ອາໂມດ4
ອິດສະຣາເອນບໍ່ໄດ້ຫັນກັບມາຫາພຣະເຈົ້າ
1ຈົ່ງຟັງຖ້ອຍຄຳນີ້, ບັນດາງົວແມ່ແຫ່ງບາຊານ ເຊິ່ງຢູ່ເທິງພູເຂົາຊາມາເຣຍ,ຄືພວກແມ່ຍິງທີ່ກົດຂີ່ຄົນທຸກຍາກ ແລະ ຢຽບຢ່ຳຄົນຂັດສົນແລະ ຄົນທີ່ເວົ້າກັບຜົວຂອງຕົນວ່າ, “ຊ່ວຍເອົາເຄື່ອງດື່ມມາໃຫ້ພວກເຮົາແດ່!”2ພຣະເຈົ້າຢາເວ ອົງເຈົ້ານາຍໄດ້ປະຕິຍານໂດຍຄວາມບໍລິສຸດຂອງພຣະອົງວ່າ:“ເວລານັ້ນຈະມາເຖິງຢ່າງແນ່ນອນເມື່ອພວກເຈົ້າຈະຖືກລາກໄປດ້ວຍຂໍເກາະພວກສຸດທ້າຍຈະຖືກລາກໄປດ້ວຍເບັດ.3ພວກເຈົ້າແຕ່ລະຄົນຈະອອກໄປຊື່ຜ່ານຮອຍແຕກຂອງກຳແພງ.ພວກເຈົ້າຈະຖືກໂຍນອອກໄປທີ່ຮານໂມນ ”.ພຣະເຈົ້າຢາເວປະກາດດັ່ງນັ້ນ.4“ຈົ່ງໄປທີ່ເບັດເອນ ແລະ ເຮັດບາບ;ຈົ່ງໄປທີ່ກິນການ ແລະ ເຮັດບາບຫລາຍຂຶ້ນໄປອີກ.ເອົາເຄື່ອງບູຊາຂອງພວກເຈົ້າໄປຖວາຍທຸກເຊົ້າ,ເອົາໜຶ່ງສ່ວນສິບຂອງພວກເຈົ້າໄປຖວາຍທຸກສາມປີ. 5ເອົາເຂົ້າຈີ່ໃສ່ເຊື້ອແປ້ງມາເຜົາຖວາຍເປັນເຄື່ອງບູຊາຂອບພຣະຄຸນແລະ ອວດອ້າງເຄື່ອງບູຊາຕາມຄວາມສະໝັກໃຈຂອງພວກເຈົ້າຈົ່ງອວດອ້າງສິ່ງເຫລົ່ານັ້ນ ພວກເຈົ້າ ຊາວອິດສະຣາເອນ,ໃນເມື່ອພວກເຈົ້າຮັກທີ່ຈະເຮັດເຊັ່ນນັ້ນ”,ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ.6“ເຮົາໃຫ້ພວກເຈົ້າທ້ອງແຫ້ງ ໃນທຸກໆນະຄອນບໍ່ມີອາຫານກິນໃນທຸກໆເມືອງ,ເຖິງປານນັ້ນ ພວກເຈົ້າກໍບໍ່ຍອມກັບມາຫາເຮົາ”,ພຣະເຈົ້າຢາເວປະກາດດັ່ງນັ້ນ.7“ເຮົາໄດ້ງົດໃຫ້ຝົນແກ່ພວກເຈົ້າດ້ວຍຍັງສາມເດືອນກ່ອນເຖິງລະດູເກັບກ່ຽວເຮົາໄດ້ໃຫ້ຝົນຕົກໃນເມືອງໜຶ່ງ,ແຕ່ບໍ່ໃຫ້ຝົນຕົກໃນອີກເມືອງໜຶ່ງ.