ກິດຈະການ7
ຄຳປາໄສຂອງຊະເຕຟາໂນຕໍ່ສະພາແຊນເຮດຣິນ
1ແລ້ວມະຫາປະໂລຫິດ ຈຶ່ງຖາມຊະເຕຟາໂນວ່າ, “ຄຳກ່າວຫາເຫລົ່ານີ້ເປັນຄວາມຈິງບໍ?”2ຊະເຕຟາໂນຕອບວ່າ, “ພີ່ນ້ອງ ແລະ ຜູ້ອາວຸໂສທັງຫລາຍ, ຂໍໃຫ້ຟັງຂ້ານ້ອຍ! ພຣະເຈົ້າຜູ້ເຕັມດ້ວຍສະຫງ່າລາສີໄດ້ປາກົດຕົວແກ່ອັບຣາຮາມບັນພະບຸລຸດຂອງພວກເຮົາໃນຂະນະທີ່ເພິ່ນຍັງຢູ່ໃນເມໂຊໂປຕາເມຍ, ກ່ອນທີ່ເພິ່ນໄດ້ໄປອາໄສໃນເມືອງຮາຣານ.3ພຣະເຈົ້າກ່າວວ່າ, ‘ເຈົ້າຈົ່ງອອກຈາກບ້ານເມືອງຂອງເຈົ້າ ແລະ ຈາກຍາດພີ່ນ້ອງຂອງເຈົ້າ, ແລ້ວໄປຍັງດິນແດນທີ່ເຮົາຈະສະແດງໃຫ້ເຈົ້າໄດ້ເຫັນ’. 4“ດັ່ງນັ້ນ ອັບຣາຮາມຈຶ່ງອອກຈາກດິນແດນຂອງຊາວເຄນເດຍ ແລະ ໄດ້ໄປອາໄສຢູ່ໃນເມືອງຮາຣານ. ຫລັງຈາກທີ່ພໍ່ຂອງເພິ່ນໄດ້ຕາຍໄປ, ພຣະເຈົ້າໄດ້ສົ່ງເພິ່ນໄປທີ່ດິນແດນນີ້ ບ່ອນທີ່ພວກເຈົ້າອາໄສຢູ່ເວລານີ້.5ພຣະເຈົ້າບໍ່ໄດ້ໃຫ້ກຳມະສິດໃນທີ່ດິນນີ້ແກ່ເພິ່ນ, ແມ່ນແຕ່ທີ່ດິນເທົ່າກັບຮອຍຕີນທີ່ເພິ່ນຈະຢຽບໃສ່. ແຕ່ພຣະເຈົ້າຍັງໄດ້ສັນຍາກັບເພິ່ນວ່າ ເພິ່ນ ແລະ ເຊື້ອສາຍຂອງເພິ່ນທີ່ມາຕາມຫລັງເພິ່ນຈະຄອບຄອງດິນແດນນີ້, ເຖິງແມ່ນວ່າໃນເວລານັ້ນອັບຣາຮາມຍັງບໍ່ມີລູກກໍຕາມ.6ພຣະເຈົ້າກ່າວກັບເພິ່ນວ່າ: ‘ເຊື້ອສາຍຂອງເຈົ້າຈະເປັນຄົນຕ່າງດ້າວຢູ່ໃນຕ່າງແດນ ແລະ ພວກເຂົາຕົກເປັນຂ້າທາດ ແລະ ຈະຖືກກົດຂີ່ຂົ່ມເຫັງເປັນເວລາສີ່ຮ້ອຍປີ.7ພຣະເຈົ້າກ່າວອີກວ່າ, ແຕ່ເຮົາຈະລົງໂທດຊົນຊາດທີ່ພວກເຂົາເປັນທາດຮັບໃຊ້ຢູ່ນັ້ນ ແລະ ຫລັງຈາກນັ້ນ ພວກເຂົາຈະອອກຈາກດິນແດນນັ້ນ ແລະ ມານະມັດສະການເຮົາໃນບ່ອນນີ້’. 