ໂກໂລຊາຍ3
ດຳເນີນຊີວິດເໝືອນຜູ້ທີ່ຖືກເຮັດໃຫ້ມີຊີວິດໃນພຣະຄຣິດເຈົ້າ
1ຖ້າພວກເຈົ້າໄດ້ຮັບການເຮັດໃຫ້ເປັນຄືນມາດ້ວຍກັນກັບພຣະຄຣິດເຈົ້າແລ້ວ ກໍຈົ່ງໃຫ້ໃຈຂອງພວກເຈົ້າຈົດຈໍ່ກັບສິ່ງທີ່ຢູ່ເບື້ອງເທິງ ບ່ອນທີ່ພຣະຄຣິດເຈົ້ານັ່ງຢູ່ເບື້ອງຂວາມືຂອງພຣະເຈົ້າ.2ຈົ່ງໃຫ້ຄວາມຄິດຂອງພວກເຈົ້າຈົດຈໍ່ຢູ່ກັບສິ່ງທີ່ຢູ່ເບື້ອງເທິງບໍ່ແມ່ນສິ່ງທີ່ຢູ່ເທິງແຜ່ນດິນໂລກ.3ດ້ວຍວ່າ ພວກເຈົ້າໄດ້ຕາຍແລ້ວ ແລະ ບັດນີ້ຊີວິດຂອງພວກເຈົ້າກໍຖືກເຊື່ອງຊ້ອນໄວ້ດ້ວຍກັນກັບພຣະຄຣິດເຈົ້າໃນພຣະເຈົ້າ.4ເມື່ອໃດທີ່ພຣະຄຣິດເຈົ້າຜູ້ເປັນຊີວິດຂອງພວກເຈົ້າ ມາປາກົດ ເມື່ອນັ້ນແຫລະ ພວກເຈົ້າກໍຈະໄດ້ມາປາກົດພ້ອມກັບພຣະອົງໃນສະຫງ່າລາສີຂອງພຣະອົງ.5ເຫດສະນັ້ນ ຈົ່ງຂ້າຕັນຫາຝ່າຍໂລກຂອງພວກເຈົ້າຄື: ການຜິດສິນທຳທາງເພດ, ຄວາມບໍ່ສະອາດ, ລາຄະຕັນຫາ, ຄວາມປາຖະໜາຊົ່ວ ແລະ ຄວາມໂລບ ເຊິ່ງເປັນການຂາບໄຫວ້ຮູບເຄົາລົບ.6ເພາະສິ່ງເຫລົ່ານີ້ ຄວາມໂກດຮ້າຍຂອງພຣະເຈົ້າກຳລັງຈະມາເຖິງ. 7ເມື່ອກ່ອນພວກເຈົ້າເຄີຍດຳເນີນຊີວິດໃນທາງເຫລົ່ານີ້8ແຕ່ບັດນີ້ ພວກເຈົ້າຈົ່ງກຳຈັດສິ່ງເຫລົ່ານີ້ທັງໝົດຈາກພວກເຈົ້າຄື: ຄວາມໃຈຮ້າຍ, ຄວາມໂກດແຄ້ນ, ການຄິດປອງຮ້າຍ, ການໃສ່ຮ້າຍປ້າຍສີ ແລະ ຄຳເວົ້າເປື້ອນເປິຈາກປາກຂອງພວກເຈົ້າ.9ຢ່າເວົ້າຕົວະຕໍ່ກັນ ເພາະພວກເຈົ້າໄດ້ຖອດຖິ້ມສະພາບມະນຸດຄົນເກົ່າພ້ອມກັບຄວາມປະພຶດແບບເກົ່າຖິ້ມແລ້ວ10ແລະ ສວມສະພາບມະນຸດຄົນໃໝ່ ເຊິ່ງພຣະເຈົ້າກຳລັງສ້າງຂຶ້ນໃໝ່ຕາມແບບລັກສະນະຂອງພຣະຜູ້ສ້າງເພື່ອໃຫ້ພວກເຈົ້າຮູ້ຈັກພຣະອົງຫລາຍຂຶ້ນ. 11ດັ່ງນັ້ນ ຈຶ່ງບໍ່ມີຄົນຕ່າງຊາດ ຫລື ຄົນຢິວ, ຮັບພິທີຕັດ ຫລື ບໍ່ຮັບພິທີຕັດ, ຄົນປ່າເຖື່ອນ, ຄົນໄຊທຽນ, ຂ້າທາດ ຫລື ອິດສະຫລະ ແຕ່ພຣະຄຣິດເຈົ້າເປັນທຸກສິ່ງ ແລະ ຢູ່ໃນທຸກຄົນ.12ເຫດສະນັ້ນ, ໃນຖານະທີ່ເປັນຄົນທີ່ພຣະເຈົ້າເລືອກ, ເປັນຜູ້ບໍລິສຸດ ແລະ ເປັນທີ່ຮັກຂອງພຣະອົງ, ຈົ່ງສວມຄວາມເມດຕາ, ຄວາມປານີ, ຄວາມຖ່ອມຕົວ, ຄວາມອ່ອນສຸພາບ ແລະ ຄວາມອົດທົນ.13ຈົ່ງອົດທົນຕໍ່ກັນ ແລະ ຖ້າຜູ້ໃດມີເລື່ອງຕໍ່ກັນກໍຈົ່ງຍົກໂທດໃຫ້ກັນ, ຈົ່ງຍົກໂທດໃຫ້ກັນເໝືອນທີ່ອົງພຣະຜູ້ເປັນເຈົ້າໄດ້ຍົກໂທດໃຫ້ພວກເຈົ້າ.14ແລະ ຈົ່ງສວມຄວາມຮັກທັບຄຸນງາມຄວາມດີທັງໝົດນີ້ ເຊິ່ງຜູກມັດສິ່ງເຫລົ່ານີ້ທັງໝົດໃຫ້ເປັນອັນໜຶ່ງອັນດຽວກັນຢ່າງສົມບູນ.15ຈົ່ງໃຫ້ສັນຕິສຸກຂອງພຣະຄຣິດເຈົ້າປົກຄອງຢູ່ໃນຈິດໃຈຂອງພວກເຈົ້າເພາະພຣະເຈົ້າເອີ້ນພວກເຈົ້າມາເປັນອະໄວຍະວະຂອງກາຍດຽວກັນ ເພື່ອພວກເຈົ້າຈະໄດ້ຮັບສັນຕິສຸກນີ້ ແລະ ຈົ່ງມີໃຈຂອບພຣະຄຸນ.16ຈົ່ງໃຫ້ພຣະຄຳຂອງພຣະຄຣິດເຈົ້າສະຖິດຢູ່ທ່າມກາງພວກເຈົ້າຢ່າງບໍລິບູນຂະນະທີ່ພວກເຈົ້າສັ່ງສອນ ແລະ ເຕືອນສະຕິກັນແລະກັນດ້ວຍປັນຍາທຸກຢ່າງ, ຈົ່ງຮ້ອງເພງດ້ວຍເພງສັນລະເສີນ, ເພງນະມັດສະການ ແລະ ບົດເພງຈາກພຣະວິນຍານ, ຈົ່ງຮ້ອງເພງຖວາຍແກ່ພຣະເຈົ້າດ້ວຍໃຈກະຕັນຍູຕໍ່ພຣະເຈົ້າ.17ແລະ ສິ່ງໃດກໍຕາມທີ່ພວກເຈົ້າເຮັດ ບໍ່ວ່າຈະດ້ວຍວາຈາ ຫລື ດ້ວຍການກະທຳ ຈົ່ງເຮັດທຸກສິ່ງໃນນາມຂອງພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າ, ໂມທະນາຂອບພຣະຄຸນພຣະເຈົ້າພຣະບິດາໂດຍທາງພຣະອົງນັ້ນ.ຄຳແນະນໍາສຳລັບຄອບຄົວຄຣິສຕຽນ
18ຝ່າຍເມຍທັງຫລາຍ ຈົ່ງຍອມເຊື່ອຟັງຜົວຂອງຕົນ ເຊິ່ງເປັນສິ່ງທີ່ເໝາະສົມໃນອົງພຣະຜູ້ເປັນເຈົ້າ.19ຝ່າຍຜົວທັງຫລາຍ ຈົ່ງຮັກເມຍຂອງຕົນ ແລະ ຢ່າເຮັດຄວາມຮຸນແຮງຕໍ່ນາງ.20ຝ່າຍລູກທັງຫລາຍ ຈົ່ງເຊື່ອຟັງພໍ່ແມ່ຂອງຕົນໃນທຸກສິ່ງ ເພາະສິ່ງນີ້ເຮັດໃຫ້ອົງພຣະຜູ້ເປັນເຈົ້າພໍໃຈ.21ຝ່າຍພໍ່ ທັງຫລາຍ ຢ່າເຮັດໃຫ້ລູກຂອງຕົນຂັດເຄືອງໃຈ ບໍ່ດັ່ງນັ້ນພວກເຂົາຈະທໍ້ຖອຍໃຈ.22ຝ່າຍຂ້າທາດທັງຫລາຍ ຈົ່ງຍອມເຊື່ອຟັງນາຍຝ່າຍໂລກຂອງຕົນໃນທຸກສິ່ງ ແລະ ຈົ່ງເຮັດຢ່າງນີ້ບໍ່ແມ່ນພຽງແຕ່ຢູ່ຕໍ່ໜ້າ ຫລື ເຮັດເພື່ອເອົາໃຈເທົ່ານັ້ນ ແຕ່ເຮັດດ້ວຍຄວາມຈິງໃຈ ແລະ ດ້ວຍຄວາມຢຳເກງອົງພຣະຜູ້ເປັນເຈົ້າ.23ບໍ່ວ່າພວກເຈົ້າທັງຫລາຍຈະເຮັດສິ່ງໃດກໍຕາມ ຈົ່ງທຸ້ມເທເຮັດດ້ວຍສຸດໃຈເໝືອນເຮັດເພື່ອອົງພຣະຜູ້ເປັນເຈົ້າ ບໍ່ແມ່ນເຮັດເພື່ອນາຍທີ່ເປັນມະນຸດ,24ເພາະພວກເຈົ້າກໍຮູ້ແລ້ວວ່າພວກເຈົ້າຈະໄດ້ຮັບມໍລະດົກຈາກອົງພຣະຜູ້ເປັນເຈົ້າເປັນລາງວັນ. ພຣະຄຣິດເຈົ້າອົງພຣະຜູ້ເປັນເຈົ້ານີ້ແຫລະຄືຜູ້ທີ່ພວກເຈົ້າກຳລັງຮັບໃຊ້ຢູ່.25ຜູ້ໃດທີ່ເຮັດຜິດກໍຈະໄດ້ຮັບຜົນຕອບສະໜອງຕາມຄວາມຜິດຂອງຕົນ ແລະ ຈະບໍ່ມີການລຳອຽງເຂົ້າຂ້າງຜູ້ໃດ.Biblica, Inc.