ໂກໂລຊາຍ2
1ເຮົາຢາກໃຫ້ພວກເຈົ້າຮູ້ວ່າເຮົາກຳລັງຕໍ່ສູ້ຫລາຍເທົ່າໃດເພື່ອພວກເຈົ້າ, ເພື່ອພວກພີ່ນ້ອງຊາວເມືອງລາວດີເກອາ ແລະ ເພື່ອທຸກຄົນທີ່ຍັງບໍ່ເຄີຍພົບເຮົາເປັນການສ່ວນໂຕເລີຍ.2ເປົ້າໝາຍຂອງເຮົາກໍຄືໃຫ້ພວກເຂົາໄດ້ຮັບການໜູນໃຈໃນໃຈ ແລະ ເປັນອັນໜຶ່ງອັນດຽວກັນໃນຄວາມຮັກ, ເພື່ອວ່າພວກເຂົາຈະເຕັມລົ້ນດ້ວຍຄວາມເຂົ້າໃຈອັນຄົບຖ້ວນ ເພື່ອວ່າພວກເຂົາຈະໄດ້ຮູ້ເຖິງຂໍ້ເລິກລັບຂອງພຣະເຈົ້າ ຄືພຣະຄຣິດເຈົ້າ,3ເຊິ່ງຊັບສົມບັດແຫ່ງສະຕິປັນຍາ ແລະ ຄວາມຮູ້ທັງໝົດເຊື່ອງຊ້ອນໄວ້ໃນພຣະອົງ.4ເຮົາກ່າວຢ່າງນີ້ກໍເພື່ອບໍ່ໃຫ້ຜູ້ໃດລໍ້ລວງພວກເຈົ້າດ້ວຍຖ້ອຍຄຳອັນໜ້າເຊື່ອຖື.5ເພາະເຖິງແມ່ນວ່າຮ່າງກາຍຂອງເຮົາບໍ່ຢູ່ກັບພວກເຈົ້າ ແຕ່ຈິດໃຈຂອງເຮົາກໍຢູ່ກັບພວກເຈົ້າ ແລະ ມີຄວາມຊື່ນຊົມຍິນດີທີ່ໄດ້ເຫັນພວກເຈົ້າພາກັນຢູ່ຢ່າງຮຽບຮ້ອຍ ແລະ ເຫັນຄວາມເຊື່ອອັນໝັ້ນຄົງຂອງພວກເຈົ້າໃນພຣະຄຣິດເຈົ້າ.
ຄວາມສົມບູນຝ່າຍວິນຍານໃນພຣະຄຣິດເຈົ້າ
6ດັ່ງນັ້ນ ໃນເມື່ອພວກເຈົ້າໄດ້ຮັບເອົາພຣະຄຣິດເຈົ້າເຢຊູເປັນອົງພຣະຜູ້ເປັນເຈົ້າແລ້ວກໍຈົ່ງດຳເນີນຊີວິດໃນພຣະອົງຕໍ່ໄປ,7ຈົ່ງຢັ່ງຮາກ ແລະ ຮັບການສ້າງຂຶ້ນໃນພຣະອົງ, ຈົ່ງເຂັ້ມແຂງໃນຄວາມເຊື່ອຕາມທີ່ພວກເຈົ້າໄດ້ຮັບການສອນມາ ແລະ ເຕັມລົ້ນດ້ວຍການຂອບພຣະຄຸນ.8ຈົ່ງລະວັງໃຫ້ດີ ຢ່າໃຫ້ຜູ້ໃດຈັບພວກເຈົ້າໄປເປັນຊະເລີຍດ້ວຍປັດຊະຍາອັນບໍ່ມີແກ່ນສານ ແລະ ຫລອກລວງ ເຊິ່ງອາໄສປະເພນີຂອງມະນຸດທີ່ສືບທອດກັນມາ ແລະ ຫລັກການພື້ນຖານຕ່າງໆຂອງໂລກນີ້ ແທນທີ່ຈະອາໄສພຣະຄຣິດເຈົ້າ.9ເພາະໃນພຣະຄຣິດເຈົ້ານັ້ນ ລັກສະນະທັງໝົດຂອງພຣະເຈົ້າກໍດໍາລົງຢູ່ຢ່າງເຕັມບໍລິບູນໃນກາຍຂອງພຣະອົງ10ແລະ ໃນພຣະອົງພວກເຈົ້າໄດ້ຮັບຄວາມບໍລິບູນ. ພຣະອົງເປັນຫົວເໜືອອຳນາດ ແລະ ຜູ້ມີອຳນາດທັງໝົດ.11ໃນພຣະອົງ ພວກເຈົ້າຍັງໄດ້ຮັບພິທີຕັດແລ້ວດ້ວຍການປະຖິ້ມທຳມະຊາດບາບ ເປັນພິທີຕັດທີ່ບໍ່ໄດ້ເຮັດດ້ວຍມືມະນຸດແຕ່ເຮັດໂດຍພຣະຄຣິດເຈົ້າ,12ພວກເຈົ້າຖືກຝັງໄວ້ກັບພຣະອົງໃນພິທີບັບຕິສະມາ ແລະ ໃຫ້ພວກເຈົ້າເປັນຄືນມາຈາກຕາຍດ້ວຍກັນກັບພຣະອົງຜ່ານທາງຄວາມເຊື່ອຂອງພວກເຈົ້າໃນການທຳງານຂອງພຣະເຈົ້າຜູ້ໃຫ້ພຣະອົງເປັນຄືນມາຈາກຕາຍ.13ເມື່ອພວກເຈົ້າໄດ້ຕາຍແລ້ວໃນຄວາມບາບຂອງພວກເຈົ້າ ແລະ ໃນການບໍ່ໄດ້ຮັບພິທີຕັດຝ່າຍເນື້ອກາຍຂອງພວກເຈົ້າ ພຣະເຈົ້າໄດ້ເຮັດໃຫ້ພວກເຈົ້າ ມີຊີວິດຢູ່ກັບພຣະຄຣິດເຈົ້າ, ພຣະອົງໃຫ້ອະໄພຄວາມບາບທັງໝົດຂອງພວກເຮົາ,14ພຣະອົງຍົກເລີກໜັງສືສັນຍາທີ່ຜູກມັດພວກເຮົາດ້ວຍກົດເກນຕ່າງໆ ເຊິ່ງຂັດຂວາງ ແລະ ຕໍ່ຕ້ານພວກເຮົາ ພຣະອົງເອົາໜັງສືນີ້ອອກໄປຄຶງໄວ້ທີ່ໄມ້ກາງແຂນ.15ແລະ ໄດ້ປົດອຳນາດ ແລະ ຜູ້ມີອຳນາດທັງຫລາຍລົງ, ພຣະອົງໄດ້ປະຈານພວກເຂົາຢ່າງເປີດເຜີຍ ແລະ ເອົາຊະນະພວກເຂົາໂດຍໄມ້ກາງແຂນນັ້ນ.ເສລີພາບຈາກກົດເກນຂອງມະນຸດ
16ເຫດສະນັ້ນ ຢ່າໃຫ້ຜູ້ໃດຕັດສິນພວກເຈົ້າໃນເລື່ອງການກິນ ຫລື ການດື່ມ ຫລື ກ່ຽວກັບວັນເທດສະການທາງສາສະໜາ ຫລື ໃນເລື່ອງງານສະຫລອງວັນເດືອນອອກໃໝ່ ຫລື ໃນເລື່ອງວັນຊະບາໂຕ.17ສິ່ງເຫລົ່ານີ້ເປັນພຽງເງົາຂອງສິ່ງທີ່ຈະມາພາຍຫລັງ ສ່ວນຄວາມຈິງແທ້ແມ່ນພົບຢູ່ໃນພຣະຄຣິດເຈົ້າ.18ຢ່າໃຫ້ຜູ້ໃດທີ່ຊື່ນຊົມກັບການເຮັດທ່າທີຄືຖ່ອມໂຕ ແລະ ການຂາບໄຫວ້ເທວະດາເຮັດໃຫ້ພວກເຈົ້າໝົດສິດຮັບລາງວັນ. ຄົນຢ່າງນັ້ນໄຝ່ຝັນເຖິງແຕ່ສິ່ງທີ່ພວກເຂົາໄດ້ເຫັນ. ພວກເຂົາອວດໂຕຂຶ້ນດ້ວຍຄວາມຄິດໄຮ້ສາລະຕາມຈິດໃຈຝ່າຍເນື້ອໜັງ.19ພວກເຂົາໄດ້ສູນເສຍການເຊື່ອມຕໍ່ກັບຫົວ ເຊິ່ງຮ່າງກາຍທັງໝົດກໍໄດ້ຮັບການບຳລຸງລ້ຽງ ແລະ ປະສານເຂົ້າກັນໄວ້ດ້ວຍຂໍ້ ແລະ ເອັນຕ່າງໆ ຈຶ່ງຈະເລີນເຕີບໂຕຂຶ້ນຕາມທີ່ພຣະເຈົ້າໃຫ້ຈະເລີນເຕີບໂຕຂຶ້ນ.20ໃນເມື່ອພວກເຈົ້າໄດ້ຕາຍກັບພຣະຄຣິດເຈົ້າ ພົ້ນຈາກຫລັກການພື້ນຖານຕ່າງໆຂອງໂລກນີ້ແລ້ວ, ເປັນຫຍັງພວກເຈົ້າຈຶ່ງຍັງເປັນຂອງຝ່າຍໂລກ, ເປັນຫຍັງພວກເຈົ້າຈຶ່ງຍັງປະຕິບັດຕາມກົດເກນເຫລົ່ານີ້ທີ່ວ່າ:21“ຢ່າຈັບ! ຢ່າຊິມ! ຢ່າແຕະຕ້ອງ!”22ກົດເກນເຫລົ່ານີ້ຖືກກຳນົດໃຫ້ເສື່ອມສູນໄປເມື່ອໃຊ້ມັນ ເຊິ່ງຕັ້ງຢູ່ເທິງຄຳສັ່ງ ແລະ ຄຳສອນຂອງມະນຸດ.23ຄວາມຈິງແລ້ວ ກົດເກນເຫລົ່ານີ້ເບິ່ງຄືມີປັນຍາ, ພວກເຂົານະມັດສະການຕາມໃຈທີ່ກຳນົດຂຶ້ນເອງ, ເຮັດທ່າທີຄືຖ່ອມໂຕ ແລະ ທໍລະມານຮ່າງກາຍຂອງຕົນ ແຕ່ສິ່ງເຫລົ່ານີ້ກໍບໍ່ມີປະໂຫຍດອັນໃດໃນການຄວບຄຸມກິເລດຕັນຫາເລີຍ.Biblica, Inc.