ຟີລິບປອຍ4
ຄຳຮຽກຮ້ອງສຸດທ້າຍເພື່ອຄວາມໝັ້ນຄົງ ແລະ ຄວາມເປັນອັນໜຶ່ງອັນດຽວກັນ
1ເຫດສະນັ້ນ, ພີ່ນ້ອງທັງຫລາຍຂອງເຮົາເອີຍ, ພວກເຈົ້າເປັນຜູ້ທີ່ເຮົາຮັກ ແລະ ປາຖະໜາຫາ, ເປັນຄວາມຍິນດີ ແລະ ເປັນມົງກຸດຂອງເຮົາ, ເພື່ອນທີ່ຮັກຂອງເຮົາເອີຍ ຈົ່ງຕັ້ງໝັ້ນຄົງຢູ່ໃນທາງຂອງອົງພຣະຜູ້ເປັນເຈົ້າ!2ເຮົາຂໍຮ້ອງນາງຢູໂອເດຍ ແລະ ນາງຊີນຕີເຂໃຫ້ເປັນເປັນຜູ້ມີຄວາມຄິດອັນດຽວກັນໃນອົງພຣະຜູ້ເປັນເຈົ້າ.3ແລະ ເຮົາຂໍຮ້ອງພວກເຈົ້າຜູ້ເປັນເພື່ອນຮ່ວມງານທີ່ແທ້ຈິງຂອງເຮົາ, ໃຫ້ຊ່ວຍເຫລືອແມ່ຍິງເຫລົ່ານີ້ ເພາະພວກເຂົາໄດ້ຕໍ່ສູ້ຄຽງຂ້າງເຮົາໃນວຽກງານຂ່າວປະເສີດ ພ້ອມທັງກະເລເມ ແລະ ເພື່ອນຮ່ວມງານຄົນອື່ນໆຂອງເຮົາດ້ວຍ ຄົນເຫລົ່ານີ້ມີຊື່ຢູ່ໃນທະບຽນແຫ່ງຊີວິດແລ້ວ.ຄຳແນະນຳສຸດທ້າຍ
4ຈົ່ງຊື່ນຊົມຍິນດີໃນອົງພຣະຜູ້ເປັນເຈົ້າທຸກເວລາ. ເຮົາຂໍຢ້ຳອີກວ່າ: ຈົ່ງຊື່ນຊົມຍິນດີ!5ຈົ່ງໃຫ້ຄວາມສຸພາບອ່ອນໂຍນຂອງພວກເຈົ້າທັງຫລາຍປາກົດແກ່ຄົນທັງປວງ. ອົງພຣະຜູ້ເປັນເຈົ້າຢູ່ໃກ້ແລ້ວ.6ຢ່າກະວົນກະວາຍໃນສິ່ງໃດເລີຍ, ແຕ່ໃນທຸກສະຖານະການ ຈົ່ງຂໍທຸກສິ່ງທີ່ພວກເຈົ້າປາຖະໜານັ້ນຕໍ່ພຣະເຈົ້າ ດ້ວຍການອະທິຖານ ແລະ ອ້ອນວອນ ພ້ອມກັບການຂອບພຣະຄຸນ.7ແລ້ວສັນຕິສຸກຂອງພຣະເຈົ້າທີ່ເກີນຄວາມເຂົ້າໃຈທັງໝົດຈະເຝົ້າຮັກສາຈິດໃຈ ແລະ ຄວາມຄິດຂອງພວກເຈົ້າທັງຫລາຍໄວ້ໃນພຣະຄຣິດເຈົ້າເຢຊູ.8ສຸດທ້າຍນີ້ ພີ່ນ້ອງທັງຫລາຍເອີຍ, ສິ່ງໃດກໍຕາມທີ່ເປັນຄວາມຈິງ, ສິ່ງໃດທີ່ສູງສົ່ງ, ສິ່ງໃດທີ່ຖືກຕ້ອງ, ສິ່ງໃດທີ່ບໍລິສຸດ, ສິ່ງໃດທີ່ໜ້າຮັກ, ສິ່ງໃດທີ່ໜ້າຊົມເຊີຍ ຖ້າມີສິ່ງໃດດີເລີດ ຫລື ຄວນຍ້ອງຍໍ ຈົ່ງພິຈາລະນາເຖິງສິ່ງເຫລົ່ານັ້ນ.9ສິ່ງໃດທີ່ພວກເຈົ້າໄດ້ຮຽນຮູ້ ຫລື ໄດ້ຮັບ ຫລື ໄດ້ຍິນຈາກເຮົາ ຫລື ໄດ້ເຫັນໃນເຮົາ ຈົ່ງນໍາເອົາສິ່ງນັ້ນໄປປະຕິບັດ. ແລະ ພຣະເຈົ້າແຫ່ງສັນຕິສຸກຈະສະຖິດຢູ່ກັບພວກເຈົ້າ.ຂອບໃຈສຳລັບຂອງຝາກຈາກພີ່ນ້ອງຊາວຟີລິບປອຍ
