ດານີເອນ10
ນິມິດຂອງດານີເອນກ່ຽວກັບຊາຍຄົນໜຶ່ງ
1ໃນປີທີສາມຂອງການປົກຄອງຂອງກະສັດໄຊຣັດແຫ່ງເປີເຊຍ, ພຣະເຈົ້າໄດ້ເປີດເຜີຍເລື່ອງໜຶ່ງແກ່ດານີເອນ (ເຊິ່ງມີຊື່ວ່າເບັນເຕຊັດຊາເຣ). ມັນເປັນເລື່ອງຈິງ ແລະ ເປັນເລື່ອງສົງຄາມໃຫຍ່. ເພິ່ນໄດ້ຮັບຄວາມເຂົ້າໃຈຂໍ້ຄວາມນີ້ໂດຍທາງນິມິດ.2ໃນເວລານັ້ນ, ຂ້າພະເຈົ້າ ດານີເອນໄດ້ເປັນທຸກຢູ່ຕະຫລອດສາມອາທິດ.3ຂ້າພະເຈົ້າບໍ່ກິນອາຫານທີ່ດີ; ບໍ່ກິນຊີ້ນ ຫລື ຮີມສົບຂອງຂ້າພະເຈົ້າກໍບໍ່ແຕະເຫລົ້າອະງຸ່ນ ແລະ ບໍ່ໄດ້ໃຊ້ເຄື່ອງທາກາຍຈົນກວ່າຈະຜ່ານສາມອາທິດນັ້ນໄປ.4ໃນວັນທີຊາວສີ່ຂອງເດືອນທີໜຶ່ງ, ຂະນະທີ່ຂ້າພະເຈົ້າກຳລັງຢືນຢູ່ແຄມແມ່ນໍ້າໃຫຍ່ຕິກຣິດ,5ຂ້າພະເຈົ້າເງີຍໜ້າຂຶ້ນ ແລ້ວກໍເຫັນຊາຍຜູ້ໜຶ່ງຢູ່ຕໍ່ໜ້າຂ້າພະເຈົ້າ ນຸ່ງຜ້າຝ້າຍລິນິນເນື້ອລະອຽດດີ, ຂັດສາຍແອວຄຳເນື້ອດີຈາກອູຟາດໃສ່ແອວຂອງຕົນ.6ຮ່າງກາຍຂອງເພິ່ນສຸກໃສເໝືອນບຸດສະລາຄຳ, ໜ້າຂອງເພິ່ນເຈີດຈ້າເໝືອນແສງຟ້າແມບ, ຕາຂອງເພິ່ນເປັນເໝືອນກະບອງໄຟທີ່ກຳລັງລຸກຢູ່, ແຂນຂອງເພິ່ນ ແລະ ຂາຂອງເພິ່ນເປັນເໝືອນທອງສຳລິດທີ່ຂັດເງົາ ແລະ ສຽງຂອງເພິ່ນດັງເໝືອນສຽງຂອງຄົນກຸ່ມໃຫຍ່.7ຂ້າພະເຈົ້າ ດານີເອນ ເປັນຜູ້ດຽວທີ່ໄດ້ເຫັນນິມິດນັ້ນ; ບັນດາຄົນທີ່ຢູ່ກັບຂ້າພະເຈົ້າບໍ່ເຫັນຫຍັງເລີຍ, ແຕ່ພວກເຂົາກໍຢ້ານກົວຈົນພວກເຂົາໄດ້ໜີໄປລີ້.8ດັ່ງນັ້ນ ຂ້າພະເຈົ້າຈຶ່ງຖືກປະຖິ້ມໄວ້ຢູ່ຄົນດຽວ, ຂ້າພະເຈົ້າຈ້ອງເບິ່ງນິມິດອັນຍິ່ງໃຫຍ່ນີ້; ແລ້ວຂ້າພະເຈົ້າບໍ່ມີໝົດເຫື່ອແຮງ, ໃບໜ້າຂອງຂ້າພະເຈົ້າກໍຊີດເຂົ້າເໝືອນຄົນຕາຍ ແລະ ກໍເຮັດຫຍັງບໍ່ໄດ້.9ຫລັງຈາກນັ້ນ ຂ້າພະເຈົ້າກໍໄດ້ຍິນຜູ້ນັ້ນກຳລັງເວົ້າ ແລະ ຂະນະທີ່ຂ້າພະເຈົ້າຟັງເພິ່ນຢູ່ນັ້ນ ຂ້າພະເຈົ້າກໍໝົດສະຕິລົ້ມລົງທີ່ພື້ນດິນ.10ມີມືໜຶ່ງມາແຕະຂ້າພະເຈົ້າ ແລະ ໄດ້ໂຊມຂ້າພະເຈົ້າໃຫ້ຄ່ອຍໆລຸກຂຶ້ນດ້ວຍມື ແລະ ຫົວເຂົ່າທີ່ສັ່ນຢູ່.11ເພິ່ນໄດ້ກ່າວວ່າ, “ດານີເອນ, ເຈົ້າຜູ້ເປັນທີ່ຮັກ, ຈົ່ງໃສ່ໃຈຟັງຖ້ອຍຄຳທີ່ເຮົາຈະກ່າວກັບເຈົ້າ ແລະ ຈົ່ງຢືນຂຶ້ນ, ເພາະບັດນີ້ ພຣະເຈົ້າໄດ້ໃຊ້ເຮົາມາຫາເຈົ້າ”. ເມື່ອເພິ່ນກ່າວດັ່ງນີ້ຕໍ່ຂ້າພະເຈົ້າແລ້ວ ຂ້າພະເຈົ້າກໍຢືນຂຶ້ນໂດຍທີ່ໂຕຍັງສັ່ນຢູ່.12ແລ້ວເພິ່ນໄດ້ກ່າວຕໍ່ໄປວ່າ, “ດານີເອນ, ຢ່າຢ້ານເລີຍ. ຕັ້ງແຕ່ມື້ທຳອິດທີ່ເຈົ້າຕັ້ງໃຈທີ່ຈະຫາຄວາມເຂົ້າໃຈ ແລະ ຖ່ອມໃຈລົງຕໍ່ໜ້າພຣະເຈົ້າຂອງເຈົ້າ, ພຣະອົງໄດ້ຍິນຄຳອະທິຖານຂອງເຈົ້າ ແລະ ເຮົາມາເພື່ອຕອບຄຳອະທິຖານຂອງເຈົ້າ.13ແຕ່ເທວະດາແຫ່ງອານາຈັກເປີເຊຍໄດ້ຂັດຂວາງເຮົາໄວ້ເປັນເວລາຊາວເອັດວັນ. ຫລັງຈາກນັ້ນ ມີຄາເອນ ໜຶ່ງໃນຫົວໜ້າບັນດາເທວະດາໄດ້ມາຊ່ວຍເຮົາ, ເພາະເຮົາຖືກກັກຂັງໄວ້ຢູ່ທີ່ນັ້ນກັບກະສັດແຫ່ງເປີເຊຍ.14ບັດນີ້ ເຮົາມາເພື່ອອະທິບາຍໃຫ້ເຈົ້າຮູ້ເຖິງສິ່ງທີ່ຈະເກີດຂຶ້ນກັບພີ່ນ້ອງຮ່ວມຊາດຂອງເຈົ້າໃນອະນາຄົດ, ເພາະນິມິດນັ້ນກ່ຽວກັບການເວລາຂ້າງໜ້າ”.15ໃນຂະນະທີ່ເພິ່ນກໍາລັງກ່າວສິ່ງນີ້ກັບຂ້າພະເຈົ້າ, ຂ້າພະເຈົ້າກໍໝູບໜ້າລົງພື້ນດິນ ແລະ ມິດງຽບຢູ່.16ແລ້ວຜູ້ທີ່ເບິ່ງຄືມະນຸດ ໄດ້ເດ່ມືອອກມາບາຍຮິມສົບຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າຈຶ່ງເປີດອອກ ແລ້ວກໍເລີ່ມຕົ້ນເວົ້າ. ຂ້າພະເຈົ້າໄດ້ເວົ້າກັບຜູ້ທີ່ຢືນຢູ່ຕໍ່ໜ້າຂ້າພະເຈົ້າວ່າ, “ນາຍເອີຍ, ຂ້ານ້ອຍທຸກໃຈຫລາຍເພາະນິມິດນັ້ນ ແລະ ຂ້ານ້ອຍກໍຮູ້ສຶກອ່ອນແຮງຫລາຍ.17ນາຍເອີຍ, ຂ້ານ້ອຍຜູ້ຮັບໃຊ້ຂອງທ່ານຈະກ່າວກັບທ່ານໄດ້ຢ່າງໃດ? ຂ້ານ້ອຍໝົດແຮງແລ້ວ ແລະ ແມ່ນແຕ່ຫາຍໃຈກໍຍັງບໍ່ໄຫວ”.18ແລ້ວຜູ້ທີ່ເບິ່ງຄືມະນຸດກໍແຕະຕ້ອງຂ້າພະເຈົ້າ ແລະ ເຮັດໃຫ້ຂ້າພະເຈົ້າມີແຮງຂຶ້ນ.19ເພິ່ນໄດ້ກ່າວວ່າ, “ເຈົ້າຜູ້ເປັນທີ່ຮັກ, ຢ່າຢ້ານເລີຍ, ສັນຕິສຸກຈົ່ງມີແກ່ເຈົ້າ! ບັດນີ້ ຈົ່ງເຂັ້ມແຂງ; ຈົ່ງເຂັ້ມແຂງ”.ເມື່ອເພິ່ນກ່າວດັ່ງນັ້ນຕໍ່ຂ້າພະເຈົ້າແລ້ວ, ຂ້າພະເຈົ້າກໍແຂງແຮງຂຶ້ນ ແລະ ໄດ້ເວົ້າວ່າ “ນາຍເອີຍ, ຂໍໃຫ້ທ່ານໄດ້ກ່າວຕໍ່ໄປ ເນື່ອງຈາກທ່ານໄດ້ໃຫ້ກຳລັງແກ່ຂ້ານ້ອຍແລ້ວ”.20ດັ່ງນັ້ນ ເພິ່ນຈຶ່ງໄດ້ກ່າວວ່າ, “ເຈົ້າບໍ່ຮູ້ບໍວ່າດ້ວຍເຫດໃດເຮົາຈຶ່ງມາຫາເຈົ້າ? ອີກບໍ່ດົນເຮົາຈະກັບມາຕໍ່ສູ້ເທວະດາແຫ່ງເປີເຊຍ ແລະ ເມື່ອເຮົາໄປແລ້ວ, ເທວະດາແຫ່ງກຣີກກໍຈະມາ;21ແຕ່ເຖິງຢ່າງໃດກໍຕາມ ເຮົາມາກໍເພື່ອຈະບອກເຈົ້າເຖິງສິ່ງທີ່ຂຽນໄວ້ໃນໜັງສືແຫ່ງຄວາມຈິງ. (ບໍ່ມີຜູ້ໃດຊ່ວຍເຮົາຕໍ່ສູ້ກັບເທວະດາທັງສອງນັ້ນ ນອກຈາກມີຄາເອນເທວະດາຂອງທ່ານ.
Biblica, Inc.