ອາໂມດ5

ຄ່ຳຄວນ ແລະ ເອີ້ນ​ໃຫ້​ກັບ​ໃຈ

1ອິດສະຣາເອນ ຈົ່ງ​ຟັງ, ເຮົາ​ຄ່ຳຄວນ​ເຖິງ​ເຈົ້າ​ດັ່ງນີ້:2“ອິດສະຣາເອນ ສາວບໍລິສຸດ​ໄດ້​ລົ້ມ​ລົງ​ແລ້ວ,ຈະ​ບໍ​ລຸກ​ຂຶ້ນ​ມາ​ອີກ​ເລີຍ,ຕ້ອງ​ຖືກ​ປະຖິ້ມ​ໃນ​ດິນແດນ​ຂອງ​ນາງ​ເອງ,ແລະ ບໍ່​ມີ​ຜູ້ໃດ​ຊ່ວຍ​ຍົກ​ນາງ​ຂຶ້ນ​ມາ​ເລີຍ”.
3ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ຕໍ່​ອິດສະຣາເອນ​ດັ່ງນີ້​ວ່າ:“ນະຄອນ​ຂອງ​ເຈົ້າ​ທີ່​ສົ່ງ​ຊາຍ​ຜູ້​ແຂງແຮງ​ພັນ​ຄົນ​ໃຫ້​ເດີນ​ຂະບວນ​ອອກ​ໄປ​ຮົບຈະ​ເຫລືອ​ກັບ​ມາ​ພຽງ​ຮ້ອຍ​ຄົນ;ເມືອງ​ຂອງ​ເຈົ້າ​ທີ່​ສົ່ງ​ຊາຍ​ຜູ້​ແຂງແຮງ​ຮ້ອຍ​ຄົນ​ອອກ​ໄປ​ຮົບຈະ​ເຫລືອ​ກັບ​ມາ​ພຽງ​ສິບ​ຄົນ​ເທົ່ານັ້ນ”.
4ພຣະເຈົ້າ​ຢາເວ​ກ່າວ​ຕໍ່​ອິດສະຣາເອນ​ດັ່ງນີ້​ວ່າ:“ຈົ່ງ​ສະແຫວງຫາ​ເຮົາ ແລະ ເຈົ້າ​ຈະ​ມີ​ຊີວິດ​ຢູ່;5ຢ່າ​ສະແຫວງຫາ​ເບັດເອນ,ຢ່າ​ໄປ​ທີ່​ກິນການ,ຢ່າ​ເດີນທາງ​ໄປ​ທີ່​ເບເອນເຊບາ.ເພາະ​ກິນການ​ຈະ​ຕ້ອງ​ຕົກ​ເປັນ​ຊະເລີຍ​ຢ່າງ​ແນ່ນອນ,ແລະ ເບັດເອນ​ຈະ​ຫລຸດ​ລົງ​ບໍ່​ມີ​ຫຍັງ  ”.6ຈົ່ງ​ສະແຫວງຫາ​ພຣະເຈົ້າ​ຢາເວ ແລະ ພວກເຈົ້າ​ຈະ​ມີ​ຊີວິດ​ຢູ່ບໍ່​ດັ່ງນັ້ນ​ແລ້ວ ພຣະອົງ​ຈະ​ກວາດ​ເຜົ່າ​ທັງຫລາຍ​ຂອງ​ໂຢເຊັບ​ໄປ​ເໝືອນ​ກັບ​ໄຟ;ມັນ​ຈະ​ກືນກິນ​ພວກເຂົາ;ແລະ ເບັດເອນ​ຈະ​ຫາ​ຜູ້ໃດ​ຊ່ວຍ​ດັບ​ໄຟ​ນີ້​ບໍ່​ໄດ້​ເລີຍ.
7ພວກເຈົ້າ​ຜູ້​ປ່ຽນ​ຄວາມ​ຍຸຕິທຳ​ເປັນ​ຄວາມ​ຂົມຂື່ນແລະ ຜູ້​ໂຍນ​ຄວາມ​ຊອບທຳ​ລົງ​ທີ່​ພື້ນ.