8ແລ້ວພຣະອົງໄດ້ໃຫ້ພັນທະສັນຍາແຫ່ງການຮັບພິທີຕັດແກ່ອັບຣາຮາມ. ແລະ ຕໍ່ມາອັບຣາຮາມກໍໄດ້ລູກຊາຍຊື່ວ່າອີຊາກ ແລະ ເພິ່ນໃຫ້ອີຊາກຮັບພິທີຕັດເມື່ອອາຍຸໄດ້ແປດມື້. ຫລັງຈາກນັ້ນ ອີຊາກກໍມີລູກຊາຍຊື່ວ່າຢາໂຄບ ແລະ ຢາໂຄບເປັນພໍ່ຂອງບັນພະບຸລຸດທັງສິບສອງຄົນນັ້ນ.9“ຍ້ອນບັນພະບຸລຸດເຫລົ່ານັ້ນໄດ້ອິດສາໂຢເຊັບ, ພວກເຂົາຈຶ່ງຂາຍເພິ່ນໄປເປັນທາດຢູ່ທີ່ປະເທດເອຢິບ. ແຕ່ພຣະເຈົ້າໄດ້ສະຖິດຢູ່ກັບເພິ່ນ10ແລະ ຊ່ວຍເພິ່ນໃຫ້ພົ້ນຈາກຄວາມຍາກລຳບາກທັງໝົດຂອງເພິ່ນ. ພຣະອົງໃຫ້ໂຢເຊັບມີສະຕິປັນຍາ ແລະ ໄດ້ຮັບຄວາມພໍໃຈຈາກຟາໂຣ ກະສັດແຫ່ງເອຢິບ. ດັ່ງນັ້ນ ຟາໂຣຈຶ່ງໄດ້ແຕ່ງຕັ້ງໃຫ້ເພິ່ນປົກຄອງທົ່ວປະເທດເອຢິບ ແລະ ວັງທັງໝົດຂອງເພິ່ນດ້ວຍ.11“ຕໍ່ມາ ການອຶດຢາກອາຫານກໍໂຈມຕີທົ່ວທັງປະເທດເອຢິບ ແລະ ການາອານ, ເຮັດໃຫ້ເກີດຄວາມທຸກຍາກລຳບາກຄັ້ງໃຫຍ່ ແລະ ບັນພະບຸລຸດຂອງພວກເຮົາບໍ່ສາມາດຫາອາຫານໄດ້ເລີຍ.12ເມື່ອຢາໂຄບໄດ້ຍິນຂ່າວວ່າ, ມີເຂົ້າຢູ່ໃນປະເທດເອຢິບ, ເພິ່ນຈຶ່ງສົ່ງບັນດາບັນພະບຸລຸດຂອງພວກເຮົາໄປຢ້ຽມຢາມເປັນເທື່ອທຳອິດ.13ໃນການໄປຢ້ຽມຢາມເທື່ອທີສອງຂອງພວກເພິ່ນນັ້ນ, ໂຢເຊັບໄດ້ບອກອ້າຍນ້ອງຂອງເພິ່ນວ່າເພິ່ນເປັນຜູ້ໃດ ແລະ ຟາໂຣກໍໄດ້ຮູ້ກ່ຽວກັບຄອບຄົວຂອງໂຢເຊັບ.14ຫລັງຈາກນັ້ນ, ໂຢເຊັບຈຶ່ງສົ່ງຄົນໄປຮັບຢາໂຄບພໍ່ຂອງເພິ່ນ ແລະ ຄອບຄົວຂອງເພິ່ນທັງໝົດ, ລວມມີເຈັດສິບຫ້າຄົນ.15ແລ້ວຢາໂຄບຈຶ່ງໄດ້ລົງໄປຢູ່ປະເທດເອຢິບ, ບ່ອນທີ່ເພິ່ນ ແລະ ບັນດາບັນພະບຸລຸດຂອງພວກເຮົາໄດ້ຕາຍຢູ່ທີ່ນັ້ນ.16ສົບຂອງພວກເພິ່ນຖືກນຳກັບມາໄວ້ໃນອຸບມຸງທີ່ເມືອງຊີເຄມ ເຊິ່ງອັບຣາຮາມໄດ້ຊື້ມາຈາກລູກຂອງຮາໂມທີ່ຊີເຄມດ້ວຍເງິນຈຳນວນໜຶ່ງ.17“ເມື່ອໃກ້ເຖິງກຳນົດເວລາທີ່ສັນຍາ ເຊິ່ງພຣະເຈົ້າໄດ້ໃຫ້ໄວ້ກັບອັບຣາຮາມຈະເປັນຈິງ, ຈຳນວນປະຊາຊົນຂອງພວກເຮົາໃນປະເທດເອຢິບກໍເພີ່ມຂຶ້ນຢ່າງຫລວງຫລາຍ.18ແລ້ວ ‘ກະສັດຜູ້ໃໝ່ອີກຜູ້ໜຶ່ງທີ່ບໍ່ຮູ້ຈັກໂຢເຊັບໄດ້ຂຶ້ນປົກຄອງປະເທດເອຢິບ’. 19ກະສັດຜູ້ນີ້ໄດ້ໃຊ້ກົນອຸບາຍຈັດການກັບຄົນຂອງພວກເຮົາ ແລະ ກົດຂີ່ບັນດາບັນພະບຸລຸດຂອງພວກເຮົາໂດຍບັງຄັບໃຫ້ພວກເພິ່ນເອົາເດັກນ້ອຍເກີດໃໝ່ຂອງພວກເພິ່ນໄປຖິ້ມ ເພື່ອໃຫ້ພວກເຂົາຕາຍ.20“ໃນເວລານັ້ນ ໂມເຊໄດ້ເກີດມາ ແລະ ເພິ່ນເປັນເດັກນ້ອຍທີ່ມີລັກສະນະພິເສດກວ່າເດັກນ້ອຍທົ່ວໄປ. ຈຶ່ງໄດ້ຮັບການລ້ຽງດູໃນເຮືອນຂອງພໍ່ຂອງເພິ່ນຈົນອາຍຸໄດ້ສາມເດືອນ.21ເມື່ອເພິ່ນຖືກນຳໄປຖິ້ມໄວ້ຢູ່ທາງນອກ, ລູກສາວຂອງຟາໂຣກໍໄດ້ຮັບເອົາ ແລະ ນຳເພິ່ນໄປລ້ຽງໄວ້ເປັນລູກຊາຍຂອງນາງເອງ.22ໂມເຊໄດ້ຮັບການສຶກສາວິຊາຄວາມຮູ້ທຸກຂະແໜງຂອງຊາວເອຢິບ ແລະ ມີອຳນາດທັງຄຳເວົ້າ ແລະ ການກະທຳ.23“ເມື່ອໂມເຊມີອາຍຸໄດ້ສີ່ສິບປີ, ເພິ່ນກໍໄດ້ຕັດສິນໃຈໄປຢ້ຽມຢາມພີ່ນ້ອງຊາວອິດສະຣາເອນ.24ເພິ່ນໄດ້ເຫັນຊາວອິດສະຣາເອນຄົນໜຶ່ງຖືກຊາວເອຢິບຂົ່ມເຫັງ, ດັ່ງນັ້ນເພິ່ນຈຶ່ງເຂົ້າໄປປ້ອງກັນລາວໄວ້ ແລະ ແກ້ແຄ້ນແທນລາວໂດຍການຂ້າຊາວເອຢິບຄົນນັ້ນ.25ໂມເຊຄິດວ່າ ພີ່ນ້ອງຂອງເພິ່ນຈະສຳນຶກວ່າພຣະເຈົ້າໃຊ້ເພິ່ນໃຫ້ມາຊ່ວຍກອບກູ້ເອົາພວກເຂົາ, ແຕ່ພວກເຂົາບໍ່ໄດ້ຄິດຢ່າງນັ້ນເລີຍ.26ມື້ຕໍ່ມາ ໂມເຊພົບຊາວອິດສະຣາເອນສອງຄົນກຳລັງຕໍ່ສູ້ກັນຢູ່. ເພິ່ນພະຍາຍາມໃຫ້ພວກເຂົາຄືນດີກັນໂດຍເວົ້າວ່າ, ‘ຊາຍເອີຍ ພວກເຈົ້າເປັນພີ່ນ້ອງກັນ; ເປັນຫຍັງຈຶ່ງເຮັດຮ້າຍຕໍ່ກັນ?’27“ແຕ່ຄົນທີ່ກຳລັງຂົ່ມເຫັງອີກຄົນໜຶ່ງໄດ້ຊຸກໂມເຊອອກໄປ ແລະ ເວົ້າວ່າ, ‘ຜູ້ໃດແຕ່ງຕັ້ງເຈົ້າໃຫ້ເປັນຜູ້ປົກຄອງ ແລະ ເປັນຜູ້ຕັດສິນພວກຂ້ອຍ?28ເຈົ້າຄິດຈະຂ້າຂ້ອຍເໝືອນທີ່ເຈົ້າໄດ້ຂ້າຄົນເອຢິບມື້ວານນີ້ບໍ?’ 