ.16ຂ້າແດ່ອົງພຣະຜູ້ເປັນເຈົ້າ, ເພື່ອໃຫ້ສອດຄ່ອງກັບການກະທຳອັນຊອບທຳທັງໝົດຂອງພຣະອົງ ຂໍໂຜດຫັນຄວາມໃຈຮ້າຍຂອງພຣະອົງ ແລະ ຄວາມໂກດຮ້າຍຂອງພຣະອົງອອກຈາກເຢຣູຊາເລັມ, ເມືອງຂອງພຣະອົງ ແລະ ພູເຂົາສັກສິດຂອງພຣະອົງ. ເພາະຄວາມບາບຂອງພວກຂ້ານ້ອຍ ແລະ ຄວາມຊົ່ວຊ້າຂອງບັນພະບຸລຸດຂອງພວກຂ້ານ້ອຍ ເປັນເຫດໃຫ້ເຢຣູຊາເລັມ ແລະ ປະຊາຊົນຂອງພຣະອົງກາຍເປັນທີ່ຢຽດຢາມຂອງຄົນທັງໝົດທີ່ຢູ່ອ້ອມພວກຂ້ານ້ອຍ.17“ຂ້າແດ່ພຣະເຈົ້າຂອງພວກຂ້ານ້ອຍ, ບັດນີ້ ຂໍໂຜດຟັງຄຳອະທິຖານ ແລະ ຄໍາອ້ອນວອນຂອງຜູ້ຮັບໃຊ້ຂອງພຣະອົງ. ຂ້າແດ່ອົງພຣະຜູ້ເປັນເຈົ້າ ເພື່ອເຫັນແກ່ພຣະອົງເອງ, ຂໍໂຜດຫລຽວເບິ່ງສະຖານນະມັດສະການອັນຮົກຮ້າງຂອງພຣະອົງດ້ວຍຄວາມກະລຸນາດ້ວຍ.18ຂ້າແດ່ພຣະເຈົ້າຂອງພວກຂ້ານ້ອຍ, ຂໍໂຜດງ່ຽງຫູຟັງພວກຂ້ານ້ອຍ; ຂໍເປີດຕາຂອງພຣະອົງອອກ ແລະ ເບິ່ງຄວາມຮົກຮ້າງຂອງເມືອງທີ່ໃຊ້ນາມຂອງພຣະອົງ. ພວກຂ້ານ້ອຍອ້ອນວອນຂໍຕໍ່ພຣະອົງ ບໍ່ແມ່ນເພາະພວກຂ້ານ້ອຍເປັນຄົນຊອບທຳ, ແຕ່ເພາະຄວາມເມດຕາອັນຍິ່ງໃຫຍ່ຂອງພຣະອົງ.19ຂ້າແດ່ອົງພຣະຜູ້ເປັນເຈົ້າ, ຂໍໂຜດຮັບຟັງພວກຂ້ານ້ອຍ! ຂ້າແດ່ອົງພຣະຜູ້ເປັນເຈົ້າ, ຂໍໂຜດອະໄພໃຫ້ພວກຂ້ານ້ອຍ! ຂ້າແດ່ອົງພຣະຜູ້ເປັນເຈົ້າ, ຂໍໂຜດຮັບຟັງພວກຂ້ານ້ອຍ ແລະ ໂຜດຊ່ວຍ! ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ, ເພື່ອເຫັນແກ່ພຣະອົງ, ຂໍໂຜດຢ່າຊັກຊ້າເລີຍ, ເພາະວ່າເມືອງຂອງພຣະອົງ ແລະ ປະຊາຊົນຂອງພຣະອົງໃຊ້ຂອງພຣະອົງ”.
