ກິດຈະການ8
1ແລະ ໂຊໂລກໍເຫັນພ້ອມກັບການຂ້າຊະເຕຟາໂນ. ຄຣິສຕະຈັກຖືກຂົ່ມເຫັງ ແລະ ກະຈັດກະຈາຍໄປ
ໃນວັນນັ້ນ ມີການຂົ່ມເຫັງຄຣິສຕະຈັກຄັ້ງໃຫຍ່ໃນເຢຣູຊາເລັມ ແລະ ພວກລູກສິດທັງໝົດຍົກເວັ້ນພວກອັກຄະສາວົກຕ່າງກໍໄດ້ກະຈັດກະຈາຍໄປທົ່ວແຂວງຢູດາຍ ແລະ ແຂວງຊາມາເຣຍ.2ຜູ້ຊາຍບາງຄົນທີ່ຢຳເກງພຣະເຈົ້າໄດ້ນຳເອົາສົບຊະເຕຟາໂນໄປຝັງໄວ້ ແລະ ມີການຮ້ອງໄຫ້ໄວ້ທຸກໃຫ້ເພິ່ນຢ່າງໜັກ.3ແຕ່ໂຊໂລນັ້ນກໍເລີ່ມທຳລາຍຄຣິສຕະຈັກ. ເພິ່ນເຂົ້າໄປຕາມບ້ານເຮືອນ, ດຶງລາກເອົາທັງຜູ້ຊາຍ ແລະ ແມ່ຍິງອອກມາແລ້ວເອົາພວກເຂົາໄປຂັງໄວ້ໃນຄຸກ.
ໃນວັນນັ້ນ ມີການຂົ່ມເຫັງຄຣິສຕະຈັກຄັ້ງໃຫຍ່ໃນເຢຣູຊາເລັມ ແລະ ພວກລູກສິດທັງໝົດຍົກເວັ້ນພວກອັກຄະສາວົກຕ່າງກໍໄດ້ກະຈັດກະຈາຍໄປທົ່ວແຂວງຢູດາຍ ແລະ ແຂວງຊາມາເຣຍ.2ຜູ້ຊາຍບາງຄົນທີ່ຢຳເກງພຣະເຈົ້າໄດ້ນຳເອົາສົບຊະເຕຟາໂນໄປຝັງໄວ້ ແລະ ມີການຮ້ອງໄຫ້ໄວ້ທຸກໃຫ້ເພິ່ນຢ່າງໜັກ.3ແຕ່ໂຊໂລນັ້ນກໍເລີ່ມທຳລາຍຄຣິສຕະຈັກ. ເພິ່ນເຂົ້າໄປຕາມບ້ານເຮືອນ, ດຶງລາກເອົາທັງຜູ້ຊາຍ ແລະ ແມ່ຍິງອອກມາແລ້ວເອົາພວກເຂົາໄປຂັງໄວ້ໃນຄຸກ.
ຟີລິບໃນຊາມາເຣຍ
4ບັນດາຜູ້ທີ່ກະຈັດກະຈາຍໄປນັ້ນ ກໍໄດ້ພາກັນປະກາດພຣະຄຳຕາມບ່ອນຕ່າງໆທີ່ພວກເຂົາໄປ.5ສ່ວນຟີລິບໄດ້ລົງໄປທີ່ເມືອງໜຶ່ງໃນແຂວງຊາມາເຣຍ ແລະ ປະກາດເລື່ອງພຣະຄຣິດເຈົ້າ ໃນທີ່ນັ້ນ.6ເມື່ອປະຊາຊົນໄດ້ຍິນຟີລິບ ແລະ ໄດ້ເຫັນໝາຍສຳຄັນທີ່ເພິ່ນໄດ້ສະແດງແລ້ວ, ພວກເຂົາທັງໝົດກໍພາກັນຕັ້ງໃຈຟັງສິ່ງທີ່ເພິ່ນກ່າວ.7ວິນຍານສົກກະປົກທີ່ສິງຢູ່ໃນຫລາຍຄົນກໍຮ້ອງຂຶ້ນດ້ວຍສຽງດັງ ແລ້ວອອກມາຈາກຄົນເຫລົ່ານັ້ນ ແລະ ຄົນທີ່ເປັນເປ້ຍ ແລະ ຂາເສັ້ງຫລາຍຄົນກໍຫາຍດີເປັນປົກກະຕິ.8ດັ່ງນັ້ນ ເມືອງນັ້ນຈຶ່ງເຕັມໄປດ້ວຍຄວາມຍິນດີ.ຊີໂມນໝໍເວດມົນຄາຖາ
9ໃນເມືອງນີ້ ມີຊາຍຄົນໜຶ່ງຊື່ວ່າຊີໂມນໄດ້ໃຊ້ເວດມົນຄາຖາ ມາໄລຍະໜຶ່ງແລ້ວ ແລະ ໄດ້ເຮັດໃຫ້ຊາວຊາມາເຣຍທັງໝົດອັດສະຈັນໃຈ. ລາວໄດ້ໂອ້ອວດວ່າລາວເປັນຜູ້ໜຶ່ງທີ່ສຳຄັນຫລາຍ,10ແລະ ຄົນທັງໝົດ, ທັງຜູ້ໃຫຍ່ຜູ້ນ້ອຍຕ່າງກໍສົນໃຈຟັງລາວ ແລະ ພາກັນຍົກຍ້ອງວ່າ, “ຊາຍຜູ້ນີ້ເປັນລິດອຳນາດຂອງພຣະເຈົ້າທີ່ເອີ້ນກັນວ່າມະຫິດທິລິດ”.11ພວກເຂົາໄດ້ຕິດຕາມລາວເພາະໄດ້ອັດສະຈັນໃຈໃນເວດມົນຄາຖາຂອງລາວມາແຕ່ດົນນານ.12ແຕ່ເມື່ອຟີລິບໄດ້ປະກາດຂ່າວປະເສີດເລື່ອງອານາຈັກຂອງພຣະເຈົ້າ ແລະ ນາມຂອງພຣະເຢຊູຄຣິດເຈົ້າ, ພວກເຂົາກໍເຊື່ອຟີລິບ ແລະ ໄດ້ຮັບບັບຕິສະມາທັງຜູ້ຊາຍ ແລະ ແມ່ຍິງ.13ຝ່າຍຊີໂມນເອງກໍໄດ້ເຊື່ອເໝືອນກັນ ແລະ ໄດ້ຮັບບັບຕິສະມາ. ແລ້ວລາວກໍຕິດຕາມຟີລິບໄປທຸກບ່ອນ ແລະ ຮູ້ສຶກປະຫລາດໃຈທີ່ໄດ້ເຫັນໝາຍສຳຄັນ ແລະ ການອັດສະຈັນອັນຍິ່ງໃຫຍ່ນັ້ນ.14ເມື່ອພວກອັກຄະສາວົກທີ່ຢູ່ໃນເຢຣູຊາເລັມໄດ້ຍິນຂ່າວວ່າຊາວຊາມາເຣຍໄດ້ຮັບເອົາພຣະຄຳຂອງພຣະເຈົ້າແລ້ວ, ພວກເຂົາຈຶ່ງໄດ້ສົ່ງເປໂຕ ແລະ ໂຢຮັນໄປທີ່ຊາມາເຣຍ.15ເມື່ອພວກເພິ່ນມາເຖິງ, ພວກເພິ່ນກໍໄດ້ອະທິຖານເພື່ອບັນດາຜູ້ທີ່ເຊື່ອໃໝ່ຢູ່ທີ່ນັ້ນ ເພື່ອພວກເຂົາຈະໄດ້ຮັບພຣະວິນຍານບໍລິສຸດເຈົ້າ,16ເພາະພຣະວິນຍານບໍລິສຸດເຈົ້າຍັງບໍ່ທັນໄດ້ລົງມາເທິງພວກເຂົາຈັກຄົນ; ພວກເຂົາພຽງແຕ່ໄດ້ຮັບບັບຕິສະມາໃນນາມຂອງພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າເທົ່ານັ້ນ.17ແລ້ວເປໂຕ ແລະ ໂຢຮັນກໍວາງມືໃສ່ພວກເຂົາ ແລະ ພວກເຂົາກໍໄດ້ຮັບພຣະວິນຍານບໍລິສຸດເຈົ້າ.18ເມື່ອຊີໂມນໄດ້ເຫັນຄົນໄດ້ຮັບພຣະວິນຍານບໍລິສຸດເຈົ້າໂດຍອັກຄະສາວົກວາງມືໃສ່, ລາວຈຶ່ງໄດ້ນຳເງິນມາມອບໃຫ້ພວກເພິ່ນ19ແລະ ເວົ້າວ່າ, “ຂໍມອບຄວາມສາມາດນີ້ໃຫ້ແກ່ຂ້ານ້ອຍດ້ວຍ ເພື່ອວ່າເມື່ອຂ້ານ້ອຍວາງມືໃສ່ຜູ້ໃດຜູ້ນັ້ນກໍຈະໄດ້ຮັບພຣະວິນຍານບໍລິສຸດເຈົ້າ”.20ເປໂຕຕອບວ່າ: “ຂໍໃຫ້ເງິນຂອງເຈົ້າຈິບຫາຍໄປພ້ອມກັບເຈົ້າ, ເພາະເຈົ້າຄິດວ່າເຈົ້າສາມາດຊື້ຂອງປະທານຈາກພຣະເຈົ້າດ້ວຍເງິນ!21ເຈົ້າບໍ່ມີສ່ວນ ຫລື ກ່ຽວຂ້ອງໃນພັນທະກິດນີ້, ເພາະຈິດໃຈຂອງເຈົ້າບໍ່ໄດ້ສັດຊື່ຕໍ່ໜ້າພຣະເຈົ້າ.22ຈົ່ງຖິ້ມໃຈເກົ່າເອົາໃຈໃໝ່ຈາກການຊົ່ວຮ້າຍ ແລະ ອະທິຖານຕໍ່ອົງພຣະຜູ້ເປັນເຈົ້າດ້ວຍຄວາມຫວັງວ່າພຣະອົງຈະໃຫ້ອະໄພແກ່ເຈົ້າ ເພາະໄດ້ມີຄວາມຄິດເຊັ່ນນີ້ຢູ່ໃນໃຈ.23ເພາະເຮົາເຫັນວ່າເຈົ້າເຕັມໄປດ້ວຍຄວາມຂົມຂື່ນ ແລະ ຕົກເປັນທາດຂອງຄວາມບາບ”.24ແລ້ວຊີໂມນຈຶ່ງຕອບວ່າ, “ອະທິຖານຕໍ່ອົງພຣະຜູ້ເປັນເຈົ້າເພື່ອຂ້ານ້ອຍດ້ວຍ ເພື່ອວ່າເຫດການຕ່າງໆທີ່ທ່ານໄດ້ກ່າວມານັ້ນຈະບໍ່ເກີດຂຶ້ນກັບຂ້ານ້ອຍ”.25ຫລັງຈາກທີ່ເປໂຕ ແລະ ໂຢຮັນໄດ້ປະກາດພຣະຄຳຂອງອົງພຣະຜູ້ເປັນເຈົ້າຕໍ່ໄປ ແລະ ໄດ້ເປັນພະຍານກ່ຽວກັບພຣະເຢຊູເຈົ້າແລ້ວ, ພວກເພິ່ນກໍກັບໄປທີ່ເຢຣູຊາເລັມ, ປະກາດຂ່າວປະເສີດຕາມບ້ານຂອງຊາວຊາມາເຣຍຫລາຍບ່ອນ.ຟີລິບ ແລະ ຊາວເອທີໂອເປຍ
26ບັດນີ້ ເທວະດາຕົນໜຶ່ງຂອງອົງພຣະຜູ້ເປັນເຈົ້າໄດ້ສັ່ງຟີລິບວ່າ, “ຈົ່ງໄປທາງທິດໃຕ້ໄປຍັງເສັ້ນທາງທີ່ເອີ້ນວ່າທາງກັນດານ ຕາມທາງຈາກເຢຣູຊາເລັມລົງໄປສູ່ເມືອງກາຊາ”.27ດັ່ງນັ້ນ ຟີລິບຈຶ່ງອອກເດີນທາງໄປ, ໃນລະຫວ່າງທາງເພິ່ນໄດ້ພົບຂັນທີຊາວເອທີໂອເປຍ ຄົນໜຶ່ງ, ເປັນຂ້າລາຊະການສຳຄັນທີ່ເບິ່ງແຍງຄັງຊັບທັງໝົດຂອງກັນເດກາ, ຄືລາຊີນີແຫ່ງເອທີໂອເປຍ. ຂ້າລາຊະການຜູ້ນີ້ໄດ້ມານະມັດສະການທີ່ເຢຣູຊາເລັມ,28ແລະ ໃນຂະນະທີ່ນັ່ງລົດມ້າກຳລັງເມືອເຮືອນ, ເພິ່ນໄດ້ອ່ານໜັງສືຂອງຜູ້ທຳນວາຍເອຊາຢາຢູ່.29ພຣະວິນຍານບໍລິສຸດເຈົ້າໄດ້ບອກຟີລິບວ່າ, “ຈົ່ງໄປຫາລົດມ້າຄັນນັ້ນ ແລະ ຢຸດຢູ່ໃກ້ລົດມ້ານັ້ນ”.30ແລ້ວຟີລິບຈຶ່ງແລ່ນຫຍັບເຂົ້າໄປໃກ້ລົດມ້ານັ້ນ ແລະ ໄດ້ຍິນຊາຍຄົນນັ້ນກຳລັງອ່ານໜັງສືຂອງຜູ້ທຳນວາຍເອຊາຢາຢູ່. ຟີລິບຈຶ່ງຖາມວ່າ, “ທີ່ທ່ານອ່ານຢູ່ນັ້ນທ່ານເຂົ້າໃຈບໍ?”31ຂ້າລາຊະການຕອບວ່າ, “ຂ້ອຍຈະເຂົ້າໃຈໄດ້ຢ່າງໃດຖ້າບໍ່ມີຜູ້ໃດອະທິບາຍໃຫ້ຂ້ອຍຟັງ?” ດັ່ງນັ້ນ ເພິ່ນຈຶ່ງເຊີນຟີລິບຂຶ້ນນັ່ງລົດມ້າໄປນຳເພິ່ນ.32ນີ້ແມ່ນຂໍ້ຄວາມໃນພຣະຄຳພີທີ່ຄົນຂັນທີກຳລັງອ່ານຢູ່ຄື:“ເພິ່ນຖືກນຳໂຕໄປເໝືອນແກະທີ່ຖືກນຳໄປຂ້າແລະ ເໝືອນລູກແກະທີ່ມິດຢູ່ຕໍ່ໜ້າຜູ້ທີ່ຕັດຂົນ,ດັ່ງນັ້ນ ເພິ່ນຈຶ່ງບໍ່ເປີດປາກຂອງເພິ່ນ.33ໃນຄວາມອັບອາຍຂອງເພິ່ນ ເພິ່ນບໍ່ໄດ້ຮັບຄວາມຍຸຕິທຳ.ຜູ້ໃດຈະເລົ່າເຖິງເຊື້ອສາຍຂອງເພິ່ນໄດ້?ເພາະວ່າຊີວິດຂອງເພິ່ນໄດ້ຖືກເອົາໄປຈາກໂລກເສຍແລ້ວ”. 34ຂ້າລາຊະການຫັນມາຖາມຟີລິບວ່າ, “ຂໍບອກຂ້ອຍແດ່ວ່າ, ຜູ້ທຳນວາຍທີ່ກຳລັງກ່າວເຖິງນັ້ນແມ່ນຜູ້ໃດ, ແມ່ນຜູ້ທຳນວາຍເອງ ຫລື ຜູ້ອື່ນອີກ?”35ແລ້ວຟີລິບຈຶ່ງເລີ່ມຈາກຂໍ້ພຣະຄຳພີຕອນນັ້ນ ແລະ ບອກເພິ່ນເຖິງຂ່າວປະເສີດເລື່ອງຂອງພຣະເຢຊູເຈົ້າ.36ຂະນະທີ່ພວກເພິ່ນເດີນທາງໄປຕາມຖະໜົນ, ພວກເພິ່ນໄດ້ມາເຖິງບ່ອນທີ່ມີນ້ຳບ່ອນໜຶ່ງ ແລະ ຂ້າລາຊະການຈຶ່ງເວົ້າວ່າ, “ເບິ່ງແມ, ບ່ອນນີ້ມີນ້ຳ. ມີສິ່ງໃດທີ່ຂັດຂວາງຂ້ອຍບໍ່ໃຫ້ຮັບບັບຕິສະມາບໍ?”37ຟີລິບເວົ້າວ່າ, “ຖ້າທ່ານເຊື່ອດ້ວຍສຸດໃຈຂອງທ່ານ ກໍຮັບບັບຕິສະມາໄດ້”. ຂ້າລາຊະການຕອບວ່າ, “ຂ້ອຍເຊື່ອວ່າພຣະເຢຊູຄຣິດເຈົ້າເປັນພຣະບຸດຂອງພຣະເຈົ້າ”. 38ແລ້ວເພິ່ນໄດ້ສັ່ງໃຫ້ຢຸດລົດມ້າ. ຫລັງຈາກນັ້ນ ຟີລິບກັບຂ້າລາຊະການກໍໄດ້ລົງໄປໃນນ້ຳ ແລະ ຟີລິບກໍໃຫ້ເພິ່ນຮັບບັບຕິສະມາ.39ເມື່ອພວກເພິ່ນຂຶ້ນຈາກນ້ຳແລ້ວ, ພຣະວິນຍານຂອງອົງພຣະຜູ້ເປັນເຈົ້າໄດ້ຮັບເອົາຟີລິບໄປທັນທີ ແລະ ຂ້າລາຊະການຄົນນັ້ນກໍບໍ່ເຫັນຟີລິບອີກເລີຍ, ແຕ່ເດີນທາງຕໍ່ໄປດ້ວຍຄວາມຊື່ນຊົມຍິນດີ.40ແຕ່ເຖິງຢ່າງໃດກໍຕາມ, ຟີລິບໄດ້ມາປາກົດທີ່ເມືອງອາໂຊໂຕ ແລະ ເດີນທາງໄປທົ່ວ, ປະກາດຂ່າວປະເສີດໃນທຸກເມືອງຈົນມາເຖິງເມືອງກາຍຊາເຣຍ.Biblica, Inc.