ດານີເອນ11
1ແລະ ໃນປີທີໜຶ່ງຂອງການປົກຄອງຂອງກະສັດດາຣິອຸດຊາວເມເດຍ, ເຮົາໄດ້ຢືນການເພື່ອສະໜັບສະໜູນ ແລະ ປົກປ້ອງເທວະດາມີຄາເອນ).
ກະສັດຝ່າຍເໜືອ ແລະ ຝ່າຍໃຕ້
2“ບັດນີ້ ເຮົາຈະບອກຄວາມຈິງແກ່ເຈົ້າດັ່ງນີ້: ຈະມີກະສັດອີກສາມຄົນໃນເປີເຊຍ ແລ້ວຈະມີຄົນທີສີ່, ເຊິ່ງຮັ່ງມີກວ່າຄົນອື່ນໆທັງໝົດ. ເມື່ອລາວມີອຳນາດເຂັ້ມແຂງຂຶ້ນມາດ້ວຍຊັບສົມບັດຂອງຕົນນັ້ນ, ລາວກໍຈະປຸກລະດົມທຸກຄົນໃຫ້ຕໍ່ສູ້ກັບອານາຈັກກຣີກ.3ຫລັງຈາກນັ້ນ ກໍຈະມີກະສັດຜູ້ຍິ່ງໃຫຍ່ຄົນໜຶ່ງຂຶ້ນມາ, ເຊິ່ງຈະປົກຄອງດ້ວຍອຳນາດຍິ່ງໃຫຍ່ ແລະ ເຮັດຕາມຄວາມພໍໃຈຂອງຕົນເອງ.4ຫລັງຈາກທີ່ລາວມີອຳນາດຂຶ້ນບໍ່ດົນ, ຈັກກະພົບຂອງລາວກໍຈະແຕກຫັກ ແລະ ແຍກອອກເປັນສ່ວນໆ ຕາມທິດທາງລົມທັງສີ່ແຫ່ງຟ້າສະຫວັນ, ເຊິ່ງຈະບໍ່ໄດ້ຕົກແກ່ເຊື້ອສາຍຂອງລາວ ແລະ ຈະບໍ່ມີອຳນາດເທົ່າລາວ, ເພາະຈັກກະພົບຂອງລາວຈະຖືກຖອນຮາກ ແລະ ມອບໃຫ້ຄົນ.5“ກະສັດຝ່າຍໃຕ້ຈະເຂັ້ມແຂງຂຶ້ນ ແຕ່ຜູ້ບັນຊາການກອງທັບຄົນໜຶ່ງຈະເຂັ້ມແຂງກວ່າລາວ ແລະ ຈະປົກຄອງອານາຈັກຂອງຕົນດ້ວຍອໍານາດຍິ່ງໃຫຍ່.6ຫລັງຈາກຫລາຍປີຜ່ານໄປທັງສອງຈະເປັນພັນທະມິດກັນ. ລູກສາວຂອງກະສັດຝ່າຍໃຕ້ຈະໄປເຮັດພັນທະມິດກັບກະສັດຝ່າຍເໜືອ, ແຕ່ນາງຈະບໍ່ສາມາດຮັກສາອຳນາດຂອງນາງໄດ້ ແລະ ກະສັດຝ່າຍໃຕ້ກັບອຳນາດ ຂອງລາວຈະບໍ່ໝັ້ນຄົງ. ໃນເວລານັ້ນ ນາງ ແລະ ບັນດາຜູ້ທີ່ຕິດຕາມພໍ່ ຂອງນາງ ແລະ ຜູ້ທີ່ສະໜັບສະໜູນນາງຈະຖືກທໍລະຍົດດ້ວຍ.7“ຄົນໜຶ່ງໃນເຊື້ອສາຍຂອງນາງຈະຂຶ້ນມາແທນນາງ. ລາວຈະໂຈມຕີກອງກຳລັງຂອງກະສັດຝ່າຍເໜືອ ແລະ ເຂົ້າໄປໃນປ້ອມປ້ອງກັນຂອງກະສັດໄດ້; ລາວຈະຕໍ່ສູ້ພວກເຂົາ ແລະ ໄດ້ຮັບໄຊຊະນະ.8ລາວຈະຢຶດບັນດາພະຕ່າງໆຂອງພວກເຂົາ, ຮູບປັ້ນຂອງພວກເຂົາທີ່ເຮັດດ້ວຍໂລຫະ ແລະ ເຄື່ອງໃຊ້ຕ່າງໆທີ່ມີຄ່າ ເຊິ່ງເຮັດດ້ວຍເງິນ ແລະ ຄຳ ແລ້ວຂົນເອົາສິ່ງເຫລົ່ານີ້ກັບໄປທີ່ເອຢິບ. ລາວຈະປ່ອຍກະສັດຝ່າຍເໜືອຢູ່ຢ່າງໂດດດ່ຽວເປັນເວລາຫລາຍປີ.9ແລ້ວກະສັດຝ່າຍເໜືອຈະບຸກລຸກອານາຈັກຂອງກະສັດຝ່າຍໃຕ້ ແຕ່ຈະຖອຍທັບກັບປະເທດຂອງຕົນ.10ບັນດາລູກຊາຍຂອງລາວຈະຕຽມສູ້ຮົບ ແລະ ຈະຮວບຮວມກຳລັງເປັນກອງທັບໃຫຍ່, ເຊິ່ງຈະພຸ່ງເຂົ້າມາເໝືອນກັບນ້ຳຖ້ວມຊັດທີ່ບໍ່ມີອັນໃດຕ້ານທານໄດ້ ແລະ ສູ້ຮົບມາເຖິງປ້ອມຂອງເພິ່ນ.11“ແລ້ວກະສັດຝ່າຍໃຕ້ຈະຍົກທັບເຂົ້າມາດ້ວຍຄວາມໂກດຮ້າຍ ແລະ ຕໍ່ສູ້ກັບກະສັດຝ່າຍເໜືອ, ເຊິ່ງໄດ້ລະດົມກອງທັບໃຫຍ່ຂຶ້ນມາ ແຕ່ຈະພ່າຍແພ້.12ເມື່ອຝ່າຍເໜືອຖອຍທັບກັບໄປແລ້ວ, ກະສັດຝ່າຍໃຕ້ຈະພາກພູມໃຈຫລາຍ ແລະ ຈະຂ້າທະຫານເປັນຈຳນວນຫລາຍພັນຄົນ ແຕ່ກໍມີໄຊຊະນະຢູ່ໄດ້ບໍ່ດົນ.13ເພາະກະສັດຝ່າຍເໜືອຈະຍົກທັບມາອີກ ເປັນທັບທີ່ໃຫຍ່ກວ່າຄັ້ງທຳອິດ ແລະ ຫລັງຈາກນັ້ນ ອີກຫລາຍປີ, ລາວຈະຍົກທັບຂະໜາດໃຫຍ່ທີ່ມີອາວຸດຄົບຊຸດບຸກເຂົ້າມາ.14“ເມື່ອເຖິງເວລານັ້ນ ຫລາຍຄົນຈະລຸກຮື້ຂຶ້ນຕໍ່ສູ້ກະສັດຝ່າຍໃຕ້. ເພື່ອໃຫ້ເປັນໄປຕາມນິມິດທີ່ໄດ້ກ່າວມາແລ້ວວ່າພວກຫົວຮຸນແຮງໃນທ່າມກາງພີ່ນ້ອງຮ່ວມຊາດຂອງເຈົ້າຈະກະບົດ, ແຕ່ກໍບໍ່ສໍາເລັດ.15ແລ້ວກະສັດຝ່າຍເໜືອຈະມາ ແລະ ກໍ່ຄູອ້ອມເມືອງ ແລະ ຢຶດເມືອງທີ່ມີປ້ອມປ້ອງກັນໄດ້ເມືອງໜຶ່ງ. ກອງກຳລັງຂອງຝ່າຍໃຕ້ຈະໝົດກໍາລັງທີ່ຈະຕ້ານທານໄດ້; ແມ່ນແຕ່ກອງທະຫານທີ່ດີທີ່ສຸດກໍບໍ່ມີກຳລັງທີ່ຈະຕັ້ງໝັ້ນຢູ່.16ຜູ້ຮຸກຮານຈະເຮັດຕາມທີ່ລາວພໍໃຈ; ບໍ່ມີຜູ້ໃດທີ່ຈະສາມາດຢັບຢັ້ງລາວໄດ້. ລາວຈະສະຖາປະນາຕົນເອງໃນດິນແດນອັນງົດງາມນັ້ນ ແລະ ຈະມີອຳນາດທີ່ຈະທຳລາຍດິນແດນນັ້ນ.17ກະສັດຝ່າຍເໜືອຈະຕັດສິນໃຈຍົກກຳລັງທັງໝົດຂອງອານາຈັກມາ ແລະ ຈະສ້າງພັນທະມິດກັບກະສັດຝ່າຍໃຕ້. ແລ້ວລາວກໍຈະມອບລູກສາວໃຫ້ແຕ່ງງານກັບກະສັດຝ່າຍໃຕ້ ເພື່ອຈະໂຄ່ນລົ້ມອານາຈັກຝ່າຍໃຕ້, ແຕ່ແຜນການຂອງລາວ ຈະບໍ່ປະສົບຄວາມສຳເລັດ ແລະ ຊ່ວຍຫຍັງລາວບໍ່ໄດ້ເລີຍ.18ຫລັງຈາກນັ້ນ ລາວກໍຈະຫັນຄວາມສົນໃຈຂອງຕົນໄປທີ່ດິນແດນແຖບແຄມຝັ່ງທະເລ ແລະ ຈະຢຶດດິນແດນຂອງພວກເຂົາໄດ້ຢ່າງຫລວງຫລາຍ. ແຕ່ຜູ້ບັນຊາການຄົນໜຶ່ງຈະເຮັດໃຫ້ລາວໝົດຄວາມຈອງຫອງ ແລະ ຖອຍທັບກັບໄປດ້ວຍຄວາມອັບອາຍ.19ຫລັງຈາກນີ້, ລາວກໍຈະກັບໄປທີ່ປ້ອມປ້ອງກັນຕ່າງໆໃນປະເທດຂອງຕົນ ແຕ່ລາວຈະສະດຸດ ແລະ ລົ້ມລົງ ບໍ່ມີຜູ້ໃດພົບເຫັນອີກ.20“ຜູ້ຄອງລາດສືບຕໍ່ຈາກລາວຈະສົ່ງຄົນອອກໄປເກັບພາສີ ເພື່ອຮັກສາຄວາມຮຸ່ງເຮືອງຂອງຕົນໄວ້. ແຕ່ໃນເວລາບໍ່ເທົ່າໃດປີລາວກໍຈະຖືກທຳລາຍ, ແຕ່ກໍບໍ່ແມ່ນຈາກຄວາມໃຈຮ້າຍ ຫລື ຈາກສົງຄາມ.21“ຜູ້ທີ່ຄອງລາດສຶບຕໍ່ຈາກ ເປັນບຸກຄົນທີ່ໜ້າຢຽດຢາມ ເພາະວ່າລາວບໍ່ມີສິດໃນບັນລັງເລີຍ. ລາວຈະຮຸກຮານອານາຈັກໃນຂະນະທີ່ປະຊາຊົນຮູ້ສຶກປອດໄພ, ແລະ ລາວກໍຈະເຂົ້າມາຢຶດອານາຈັກດ້ວຍກົນອຸບາຍ.22ແລ້ວກອງທັບຂະໜາດໃຫຍ່ຈະຖືກກວາດລ້າງໄປຕໍ່ໜ້າລາວ; ທັງກອງທັບນັ້ນ ແລະ ເຈົ້ານາຍແຫ່ງຄຳໝັ້ນສັນຍາຈະຖືກທຳລາຍດ້ວຍ.23ຫລັງຈາກທີ່ມີການເຮັດຂໍ້ຕົກລົງກັບລາວແລ້ວ, ລາວກໍຈະໃຊ້ກົນອຸບາຍ ແລະ ມີອຳນາດຂຶ້ນມາໂດຍອາໄສຄົນພຽງເລັກນ້ອຍ.24ເມື່ອບັນດາແຂວງທີ່ຮັ່ງມີທີ່ສຸດຮູ້ສຶກປອດໄພແລ້ວ ລາວກໍຈະຮຸກຮານພວກເຂົາ ແລະ ເຮັດໃນສິ່ງທີ່ບັນພະບຸລຸດຂອງຕົນບໍ່ເຄີຍເຮັດ. ລາວຈະແບ່ງຊັບສົມບັດ ແລະ ເຄື່ອງຂອງທີ່ປຸ້ນມາໄດ້ໃຫ້ພັກພວກຂອງຕົນ. ລາວຈະວາງແຜນທໍາລາຍປ້ອມປ້ອງກັນຕ່າງໆ ແຕ່ກໍພຽງໄລຍະເວລາໜຶ່ງເທົ່ານັ້ນ.25“ລາວຈະລະດົມກຳລັງ ແລະ ຄວາມກ້າຫານຂອງລາວດ້ວຍກອງທັບໃຫຍ່ ແລະ ສູ້ຮົບກັບກະສັດຝ່າຍໃຕ້. ສ່ວນກະສັດຝ່າຍໃຕ້ກໍຈະຍົກກອງທັບໃຫຍ່ ແລະ ເປັນກອງທັບທີ່ມີອຳນາດຫລາຍມາສູ້ຮົບນຳ, ແຕ່ລາວຈະບໍ່ສາມາດຕ້ານທານໄດ້ ເພາະແຜນການຮ້າຍຕ່າງໆ ທີ່ຄົນໄດ້ວາງໄວ້ເພື່ອຕໍ່ສູ້ກັບລາວ.26ບັນດາຜູ້ທີ່ຮ່ວມໂຕະກິນອາຫານກັບກະສັດກໍຈະພະຍາຍາມທຳລາຍລາວ; ກອງທັບຂອງລາວຈະຖືກກວາດລ້າງໄປ ແລະ ຄົນເປັນຈໍານວນຫລວງຫລາຍຈະລົ້ມຕາຍໃນສະໜາມຮົບ.27ກະສັດສອງຄົນທີ່ມີຈິດໃຈຄິດຊົ່ວກໍຈະນັ່ງຮ່ວມໂຕະດຽວກັນ ແລະ ພວກເຂົາຈະເວົ້າຕົວະຕໍ່ກັນ, ແຕ່ກໍບໍ່ມີຜົນຫຍັງ, ເພາະຈຸດຈົບຍັງຄົງຈະມາເຖິງໃນເວລາທີ່ກຳນົດໄວ້,28ກະສັດຝ່າຍເໜືອຈະກັບຄືນໄປປະເທດຂອງຕົນພ້ອມດ້ວຍຊັບສົມບັດເປັນຈໍານວນຫລວງຫລາຍ. ແຕ່ຈິດໃຈຂອງລາວພັດມຸ່ງຮ້າຍຕໍ່ພັນທະສັນຍາບໍລິສຸດ. ລາວຈະລົງມືເຮັດການຕໍ່ຕ້ານພັນທະສັນຍານັ້ນ ແລ້ວຈຶ່ງກັບກັບຄືນໄປທີ່ດິນແດນຂອງຕົນ.29“ເມື່ອເຖິງເວລາທີ່ກຳນົດແລ້ວ ລາວຈະຮຸກຮານດິນແດນຝ່າຍໃຕ້ອີກ, ແຕ່ຄັ້ງນີ້ຜົນທີ່ໄດ້ຮັບກໍຈະແຕກຕ່າງຈາກຄັ້ງກ່ອນ.30ກອງເຮືອແຫ່ງແຄມຝັ່ງຕາເວັນຕົກ ຈະຕໍ່ຕ້ານລາວ ແລະ ລາວຈະເສຍຂວັນ. ຫລັງຈາກນັ້ນ ລາວກໍຈະຫັນກັບຄືນໄປ ແລະ ລະບາຍຄວາມຄຽດແຄ້ນຕໍ່ພັນທະສັນຍາບໍລິສຸດ. ລາວຈະກັບໄປ ແລະ ສະແດງຄວາມກະລຸນາແກ່ບັນດາຜູ້ທີ່ປະຖິ້ມພັນທະສັນຍາບໍລິສຸດ.31“ກອງກຳລັງຂອງລາວຈະລຸກຂຶ້ນມາເຮັດໃຫ້ປ້ອມປ້ອງກັນຂອງວິຫານໃຫ້ເປັນມົນທິນ ແລະ ຍົກເລີກການຖວາຍເຄື່ອງບູຊາປະຈຳວັນ. ຫລັງຈາກນັ້ນ ພວກເຂົາຈະຕັ້ງສິ່ງທີ່ໜ້າກຽດຊັງຂຶ້ນ ເຊິ່ງເປັນຕົ້ນເຫດຂອງວິບັດ.32ລາວຈະທໍາລາຍພວກຜູ້ທີ່ໄດ້ລະເມີດພັນທະສັນຍາ, ແຕ່ປະຊາຊົນທີ່ຮູ້ຈັກພຣະເຈົ້າຂອງຕົນຈະຕໍ່ຕ້ານລາວຢ່າງເຂັ້ມແຂງ.33“ບັນດາຜູ້ທີ່ມີປັນຍາຈະແນະນຳສັ່ງສອນຄົນຈຳນວນຫລາຍ, ເຖິງແມ່ນວ່າໃນໄລຍະເວລາໜຶ່ງພວກເຂົາຈະຕາຍດ້ວຍຄົມດາບ ຫລື ຖືກເຜົາ ຫລື ຖືກຈັບເປັນຊະເລີຍ ຫລື ຖືກປຸ້ນ.34ເມື່ອພວກເຂົາລົ້ມລົງ, ພວກເຂົາກໍຈະໄດ້ຮັບຄວາມຊ່ວຍເຫລືອພຽງເລັກນ້ອຍ ແລະ ມີຫລາຍຄົນທີ່ບໍ່ຈິງໃຈຈະມາຮ່ວມກັບພວກເຂົາ.35ຜູ້ມີປັນຍາບາງຄົນຈະສະດຸດລົ້ມ ກໍເພື່ອພວກເຂົາຈະໄດ້ຮັບການຫລອມ, ຖືກຊຳລະໃຫ້ບໍລິສຸດ ແລະ ບໍ່ມີຈຸດດ່າງພອຍ ຈົນເຖິງເວລາວາລະສຸດທ້າຍ ເຊິ່ງຈະມາເຖິງຕາມທີ່ກຳນົດໄວ້.ກະສັດຜູ້ຍົກຕົນເອງ
36“ກະສັດຄົນນັ້ນຈະເຮັດຕາມຄວາມພໍໃຈຂອງຕົນເອງ. ລາວຈະຍົກຕົນຂຶ້ນ ແລະ ເຮັດໃຫ້ຕົນຢູ່ເໜືອພະທັງໝົດ ແລະ ຈະເວົ້າລົບຫລູ່ພຣະເຈົ້າຜູ້ຢູ່ເໜືອພະທັງໝົດຢ່າງທີ່ບໍ່ເຄີຍໄດ້ຍິນມາກ່ອນ. ລາວຈະພົບຄວາມສຳເລັດຈົນຄົບເວລາແຫ່ງຄວາມໂກດຮ້າຍ. ເພາະສິ່ງທີ່ໄດ້ກຳນົດໄວ້ນັ້ນຈະຕ້ອງເກີດຂຶ້ນ.37ລາວຈະບໍ່ສົນໃຈບັນດາພະຂອງບັນພະບູລຸດຂອງຕົນ ຫລື ຜູ້ທີ່ບັນດາຜູ້ຍິງໄຝ່ຫາ ຫລື ລາວຈະບໍ່ສົນໃຈພະໃດ, ແຕ່ລາວຈະຍົກຕົນເອງເໜືອບັນດາພະທັງໝົດ.38ລາວຈະຍົກຍ້ອງພະແຫ່ງປ້ອມປ້ອງກັນ; ເຊິ່ງບັນພະບຸລຸດຂອງລາວບໍ່ຮູ້ນັກແທນພະເຫລົ່ານັ້ນ, ລາວຈະຍົກຍ້ອງເຊີດຊູດ້ວຍເງິນ, ຄໍາ, ເພັດນິນຈິນດາ ແລະ ຂອງຂັວນທີ່ມີຄ່າ.39ລາວຈະໂຈມຕີປ້ອມປ້ອງກັນອັນແຂງແກ່ນທີ່ສຸດໂດຍຄວາມຊ່ວຍເຫລືອຂອງພະຕ່າງຊາດ ແລະ ຈະຍົກຍ້ອງເຊີດຊູບັນດາຜູ້ທີ່ຍອມຮັບລາວ. ລາວຈະຕັ້ງຄົນເຫລົ່ານັ້ນໃຫ້ມີອຳນາດປົກຄອງຄົນເປັນຈຳນວນຫລາຍ ແລະ ຈະມອບທີ່ດິນໃຫ້ເປັນລາງວັນ.40“ໃນວາລະສຸດທ້າຍ ກະສັດຝ່າຍໃຕ້ຈະຕໍ່ສູ້ລາວໃນສະໜາມຮົບ ແລະ ກະສັດຝ່າຍເໜືອນັ້ນຈະລະດົມລົດມ້າຮົບ, ກອງທັບມ້າ ແລະ ກອງທັບເຮືອໃຫຍ່. ລາວຈະຮຸກຮານຫລາຍປະເທດ ແລະ ກວາດລ້າງໄປທົ່ວເໝືອນນ້ຳຖ້ວມ.41ລາວຈະຮຸກຮານດິນແດນອັນງົດງາມດ້ວຍ. ຫລາຍປະເທດຈະຫລົ້ມຈົມ, ແຕ່ເອໂດມ, ໂມອາບ ແລະ ບັນດາຜູ້ນຳອຳໂມນຈະໄດ້ຮັບການຊ່ວຍກອບກູ້ອອກຈາກມືຂອງລາວ.42ລາວຈະຂະຫຍາຍອຳນາດອອກໄປຫລາຍປະເທດ; ແມ່ນແຕ່ເອຢິບກໍຈະບໍ່ພົ້ນມືລາວ.43ລາວຈະຄອບຄອງຄັງຄຳ, ຄັງເງິນ ແລະ ຊັບສົມບັດທັງໝົດຂອງເອຢິບ, ຊາວລີເບຍ ແລະ ຊາວກູເຊກໍຍອມຈຳນົນຕໍ່ລາວ.44ຂ່າວທີ່ມາຈາກທິດຕາເວັນອອກ ແລະ ທາງທິດເໜືອຈະເຮັດໃຫ້ລາວຕື່ນຕົກໃຈ ແລະ ລາວຈະຍົກທັບອອກໄປດ້ວຍຄວາມໃຈຮ້າຍຢ່າງຮຸນແຮງ ເພື່ອທຳລາຍລ້າງຄົນເປັນຈຳນວນຫລວງຫລາຍ.45ລາວຈະກາງເຕັນຫລວງຂຶ້ນລະຫວ່າງທະເລທີ່ ພູເຂົາບໍລິສຸດອັນງົດງາມ. ແຕ່ລາວກໍຈະເຖິງຈຸດຈົບ ແລະ ບໍ່ມີຜູ້ໃດຈະຊ່ວຍລາວ.Biblica, Inc.