29ເມື່ອໂມເຊໄດ້ຍິນເຊັ່ນນັ້ນ, ເພິ່ນຈຶ່ງໜີໄປອາໄສຢູ່ທີ່ມີດີອານ, ບ່ອນທີ່ເພິ່ນໄດ້ຕັ້ງຖິ່ນຖານຢູ່ທີ່ນັ້ນໃນຖານະຄົນຕ່າງດ້າວ ແລະ ມີລູກຊາຍສອງຄົນ.30“ຫລັງຈາກສີ່ສິບປີຜ່ານໄປ, ມີເທວະດາຕົນໜຶ່ງໄດ້ມາປາກົດແກ່ໂມເຊໃນແປວໄຟທີ່ໄໝ້ຟຸ່ມໄມ້ໃນຖິ່ນແຫ້ງແລ້ງກັນດານໃກ້ກັບພູເຂົາຊີນາຍ.31ເມື່ອໂມເຊເຫັນສິ່ງນັ້ນແລ້ວ, ເພິ່ນກໍປະຫລາດໃຈໃນສິ່ງທີ່ເຫັນ. ຂະນະທີ່ເພິ່ນເຂົ້າໄປເບິ່ງໃກ້ໆ, ເພິ່ນກໍໄດ້ຍິນສຽງຂອງອົງພຣະຜູ້ເປັນເຈົ້າກ່າວວ່າ:32‘ເຮົາເປັນພຣະເຈົ້າຂອງບັນພະບຸລຸດຂອງເຈົ້າ, ເປັນພຣະເຈົ້າຂອງອັບຣາຮາມ, ອີຊາກ ແລະ ຢາໂຄບ’. ໂມເຊຢ້ານຈົນໂຕສັ່ນ ແລະ ບໍ່ກ້າທີ່ຈະຫລຽວເບິ່ງ.33“ແລ້ວອົງພຣະຜູ້ເປັນເຈົ້າກ່າວແກ່ເພິ່ນວ່າ, ‘ຈົ່ງປົດເກີບຂອງເຈົ້າອອກ, ເພາະບ່ອນທີ່ເຈົ້າກຳລັງຢືນຢູ່ເປັນບ່ອນສັກສິດ.34ເຮົາໄດ້ເຫັນການກົດຂີ່ຂົ່ມເຫັງປະຊາຊົນຂອງເຮົາໃນປະເທດເອຢິບແລ້ວ. ເຮົາໄດ້ຍິນສຽງໂອ່ຍຄາງຂອງພວກເຂົາ, ເຮົາຈຶ່ງລົງມາເພື່ອປົດປ່ອຍພວກເຂົາທັງຫລາຍໃຫ້ເປັນອິດສະຫລະ. ມາບັດນີ້ ເຮົາຈະສົ່ງເຈົ້າກັບຄືນໄປຍັງປະເທດເອຢິບ’. 35“ນີ້ແມ່ນໂມເຊຄົນດຽວກັນທີ່ຖືກພວກເຂົາປະຕິເສດດ້ວຍຄຳເວົ້າວ່າ, ‘ຜູ້ໃດແຕ່ງຕັ້ງເຈົ້າໃຫ້ເປັນຜູ້ປົກຄອງ ແລະ ເປັນຜູ້ຕັດສິນ?’ ເພິ່ນໄດ້ຖືກສົ່ງໄປໃຫ້ເປັນຜູ້ປົກຄອງຂອງພວກເຂົາ ແລະ ເປັນຜູ້ປົດປ່ອຍພວກເຂົາໂດຍພຣະເຈົ້າເອງ, ຜ່ານທາງເທວະດາຜູ້ທີ່ໄດ້ປາກົດແກ່ເພິ່ນໃນຟຸ່ມໄມ້ນັ້ນ.36ໂມເຊໄດ້ນຳພວກເຂົາອອກຈາກປະເທດເອຢິບ ແລະ ໄດ້ສະແດງການອັດສະຈັນ ແລະ ໝາຍສຳຄັນຕ່າງໆໃນເອຢິບ, ທະເລແດງ ແລະ ໃນຖິ່ນແຫ້ງແລ້ງກັນດານຕະຫລອດສີ່ສິບປີ.37“ໂມເຊຄົນນີ້ແຫລະ ທີ່ບອກຊາວອິດສະຣາເອນວ່າ, ‘ພຣະເຈົ້າຈະສົ່ງຜູ້ທຳນວາຍຄົນໜຶ່ງມາເພື່ອພວກເຈົ້າເໝືອນດັ່ງຂ້າພະເຈົ້າ ເພິ່ນຈະມາຈາກພີ່ນ້ອງຂອງພວກເຈົ້າເອງ’. 38ເພິ່ນໄດ້ຢູ່ກັບຊຸມຊົນໃນຖິ່ນແຫ້ງແລ້ງກັນດານ, ຢູ່ກັບເທວະດາຜູ້ທີ່ກ່າວກັບເພິ່ນເທິງພູເຂົາຊີນາຍ ແລະ ກັບບັນພະບຸລຸດຂອງພວກເຮົາທັງຫລາຍ; ແລະ ເພິ່ນໄດ້ຮັບຖ້ອຍຄຳທີ່ໃຫ້ຊີວິດ ເຊິ່ງສຶບທອດມາເຖິງພວກເຮົາ.39“ແຕ່ບັນດາບັນພະບຸລຸດຂອງພວກເຮົາບໍ່ຍອມເຊື່ອຟັງເພິ່ນ. ພວກເຂົາໄດ້ປະຕິເສດເພິ່ນ ເພາະພວກເຂົາມີໃຈປາຖະໜາຈະກັບໄປຍັງປະເທດເອຢິບ.40ພວກເຂົາຈຶ່ງເວົ້າກັບອາໂຣນວ່າ, ‘ຂໍຈົ່ງສ້າງພະໃຫ້ພວກເຮົາເພື່ອຈະນຳໜ້າພວກເຮົາໄປດ້ວຍ. ເພາະພວກເຮົາບໍ່ຮູ້ວ່າເກີດຫຍັງຂຶ້ນກັບໂມເຊ! ຜູ້ທີ່ນຳພາພວກເຮົາອອກມາຈາກປະເທດເອຢິບ’. 41ໃນເວລານັ້ນ ພວກເຂົາໄດ້ສ້າງຮູບເຄົາລົບເປັນຮູບງົວນ້ອຍໂຕໜຶ່ງຂຶ້ນ. ພວກເຂົາໄດ້ນຳເຄື່ອງບູຊາມາຖວາຍແກ່ຮູບເຄົາລົບນັ້ນ ແລະ ໄດ້ຈັດງານສະຫລອງເພື່ອເປັນກຽດແກ່ສິ່ງທີ່ສ້າງຂຶ້ນດ້ວຍມືຂອງຕົນ.42ແຕ່ພຣະເຈົ້າຫັນຫລັງຈາກພວກເຂົາ ແລະ ປ່ອຍໃຫ້ພວກເຂົາກາບໄຫວ້ດວງຕາເວັນ, ດວງເດືອນ ແລະ ດວງດາວ. ຕາມທີ່ຂຽນໄວ້ໃນໜັງສືຂອງບັນດາຜູ້ທຳນວາຍວ່າ:“ ‘ປະຊາຊົນອິດສະຣາເອນ, ຕະຫລອດສີ່ສິບປີໃນຖິ່ນແຫ້ງແລ້ງກັນດານພວກເຈົ້າໄດ້ຖວາຍເຄື່ອງບູຊາ ແລະ ມອບເຄື່ອງຖວາຍໃຫ້ແກ່ເຮົາບໍ?43ພວກເຈົ້າຂົນຫໍເຕັນຂອງພະໂມລົກແລະ ດວງດາວຂອງພະເຣຟານຂອງພວກເຈົ້າໄປນຳ,ຮູບເຄົາລົບຕ່າງໆທີ່ພວກເຈົ້າໄດ້ສ້າງຂຶ້ນເພື່ອຂາບໄຫວ້.