ກິດຈະການ10
ໂກເນລີໂອສົ່ງຄົນມາເຊີນເປໂຕ
1ທີ່ເມືອງກາຍຊາເຣຍ ມີຊາຍຄົນໜຶ່ງທີ່ຊື່ວ່າໂກເນລີໂອ, ນາຍຮ້ອຍຢູ່ໃນກອງທະຫານທີ່ເອີ້ນວ່າກອງອີຕາລີ.2ເພິ່ນ ແລະ ຄອບຄົວຂອງເພິ່ນແມ່ນຢຶດໝັ້ນໃນສາສະໜາ ແລະ ຢຳເກງພຣະເຈົ້າ, ເພິ່ນເຄີຍຊ່ວຍເຫລືອຄົນຍາກຈົນດ້ວຍໃຈກວ້າງຂວາງ ແລະ ອະທິຖານຕໍ່ພຣະເຈົ້າເປັນປະຈຳ.3ມີມື້ໜຶ່ງ ປະມານບ່າຍສາມໂມງເພິ່ນໄດ້ເຫັນນິມິດ. ເພິ່ນໄດ້ເຫັນເທວະດາຕົນໜຶ່ງຂອງພຣະເຈົ້າຢ່າງຊັດເຈນ, ເທວະດາຕົນນັ້ນເຂົ້າມາຫາເພິ່ນ ແລະ ກ່າວວ່າ, “ໂກເນລີໂອ!”4ໂກເນລີໂອໄດ້ຈ້ອງເບິ່ງເທວະດາຕົນນັ້ນດ້ວຍຄວາມຢ້ານ. ເພິ່ນຖາມວ່າ, “ອົງພຣະຜູ້ເປັນເຈົ້າ, ມີຫຍັງບໍ?”ເທວະດາຕອບວ່າ, “ຄຳອະທິຖານຂອງເຈົ້າ ແລະ ສິ່ງທີ່ເຈົ້າໃຫ້ແກ່ຄົນຍາກຈົນນັ້ນຂຶ້ນໄປເປັນເຄື່ອງບູຊາໃຫ້ຈົດຈຳຕໍ່ໜ້າພຣະເຈົ້າແລ້ວ.5ບັດນີ້ ຈົ່ງສົ່ງຄົນໄປເມືອງຢົບປາເພື່ອເຊີນເອົາຊາຍຜູ້ໜຶ່ງຊື່ວ່າຊີໂມນ ທີ່ມີອີກຊື່ໜຶ່ງວ່າ ເປໂຕ.6ເພິ່ນພັກຢູ່ກັບຊີໂມນຊ່າງຟອກໜັງ, ຜູ້ທີ່ມີເຮືອນຢູ່ແຄມທະເລ”.7ເມື່ອເທວະດາທີ່ມາບອກເພິ່ນໄດ້ຈາກໄປແລ້ວ, ໂກເນລີໂອຈຶ່ງເອີ້ນຜູ້ຮັບໃຊ້ສອງຄົນ ແລະ ທະຫານຮັບໃຊ້ຄົນໜຶ່ງທີ່ຖືສາສະໜາຢ່າງເຄັ່ງຄັດມາພົບເພິ່ນ.8ແລ້ວເພິ່ນໄດ້ເລົ່າທຸກເຫດການທີ່ເກີດຂຶ້ນນັ້ນໃຫ້ພວກເຂົາຟັງ ແລະ ສົ່ງພວກເຂົາໄປທີ່ເມືອງຢົບປາ.
