ອາໂມດ6
ວິບັດແກ່ຄົນທັງຫລາຍທີ່ຢູ່ຢ່າງສະໜຸກສຸກສະບາຍ
1ວິບັດແກ່ພວກເຈົ້າຜູ້ທີ່ຢູ່ຢ່າງສະໜຸກສຸກສະບາຍໃນຊີໂອນ,ແລະ ແກ່ພວກເຈົ້າຜູ້ຮູ້ສຶກປອດໄພຢູ່ເທິງພູເຂົາຊາມາເຣຍ,ພວກເຈົ້າຜູ້ເປັນຄົນທີ່ຢູ່ຂັ້ນນຳທີ່ມີຊື່ສຽງໂດ່ງດັງຂອງຊາດ,ຜູ້ທີ່ປະຊາຊົນອິດສະຣາເອນມາຫາ!2ຈົ່ງໄປທີ່ຄານເນ ແລະ ໄປເບິ່ງທີ່ນັ້ນແລ້ວອອກຈາກໄປນັ້ນໄປທີ່ຮາມັດເມືອງໃຫຍ່,ແລະ ລົງໄປທີ່ເມືອງກາດໃນຟີລິດສະຕິນ.ອານາຈັກເຫລົ່ານັ້ນດີກວ່າອານາຈັກທັງສອງຂອງພວກເຈົ້າບໍ?ດິນແດນຂອງພວກເຂົາໃຫຍ່ກວ່າຂອງພວກເຈົ້າບໍ?3ພວກເຈົ້າໄດ້ເລື່ອນວັນແຫ່ງຄວາມຊົ່ວຮ້າຍອອກໄປແຕ່ພັດນຳຍຸກອັນໜ້າຢ້ານກົວເຂົ້າມາໃກ້.4ພວກເຈົ້ານອນຢູ່ເທິງຕຽງທີ່ປະດັບດ້ວຍງາຊ້າງແລະ ຢຽດກາຍຢູ່ເທິງຕັ່ງນວມ.ພວກເຈົ້າກິນລູກແກະຊັ້ນດີແລະ ລູກງົວໂຕອ້ວນພີ.5ພວກເຈົ້າຫລິ້ນພິນຢ່າງເບີກບານໃຈເໝືອນດາວິດແລະ ແຕ່ງເພງໃໝ່ໆສຳລັບເຄື່ອງດົນຕີ.6ພວກເຈົ້າດື່ມເຫລົ້າອະງຸ່ນເຕັມຊາມແລະ ໃຊ້ເຄື່ອງທາກາຍຊັ້ນດີ,ແຕ່ພວກເຈົ້າບໍ່ໂສກເສົ້າໃນຄວາມຈິບຫາຍຂອງໂຢເຊັບ.7ເຫດສະນັ້ນ ພວກເຈົ້າຈະຢູ່ໃນກຸ່ມຄົນທຳອິດທີ່ຕົກເປັນຊະເລີຍການລ້ຽງສະຫລອງ ແລະ ການນອນຢຽດກາຍຂອງພວກເຈົ້າຈະຈົບລົງ.ພຣະເຈົ້າຢາເວກຽດຊັງຄວາມຈອງຫອງຂອງອິດສະຣາເອນ
8ພຣະເຈົ້າຢາເວ ອົງເຈົ້ານາຍໄດ້ປະຕິຍານໂດຍອ້າງພຣະອົງເອງ ພຣະເຈົ້າຢາເວ ພຣະເຈົ້າຜູ້ມີລິດອຳນາດປະກາດດັ່ງນີ້ວ່າ:“ເຮົາກຽດຊັງຄວາມຈອງຫອງຂອງຢາໂຄບແລະ ກຽດຊັງປ້ອມປ້ອງກັນທັງຫລາຍຂອງລາວເຮົາຈະປ່ອຍເມືອງນີ້ແລະ ທຸກສິ່ງທີ່ຢູ່ໃນນັ້ນ”.9ຖ້າມີຜູ້ຊາຍສິບຄົນເຫລືອຢູ່ໃນເຮືອນຫລັງໜຶ່ງ ພວກເຂົາກໍຈະຕາຍເໝືອນກັນ.10ແລະ ຖ້າມີຍາດພີ່ນ້ອງຂອງຜູ້ຕາຍ ຄືຜູ້ທີ່ຈະກຳກັບການສົ່ງສະການ ຈະມາຫາມເອົາສົບນັ້ນໄປນອກເຮືອນ ແລະ ຖາມຜູ້ທີ່ຍັງເຊື່ອງໂຕຢູ່ທີ່ນັ້ນວ່າ, “ມີຜູ້ໃດຢູ່ກັບເຈົ້າອີກບໍ?” ແລະ ລາວຕອບວ່າ, “ບໍ່ມີ” ແລ້ວລາວກໍຈະເວົ້າວ່າ, “ມິດຢູ່! ພວກເຮົາຈະຕ້ອງບໍ່ເອີ່ຍເຖິງນາມຂອງພຣະເຈົ້າຢາເວ”.11ເພາະພຣະເຈົ້າຢາເວໄດ້ສັ່ງໄວ້ແລ້ວ,ແລະ ຈະຟາດເຮືອນຫລັງໃຫຍ່ນັ້ນໃຫ້ເປັນຊິ້ນສ່ວນນ້ອຍໆຟາດເຮືອນຫລັງນ້ອຍໃຫ້ເປັນຊິ້ນສ່ວນເລັກນ້ອຍທີ່ສຸດ.12ມ້າແລ່ນເທິງໜ້າຜາຫີນບໍ?ຄົນໃຊ້ງົວໄຖທະເລບໍ?ແຕ່ພວກເຈົ້າກໍປ່ຽນຄວາມຍຸຕິທຳໃຫ້ເປັນຢາພິດແລະ ປ່ຽນຜົນແຫ່ງຄວາມຊອບທຳໃຫ້ກາຍເປັນຄວາມຂົມຂື່ນ13ເຈົ້າຜູ້ຍິນດີໃນການພິຊິດໂລເດບາ ແລະເວົ້າວ່າ“ພວກເຮົາຢຶດການນາອິມ ໄວ້ໄດ້ດ້ວຍກຳລັງຂອງພວກເຮົາເອງບໍ່ແມ່ນບໍ?”14ເພາະພຣະເຈົ້າຢາເວ ພຣະເຈົ້າຜູ້ມີລິດອຳນາດປະກາດວ່າ,“ປະຊາຊົນອິດສະຣາເອນ, ເຮົາຈະເອີ້ນຊາດໜຶ່ງມາສູ້ກັບພວກເຈົ້າເຊິ່ງຈະກົດຂີ່ຂົ່ມເຫັງພວກເຈົ້າຕະຫລອດທາງຕັ້ງແຕ່ເລໂບຮາມັດ ຈົນເຖິງຮ່ອມພູອາຣາບາ”.Biblica, Inc.