ອາໂມດ2

1ພຣະເຈົ້າ​ຢາເວ​ກ່າວ​ດັ່ງນີ້​ວ່າ:“ເນື່ອງ​ຈາກ​ໂມອາບ​ໄດ້​ເຮັດ​ບາບ​ຊ້ຳ​ແລ້ວ​ຊ້ຳ​ເລົ່າ​ສາມ​ສີ່​ຄັ້ງເຮົາ​ຈຶ່ງ​ບໍ່​ຍົກເລີກ​ການ​ລົງໂທດ.ເພາະ​ມັນ​ໄດ້​ເຜົາ​ກະດູກ​ກະສັດ​ເອໂດມໃຫ້​ເປັນ​ຂີ້ເຖົ່າ,2ເຮົາ​ຈະ​ສົ່ງ​ໄຟ​ມາ​ທີ່​ໂມອາບເຊິ່ງ​ຈະ​ເຜົາ​ຜານ​ປ້ອມ​ປ້ອງກັນ​ທັງຫລາຍ​ຂອງ​ເກຣິໂອດ. ໂມອາບ​ຈະ​ຫລົ້ມຈົມ​ທ່າມກາງ​ຄວາມ​ວຸ້ນວາຍທ່າມກາງ​ສຽງ​ໂຫ່​ຮ້ອງ​ອອກ​ຮົບ ແລະ ສຽງ​ແກ​ດັງ​ສະໜັ່ນ.3ເຮົາ​ຈະ​ທຳລາຍ​ຜູ້​ປົກຄອງ​ມັນແລະ ຂ້າ​ບັນດາ​ຂ້າລາຊະການ​ພ້ອມ​ກັບ​ມັນ​ດ້ວຍ”,ພຣະເຈົ້າ​ຢາເວ​ກ່າວ​ດັ່ງນັ້ນ.
4ພຣະເຈົ້າ​ຢາເວ​ກ່າວ​ດັ່ງນີ້​ວ່າ:“ເນື່ອງ​ຈາກ​ຢູດາ​ໄດ້​ເຮັດ​ບາບ​ຊ້ຳ​ແລ້ວ​ຊ້ຳ​ອີກ​ສາມ​ສີ່​ຄັ້ງເຮົາ​ຈຶ່ງ​ຍົກເລີກ​ການ​ລົງໂທດ.ເພາະ​ມັນ​ໄດ້​ປະຖິ້ມ​ກົດບັນຍັດ​ຂອງ​ພຣະເຈົ້າ​ຢາເວແລະ ບໍ່​ໄດ້​ປະຕິບັດ​ຕາມ​ດຳລັດ​ຂອງ​ພຣະອົງ,ເພາະ​ພະ​ປອມ​ທັງຫລາຍ​ໄດ້​ຊັກຊວນ​ພວກເຂົາ​ໃຫ້​ຫລົງ​ຕະເຫລີດ​ໄປບັນດາ​ພະ  ​ທີ່​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ຫລົງ​ຕາມ​ໄປ,5ເຮົາ​ຈະ​ສົ່ງ​ໄຟ​ມາ​ທີ່​ຢູດາເຊິ່ງ​ຈະ​ເຜົາ​ຜານ​ປ້ອມ​ປ້ອງກັນ​ທັງຫລາຍ​ຂອງ​ເຢຣູຊາເລັມ”.

ຄຳ​ພິພາກສາ​ອິດສະຣາເອນ

6ພຣະເຈົ້າ​ຢາເວ​ກ່າວ​ດັ່ງນີ້​ວ່າ:“ເນື່ອງ​ຈາກ​ອິດສະຣາເອນ​ໄດ້​ເຮັດ​ບາບ​ຊ້ຳ​ແລ້ວ​ຊ້ຳ​ອີກ​ສາມ​ສີ່​ຄັ້ງເຮົາ​ຈຶ່ງ​ຍົກເລີກ​ການ​ລົງໂທດ.ພວກເຂົາ​ຂາຍ​ຜູ້​ບໍລິສຸດ​ເພື່ອ​ແລກປ່ຽນ​ກັບ​ເງິນ,ແລະ ຂາຍ​ຄົນ​ຂັດສົນ​ເພື່ອ​ແລກປ່ຽນ​ກັບ​ເກີບ​ຄູ່​ດຽວ.7ພວກເຂົາ​ຢຽບຢ່ຳ​ຫົວ​ຂອງ​ຄົນ​ທຸກຍາກເໝືອນ​ກັບ​ຍ່າງ​ຢຽບ​ຂີ້ຝຸ່ນ​ຢູ່​ເທິງ​ພື້ນດິນແລະ ບໍ່​ຍອມ​ໃຫ້​ຄວາມ​ຍຸຕິທຳ​ແກ່​ຜູ້​ຖືກ​ກົດຂີ່.ພໍ່ ແລະ ລູກຊາຍ​ໃຊ້​ຜູ້ຍິງ​ຄົນ​ດຽວ​ກັນແລະ ເປັນ​ເຫດ​ໃຫ້​ນາມ​ອັນ​ສັກສິດ​ຂອງ​ເຮົາ​ຖືກ​ລົບຫລູ່.8ພວກເຂົາ​ເອນ​ໂຕ​ລົງ​ນອນ​ຂ້າງ​ແທ່ນບູຊາ​ທຸກ​ແທ່ນສວມ​ເສື້ອ​ຜ້າ​ທີ່​ຢຶດ​ມາ​ຈາກ​ການ​ຈຳນຳ.ພວກເຂົາ​ດື່ມ​ເຫລົ້າອະງຸ່ນ​ທີ່​ຢຶດ​ມາ​ຈາກ​ການ​ປັບໄໝໃນ​ເຮືອນ​ຂອງ​ພະ​ຂອງ​ພວກເຂົາ.
9“ເຮົາ​ໄດ້​ທຳລາຍ​ຊາວ​ອາໂມ​ຕໍ່ໜ້າ​ພວກເຂົາ,ທັງ​ທີ່​ອາໂມ​ສູງ​ສະຫງ່າ​ເໝືອນ​ດັ່ງ​ຕົ້ນໄມ້ສີດາແລະ ແຂງແກ່ນ​ເໝືອນ​ດັ່ງ​ຕົ້ນໂອກ.ເຮົາ​ໄດ້​ທຳລາຍ​ຜົນ​ຂອງ​ພວກເຂົາ​ທີ່​ຢູ່​ຂ້າງ​ເທິງແລະ ຮາກ​ຂອງ​ພວກເຂົາ​ທີ່​ຢູ່​ຂ້າງ​ລຸ່ມ.10ເຮົາ​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ເອຢິບແລະ ນຳພາ​ພວກເຈົ້າ​ຜ່ານ​ຖິ່ນແຫ້ງແລ້ງກັນດານ​ຕະຫລອດ​ສີ່ສິບ​ປີເພື່ອ​ຍົກ​ດິນແດນ​ຂອງ​ຊາວ​ອາໂມ​ໃຫ້​ແກ່​ພວກເຈົ້າ.
11“ເຮົາ​ຍັງ​ໄດ້​ຕັ້ງ​ລູກຊາຍ​ບາງຄົນ​ຂອງ​ພວກເຈົ້າ​ໃຫ້​ເປັນ​ຜູ້ທຳນວາຍແລະ ໄດ້​ເລືອກ​ຄົນ​ໜຸ່ມ​ບາງຄົນ​ຂອງ​ພວກເຈົ້າ​ໃຫ້​ເປັນ​ຄົນ​ນາຊີຣີ ນີ້​ເປັນ​ຄວາມ​ຈິງ​ບໍ່​ແມ່ນ​ບໍ ປະຊາຊົນ​ອິດສະຣາເອນ?”ພຣະເຈົ້າ​ຢາເວ​ປະກາດ​ດັ່ງນັ້ນ.12“ແຕ່​ພວກເຈົ້າ​ກໍ​ບັງຄັບ​ໃຫ້​ຄົນ​ນາຊີຣີ​ດື່ມ​ເຫລົ້າອະງຸ່ນແລະ ສັ່ງ​ບັນດາ​ຜູ້ທຳນວາຍ​ບໍ່​ໃຫ້​ກ່າວ​ຄຳ​ທຳນວາຍ.
13“ດັ່ງນັ້ນ ບັດນີ້​ເຮົາ​ຈະ​ຍ່ອງ​ພວກເຈົ້າເໝືອນ​ດັ່ງ​ກວຽນ​ທີ່​ບັນທຸກ​ພືດຜົນ​ເຕັມ​ຖືກ​ຍ່ອງ14ຄົນ​ທີ່​ວ່ອງໄວ​ຈະ​ໜີ​ບໍ່​ພົ້ນຄົນ​ທີ່​ແຂງແຮງ​ຈະ​ບໍ່​ອາດ​ຮວບຮວມ​ກຳລັງ​ຂອງ​ຕົນ,ແລະ ນັກຮົບ​ກໍ​ຈະ​ເອົາ​ຊີວິດ​ຂອງ​ຕົນ​ບໍ່​ພົ້ນ.15ນັກ​ຍິງ​ທະນູ​ຈະ​ບໍ່​ອາດ​ຢືນ​ຢູ່​ໄດ້,ທະຫານ​ບົກ​ຈະ​ໜີ​ໄປ​ບໍ່​ພົ້ນແລະ ທະຫານ​ມ້າ​ຈະ​ເອົາ​ຊີວິດ​ຂອງ​ບໍ່​ພົ້ນ.16ແມ່ນແຕ່​ນັກຮົບ​ທີ່​ກ້າຫານ​ທີ່ສຸດກໍ​ຈະ​ໜີ​ໂຕ​ເປົ່າ​ໄປ​ໃນ​ວັນ​ນັ້ນ”,ພຣະເຈົ້າ​ຢາເວ​ປະກາດ​ດັ່ງນັ້ນ.

Biblica, Inc.

https://app.library.bible/content/eab9312f9f16b3a2