ກິດຈະການ9
ໂຊໂລກັບໃຈ
1ໃນຂະນະດຽວກັນນັ້ນ, ໂຊໂລຍັງສືບຕໍ່ຂົ່ມຂູ່ວ່າຈະຂ້າພວກສາວົກຂອງອົງພຣະຜູ້ເປັນເຈົ້າ. ໂຊໂລໄດ້ເຂົ້າພົບມະຫາປະໂລຫິດ2ແລະ ຂໍໜັງສືແນະນຳໂຕໄປຍັງທຳມະສາລາຕ່າງໆໃນເມືອງດາມັສກັດ, ເພື່ອວ່າຖ້າລາວພົບຜູ້ໃດກໍຕາມທີ່ເຊື່ອຖື “ທາງນັ້ນ” ບໍ່ວ່າຜູ້ຊາຍ ຫລື ແມ່ຍິງ, ລາວກໍຈະຈັບພວກເຂົາເປັນນັກໂທດແລ້ວນຳໄປເຢຣູຊາເລັມ.3ເມື່ອລາວເດີນທາງມາໃກ້ຈະຮອດເມືອງດາມັສກັດ, ໃນທັນໃດນັ້ນ ກໍມີແສງສະຫວ່າງຈາກສະຫວັນສ່ອງແມບມາບລົງມາອ້ອມລາວ.4ລາວລົ້ມລົງພື້ນດິນ ແລະ ໄດ້ຍິນສຽງໜຶ່ງກ່າວຕໍ່ລາວວ່າ, “ໂຊໂລ, ໂຊໂລເອີຍ, ເປັນຫຍັງເຈົ້າຈຶ່ງຂົ່ມເຫັງເຮົາ?”5ໂຊໂລໄດ້ຖາມວ່າ, “ອົງພຣະຜູ້ເປັນເຈົ້າເອີຍ, ພຣະອົງຄືຜູ້ໃດ?”ພຣະອົງຕອບວ່າ, “ເຮົາຄືເຢຊູຜູ້ທີ່ເຈົ້າກຳລັງຂົ່ມເຫັງ”.6ບັດນີ້ “ຈົ່ງລຸກຂຶ້ນເຂົ້າໄປໃນເມືອງ, ແລ້ວຈະມີຜູ້ບອກເຈົ້າໃຫ້ຮູ້ວ່າເຈົ້າຕ້ອງເຮັດຢ່າງໃດ”.7ຜູ້ຊາຍທັງຫລາຍທີ່ຮ່ວມເດີນທາງໄປກັບໂຊໂລນັ້ນຕ່າງກໍຢືນນິ້ງຢູ່ເວົ້າບໍ່ອອກ, ພວກເຂົາໄດ້ຍິນສຽງນັ້ນແຕ່ບໍ່ເຫັນຜູ້ໃດ.8ໂຊໂລໄດ້ລຸກຂຶ້ນຈາກພື້ນດິນ, ແຕ່ພໍເມື່ອລາວມືນຕາຂຶ້ນກໍເບິ່ງບໍ່ເຫັນສິ່ງໃດ. ດັ່ງນັ້ນ ພວກເຂົາຈຶ່ງຈູງມືໂຊໂລເຂົ້າໄປເມືອງດາມັສກັດ.9ເປັນເວລາສາມວັນທີ່ໂຊໂລຕາບອດ ແລະ ທັງບໍ່ໄດ້ກິນ ແລະ ບໍ່ໄດ້ດື່ມຫຍັງ.10ໃນເມືອງດາມັສກັດ ມີສາວົກຄົນໜຶ່ງຊື່ອານາເນຍ, ອົງພຣະຜູ້ເປັນເຈົ້າເອີ້ນລາວໃນນິມິດວ່າ, “ອານາເນຍ!”
ລາວຕອບວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ”.11ອົງພຣະຜູ້ເປັນເຈົ້າບອກລາວວ່າ, “ຈົ່ງໄປທີ່ເຮືອນຂອງຢູດາທີ່ຢູ່ເທິງຖະໜົນຊື່ ແລະ ໃຫ້ຖາມຫາຊາຍຄົນໜຶ່ງທີ່ຊື່ວ່າໂຊໂລຜູ້ທີ່ມາຈາກເມືອງຕາໂຊ, ເພາະລາວກຳລັງອະທິຖານຢູ່,12ໃນນິມິດລາວໄດ້ເຫັນຊາຍຄົນໜຶ່ງຊື່ອານາເນຍເຂົ້າມາ ແລະ ວາງມືໃສ່ລາວເພື່ອໃຫ້ລາວເຫັນຮຸ່ງໄດ້ອີກ”.13ອານາເນຍຕອບວ່າ, “ອົງພຣະຜູ້ເປັນເຈົ້າ, ຂ້ານ້ອຍໄດ້ຍິນຫລາຍຄົນເວົ້າເຖິງເລື່ອງຊາຍຄົນນີ້ ແລະ ຄວາມຊົ່ວຮ້າຍທັງໝົດທີ່ລາວໄດ້ເຮັດຕໍ່ຜູ້ບໍລິສຸດຂອງພຣະອົງໃນເຢຣູຊາເລັມ.14ແລະ ລາວໄດ້ມາທີ່ນີ້ດ້ວຍສິດອຳນາດຈາກຫົວໜ້າປະໂລຫິດເພື່ອຈັບກຸມຄົນທັງໝົດທີ່ຮ້ອງອອກນາມຂອງພຣະອົງ”.15ແຕ່ອົງພຣະຜູ້ເປັນເຈົ້າກ່າວແກ່ອານາເນຍວ່າ, “ຈົ່ງໄປສາ! ເພາະວ່າຊາຍຄົນນີ້ເປັນເຄື່ອງມືທີ່ເຮົາໄດ້ເລືອກໄວ້ເພື່ອໃຫ້ປະກາດນາມຂອງເຮົາກັບຄົນຕ່າງຊາດ, ບັນດາກະສັດຂອງພວກເຂົາ ແລະ ຊາວອິດສະຣາເອນ.16ເຮົາຈະສະແດງໃຫ້ລາວເຫັນວ່າລາວຕ້ອງທົນທຸກຫລາຍເທົ່າໃດເພາະນາມຂອງເຮົາ”.17ແລ້ວອານາເນຍກໍໄປ ແລະ ເຂົ້າໄປໃນເຮືອນນັ້ນ. ລາວໄດ້ວາງມືໃສ່ໂຊໂລ, ລາວເວົ້າວ່າ, “ອ້າຍໂຊໂລ, ອົງພຣະຜູ້ເປັນເຈົ້າຄືພຣະເຢຊູເຈົ້າ ຜູ້ທີ່ໄດ້ປາກົດແກ່ເຈົ້າລະຫວ່າງທາງທີ່ເຈົ້າກຳລັງມານັ້ນ ໄດ້ສົ່ງເຮົາມາເພື່ອວ່າເຈົ້າຈະໄດ້ເຫັນຮຸ່ງອີກ ແລະ ເພື່ອເຈົ້າຈະໄດ້ເຕັມໄປດ້ວຍພຣະວິນຍານບໍລິສຸດເຈົ້າ”.18ທັນໃດນັ້ນ, ກໍມີສິ່ງໜຶ່ງເໝືອນເກັດປາຕົກຈາກຕາຂອງໂຊໂລ ແລະ ເພິ່ນກໍເຫັນຮຸ່ງໄດ້ອີກ. ໂຊໂລຈຶ່ງລຸກຂຶ້ນ ແລະ ຮັບບັບຕິສະມາ.19ແລະ ຫລັງຈາກກິນອາຫານແລ້ວ, ເພິ່ນກໍມີແຮງຂຶ້ນ. ໂຊໂລໃນດາມັສກັດ ແລະ ເຢຣູຊາເລັມ
ໂຊໂລໄດ້ພັກຢູ່ກັບພວກສາວົກໃນເມືອງດາມັສກັດເປັນເວລາຫລາຍວັນ.20ເພິ່ນກໍໄດ້ເລີ່ມເທດສະໜາທັນທີໃນທຳມະສາລາຕ່າງໆວ່າພຣະເຢຊູເຈົ້າເປັນພຣະບຸດຂອງພຣະເຈົ້າ.21ທຸກຄົນທີ່ໄດ້ຍິນກໍປະຫລາດໃຈ ແລະ ຖາມວ່າ, “ຊາຍຄົນນີ້ໄດ້ທຳລາຍບັນດາຜູ້ທີ່ຮ້ອງອອກນາມນີ້ໃນເຢຣູຊາເລັມແມ່ນບໍ? ແລະ ລາວມາທີ່ນີ້ກໍເພື່ອຈັບເອົາຄົນເຫລົ່ານັ້ນເປັນນັກໂທດສົ່ງໃຫ້ຫົວໜ້າປະໂລຫິດແມ່ນບໍ?”22ແຕ່ການປະກາດຂອງໂຊໂລກໍຍິ່ງມີລິດອຳນາດເຂັ້ມແຂງຂຶ້ນ ໂດຍພິສູດໃຫ້ເຫັນວ່າພຣະເຢຊູເຈົ້າເປັນພຣະຄຣິດເຈົ້າ ແລະ ເຮັດໃຫ້ຊາວຢິວໃນເມືອງດາມັສກັດສັບສົນ. 23ຫລັງຈາກຫລາຍວັນຜ່ານໄປ, ພວກຢິວໄດ້ວາງແຜນການຈະຂ້າໂຊໂລ,24ແຕ່ໂຊໂລໄດ້ຮູ້ແຜນການຂອງພວກເຂົາ. ຄົນເຫລົ່ານີ້ໄດ້ເຝົ້າຍາມຢູ່ທີ່ປະຕູເມືອງທັງກາງເວັນ ແລະ ກາງຄືນເພື່ອຈະຂ້າເພິ່ນ.25ແຕ່ລູກສິດຂອງໂຊໂລໄດ້ພາເພິ່ນອອກມາຕອນກາງຄືນໂດຍໃຫ້ເພິ່ນເຂົ້າໃນກະຕ່າແລ້ວຢ່ອນລົງມາຕາມປ່ອງກຳແພງເມືອງ.26ເມື່ອໂຊໂລມາເຖິງເຢຣູຊາເລັມ, ເພິ່ນກໍພະຍາຍາມທີ່ຈະເຂົ້າຮ່ວມກັບພວກສາວົກ, ແຕ່ພວກສາວົກທັງໝົດພາກັນຢ້ານເພິ່ນ, ເພາະບໍ່ເຊື່ອວ່າເພິ່ນເປັນສາວົກແທ້ໆ.27ແຕ່ບາຣະນາບາໄດ້ພາເພິ່ນໄປພົບບັນດາອັກຄະສາວົກ. ບາຣະນາບາໄດ້ເລົ່າເລື່ອງໃຫ້ພວກເພິ່ນຟັງວ່າໂຊໂລໄດ້ເຫັນອົງພຣະຜູ້ເປັນເຈົ້າໃນກາງທາງນັ້ນຢ່າງໃດ ແລະ ພຣະອົງໄດ້ກ່າວກັບເພິ່ນຢ່າງໃດ ແລະ ເພິ່ນໄດ້ເທດສະໜາໃນນາມຂອງພຣະເຢຊູເຈົ້າທີ່ເມືອງດາມັສກັດດ້ວຍໃຈກ້າຫານຢ່າງໃດດ້ວຍ.28ດັ່ງນັ້ນ ໂຊໂລຈຶ່ງໄດ້ພັກຢູ່ກັບພວກເພິ່ນ ແລະ ທຽວໄປມາຢ່າງອິດສະຫລະໃນເຢຣູຊາເລັມ ແລະ ກ່າວໃນນາມຂອງອົງພຣະຜູ້ເປັນເຈົ້າດ້ວຍຄວາມກ້າຫານ.29ເພິ່ນຍັງໄດ້ສົນທະນາ ແລະ ໂຕ້ຕອບກັບຊາວຢິວຜູ້ທີ່ເວົ້າພາສາກຣີກ, ແຕ່ພວກເຂົາພະຍາຍາມຈະຂ້າເພິ່ນ.30ເມື່ອຄົນທີ່ເຊື່ອໄດ້ຮູ້ເລື່ອງນີ້, ພວກເຂົາຈຶ່ງໄດ້ພາໂຊໂລລົງໄປທີ່ເມືອງກາຍຊາເຣຍ ແລະ ສົ່ງເພິ່ນຕໍ່ໄປທີ່ເມືອງຕາໂຊ.31ຫລັງຈາກນັ້ນ ຄຣິສຕະຈັກທົ່ວແຂວງຢູດາຍ, ຄາລີເລ ແລະ ຊາມາເຣຍຈຶ່ງຊື່ນຊົມຍິນດີໃນເວລາແຫ່ງຄວາມສະຫງົບສຸກ ແລະ ເຂັ້ມແຂງຂຶ້ນ. ຄຣິສຕະຈັກໄດ້ເພີ່ມຈຳນວນຫລາຍຂຶ້ນ. ດຳເນີນຊີວິດຢູ່ໃນຄວາມຢຳເກງອົງພຣະຜູ້ເປັນເຈົ້າ ແລະ ໄດ້ຮັບກຳລັງໃຈຈາກພຣະວິນຍານບໍລິສຸດເຈົ້າ, ຈຳນວນຜູ້ທີ່ເຊື່ອຈຶ່ງເພີ່ມຂຶ້ນ.