8(ພຣະອົງ​ຜູ້​ສ້າງ​ດາວ​ໄກ່ນ້ອຍ ແລະ ດາວ​ໄຖຜູ້​ປ່ຽນ​ຄວາມ​ມືດ​ໃຫ້​ກາຍເປັນ​ຮຸ່ງອາລຸນແລະ ກາງເວັນ​ໃຫ້​ກາຍເປັນ​ກາງ​ຄືນ​ມືດມິດ,ຜູ້​ເອີ້ນ​ນ້ຳ​ທະເລ​ມາແລະ ເທ​ນ້ຳ​ນັ້ນ​ເທິງ​ຫົດ​ໜ້າ​ໂລກມີ​ນາມ​ວ່າ​ພຣະເຈົ້າ​ຢາເວ.9ພຣະອົງ​ກະໜ່ຳ​ຫາຍະນະ​ລົງ​ທຳລາຍ​ທີ່ໝັ້ນແລະ ທຳລາຍ​ເມືອງ​ທີ່​ມີ​ປ້ອມ​ໃຫ້​ພັງ​ພິນາດ.
10ພວກເຈົ້າ​ກຽດຊັງ​ຄົນ​ທີ່​ຕໍ່ສູ້​ເພື່ອ​ຄວາມ​ຍຸຕິທຳ​ໃນ​ສານແລະ ລັງກຽດ​ຄົນ​ທີ່​ເວົ້າ​ຄວາມ​ຈິງ.
11ພວກເຈົ້າ​ເກັບ​ພາສີ​ເຟືອງ​ຈາກ​ຄົນທຸກຍາກແລະ ເອີ້ນ​ເກັບ​ພາສີ​ຈາກ​ພືດຜົນ​ຂອງ​ພວກເຂົາ.ເຫດສະນັ້ນ ເຖິງ​ແມ່ນ​ພວກເຈົ້າ​ຈະ​ສ້າງ​ອາຄານ​ສີລາ​ຫລາຍ,ພວກເຈົ້າ​ກໍ​ຈະ​ບໍ່​ໄດ້​ອາໄສ​ຢູ່​ໃນ​ອາຄານ​ເຫລົ່ານັ້ນ;ເຖິງ​ແມ່ນ​ວ່າ​ພວກເຈົ້າ​ໄດ້​ປູກ​ສວນ​ອະງຸ່ນ​ງອກ​ງາມ,ພວກເຈົ້າ​ກໍ​ຈະ​ບໍ່​ໄດ້​ດື່ມ​ເຫລົ້າ​ອະງຸ່ນ​ນັ້ນ.12ເພາະ​ເຮົາ​ຮູ້​ວ່າ​ພວກເຈົ້າ​ລ່ວງລະເມີດ​ຫລາຍ​ປານ​ໃດແລະ ບາບ​ທັງຫລາຍ​ຂອງ​ພວກເຈົ້າ​ກໍ​ໃຫຍ່​ຫລວງ​ປານ​ໃດ.ພວກເຈົ້າ​ກົດຂີ່​ຂົ່ມເຫັງ​ຄົນ​ບໍລິສຸດ ແລະ ຮັບ​ສິນບົນແລະ ກີດກັນ​ຄວາມ​ຍຸຕິທຳ​ຈາກ​ຄົນທຸກຍາກ​ຢູ່​ໃນ​ສານ.13ເຫດສະນັ້ນ ຄົນ​ສະຫລາດ​ກໍ​ມິດງຽບ​ຢູ່​ໃນ​ເວລາ​ເຊັ່ນ​ນີ້,ເພາະ​ເປັນ​ຍຸກ​ແຫ່ງ​ຄວາມ​ຊົ່ວ​ຮ້າຍ.
14ຈົ່ງ​ສະແຫວງຫາ​ຄວາມ​ດີ ບໍ່​ແມ່ນ​ຄວາມ​ຊົ່ວ,ແລ້ວ​ພວກເຈົ້າ​ກໍ​ຈະ​ມີ​ຊີວິດ​ຢູ່.ແລ້ວ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ຈະ​ຢູ່​ກັບ​ພວກເຈົ້າ,ເໝືອນ​ທີ່​ພວກເຈົ້າ​ເວົ້າ​ວ່າ​ພຣະອົງ​ຢູ່​ກັບ​ພວກເຈົ້າ.15ຈົ່ງ​ກຽດຊັງ​ຄວາມ​ຊົ່ວ, ຈົ່ງ​ຮັກ​ຄວາມ​ດີ;ຈົ່ງ​ຮັກສາ​ຄວາມ​ຍຸຕິທຳ​ໃນ​ສານ.ບາງທີ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ຈະ​ເມດຕາຄົນ​ທີ່​ເຫລືອ​ຢູ່​ຂອງ​ໂຢເຊັບ.
16ເຫດສະນັ້ນ ອົງພຣະຜູ້ເປັນເຈົ້າ, ພຣະເຈົ້າ​ຢາເວ ພຣະເຈົ້າ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ຈຶ່ງ​ກ່າວ​ວ່າ:“ທຸກ​ຖະໜົນ​ຈະ​ມີ​ການ​ຮ້ອງໄຫ້ແລະ ບ່ອນ​ຊຸມຊົນ​ທຸກ​ແຫ່ງ​ຈະ​ມີ​ສຽງ​ຮ້ອງ​ດ້ວຍ​ຄວາມ​ໂສກເສົ້າ.ຊາວນາ​ຈະ​ຖືກ​ເອີ້ນ​ໃຫ້​ມາ​ຮ່ວມ​ກັນ​ຮ້ອງໄຫ້ແລະ ຄົນ​ທີ່​ໄວ້​ທຸກ​ຈະ​ຖືກ​ເອີ້ນ​ມາ​ຮວມ​ກັນ​ຮ້ອງໄຫ້.17ຈະ​ມີ​ການ​ຮ້ອງໄຫ້​ໃນ​ສວນ​ອະງຸ່ນ​ທຸກ​ແຫ່ງ,ເພາະ​ເຮົາ​ຈະ​ຜ່ານ​ໄປ​ທ່າມກາງ​ພວກເຈົ້າ”,ພຣະເຈົ້າ​ຢາເວ​ກ່າວ​ດັ່ງນັ້ນ.

ວັນ​ແຫ່ງ​ພຣະເຈົ້າ​ຢາເວ

18ວິບັດ​ແກ່​ພວກເຈົ້າຜູ້​ປາຖະໜາ​ວັນ​ແຫ່ງ​ພຣະເຈົ້າ​ຢາເວ!ດ້ວຍ​ເຫດ​ໃດ​ພວກເຈົ້າ​ຈຶ່ງ​ປາຖະໜາ​ວັນ​ແຫ່ງ​ພຣະເຈົ້າ​ຢາເວ?ວັນ​ນັ້ນ​ເປັນ​ວັນ​ແຫ່ງ​ຄວາມ​ມືດ ບໍ່​ແມ່ນ​ຄວາມ​ສະຫວ່າງ.19ເໝືອນ​ຄົນ​ທີ່​ໜີ​ຈາກ​ໂຕສິງແລ້ວ​ໄປ​ພົບ​ແຕ່​ໝີ,ເໝືອນ​ລາວ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຕົນແລະ ເອົາ​ມື​ຂອງ​ຕົນ​ເອື່ອຍ​ຝາກໍ​ຖືກ​ງູ​ຕອດ​ຕົນ​ຢ່າງ​ດຽວ.20ວັນ​ແຫ່ງ​ພຣະເຈົ້າ​ຢາເວ​ນັ້ນ​ຈະ​ເປັນ​ວັນ​ທີ່​ມືດ​ມົນ ບໍ່​ແມ່ນ​ສະຫວ່າງວັນ​ນັ້ນ​ມືດ​ມິດ, ບໍ່​ມີ​ແສງສະຫວ່າງ​ເລີຍ​ແມ່ນ​ແຕ່​ໜ້ອຍ​ດຽວ​ບໍ່​ແມ່ນ​ບໍ?
