ດານີເອນ8
ນິມິດຂອງດານີເອນກ່ຽວກັບແກະຜູ້ ແລະ ແບ້ຜູ້
1ໃນປີທີສາມຂອງການປົກຄອງຂອງກະສັດເບັນຊັດຊາເຣ, ຂ້າພະເຈົ້າດານີເອນ, ເຫັນນິມິດອີກຄັ້ງໜຶ່ງຫລັງຈາກທີ່ໄດ້ປາກົດແກ່ຂ້າພະເຈົ້າແລ້ວ.2ໃນນິມິດນັ້ນຂ້າພະເຈົ້າໄດ້ເຫັນຕົນເອງຢູ່ທີ່ປ້ອມຊັ້ນໃນແຫ່ງເມືອງຊູຊາໃນແຂວງເອລາມ. ໃນນິມິດນັ້ນຂ້າພະເຈົ້າແມ່ນຢູ່ແຄມຄອງນໍ້າອູລາຍ.3ຂ້າພະເຈົ້າແນມໄປ ແລະ ຢູ່ຕໍ່ໜ້າຂ້າພະເຈົ້າມີແກະເຖິກໂຕໜຶ່ງທີ່ມີສອງເຂົາ, ກໍາລັງຢືນຢູ່ແຄມຄອງນໍ້າ ແລະ ມີເຂົາທີ່ຍາວ. ເຂົາຂ້າງໜຶ່ງຍາວກວ່າອີກຂ້າງໜຶ່ງ ແຕ່ງອກຂຶ້ນມາຕາມຫລັງ.4ຂ້າພະເຈົ້າແນມເບິ່ງແກະຜູ້ນັ້ນຂະນະທີ່ມັນຊິດເຂົາໄປທາງທິດຕາເວັນຕົກ, ທາງທິດເໜືອ ແລະ ທາງທິດໃຕ້. ບໍ່ມີສັດໂຕໃດສາມາດຕ້ານທານກັບມັນໄດ້ ແລະ ບໍ່ມີສິ່ງໃດຊ່ວຍໃຫ້ພົ້ນຈາກອຳນາດຂອງມັນ. ມັນມັກເຮັດຕາມຄວາມພໍໃຈ ແລະ ຍິ່ງໃຫຍ່ຂຶ້ນ.5ຂະນະທີ່ຂ້າພະເຈົ້າກໍາລັງຄິດເລື່ອງນີ້ຢູ່, ທັນໃດນັ້ນກໍມີແບ້ຜູ້ໂຕໜຶ່ງທີ່ມີເຂົາໂດດເດັ່ນຢູ່ລະຫວ່າງຕາຂອງມັນ ກໍແລ່ນຂ້າມພື້ນໂລກມາທາງທິດຕາເວັນຕົກໂດຍທີ່ຕີນຂອງມັນບໍ່ແຕະພື້ນດິນ.6ມັນແລ່ນເຂົ້າຊົນແກະຜູ້ສອງເຂົາ ເຊິ່ງຂ້າພະເຈົ້າໄດ້ເຫັນຢືນຢູ່ແຄມຄອງນໍ້ານັ້ນ ແລະ ພຸ່ງຊົນແກະຜູ້ດ້ວຍຄວາມໂກດຮ້າຍຢ່າງແຮງ.7ຂ້າພະເຈົ້າໄດ້ເຫັນມັນໂຈມຕີແກະຜູ້ນັ້ນຢ່າງດຸເດືອດ, ຟາດເຂົ້າໃສ່ແກະຜູ້ຈົນເຂົາທັງສອງຂອງແກະຜູ້ຫັກໄປ. ແກະຜູ້ບໍ່ມີກຳລັງທີ່ຈະຕ້ານທານມັນໄດ້; ແບ້ຜູ້ຈຶ່ງກະແທກແກະຜູ້ລົງທີ່ພື້ນ ແລະ ຢຽບຢໍ່າແກະຜູ້ນັ້ນ ແລະ ບໍ່ມີຜູ້ໃດຊ່ວຍແກະຜູ້ຈາກອໍານາດຂອງແບ້ຜູ້ໄດ້.8ແບ້ຜູ້ໂຕນັ້ນຍິ່ງໃຫຍ່ຫລາຍ, ແຕ່ເມື່ອມັນຈອງຫອງຂຶ້ນ ແລະ ມີອຳນາດສຸດຂີດ ເຂົາອັນໃຫຍ່ຂອງມັນກໍຫັກ ແລະ ມີສີ່ເຂົາທີ່ໂດດເດັ່ນສີ່ອັນງອກອອກມາແທນ ຊີ້ໄປທິດທາງຂອງລົມທັງສີ່ແຫ່ງຟ້າສະຫວັນ.9ມີເຂົານ້ອຍໆອີກອັນໜຶ່ງງອກອອກມາຈາກສີ່ເຂົານີ້, ເຊິ່ງເລີ່ມງອກຂຶ້ນມາຈາກນ້ອຍໆ ແຕ່ແຜ່ອໍານາດໄປທາງທິດໃຕ້ ແລະ ທິດຕາເວັນອອກ ແລະ ໄປສູ່ດິນແດນອັນງົດງາມ.10ມັນເຕີບໃຫຍ່ຂຶ້ນຈົນຈຸບໍລິວານແຫ່ງຟ້າສະຫວັນ ແລະ ມັນໄດ້ໂຍນດວງດາວບາງກຸ່ມລົງມາທີ່ແຜ່ນດິນໂລກ ແລະ ຢຽບຢ່ຳດວງດາວນັ້ນ.11ມັນໄດ້ຕັ້ງຕົນເອງຂຶ້ນເປັນໃຫຍ່ເທົ່າທຽມກັບຜູ້ບັນຊາການກອງທັບສະຫວັນຂອງພຣະເຈົ້າຢາເວ; ມັນໄດ້ຍົກເລີກການຖວາຍເຄື່ອງບູຊາປະຈຳວັນແກ່ພຣະເຈົ້າຢາເວ ແລະ ເຮັດໃຫ້ສະຖານນະມັດສະການຂອງພຣະອົງຕົກຕ່ຳລົງ.12ເນື່ອງຈາກການກະບົດນີ້, ປະຊາຊົນຂອງພຣະເຈົ້າຢາເວ ແລະ ການຖວາຍເຄື່ອງບູຊາປະຈຳວັນກໍຖືກມອບໄວ້ໃນມືຂອງມັນ. ມັນເຮັດຫຍັງກໍຈະເລີນຮຸ່ງເຮືອງທຸກຢ່າງ ແລະ ຄວາມຈິງກໍຖືກໂຍນລົງທີ່ພື້ນ.13ຫລັງຈາກນັ້ນ ຂ້າພະເຈົ້າກໍໄດ້ຍິນຜູ້ບໍລິສຸດອົງໜຶ່ງກ່າວ ແລະ ຜູ້ບໍລິສຸດອີກອົງໜຶ່ງຖາມວ່າ, “ອີກດົນນານປານໃດທີ່ນິມິດອັນກ່ຽວກັບເຄື່ອງບູຊາປະຈຳວັນ, ການກະບົດທີ່ເຮັດໃຫ້ເກີດການຮົກຮ້າງເພພັງ, ສະຖານນະມັດສະການ ແລະ ປະຊາຊົນຂອງພຣະເຈົ້າຢາເວຖືກຢຽບຢ່ຳຈະສຳເລັດ?”14ເທວະດາຕົນນັ້ນໄດ້ຕອບຂ້າພະເຈົ້າວ່າ, “ອີກ 2.300 ຄືນ ແລະ 2.300 ວັນ; ຫລັງຈາກນັ້ນ ສະຖານນະມັດສະການຈະໄດ້ຮັບການຊຳລະໃຫ້ບໍລິສຸດອີກເທື່ອໜຶ່ງ”.ຄວາມໝາຍຂອງນິມິດ
15ໃນຂະນະທີ່ຂ້າພະເຈົ້າ ດານີເອນ, ກໍາລັງເບິ່ງນິມິດຢູ່ ແລະ ພະຍາຍາມທຳຄວາມເຂົ້າໃຈ, ກໍມີຊາຍຄົນໜຶ່ງທີ່ຄ້າຍຄືກັບມະນຸດຢືນຢູ່ຕໍ່ໜ້າຂ້າພະເຈົ້າ.16ແລະ ຂ້າພະເຈົ້າກໍໄດ້ຍິນສຽງຂອງຊາຍຄົນໜຶ່ງຮ້ອງຂ້າມມາແຕ່ຄອງນໍ້າອູລາຍວ່າ, “ຄັບຣີເອນ, ຈົ່ງບອກຄວາມຫມາຍຂອງນິມິດນັ້ນໃຫ້ຊາຍຄົນນີ້ຟັງ”.17ຂະນະທີ່ເພິ່ນເຂົ້າມາໃກ້ບ່ອນທີ່ຂ້າພະເຈົ້າຢືນຢູ່ນັ້ນ ຂ້າພະເຈົ້າກໍຕົກໃຈຢ້ານ ແລະ ໝອບລົງກາບ. ເພິ່ນໄດ້ເວົ້າກັບຂ້າພະເຈົ້າວ່າ, “ບຸດມະນຸດ, ຈົ່ງເຂົ້າໃຈວ່ານິມິດນັ້ນກ່ຽວກັບເວລາແຫ່ງການສິ້ນສຸດ”.18ໃນຂະນະທີ່ເພິ່ນກໍາລັງເວົ້າກັບຂ້າພະເຈົ້າຢູ່ນັ້ນ, ຂ້າພະເຈົ້າກໍໝົດສະຕິລົ້ມໝູບໜ້າລົງທີ່ພື້ນດິນ. ຫລັງຈາກນັ້ນ ເພິ່ນກໍໄດ້ແຕະຕ້ອງຂ້າພະເຈົ້າ ແລະ ໄດ້ໂຊມຂ້າພະເຈົ້າໃຫ້ລຸກຢືນຂຶ້ນ.19ເພິ່ນໄດ້ເວົ້າວ່າ: “ເຮົາກຳລັງຈະບອກເຈົ້າໃຫ້ຮູ້ເຖິງສິ່ງທີ່ຈະເກີດຂຶ້ນໃນເວລາແຫ່ງຄວາມໂກດຮ້າຍໃນພາຍໜ້າ, ເພາະນິມິດນີ້ແມ່ນກ່ຽວກັບເວລາແຫ່ງການສິ້ນສຸດທີ່ໄດ້ກຳນົດໄວ້ແລ້ວ. 20ແກະຜູ້ສອງເຂົາທີ່ເຈົ້າໄດ້ເຫັນນັ້ນຄືບັນດາກະສັດແຫ່ງເມເດຍ ແລະ ເປີເຊຍ.21ແບ້ຜູ້ສອງເຂົາຄືກະສັດກຣີກ ແລະ ເຂົາໃຫຍ່ຢູ່ລະຫວ່າງຕາຂອງມັນຄືກະສັດຄົນທຳອິດ.22ເຂົາທັງສີ່ອັນທີ່ງອກອອກມາແທນເຂົາທີ່ຫັກນັ້ນຄືອານາຈັກທັງສີ່ທີ່ຈະເກີດຂຶ້ນຈາກຊົນຊາດນັ້ນ ແຕ່ຈະບໍ່ມີອຳນາດເທົ່າທຽມກັນ.23“ໃນຕອນທ້າຍຂອງການປົກຄອງຂອງກະສັດເຫລົ່ານັ້ນ, ເມື່ອພວກກະບົດໄດ້ເຮັດຄວາມຊົ່ວຢ່າງເຕັມທີ່ແລ້ວ, ກໍຈະມີກະສັດຄົນໜຶ່ງຂຶ້ນມາ ເຊິ່ງມີໜ້າຕາໂຫດຮ້າຍ ແລະ ເປັນຄົນມັກວາງກົນອຸບາຍ.24ກະສັດຄົນນີ້ຈະເຂັ້ມແຂງຫລາຍ, ແຕ່ບໍ່ແມ່ນດ້ວຍອຳນາດຂອງຕົນເອງ. ລາວຈະເຮັດໃຫ້ເກີດຄວາມເສຍຫາຍຢ່າງໜ້າຕົກໃຈ ແລະ ລາວເຮັດສິ່ງໃດກໍຈະສຳເລັດ. ລາວຈະທຳລາຍຜູ້ທີ່ມີອຳນາດ ແລະ ປະຊາຊົນບໍລິສຸດຂອງພຣະເຈົ້າ.25ລາວຈະເຮັດການຫລອກລວງຫລາຍຂຶ້ນ ແລະ ລາວຈະຖືວ່າຕົນເອງເໜືອກວ່າຜູ້ອື່ນ. ລາວຈະທຳລາຍຄົນທັງຫລາຍຂະນະທີ່ພວກເຂົາຮູ້ສຶກໝັ້ນຄົງ ແລະ ລາວຍັງໄດ້ທ້າທາຍອົງຈອມເຈົ້ານາຍ. ແຕ່ລາວຈະຖືກທຳລາຍ, ໂດຍອຳນາດທີ່ບໍ່ໄດ້ມາຈາກມະນຸດ.26“ນິມິດກ່ຽວກັບຄືນ ແລະ ວັນ ເຊິ່ງໄດ້ບອກທ່ານແລ້ວນັ້ນຈະເປັນຄວາມຈິງ. ແຕ່ຈົ່ງປະທັບຕາເກັບໄວ້, ເພາະມັນກ່ຽວກັບອະນາຄົດອັນໄກ”.27ຂ້າພະເຈົ້າດານີເອນ, ກໍໝົດແຮງ. ຂ້າພະເຈົ້ານອນເຈັບປ່ວຍຢູ່ເປັນເວລາຫລາຍວັນ. ຫລັງຈາກນັ້ນ ຂ້າພະເຈົ້າກໍລຸກຂຶ້ນມາປະຕິບັດໜ້າທີ່ໃຫ້ກະສັດທີ່ໄດ້ມອບໝາຍໃຫ້. ແຕ່ຂ້າພະເຈົ້າໄດ້ຕົກໃຈເພາະນິມິດນັ້ນ; ມັນເປັນນິມິດທີ່ເກີນຄວາມເຂົ້າໃຈ.Biblica, Inc.