ໂກໂລຊາຍ1
1ຈົດໝາຍສະບັບນີ້ຈາກເຮົາໂປໂລ, ຜູ້ເປັນອັກຄະສາວົກຂອງພຣະຄຣິດເຈົ້າເຢຊູຕາມຄວາມປະສົງຂອງພຣະເຈົ້າ ແລະ ຕີໂມທຽວນ້ອງຊາຍຂອງພວກເຮົາ,2ເຖິງບັນດາຄົນບໍລິສຸດຂອງພຣະເຈົ້າທີ່ເມືອງໂກໂລຊາຍ, ຜູ້ເປັນພີ່ນ້ອງທີ່ສັດຊື່ໃນພຣະຄຣິດເຈົ້າ:
ຂໍໃຫ້ພຣະຄຸນ ແລະ ສັນຕິສຸກທີ່ມາຈາກພຣະເຈົ້າພຣະບິດາຂອງພວກເຮົາທັງຫລາຍ ຈົ່ງສະຖິດຢູ່ກັບພວກເຈົ້າທັງຫລາຍ.
ຂໍໃຫ້ພຣະຄຸນ ແລະ ສັນຕິສຸກທີ່ມາຈາກພຣະເຈົ້າພຣະບິດາຂອງພວກເຮົາທັງຫລາຍ ຈົ່ງສະຖິດຢູ່ກັບພວກເຈົ້າທັງຫລາຍ.
ໂມທະນາຂອບພຣະຄຸນ ແລະ ຄຳອະທິຖານ
3ພວກເຮົາຂອບພຣະຄຸນພຣະເຈົ້າພຣະບິດາຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາຢູ່ສະເໝີເມື່ອພວກເຮົາອະທິຖານເພື່ອພວກເຈົ້າ,4ເພາະພວກເຮົາໄດ້ຍິນເຖິງຄວາມເຊື່ອຂອງພວກເຈົ້າໃນພຣະຄຣິດເຈົ້າເຢຊູ ແລະ ຄວາມຮັກທີ່ພວກເຈົ້າມີຕໍ່ຄົນຂອງພຣະເຈົ້າທຸກຄົນ5ຄືຄວາມເຊື່ອ ແລະ ຄວາມຮັກອັນເກີດຈາກຄວາມຫວັງທີ່ສະສົມໄວ້ສຳລັບພວກເຈົ້າໃນສະຫວັນ ແລະ ເຊິ່ງພວກເຈົ້າເຄີຍໄດ້ຍິນມາແລ້ວໃນຖ້ອຍຄຳແຫ່ງຄວາມຈິງຂອງຂ່າວປະເສີດ6ທີ່ໄດ້ມາເຖິງພວກເຈົ້ານັ້ນ. ໃນທຳນອງດຽວກັນນັ້ນ ຂ່າວປະເສີດນີ້ກໍກຳລັງເກີດຜົນ ແລະ ຂະຫຍາຍໄປທົ່ວໂລກ ເໝືອນທີ່ກຳລັງມີຢູ່ໃນທ່າມກາງພວກເຈົ້າຕັ້ງແຕ່ວັນທີ່ພວກເຈົ້າໄດ້ຍິນຂ່າວປະເສີດ ແລະ ເຂົ້າໃຈພຣະຄຸນຂອງພຣະເຈົ້າຢ່າງແທ້ຈິງ.7ພວກເຈົ້າໄດ້ຮຽນຮູ້ຂ່າວປະເສີດນັ້ນຈາກເອປາຟາ ເພື່ອນຮ່ວມຮັບໃຊ້ ທີ່ຮັກຂອງພວກເຮົາ ຜູ້ຮັບໃຊ້ພຣະຄຣິດເຈົ້າຢ່າງສັດຊື່ແທນພວກເຮົາ 8ແລະ ຍັງເປັນຜູ້ເລົ່າເຖິງຄວາມຮັກຂອງພວກເຈົ້າໃນພຣະວິນຍານໃຫ້ພວກເຮົາຟັງ.9ດ້ວຍເຫດນີ້ ນັບຕັ້ງແຕ່ວັນທີ່ພວກເຮົາໄດ້ຍິນກ່ຽວກັບພວກເຈົ້າ ພວກເຮົາຈຶ່ງໄດ້ອະທິຖານເພື່ອພວກເຈົ້າຕະຫລອດມາບໍ່ເຄີຍຢຸດ. ພວກເຮົາໄດ້ສືບຕໍ່ຂໍພຣະເຈົ້າເຕີມເຕັມພວກເຈົ້າດ້ວຍຄວາມຮູ້ເຖິງຄວາມປະສົງຂອງພຣະອົງໂດຍຜ່ານທາງສະຕິປັນຍາ ແລະ ຄວາມເຂົ້າໃຈທຸກຢ່າງທີ່ມາຈາກພຣະວິນຍານ,10ເພື່ອພວກເຈົ້າຈະໄດ້ດຳເນີນຊີວິດໃຫ້ສົມກັບທີ່ເປັນຄົນຂອງອົງພຣະຜູ້ເປັນເຈົ້າ ແລະ ເປັນທີ່ພໍໃຈພຣະອົງໃນທຸກດ້ານຄື: ເກີດຜົນໃນການເຮັດດີທຸກຢ່າງ, ຮູ້ຈັກພຣະເຈົ້າຫລາຍຂຶ້ນ,11ມີກຳລັງເຂັ້ມແຂງຂຶ້ນດ້ວຍລິດອຳນາດອັນຮຸ່ງເຮືອງຂອງພຣະອົງ ເພື່ອວ່າພວກເຈົ້າຈະມີຄວາມອົດທົນ ແລະ ຄວາມພະຍາຍາມຫລາຍຂຶ້ນ,12ແລະ ໂມທະນາຂອບພຣະຄຸນຢ່າງຊື່ນຊົມຍິນດີຕໍ່ພຣະບິດາເຈົ້າ ຜູ້ທີ່ເຮັດໃຫ້ພວກເຈົ້າ ເໝາະສົມທີ່ຈະມີສ່ວນໃນມໍລະດົກຂອງຄົນບໍລິສຸດຂອງພຣະອົງໃນອານາຈັກແຫ່ງຄວາມສະຫວ່າງ.13ເພາະພຣະອົງໄດ້ຊ່ວຍກອບກູ້ເອົາພວກເຮົາອອກມາຈາກອຳນາດຂອງຄວາມມືດ ແລະ ໄດ້ນຳພວກເຮົາເຂົ້າມາສູ່ອານາຈັກຂອງພຣະບຸດທີ່ຮັກຂອງພຣະອົງ14ໃນພຣະບຸດນີ້ພວກເຮົາໄດ້ຮັບການໄຖ່, ຄືໄດ້ຮັບການອະໄພໂທດບາບ.ພຣະບຸດຂອງພຣະເຈົ້າຜູ້ສູງສຸດ
15ພຣະບຸດເປັນແບບລັກສະນະຂອງພຣະເຈົ້າຜູ້ທີ່ພວກເຮົາບໍ່ສາມາດເບິ່ງເຫັນໄດ້, ເປັນບຸດກົກເໜືອສິ່ງທີ່ສ້າງທັງໝົດ.16ເພາະໃນພຣະອົງນັ້ນ ທຸກສິ່ງຖືກສ້າງຂຶ້ນຄື: ສິ່ງຕ່າງໆໃນສະຫວັນ ແລະ ເທິງແຜ່ນດິນໂລກ, ສິ່ງທີ່ຕາເບິ່ງເຫັນໄດ້ ແລະ ສິ່ງທີ່ຕາເບິ່ງເຫັນບໍ່ໄດ້, ຈະເປັນບັນລັງ ຫລື ເປັນລິດອຳນາດ ຫລື ບັນດາຜູ້ປົກຄອງ ຫລື ຜູ້ມີສິດອຳນາດ ທຸກສິ່ງຖືກສ້າງຂຶ້ນໂດຍພຣະອົງ ແລະ ເພື່ອພຣະອົງ.17ພຣະອົງດຳລົງຢູ່ກ່ອນທຸກສິ່ງ ແລະ ໃນພຣະອົງທຸກສິ່ງປະສານເຂົ້າຫາກັນ.18ພຣະອົງເປັນຫົວຂອງກາຍຄືຄຣິສຕະຈັກ. ພຣະອົງເປັນຈຸດເລີ່ມຕົ້ນ, ພຣະອົງເປັນບຸດກົກທີ່ເປັນຄືນມາຈາກຕາຍເພື່ອວ່າພຣະອົງຈະເປັນຜູ້ສູງສຸດໃນທຸກສິ່ງ.19ເພາະວ່າພຣະເຈົ້າພໍໃຈທີ່ຈະໃຫ້ຄວາມບໍລິບູນທັງໝົດຂອງພຣະອົງສະຖິດຢູ່ໃນພຣະບຸດ,20ແລະ ໂດຍພຣະອົງນັ້ນຈະໃຫ້ທຸກສິ່ງຄືນດີກັບພຣະອົງ ບໍ່ວ່າສິ່ງນັ້ນຈະຢູ່ເທິງແຜ່ນດິນໂລກ ຫລື ໃນສະຫວັນ, ພຣະອົງຈະເຮັດໃຫ້ມີສັນຕິພາບເກີດຂຶ້ນໂດຍຜ່ານທາງໂລຫິດຂອງພຣະອົງທີ່ຫລັ່ງໄຫລເທິງໄມ້ກາງແຂນ.21ຄັ້ງໜຶ່ງ ພວກເຈົ້າທັງຫລາຍເຄີຍຖືກຕັດຂາດຈາກພຣະເຈົ້າ ແລະ ເປັນສັດຕູກັບພຣະອົງທາງດ້ານຈິດໃຈເພາະ ພຶດຕິກຳຊົ່ວຮ້າຍຂອງພວກເຈົ້າ.22ແຕ່ບັດນີ້ ພຣະອົງໄດ້ໃຫ້ພວກເຈົ້າຄືນດີກັບພຣະອົງໂດຍການຕາຍທາງດ້ານຮ່າງກາຍຂອງພຣະຄຣິດເຈົ້າ ເພື່ອຖວາຍພວກເຈົ້າໃຫ້ເປັນຜູ້ບໍລິສຸດ, ບໍ່ມີຕຳໜິ ແລະ ພົ້ນຈາກຂໍ້ກ່າວຫາຕໍ່ໜ້າພຣະອົງ.23ຖ້າພວກເຈົ້າດໍາເນີນຕໍ່ໄປໃນຄວາມເຊື່ອຂອງພວກເຈົ້າ ເຊິ່ງໄດ້ວາງຮາກລົງຢ່າງໝັ້ນຄົງ ແລະ ຖາວອນແລ້ວ ຢ່າໄດ້ໜີຈາກຄວາມຫວັງທີ່ມີຢູ່ໃນຂ່າວປະເສີດ. ນີ້ແມ່ນຂ່າວປະເສີດທີ່ພວກເຈົ້າໄດ້ຍິນ ແລະ ໄດ້ປະກາດແກ່ທຸກຊີວິດທີ່ຢູ່ໃຕ້ສະຫວັນ ແລະ ເຮົາຄືໂປໂລໄດ້ກາຍເປັນຜູ້ຮັບໃຊ້.ງານຂອງໂປໂລສຳລັບຄຣິສຕະຈັກ
24ບັດນີ້ ເຮົາມີຄວາມຊື່ນຊົມຍິນດີໃນສິ່ງທີ່ເຮົາໄດ້ທົນທຸກເພື່ອພວກເຈົ້າ ແລະ ເຮົາກຳລັງເຕີມການທົນທຸກຂອງພຣະຄຣິດເຈົ້າທີ່ຍັງຂາດຢູ່ໃຫ້ເຕັມໃນຮ່າງກາຍຂອງເຮົາ ເພື່ອເຫັນແກ່ກາຍຂອງພຣະອົງຄືຄຣິສຕະຈັກ.25ເຮົາໄດ້ກາຍເປັນຜູ້ຮັບໃຊ້ໃນຄຣິສຕະຈັກຕາມພາລະກິດທີ່ພຣະເຈົ້າໄດ້ມອບໝາຍໃຫ້ເຮົາເຮັດໃນທ່າມກາງພວກເຈົ້າ ເພື່ອໃຫ້ພຣະຄຳຂອງພຣະເຈົ້າປາກົດແຈ້ງຢ່າງຄົບຖ້ວນແກ່ພວກເຈົ້າ.26ພຣະຄຳນີ້ຄືຂໍ້ຄວາມອັນເລິກລັບທີ່ຖືກປິດບັງໄວ້ຕະຫລອດຫລາຍຍຸກ ແລະ ຫລາຍເຊັ່ນຄົນ, ແຕ່ບັດນີ້ໄດ້ເປີດເຜີຍໃຫ້ແກ່ຄົນຂອງອົງພຣະຜູ້ເປັນເຈົ້າ.27ສຳລັບພວກເຂົາແລ້ວ ພຣະເຈົ້າໄດ້ເລືອກທີ່ຈະເຮັດໃຫ້ຄົນຕ່າງຊາດໄດ້ຮູ້ຈັກຄວາມຮັ່ງມີອັນສະຫງ່າລາສີຂອງຂໍ້ເລິກລັບ ຄືພຣະຄຣິດເຈົ້າສະຖິດຢູ່ໃນພວກເຈົ້າທັງຫລາຍ ເຊິ່ງເປັນຄວາມຫວັງແຫ່ງສະຫງ່າລາສີ.28ພຣະອົງນັ້ນແຫລະທີ່ພວກເຮົາປະກາດ, ເຕືອນສະຕິ ແລະ ສັ່ງສອນທຸກຄົນດ້ວຍສະຕິປັນຍາທຸກຢ່າງ ເພື່ອວ່າພວກເຮົາຈະໄດ້ຖວາຍທຸກຄົນໃຫ້ເປັນຜູ້ໃຫຍ່ຄົບຖ້ວນໃນພຣະຄຣິດເຈົ້າ.29ເພື່ອຈຸດປະສົງນີ້ແຫລະ ເຮົາຈຶ່ງຕໍ່ສູ້ຢ່າງສຸດກຳລັງທັງໝົດທີ່ພຣະຄຣິດເຈົ້າກຳລັງທຳງານຢ່າງເຂັ້ມແຂງໃນໂຕເຮົາ.Biblica, Inc.