ໄອເນ ແລະ ໂດຣະກາ
32ຝ່າຍເປໂຕນັ້ນໄດ້ເດີນທາງໄປຍັງບ່ອນຕ່າງໆ, ເພິ່ນໄດ້ໄປຢ້ຽມຢາມຄົນຂອງອົງພຣະຜູ້ເປັນເຈົ້າທີ່ຢູ່ໃນເມືອງລິດດາ.33ໃນທີ່ນັ້ນເພິ່ນໄດ້ພົບຊາຍຄົນໜຶ່ງຊື່ວ່າໄອເນ, ຜູ້ທີ່ເປັນອຳມະພາດ ແລະ ນອນຢູ່ກັບຕຽງມາໄດ້ແປດປີແລ້ວ.34ເປໂຕເວົ້າກັບລາວວ່າ, “ໄອເນ, ພຣະເຢຊູຄຣິດເຈົ້າໄດ້ເຮັດໃຫ້ເຈົ້າຫາຍດີແລ້ວ. ຈົ່ງລຸກຂຶ້ນ ແລະ ມ້ຽນບ່ອນນອນຂອງເຈົ້າ”. ທັນໃດນັ້ນ ໄອເນກໍລຸກຂຶ້ນ.35ບັນດາຄົນທັງຫລາຍທີ່ຢູ່ໃນເມືອງລິດດາ ແລະ ຊາໂຣນ ໄດ້ເຫັນລາວດັ່ງນັ້ນແລ້ວກໍກັບໃຈມາຫາອົງພຣະຜູ້ເປັນເຈົ້າ.36ໃນເມືອງຢົບປາ ມີສາວົກຄົນໜຶ່ງຊື່ວ່າຕາບີທາ (ນາງມີຊື່ເປັນພາສາກຣີກວ່າໂດຣະກາ) ນາງເຮັດແຕ່ຄວາມດີ ແລະ ຊ່ວຍເຫລືອຜູ້ຍາກຈົນຢູ່ສະເໝີ.37ໃນເວລານັ້ນ ນາງໄດ້ເຈັບປ່ວຍ ແລະ ຕາຍໄປ, ແລ້ວສົບຂອງນາງໄດ້ຮັບການລ້າງແລ້ວ ແລະ ວາງໄວ້ທີ່ຫ້ອງຊັ້ນເທິງ.38ເມືອງລິດດາຢູ່ໃກ້ກັບເມືອງຢົບປາ; ດັ່ງນັ້ນ ເມື່ອພວກສາວົກໄດ້ຂ່າວວ່າເປໂຕຢູ່ໃນເມືອງລິດດາ, ພວກເຂົາຈຶ່ງສົ່ງຊາຍສອງຄົນມາຫາເພິ່ນ ແລະ ຂໍຮ້ອງເພິ່ນວ່າ, “ຂໍໃຫ້ມາຫາພວກເຮົາໃນທັນທີ!”39ເປໂຕຈຶ່ງໄປກັບພວກເຂົາ ແລະ ເມື່ອເພິ່ນມາຮອດແລ້ວພວກເຂົາກໍພາເປໂຕຂຶ້ນໄປຍັງຫ້ອງຊັ້ນເທິງ. ມີບັນດາແມ່ໝ້າຍມາຢືນອ້ອມເປໂຕ, ຮ້ອງໄຫ້ ແລະ ຊີ້ໃຫ້ເພິ່ນເບິ່ງເຄື່ອງນຸ່ງຕ່າງໆທີ່ໂດຣະກາໄດ້ເຮັດໃຫ້ເມື່ອນາງຍັງມີຊີວິດຢູ່ກັບພວກເຂົາ.40ເປໂຕໄດ້ໃຫ້ທຸກຄົນອອກໄປຈາກຫ້ອງ; ແລ້ວເພິ່ນໄດ້ຄຸເຂົ່າລົງ ແລະ ອະທິຖານ. ເພິ່ນຫັນໄປຫາຍິງທີ່ຕາຍແລ້ວນັ້ນ, ເພິ່ນເວົ້າວ່າ, “ຕາບີທາ, ຈົ່ງລຸກຂຶ້ນ”. ນາງກໍມືນຕາ ແລະ ເມື່ອເຫັນເປໂຕນາງກໍລຸກຂຶ້ນນັ່ງ.41ເພິ່ນຈຶ່ງຈັບມືນາງໃຫ້ຢືນຂຶ້ນແລ້ວເອີ້ນຜູ້ທີ່ເຊື່ອທຸກຄົນ, ໂດຍສະເພາະພວກແມ່ໝ້າຍນັ້ນມາ ແລະ ເພິ່ນໄດ້ມອບນາງທີ່ຄືນມານັ້ນໃຫ້ແກ່ພວກເຂົາ.42ເລື່ອງນີ້ໄດ້ເປັນທີ່ຮູ້ຈັກທົ່ວເມືອງຢົບປາ ແລະ ມີຫລາຍຄົນໄດ້ເຊື່ອໃນອົງພຣະຜູ້ເປັນເຈົ້າ.43ຝ່າຍເປໂຕກໍໄດ້ອາໄສຢູ່ໃນເມືອງຢົບປາເປັນເວລາຫລາຍວັນກັບຊ່າງຟອກໜັງທີ່ມີຊື່ວ່າຊີໂມນ.Biblica, Inc.