ນາໜຶ່ງມີຝົນ;ອີກນາໜຶ່ງບໍ່ມີຝົນ ແລະ ເຂົ້າກໍຈະຫ່ຽວແຫ້ງໄປ.8ຄົນທັງຫລາຍໂຊເຊຈາກເມືອງໜຶ່ງໄປອີກເມືອງໜຶ່ງເພື່ອຫານ້ຳແຕ່ກໍໄດ້ບໍ່ພໍດື່ມ,ເຖິງປານນັ້ນພວກເຈົ້າກໍບໍ່ຍອມກັບມາຫາເຮົາ”,ພຣະເຈົ້າຢາເວປະກາດດັ່ງນັ້ນ.9“ຫລາຍຄັ້ງທີ່ເຮົາໂຈມຕີສວນ ແລະ ສວນອະງຸ່ນຂອງພວກເຈົ້າ,ພືດຜົນຖືກທຳລາຍ ແລະ ຂຶ້ນລາ.ມີຕັກແຕນກັດກິນຕົ້ນໝາກເດື່ອ ແລະ ຕົ້ນໝາກກອກຂອງພວກເຈົ້າ.ເຖິງປານນັ້ນ ພວກເຈົ້າກໍບໍ່ຍອມກັບມາຫາເຮົາ”.ພຣະເຈົ້າຢາເວປະກາດດັ່ງນັ້ນ.10“ເຮົາໄດ້ສົ່ງໄພພິບັດຕ່າງໆມາທ່າມກາງພວກເຈົ້າເໝືອນທີ່ເຮົາໄດ້ເຮັດແກ່ເອຢິບ.ເຮົາໄດ້ຂ້າຊາຍໜຸ່ມຂອງພວກເຈົ້າດ້ວຍດາບ,ພ້ອມກັບຂ້າມ້າທັງຫລາຍທີ່ພວກເຈົ້າຢຶດມາໄດ້.ເຮົາໄດ້ເຮັດໃຫ້ກິ່ນເໝັນທີ່ກຸ້ມໄປທົ່ວຄ້າຍພັກພັດເຂົ້າດັງຂອງພວກເຈົ້າ.ເຖິງປານນັ້ນ ພວກເຈົ້າກໍບໍ່ຍອມກັບມາຫາເຮົາ”,ພຣະເຈົ້າຢາເວປະກາດດັ່ງນັ້ນ.11“ເຮົາໄດ້ໂຄ່ນລົ້ມພວກເຈົ້າບາງຄົນໄປເໝືອນທີ່ເຮົາ ໄດ້ໂຄ່ນລົ້ມໂຊໂດມ ແລະ ໂກໂມຣາ.ພວກເຈົ້າເໝືອນດົ້ນຟືນທີ່ຖືກດຶງອອກມາຈາກກອງໄຟ,ເຖິງປານນັ້ນ ພວກເຈົ້າກໍບໍ່ຍອມກັບມາຫາເຮົາ”,ພຣະເຈົ້າຢາເວປະກາດດັ່ງນັ້ນ.12“ເຫດສະນັ້ນ ອິດສະຣາເອນ ເຮົາຈະເຮັດກັບເຈົ້າດັ່ງນີ້,ແລະ ເພາະເຮົາຈະເຮັດກັບເຈົ້າດັ່ງນີ້,ອິດສະຣາເອນ, ຈົ່ງຕຽມໂຕພົບກັບພຣະເຈົ້າຂອງເຈົ້າ”.13ພຣະອົງຜູ້ກໍ່ຮ່າງສ້າງພູເຂົາທັງຫລາຍຜູ້ສ້າງລົມ,ແລະ ຜູ້ທີ່ສະແດງຄວາມຄິດໃຫ້ແກ່ມະນຸດ,ພຣະອົງຜູ້ເຮັດໃຫ້ປ່ຽນຮຸ່ງເຊົ້າໃຫ້ເປັນຄວາມມືດມິດ,ແລະ ດຳເນີນການຢູ່ເທິງເບື້ອງສູງຂອງໂລກນາມຂອງພຣະອົງຄືພຣະເຈົ້າຢາເວ ພຣະເຈົ້າຜູ້ມີລິດອຳນາດຍິ່ງໃຫຍ່.Biblica, Inc.