10ເຮົາຊື່ນຊົມຍິນດີໃນອົງພຣະຜູ້ເປັນເຈົ້າຢ່າງໃຫຍ່ ເພາະໃນທີ່ສຸດພວກເຈົ້າກໍໄດ້ຟື້ນຄືນຄວາມຫ່ວງໃຍຂອງພວກເຈົ້າຕໍ່ເຮົາອີກ. ຄວາມຈິງແລ້ວ, ພວກເຈົ້າກໍຫ່ວງໃຍເຮົາຢູ່ແລ້ວ, ແຕ່ພວກເຈົ້າບໍ່ມີໂອກາດທີ່ຈະສະແດງຄວາມຫ່ວງໃຍນັ້ນອອກ.11ເຮົາເວົ້າຢ່າງນີ້ບໍ່ແມ່ນເພາະເຮົາກຳລັງຂັດສົນ, ເພາະເຮົາຮຽນຮູ້ທີ່ຈະພໍໃຈບໍ່ວ່າຈະຢູ່ໃນສະຖານະການໃດ.12ເຮົາຮູ້ວ່າຍາມຂາດເຂີນເປັນຢ່າງໃດ ແລະ ເຮົາກໍຮູ້ວ່າຍາມມີຢ່າງອຸດົມສົມບູນເປັນຢ່າງໃດ ແລະ ເຮົາໄດ້ຮູ້ຈັກຄວາມລັບທີ່ຈະພໍໃຈໃນສະຖານະການໃດໆ ແລະ ໃນທຸກສະຖານະການ, ບໍ່ວ່າຈະອີ່ມ ຫລື ອຶດຢາກ, ບໍ່ວ່າຈະມີຊີວິດໃນຄວາມອຸດົມສົມບູນ ຫລື ໃນຄວາມຂັດສົນ.13ເຮົາສາມາດເຮັດທຸກສິ່ງໄດ້ໂດຍພຣະອົງຜູ້ໃຫ້ກຳລັງແກ່ເຮົາ.14ເຖິງປານນັ້ນກໍເປັນຄວາມກະລຸນາຂອງພວກເຈົ້າທີ່ໄດ້ຮ່ວມທຸກກັບເຮົາ.15ຫລາຍກວ່ານັ້ນ, ຕາມທີ່ພວກເຈົ້າຊາວຟີລິບປອຍກໍຮູ້, ໃນຕອນທີ່ພວກເຈົ້າໄດ້ຮູ້ຈັກຂ່າວປະເສີດທຳອິດນັ້ນ, ຄືເມື່ອເຮົາໄດ້ອອກເດີນທາງຈາກແຂວງມາເກໂດເນຍໄປນັ້ນ, ບໍ່ມີຄຣິສຕະຈັກໃດມີສ່ວນຮ່ວມໃນລາຍຈ່າຍ ແລະ ລາຍໄດ້ຂອງເຮົາເລີຍ, ຍົກເວັ້ນພວກເຈົ້າເທົ່ານັ້ນ;16ເພາະແມ່ນແຕ່ເມື່ອເຮົາຢູ່ໃນເມືອງເທສະໂລນິກ ພວກເຈົ້າກໍຍັງໄດ້ສົ່ງເຄື່ອງຊ່ວຍເຫລືອມາໃຫ້ເຮົາໃນຍາມທີ່ເຮົາຂັດສົນຫລາຍເທື່ອ.17ບໍ່ແມ່ນວ່າເຮົາປາຖະໜາຢາກໄດ້ຂອງຖວາຍຈາກພວກເຈົ້າ; ແຕ່ເຮົາປາຖະໜາຢາກໃຫ້ພວກເຈົ້າໄດ້ຜົນກຳໄລເພີ່ມຂຶ້ນໃນບັນຊີຂອງພວກເຈົ້າ.18ເຮົາໄດ້ຮັບຄົບຖ້ວນ ແລະ ໄດ້ຫລາຍເກີນພຽງພໍ. ເຮົາໄດ້ຮັບການສະໜອງໃຫ້ຢ່າງພຽງພໍ, ບັດນີ້ ເຮົາໄດ້ຮັບຂອງຖວາຍທີ່ພວກເຈົ້າໄດ້ສົ່ງມາກັບເອປາໂຟດີໂຕແລ້ວ. ສິ່ງເຫລົ່ານີ້ເປັນຂອງຖວາຍທີ່ມີກິ່ນຫອມ, ເປັນເຄື່ອງບູຊາທີ່ເປັນທີ່ຍອມຮັບ ແລະ ເປັນທີ່ພໍໃຈຕໍ່ພຣະເຈົ້າ.19ແລະ ພຣະເຈົ້າຂອງເຮົາຈະໃຫ້ສິ່ງທີ່ຈໍາເປັນທຸກຢ່າງແກ່ພວກເຈົ້າຈາກຄວາມຮັ່ງມີອັນສະຫງ່າລາສີຂອງພຣະອົງໃນພຣະຄຣິດເຈົ້າເຢຊູ.20ຂໍໃຫ້ກຽດຈົ່ງມີແກ່ພຣະເຈົ້າ ແລະ ພຣະບິດາເຈົ້າຂອງພວກເຮົາທັງຫລາຍຕະຫລອດໄປເປັນນິດ. ອາແມນ.ຄຳທັກທາຍສຸດທ້າຍ
21ເຮົາຂໍຝາກຄວາມຄິດເຖິງມາຍັງຄົນຂອງພຣະເຈົ້າທຸກຄົນ ໃນພຣະເຢຊູຄຣິດເຈົ້າ.ບັນດາພີ່ນ້ອງທັງຫລາຍຜູ້ທີ່ຢູ່ກັບເຮົາກໍສົ່ງຄວາມຄິດເຖິງມາຍັງພວກເຈົ້າດ້ວຍ.22ຄົນຂອງພຣະເຈົ້າທຸກຄົນຢູ່ທີ່ນີ້ກໍຝາກຄວາມຄິດເຖິງມາຍັງພວກເຈົ້າດ້ວຍ ໂດຍສະເພາະບັນດາຜູ້ທີ່ຢູ່ໃນວັງຂອງກາຍຊາ.23ຂໍໃຫ້ພຣະຄຸນຂອງພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າ ຈົ່ງສະຖິດຢູ່ກັບຈິດວິນຍານຂອງພວກເຈົ້າທັງຫລາຍດ້ວຍ. ອາແມນ.
Biblica, Inc.