ເຈັດສິບຂອງ “ເຈັດ”
20ໃນຂະນະທີ່ ຂ້າພະເຈົ້າກໍາລັງເວົ້າ ແລະ ອະທິຖານສາລະພາບບາບຂອງຂ້າພະເຈົ້າ ແລະ ບາບຂອງຊາວອິດສະຣາເອນພີ່ນ້ອງຮ່ວມຊາດຂອງຂ້າພະເຈົ້າ ແລະ ອ້ອນວອນພຣະເຈົ້າຢາເວ ພຣະເຈົ້າຂອງຂ້າພະເຈົ້າເພື່ອພູເຂົາສັກສິດຂອງພຣະອົງ21ໃນຂະນະທີ່ຂ້າພະເຈົ້າຍັງອະທິຖານຢູ່ນັ້ນ, ຄັບຣີເອນ ຜູ້ທີ່ຂ້າພະເຈົ້າເຫັນໃນນິມິດຄັ້ງນັ້ນ, ເຫາະມາຫາຂ້າພະເຈົ້າຢ່າງວ່ອງໄວເປັນເວລາຖວາຍເຄື່ອງບູຊາໃນຕອນແລງ.22ເພິ່ນໄດ້ແນະນໍາຂ້າພະເຈົ້າ ແລະ ເວົ້າກັບຂ້າພະເຈົ້າວ່າ, “ດານີເອນ, ບັດນີ້ ເຮົາໄດ້ມາເພື່ອໃຫ້ເຈົ້າຮູ້ຢ່າງຈະແຈ້ງ ແລະ ເຂົ້າໃຈ.23ທັນທີທີ່ເຈົ້າເລີ່ມອະທິຖານ, ພຣະເຈົ້າກໍໃຫ້ຄຳຕອບ ເຊິ່ງເຮົາໄດ້ນຳມາບອກເຈົ້າ ເພາະເຈົ້າເປັນຜູ້ທີ່ພຣະອົງຮັກຫລາຍ. ເຫດສະນັ້ນ ຈົ່ງຕຶກຕອງເບິ່ງຖ້ອຍຄໍາ ແລະ ເຂົ້າໃຈນິມິດນັ້ນດັ່ງນີ້:24“ເຈັດສິບຂອງ ‘ເຈັດ’ ໄດ້ກຳນົດໄວ້ສຳລັບພີ່ນ້ອງຮ່ວມຊາດຂອງເຈົ້າ ແລະ ເມືອງສັກສິດຂອງເຈົ້າ ໃຫ້ເຊົາເຮັດການລ່ວງລະເມີດ, ເຊົາເຮັດບາບ, ລຶບລ້າງຄວາມຊົ່ວ ແລະ ນໍາຄວາມຊອບທຳອັນໝັ້ນຄົງຕະຫລອດໄປມາໃຫ້, ເພື່ອປະທັບຕານິມິດ ແລະ ຄຳທຳນວາຍ ແລະ ເພື່ອເຈີມບ່ອນສັກສິດທີ່ສຸດ. 25“ຈົ່ງຮັບຮູ້ ແລະ ເຂົ້າໃຈຂໍ້ນີ້ຄື: ຕັ້ງແຕ່ມີຄຳສັ່ງໃຫ້ກອບກູ້ ແລະ ສ້າງເຢຣູຊາເລັມຂຶ້ນໃໝ່ ຈົນເຖິງຜູ້ພຣະເຈົ້າໄດ້ເຈີມຕັ້ງໃຫ້ເປັນຜູ້ຄອບຄອງນັ້ນຈະມາເຖິງ ຈະມີເຈັດຂອງ ‘ເຈັດ’ ແລະ ຫົກສິບສອງຂອງ ‘ເຈັດ’. ຈະມີການສ້າງຖະໜົນຫົນທາງ ແລະ ຄູເມືອງ, ແຕ່ເຮັດໃນຊ່ວງທຸກຍາກລຳບາກ.26ຫລັງຈາກຫົກສິບສອງຂອງ ‘ເຈັດ’, ຜູ້ທີ່ພຣະເຈົ້າໄດ້ເຈີມຕັ້ງໄວ້ຈະຖືກຂ້າ ແລະ ຈະບໍ່ເຫລືອຫຍັງ. ປະຊາຊົນຂອງຜູ້ທີ່ຄອບຄອງຈະມາທຳລາຍເມືອງນັ້ນ ແລະ ສະຖານນະມັດສະການ. ວາລະສຸດທ້າຍຈະມາເໝືອນນ້ຳຖ້ວມຄື: ສົງຄາມຈະດໍາເນີນໄປຈົນເຖິງຈຸດຈົບ ແລະ ຈະວິບັດຕາມທີ່ກຳນົດໄວ້.27ຜູ້ນັ້ນຈະຢືນຢັນຄໍາໝັ້ນສັນຍາກັບຄົນເປັນຈຳນວນຫລວງຫລາຍເປັນເວລາໜຶ່ງຂອງ ‘ເຈັດ’ ແຕ່ກາງຂອງ ‘ເຈັດ’ ນັ້ນ ລາວຈະເຊົາຖວາຍເຄື່ອງບູຊາ ແລະ ຂອງຖວາຍຕ່າງໆ. ແລ້ວຜູ້ທີ່ກໍ່ໃຫ້ເກີດວິບັດຈະຕັ້ງສິ່ງທີ່ໜ້າກຽດຊັງອັນເປັນຕົ້ນເຫດຂອງວິບັດໄວ້ທີ່ດ້ານໜຶ່ງຂອງວິຫານ ເຊິ່ງເປັນເຫດໃຫ້ເກີດຄວາມຮົກຮ້າງ ຈົນເຖິງວາລະສຸດທ້າຍມາເຖິງລາວ ຕາມທີ່ໄດ້ກຳນົດໄວ້”.Biblica, Inc.