ນິມິດຂອງເປໂຕ
9ມື້ຕໍ່ມາ ປະມານຕອນທ່ຽງ ຂະນະທີ່ພວກເຂົາກຳລັງເດີນທາງມາ ແລະ ໃກ້ຈະຮອດເມືອງນັ້ນແລ້ວ, ເປໂຕໄດ້ຂຶ້ນໄປເທິງຫລັງຄາເພື່ອອະທິຖານ.10ເພິ່ນຮູ້ສຶກຫິວ ແລະ ຢາກຈະຫາບາງຢ່າງມາກິນ, ແລະ ໃນລະຫວ່າງທີ່ຄົນກຳລັງຈັດຕຽມອາຫານຢູ່ນັ້ນ, ເປໂຕກໍລືມຄີງໄປ.11ເພິ່ນໄດ້ເຫັນສະຫວັນເປີດອອກ ແລະ ມີສິ່ງໜຶ່ງເໝືອນຜ້າຜືນໃຫຍ່ຖືກຢ່ອນລົງມາເທິງໂລກທັງສີ່ມູມ.12ໃນຜ້າຜືນທີ່ຢ່ອນມາເທິງໂລກນັ້ນມີສັດທຸກຊະນິດ ລວມທັງສັດສີ່ຕີນ, ສັດເລືອຄານ ແລະ ນົກ.13ແລ້ວກໍມີສຽງໜຶ່ງກ່າວແກ່ເພິ່ນວ່າ, “ເປໂຕເອີຍ, ຈົ່ງລຸກຂຶ້ນ. ແລ້ວຂ້າກິນສາ”.14ເປໂຕຕອບວ່າ, “ບໍ່ໄດ້ເດັດຂາດ ອົງພຣະຜູ້ເປັນເຈົ້າ! ຂ້ານ້ອຍບໍ່ເຄີຍກິນສິ່ງທີ່ບໍ່ໄດ້ຖືກຊຳລະໃຫ້ສະອາດ ຫລື ສິ່ງທີ່ເປັນມົນທິນເລີຍ”.15ສຽງນັ້ນກ່າວແກ່ເພິ່ນເປັນເທື່ອທີສອງວ່າ, “ຢ່າເອີ້ນສິ່ງທີ່ພຣະເຈົ້າໄດ້ຊຳລະໃຫ້ສະອາດແລ້ວວ່າເປັນມົນທິນ”.16ເຫດການນີ້ໄດ້ເກີດຂຶ້ນເຖິງສາມເທື່ອ ແລະ ທັນໃດນັ້ນ ຜ້າຜືນນັ້ນກໍຖືກຮັບຄືນຂຶ້ນສູ່ສະຫວັນ.17ໃນຂະນະທີ່ເປໂຕຍັງສົງໄສກ່ຽວກັບຄວາມໝາຍຂອງນິມິດຢູ່ນັ້ນ, ຄົນທີ່ໂກເນລີໂອໄດ້ສົ່ງມານັ້ນກໍໄດ້ພົບເຮືອນຂອງຊີໂມນ ແລະ ໄດ້ມາຢືນຢູ່ທີ່ປະຕູເຮືອນແລ້ວ.18ພວກເຂົາຮ້ອງຖາມວ່າ, ຊີໂມນທີ່ມີອີກຊື່ໜຶ່ງວ່າເປໂຕ ໄດ້ມາພັກຢູ່ທີ່ນີ້ບໍ.19ຂະນະທີ່ເປໂຕກຳລັງຄິດເຖິງເລື່ອງນິມິດນັ້ນ, ພຣະວິນຍານບໍລິສຸດເຈົ້າກໍກ່າວແກ່ເພິ່ນວ່າ, “ຊີໂມນເອີຍ ມີຊາຍສາມຄົນ ກຳລັງຊອກຫາເຈົ້າຢູ່.20ດັ່ງນັ້ນ ຈົ່ງລຸກຂຶ້ນແລ້ວລົງໄປຂ້າງລຸ່ມ. ຢ່າລັງເລໃຈທີ່ຈະໄປກັບພວກເຂົາ, ເພາະແມ່ນເຮົາເອງທີ່ໄດ້ສົ່ງພວກເຂົາມາ”.21ເປໂຕຈຶ່ງລົງໄປ ແລະ ບອກຊາຍເຫລົ່ານັ້ນວ່າ, “ເຮົາຄືຜູ້ທີ່ພວກເຈົ້າກຳລັງຊອກຫາຢູ່. ເປັນຫຍັງພວກເຈົ້າຈຶ່ງມາທີ່ນີ້?”22ພວກເຂົາຈຶ່ງຕອບວ່າ, “ພວກເຮົາມາຈາກນາຍຮ້ອຍໂກເນລີໂອ. ເພິ່ນຜູ້ຊອບທຳ ແລະ ຢຳເກງພຣະເຈົ້າຄົນໜຶ່ງ, ເປັນຜູ້ທີ່ເຄົາລົບນັບຖືຂອງປະຊາຊົນຊາວຢິວທັງໝົດ. ເທວະດາຜູ້ບໍລິສຸດໄດ້ບອກນາຍຮ້ອຍໃຫ້ມາເຊີນທ່ານໄປທີ່ເຮືອນຂອງເພິ່ນ ເພື່ອວ່າເພິ່ນຈະໄດ້ຟັງສິ່ງທີ່ທ່ານຈະກ່າວ”.23ແລ້ວເປໂຕຈຶ່ງເຊີນພວກເຂົາເຂົ້າມາໃນເຮືອນເພື່ອເປັນແຂກຂອງເພິ່ນ. ເປໂຕທີ່ເຮືອນຂອງໂກເນລີໂອໃນມື້ຕໍ່ມາ ເປໂຕກໍໄດ້ອອກເດີນທາງໄປກັບພວກເຂົາ ແລະ ມີພີ່ນ້ອງທີ່ເຊື່ອບາງຄົນຈາກເມືອງຢົບປາກໍໄປນຳເພິ່ນດ້ວຍ.24ມື້ຕໍ່ມາອີກ ເປໂຕກໍໄດ້ມາເຖິງເມືອງກາຍຊາເຣຍ. ໂກເນລີໂອກຳລັງຄອຍຖ້າຕ້ອນຮັບພວກເຂົາຢູ່ ແລະ ໄດ້ເຊີນເອົາຍາດພີ່ນ້ອງ ແລະ ໝູ່ສະໜິດມາເຕົ້າໂຮມກັນ.25ພໍເປໂຕເຂົ້າໄປໃນເຮືອນ ໂກເນລີໂອກໍອອກມາຕ້ອນຮັບ ແລະ ຂາບລົງທີ່ຕີນຂອງເປໂຕດ້ວຍຄວາມຢຳເກງ.26ແຕ່ເປໂຕດຶງລາວໃຫ້ລຸກຂຶ້ນພ້ອມທັງເວົ້າວ່າ, “ຈົ່ງຢືນຂຶ້ນ, ເຮົາເອງກໍເປັນພຽງມະນຸດຄົນໜຶ່ງ”.27ໃນຂະນະທີ່ກຳລັງສົນທະນາກັບລາວຢູ່ນັ້ນ, ເປໂຕໄດ້ເຂົ້າໄປທາງໃນ ແລະ ພົບປະຊາຊົນຫລວງຫລາຍເຕົ້າໂຮມກັນຢູ່.28ເພິ່ນຈຶ່ງເວົ້າກັບພວກເຂົາວ່າ: “ທ່ານທັງຫລາຍກໍຮູ້ດີວ່າເປັນການຜິດກົດບັນຍັດຂອງພວກເຮົາທີ່ຊາວຢິວຈະຄົບຫາສະມາຄົມ ຫລື ຢ້ຽມຢາມຄົນຕ່າງຊາດ. ແຕ່ພຣະເຈົ້າໄດ້ສະແດງໃຫ້ແກ່ຂ້າພະເຈົ້າໄດ້ເຫັນວ່າບໍ່ຄວນເອີ້ນຜູ້ໃດວ່າບໍ່ສະອາດ ຫລື ເປັນມົນທິນ.29ດັ່ງນັ້ນ ເມື່ອມີຄົນໄປເຊີນຂ້າພະເຈົ້າ, ຂ້າພະເຈົ້າກໍມາໂດຍບໍ່ຂັດຂ້ອງປະການໃດ. ຂ້າພະເຈົ້າຈຶ່ງຂໍຖາມວ່າ, ເປັນຫຍັງພວກທ່ານຈຶ່ງໄດ້ສົ່ງຄົນໄປເຊີນຂ້າພະເຈົ້າມາ?”30ໂກເນລີໂອຕອບວ່າ: “ເມື່ອສາມວັນຜ່ານມານີ້ໃນເວລາທີ່ຂ້ານ້ອຍກຳລັງອະທິຖານຢູ່ທີ່ເຮືອນຂອງຂ້ານ້ອຍໃນເວລາດຽວກັນນີ້, ເວລາບ່າຍສາມໂມງ, ທັນໃດນັ້ນ ກໍມີຊາຍຄົນໜຶ່ງນຸ່ງເຄື່ອງເຫລື້ອມໃສມາຢືນຢູ່ຕໍ່ໜ້າຂ້ານ້ອຍ31ແລ້ວ ເວົ້າວ່າ, ‘ໂກເນລີໂອເອີຍ ພຣະເຈົ້າໄດ້ຍິນຄຳອະທິຖານຂອງເຈົ້າ ແລະ ໄດ້ລະນຶກເຖິງສິ່ງທີ່ເຈົ້າໄດ້ໃຫ້ແກ່ຄົນຍາກຈົນແລ້ວ.32ຈົ່ງສົ່ງຄົນໄປເມືອງຢົບປາເພື່ອເຊີນເອົາຊີໂມນ ທີ່ມີອີກຊື່ໜຶ່ງວ່າເປໂຕ. ເພິ່ນເປັນແຂກພັກອາໄສຢູ່ທີ່ເຮືອນຂອງຊີໂມນຊ່າງຟອກໜັງ, ຜູ້ທີ່ມີເຮືອນຢູ່ແຄມທະເລ’.33ດັ່ງນັ້ນ ຂ້ານ້ອຍຈຶ່ງສົ່ງຄົນໄປເຊີນທ່ານທັນທີ ແລະ ດີແທ້ໆທີ່ທ່ານກໍກະລຸນາມາ. ບັດນີ້ ພວກຂ້ານ້ອຍທັງຫລາຍກໍຢູ່ທີ່ນີ້ພ້ອມກັນຢູ່ຕໍ່ໜ້າພຣະເຈົ້າເພື່ອຮັບຟັງທຸກໆສິ່ງທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງທ່ານໃຫ້ບອກພວກຂ້ານ້ອຍ”.34ແລ້ວເປໂຕຈຶ່ງເລີ່ມຕົ້ນກ່າວວ່າ: “ບັດນີ້ ຂ້າພະເຈົ້າຮູ້ຈັກຄັກແລ້ວວ່າ, ພຣະເຈົ້າບໍ່ໄດ້ສະແດງຄວາມລຳອຽງ35ແຕ່ຍອມຮັບຄົນຈາກທຸກຊາດທີ່ຢຳເກງພຣະອົງ ແລະ ເຮັດສິ່ງທີ່ຖືກຕ້ອງ.36ທ່ານທັງຫລາຍກໍຮູ້ຖ້ອຍຄຳທີ່ພຣະເຈົ້າໄດ້ສົ່ງມາຍັງປະຊາຊົນອິດສະຣາເອນ, ໃຫ້ປະກາດຂ່າວປະເສີດແຫ່ງສັນຕິສຸກໂດຍທາງພຣະເຢຊູຄຣິດເຈົ້າ ຜູ້ເປັນອົງພຣະຜູ້ເປັນເຈົ້າຂອງທຸກຄົນ.37ພວກທ່ານກໍຮູ້ເຖິງເຫດການທີ່ໄດ້ເກີດຂຶ້ນທົ່ວແຂວງຢູດາຍ, ເລີ່ມທີ່ທະເລຄາລີເລຫລັງຈາກທີ່ໂຢຮັນໄດ້ໄປປະກາດເລື່ອງບັບຕິສະມາ,38ຄືເລື່ອງທີ່ພຣະເຈົ້າໄດ້ເຈີມຕັ້ງພຣະເຢຊູເຈົ້າຊາວນາຊາເຣັດດ້ວຍພຣະວິນຍານບໍລິສຸດເຈົ້າ ແລະ ດ້ວຍລິດອຳນາດ ແລະ ທີ່ພຣະອົງໄດ້ເດີນທາງໄປເຮັດຄວາມດີ ແລະ ຮັກສາທຸກຄົນທີ່ຕົກຢູ່ໃຕ້ອຳນາດຂອງມານຮ້າຍຢ່າງໃດ ເພາະພຣະເຈົ້າຢູ່ກັບພຣະອົງ.39“ພວກຂ້າພະເຈົ້າເປັນພະຍານເຖິງທຸກສິ່ງທີ່ພຣະອົງກະທຳ ທັງໃນດິນແດນຂອງຊາວຢິວ ແລະ ໃນເຢຣູຊາເລັມ. ພວກເຂົາໄດ້ຂ້າພຣະອົງໂດຍຄຶງພຣະອົງໄວ້ທີ່ໄມ້ກາງແຂນ,40ແຕ່ໃນວັນທີສາມ ພຣະເຈົ້າໄດ້ໃຫ້ພຣະອົງເປັນຄືນມາຈາກຕາຍ ແລະ ໃຫ້ພຣະອົງປາກົດຕົວໃຫ້ຄົນເຫັນ.41ບໍ່ແມ່ນທຸກຄົນທີ່ໄດ້ເຫັນພຣະອົງ ມີແຕ່ພະຍານທັງຫລາຍທີ່ພຣະເຈົ້າໄດ້ເລືອກໄວ້ເທົ່ານັ້ນທີ່ໄດ້ເຫັນ, ຄືປາກົດແກ່ພວກຂ້າພະເຈົ້າຜູ້ທີ່ໄດ້ກິນ ແລະ ໄດ້ດື່ມກັບພຣະອົງຫລັງຈາກທີ່ພຣະອົງຄືນມາຈາກຕາຍ.42ພຣະອົງສັ່ງໃຫ້ພວກຂ້າພະເຈົ້າປະກາດແກ່ຄົນທັງຫລາຍ ແລະ ໃຫ້ເປັນພະຍານວ່າພຣະອົງແມ່ນຜູ້ທີ່ພຣະເຈົ້າຕັ້ງໃຫ້ເປັນຜູ້ພິພາກສາທັງຄົນເປັນ ແລະ ຄົນຕາຍ.43ຜູ້ທຳນວາຍທັງໝົດກໍຢືນຢັນກ່ຽວກັບພຣະອົງວ່າ, ທຸກຄົນທີ່ເຊື່ອໃນພຣະອົງຈະໄດ້ຮັບການໃຫ້ອະໄພບາບຜ່ານທາງນາມຂອງພຣະອົງ”.44ຂະນະທີ່ເປໂຕຍັງກ່າວຖ້ອຍຄຳເຫລົ່ານີ້ຢູ່ນັ້ນ, ພຣະວິນຍານບໍລິສຸດເຈົ້າກໍລົງມາເທິງທຸກຄົນທີ່ກຳລັງຟັງຖ້ອຍຄຳນັ້ນ.45ບັນດາຜູ້ທີ່ເຊື່ອທີ່ໄດ້ຮັບພິທີຕັດແລ້ວ ຄືຄົນທີ່ມາກັບເປໂຕກໍປະຫລາດໃຈທີ່ພຣະເຈົ້າເທຂອງປະທານຄືພຣະວິນຍານບໍລິສຸດເຈົ້າລົງມາໃຫ້ຄົນຕ່າງຊາດເໝືອນກັນ.46ເພາະພວກເຂົາໄດ້ຍິນຄົນເຫລົ່ານີ້ເວົ້າພາສາແປກໆ ແລະ ສັນລະເສີນພຣະເຈົ້າ.
ແລ້ວເປໂຕໄດ້ກ່າວວ່າ,47“ບໍ່ມີຜູ້ໃດຈະຫ້າມຄົນເຫລົ່ານີ້ບໍ່ໃຫ້ຮັບບັບຕິສະມາດ້ວຍນ້ຳຢ່າງແນ່ນອນ. ໃນເມື່ອພວກເຂົາໄດ້ຮັບພຣະວິນຍານບໍລິສຸດເຈົ້າເໝືອນດັ່ງພວກເຮົາແລ້ວ”.48ດັ່ງນັ້ນ ເປໂຕຈຶ່ງສັ່ງໃຫ້ຄົນເຫລົ່ານີ້ຮັບບັບຕິສະມາໃນນາມຂອງພຣະເຢຊູຄຣິດເຈົ້າ. ຫລັງຈາກນັ້ນ ພວກເຂົາກໍຂໍເປໂຕໃຫ້ພັກຢູ່ກັບພວກເຂົາອີກສອງສາມມື້.
Biblica, Inc.