21“ເຮົາ​ກຽດຊັງ, ເຮົາ​ດູຖູກ​ເທດສະການ​ທາງ​ສາສະໜາ​ຂອງ​ພວກເຈົ້າເຮົາ​ເບື່ອໜ່າຍ​ການ​ປະຊຸມ​ຂອງ​ພວກເຈົ້າ.22ເຖິງ​ວ່າ​ພວກເຈົ້າ​ຈະ​ນຳ​ເຄື່ອງເຜົາ​ບູຊາ ແລະ ເຄື່ອງຖວາຍ​ພືດຜົນ​ບູຊາ​ມາ​ໃຫ້,ເຮົາ​ກໍ​ຈະ​ບໍ່​ຮັບ​ສິ່ງ​ເຫລົ່ານັ້ນ.ເຖິງ​ແມ່ນ​ພວກເຈົ້າ​ນຳ​ເຄື່ອງບູຊາ​ເພື່ອ​ຄວາມ​ສາມັກຄີທຳ​ຢ່າງ​ດີ​ມາ​ໃຫ້ເຮົາ​ກໍ​ຈະ​ບໍ່​ຮັບ​ສິ່ງ​ເຫລົ່ານັ້ນ.23ຈົ່ງ​ຢຸດຕິ​ສຽງ​ເພງ​ຂອງ​ພວກເຈົ້າ!ເຮົາ​ຈະ​ບໍ່​ຟັງ​ສຽງ​ບັນເລງ​ພິນ​ຂອງ​ພວກເຈົ້າ.24ແຕ່​ຈົ່ງ​ໃຫ້​ຄວາມ​ຍຸຕິທຳ​ຫລັ່ງໄຫລ​ມາ​ເໝືອນ​ແມ່ນ້ຳ,ໃຫ້​ຄວາມ​ຊອບທຳ​ເໝືອນ​ສາຍ​ນ້ຳ​ທີ່​ໄຫລ​ບໍ່​ຂາດ​ສາຍ!
25“ປະຊາຊົນ​ອິດສະຣາເອນ, ຕະຫລອດ​ສີ່ສິບ​ປີ​ໃນ​ຖິ່ນແຫ້ງແລ້ງກັນດານພວກເຈົ້າ​ໄດ້​ຖວາຍ​ເຄື່ອງບູຊາ ແລະ ມອບ​ເຄື່ອງຖວາຍ​ໃຫ້​ແກ່​ເຮົາ​ບໍ?26ພວກເຈົ້າ​ໄດ້​ຕັ້ງ​ສະຖານ​ບູຊາ​ຂອງ​ກະສັດ​ຂອງ​ພວກເຈົ້າ,ຖານ​ຂອງ​ຮູບເຄົາລົບ​ທັງຫລາຍ​ຂອງ​ພວກເຈົ້າ,ດວງດາວ​ຂອງ​ພະ​ຂອງ​ພວກເຈົ້າ ທີ່​ພວກເຈົ້າ​ເຮັດ​ຂຶ້ນ​ເພື່ອ​ຕົນ​ເອງ.27ເຫດສະນັ້ນ ເຮົາ​ຈະ​ສົ່ງ​ພວກເຈົ້າ​ໄປ​ເປັນ​ຊະເລີຍ​ໃນ​ດິນແດນ​ທີ່​ໄກ​ຈາກ​ດາມັສກັດ​ໄປ​ອີກ”,ພຣະເຈົ້າ​ຢາເວ ຜູ້​ມີ​ນາມ​ວ່າ​ພຣະເຈົ້າ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນ.

Biblica, Inc.

https://app.library.bible/content/eab9312f9f16b3a2