ອາໂມດ8
ກະຕ່າໝາກໄມ້ສຸກ
1ພຣະເຈົ້າຢາເວ ອົງເຈົ້ານາຍໄດ້ສະແດງໃຫ້ຂ້າພະເຈົ້າເຫັນໝາກໄມ້ສຸກໜຶ່ງກະຕ່າ.2ພຣະອົງຖາມວ່າ, “ອາໂມດ ເຈົ້າເຫັນສິ່ງໃດ?”ຂ້າພະເຈົ້າໄດ້ຕອບວ່າ, “ໝາກໄມ້ສຸກໜຶ່ງກະຕ່າ”.
ແລ້ວພຣະເຈົ້າຢາເວໄດ້ກ່າວກັບຂ້າພະເຈົ້າວ່າ, “ວັນເວລາກໍສຸກແລ້ວສຳລັບອິດສະຣາເອນປະຊາຊົນຂອງເຮົາ; ເຮົາຈະບໍ່ລະເວັ້ນພວກເຂົາອີກຕໍ່ໄປ”.3ພຣະເຈົ້າຢາເວ ອົງເຈົ້ານາຍປະກາດວ່າ, “ໃນວັນນັ້ນບົດເພງຕ່າງໆໃນວິຫານຈະປ່ຽນເປັນສຽງຮ້ອງໄຫ້. ຊາກສົບທັງຫລາຍຈະຢາຍເຕັມຢູ່ທຸກບ່ອນ! ແລະ ມີແຕ່ຄວາມງຽບສະຫງັດ!”4ຈົ່ງຟັງ ພວກເຈົ້າຜູ້ຢຽບຢ່ຳຄົນຂັດສົນແລະ ກຳຈັດຄົນທຸກຍາກໃນດິນແດນ,5ພວກເຈົ້າເວົ້າວ່າ,“ເມື່ອໃດນໍຈະໝົດວັນຂຶ້ນໃໝ່ໜຶ່ງຄ່ຳພວກເຮົາຈະໄດ້ຂາຍພືດຜົນເປັນເມັດ,ເມື່ອໃດນໍຈະໝົດວັນຊະບາໂຕພວກເຮົາຈະໄດ້ຂາຍເຂົ້າຫວີດ?”ພວກເຈົ້າໂກງດ້ວຍການເຮັດໃຫ້ຕາຊິງອ່ອນ,ໂກງລາຄາແລະ ໂກງຕາຊິງ6ພວກເຈົ້າຊື້ຄົນທຸກຈົນດ້ວຍເງິນແລະ ແລກປ່ຽນຄົນຂັດສົນດ້ວຍເກີບຄູ່ດຽວ,ແລະ ຂາຍເຂົ້າຫວີດປົນເຂົ້າບໍ່ດີ.7ພຣະເຈົ້າຢາເວໄດ້ປະຕິຍານໂດຍອ້າງພຣະອົງເອງຜູ້ທີ່ຢາໂຄບຢຳເກງວ່າ: “ເຮົາຈະບໍ່ມີວັນລືມສິ່ງທີ່ພວກເຂົາເຮັດແມ່ນແຕ່ສິ່ງດຽວ.8“ດ້ວຍເຫດນີ້ແຜ່ນດິນຈະບໍ່ສັ່ນສະທ້ານແລະ ທຸກຄົນທີ່ອາໄສຢູ່ໃນນັ້ນຈະບໍ່ໄວ້ທຸກບໍ?ທົ່ວທັງແຜ່ນດິນຈະນອງຂຶ້ນເໝືອນແມ່ນ້ຳນິນຖືກກວນໃຫ້ເກີດຄວາມປັ່ນປ່ວນແລ້ວກໍຈົມລົງເໝືອນແມ່ນ້ຳເອຢິບ”.9ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນີ້ວ່າ,“ໃນວັນນັ້ນ, ເຮົາຈະເຮັດໃຫ້ຕາເວັນຕົກຕອນທ່ຽງແລະ ໃຫ້ໂລກມືດມິດທັງທີ່ຍັງກາງເວັນຢູ່.10ເຮົາຈະປ່ຽນເທດສະການທາງສາສະໜາຂອງພວກເຈົ້າໃຫ້ເປັນການໄວ້ທຸກແລະ ການຮ້ອງເພງທັງໝົດຂອງພວກເຈົ້າໃຫ້ເປັນການຮ້ອງໄຫ້.ເຮົາຈະເຮັດໃຫ້ພວກເຈົ້າທຸກຄົນສວມເສື້ອຜ້າກະສອບແລະ ແຖຫົວຕົນເອງ.ເຮົາຈະເຮັດໃຫ້ຊ່ວງເວລານັ້ນເປັນເໝືອນຊ່ວງໄວ້ທຸກໃຫ້ລູກຊາຍດຽວແລະ ໃຫ້ວາລະສຸດທ້າຍເປັນດັ່ງວັນອັນຂົມຂື່ນ”.11ພຣະເຈົ້າຢາເວ ອົງເຈົ້ານາຍປະກາດວ່າ, “ວັນເວລານັ້ນຈະມາເຖິງ,ເມື່ອເຮົາຈະໃຫ້ເກີດການອຶດຢາກອາຫານທົ່ວແຜ່ນດິນບໍ່ແມ່ນອຶດຢາກອາຫານ ຫລື ກະຫາຍຫານ້ຳ,ແຕ່ຫິວກະຫາຍຢາກຟັງຖ້ອຍຄຳຂອງພຣະເຈົ້າຢາເວ.12ຄົນທັງຫລາຍຈະໂຊເຊຈາກທະເລນີ້ໄປຫາທະເລນັ້ນແລະ ພະເນຈອນຈາກເໜືອໄປຫາທິດຕາເວັນອອກ,ສະແຫວງຫາຖ້ອຍຄຳຂອງພຣະເຈົ້າຢາເວ,ແຕ່ພວກເຂົາຈະບໍ່ຫາພົບ.13“ໃນວັນນັ້ນ“ຍິງສາວທີ່ໜ້າຮັກ ແລະ ຊາຍໜຸ່ມທີ່ແຂງແຮງຈະເປັນລົມເພາະຄວາມກະຫາຍ.14ຜູ້ທີ່ສາບານໂດຍອ້າງບາບຂອງຊາມາເຣຍຫລື ເວົ້າວ່າ ‘ດານ, ພະຂອງເຈົ້າມີຊີວິດຢູ່ສັນໃດ’ຫລື ‘ພະ ແຫ່ງເບເອນເຊບາມີຊີວິດຢູ່ສັນໃດ’ພວກເຂົາກໍຈະລົ້ມລົງ ແລະ ບໍ່ໄດ້ລຸກຂຶ້ນມາອີກເລີຍ”.
Biblica, Inc.