ອາໂມດ3
ເອີ້ນພະຍານມາກ່າວໂທດອິດສະຣາເອນ
1ປະຊາຊົນອິດສະຣາເອນ, ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວທີ່ຕໍ່ວ່າພວກເຈົ້າ ຕໍ່ວ່າຄອບຄົວທັງໝົດທີ່ເຮົາໄດ້ນຳອອກມາຈາກເອຢິບ ດັ່ງນີ້ວ່າ:2“ພວກເຈົ້າເທົ່ານັ້ນທີ່ເຮົາໄດ້ເລືອກໄວ້ຈາກຊົນຊາດທັງໝົດໃນໂລກນີ້;ເຫດສະນັ້ນ ເຮົາຈະລົງໂທດພວກເຈົ້າເພາະບາບທັງໝົດຂອງພວກເຈົ້າ”.3ສອງຄົນຈະຍ່າງໄປດ້ວຍກັນໂດຍພວກເຂົາບໍ່ໄດ້ຕົກລົງກັນໄວ້ກ່ອນໄດ້ບໍ?4ເມື່ອໂຕສິງລ່າເຫຍື່ອບໍ່ໄດ້ມັນກໍຈະແຜດສຽງດັງຢູ່ໃນປ່າບໍ?ເມື່ອມັນຈັບສັດຫຍັງບໍ່ໄດ້ມັນຈະຮ້ອງຄວນຄາງຢູ່ໃນຖ້ຳບໍ?5ເມື່ອບໍ່ໄດ້ວາງເຫຍື່ອລໍ້ໄວ້ນົກຈະຕົກລົງໃນກັບດັກທີ່ວາງຢູ່ທີ່ພື້ນດິນໄດ້ບໍ?ຖ້າບໍ່ມີສິ່ງໃດໄປຕິດຢູ່ທີ່ນັ້ນກັບດັກຈະລັ່ນຂຶ້ນໄດ້ບໍ?6ເມື່ອສຽງແກດັງຂຶ້ນໃນເມືອງຄົນທັງຫລາຍຈະບໍ່ຕົກໃຈບໍ?ເມື່ອເກີດໄພພິບັດໃນເມືອງໃດພຣະເຈົ້າຢາເວບໍ່ໄດ້ເປັນຜູ້ບັນດານໃຫ້ເກີດບໍ?7ແນ່ນອນ ພຣະເຈົ້າຢາເວ ອົງເຈົ້ານາຍຈະບໍ່ກະທຳສິ່ງໃດໂດຍບໍ່ເປີດເຜີຍແຜນການຂອງພຣະອົງໃຫ້ບັນດາຜູ້ທຳນວາຍທີ່ເປັນຜູ້ຮັບໃຊ້ຂອງພຣະອົງໄດ້ຮູ້.8ເມື່ອໂຕສິງໄດ້ແຜດສຽງຜູ້ໃດຈະບໍ່ຢ້ານ?ເມື່ອພຣະເຈົ້າຢາເວ ອົງເຈົ້ານາຍໄດ້ກ່າວແລ້ວຜູ້ໃດຈະບໍ່ກ່າວຄຳທຳນວາຍ?9ຈົ່ງປ່າວຮ້ອງແກ່ປ້ອມປ້ອງກັນແຫ່ງອາຊະໂດດແລະ ແກ່ປ້ອມປ້ອງກັນແຫ່ງເອຢິບວ່າ:“ຈົ່ງມາຊຸມນຸມກັນຢູ່ເທິງພູເຂົາຂອງຊາມາເຣຍ;ມາເບິ່ງຄວາມສັບສົນວຸ້ນວາຍໃນເມືອງນັ້ນແລະ ເບິ່ງການກົດຂີ່ຂົ່ມເຫັງທ່າມກາງປະຊາຊົນຂອງເມືອງນັ້ນ”.10ພຣະເຈົ້າຢາເວປະກາດດັ່ງນີ້ວ່າ,“ບັນດາຜູ້ທີ່ສະສົມເຄື່ອງຂອງທີ່ປຸ້ນ ແລະ ຢຶດມາ ໄວ້ໃນປ້ອມປ້ອງກັນຕ່າງໆຂອງຕົນພວກເຂົາບໍ່ຮູ້ຈັກເຮັດສິ່ງທີ່ຖືກຕ້ອງ”.11ເຫດສະນັ້ນ ພຣະເຈົ້າຢາເວອົງເຈົ້ານາຍກ່າວຈຶ່ງວ່າ:“ສັດຕູຈະມາລ້າງຜານແຜ່ນດິນຂອງເຈົ້າພວກເຂົາຈະພັງທີ່ໝັ້ນຂອງເຈົ້າລົງແລະ ປຸ້ນປ້ອມປ້ອງກັນທັງຫລາຍຂອງເຈົ້າ”.12ພຣະເຈົ້າຢາເວກ່າວດັ່ງນີ້ວ່າ:“ເໝືອນຄົນລ້ຽງແກະຊ່ວຍແກະອອກມາຈາກປາກໂຕສິງໄດ້ພຽງກະດູກຂາສອງອັນ ຫລື ເສດຫູຕ່ອນດຽວສັນໃດ,ຊາວອິດສະຣາເອນກໍຈະໄດ້ຮັບການຊ່ວຍເຫລືອແບບດຽວກັນສັນນັ້ນ,ຄືຄົນເຫລົ່ານັ້ນທີ່ນັ່ງຢູ່ເທິງຂອບຕຽງຂອງພວກເຂົາໃນຊາມາເຣຍ ແລະ ນັ່ງຢູ່ເທິງຕັ່ງນວມໃນດາມັສກັດ ”.13ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຢາເວ ພຣະເຈົ້າຜູ້ມີລິດອຳນາດຍິ່ງໃຫຍ່ປະກາດວ່າ, “ຈົ່ງຟັງ ແລ້ວໄປກ່າວໂທດເຊື້ອສາຍຂອງຢາໂຄບວ່າ,14“ໃນວັນທີ່ເຮົາລົງໂທດອິດສະຣາເອນເພາະບາບທັງຫລາຍຂອງພວກເຂົາ;ເຮົາຈະທຳລາຍແທ່ນບູຊາແຫ່ງເບັດເອນ;ເຂົາຂອງແທ່ນຈະຖືກຕັດອອກແລະ ຫລົ່ນລົງທີ່ພື້ນ.15ເຮົາຈະພັງທະລາຍເຮືອນລະດູໜາວພ້ອມທັງເຮືອນລະດູຮ້ອນລົງ;ເຮືອນທັງຫລາຍທີ່ຕົກແຕ່ງດ້ວຍງາຊ້າງກໍຈະຖືກທຳລາຍແລະ ອາຄານໃຫຍ່ທັງຫລາຍຈະສູນສິ້ນໄປ”,ພຣະເຈົ້າຢາເວປະກາດດັ່ງນັ້ນ.Biblica, Inc.