ເຫດສະນັ້ນ ເຮົາຈະສົ່ງພວກເຈົ້າໄປເປັນຊະເລີຍ’ ໄກກວ່າບາບີໂລນ.44“ບັນພະບຸລຸດຂອງພວກເຮົາໄດ້ມີຫໍເຕັນແຫ່ງພັນທະສັນຍາຢູ່ກັບພວກເຂົາໃນຖິ່ນແຫ້ງແລ້ງກັນດານ. ເຊິ່ງໄດ້ສ້າງຂຶ້ນຕາມທີ່ພຣະເຈົ້າໄດ້ສັ່ງໂມເຊ, ຕາມແບບທີ່ໂມເຊໄດ້ເຫັນ.45ເມື່ອໄດ້ຮັບຫໍເຕັນແລ້ວ, ບັນພະບຸລຸດຂອງພວກເຮົາທີ່ຢູ່ພາຍໃຕ້ການນຳຂອງໂຢຊວຍ ກໍໄດ້ນຳຫໍເຕັນນັ້ນໄປກັບພວກເຂົາເມື່ອພວກເຂົາເຂົ້າຢຶດຄອງດິນແດນຈາກຊົນຊາດຕ່າງໆທີ່ພຣະເຈົ້າໄດ້ຂັບໄລ່ໄປຕໍ່ໜ້າພວກເຂົາ. ຫໍເຕັນນີ້ກໍຍັງມີຢູ່ໃນດິນແດນຈົນເຖິງສະໄໝຂອງດາວິດ,46ຜູ້ທີ່ຊື່ນຊົມຍິນດີກັບຄວາມພໍໃຈຂອງພຣະເຈົ້າ. ແລະ ເພິ່ນໄດ້ຂໍສ້າງບ່ອນສະຖິດໃຫ້ພຣະເຈົ້າຂອງຢາໂຄບ. 47ແຕ່ວ່າແມ່ນໂຊໂລໂມນທີ່ເປັນຜູ້ສ້າງວິຫານໃຫ້ພຣະອົງ.48“ເຖິງຢ່າງໃດກໍຕາມ, ອົງຜູ້ສູງສຸດກໍບໍ່ໄດ້ສະຖິດຢູ່ໃນບ່ອນທີ່ມືມະນຸດສ້າງຂຶ້ນ. ຕາມທີ່ຜູ້ທຳນວາຍໄດ້ກ່າວໄວ້ວ່າ:49“ອົງພຣະຜູ້ເປັນເຈົ້າໄດ້ກ່າວວ່າ,‘ສະຫວັນເປັນບັນລັງຂອງເຮົາ,ແລະ ແຜ່ນດິນໂລກເປັນບ່ອນຮອງຕີນຂອງເຮົາ.ພວກເຈົ້າຈະສ້າງບ້ານແບບໃດສຳລັບເຮົາ?ຫລື ສະຖານທີ່ພັກຜ່ອນຂອງເຮົາຈະຢູ່ທີ່ໃດ?50ມືຂອງເຮົາໄດ້ສ້າງສິ່ງເຫລົ່ານີ້ທັງໝົດບໍ່ແມ່ນບໍ?’ 51“ພວກເຈົ້າເປັນຄົນຫົວແຂງ! ໃຈ ແລະ ຫູຂອງພວກເຈົ້າຍັງບໍ່ໄດ້ຮັບພິທີຕັດ. ພວກເຈົ້າກໍເປັນເໝືອນບັນພະບຸລຸດຂອງພວກເຈົ້າຄື: ພວກເຈົ້າທັງຫລາຍຕໍ່ຕ້ານພຣະວິນຍານບໍລິສຸດເຈົ້າຢູ່ສະເໝີ!52ມີຜູ້ທຳນວາຍຄົນໃດແດ່ທີ່ບໍ່ໄດ້ຖືກບັນພະບຸລຸດຂອງພວກເຈົ້າຂົ່ມເຫັງ? ພວກເຂົາຂ້າແມ່ນແຕ່ບັນດາຜູ້ທີ່ທຳນວາຍເຖິງການມາຂອງອົງຜູ້ຊອບທຳ. ແລະ ບັດນີ້ ພວກເຈົ້າກໍຍັງທໍລະຍົດ ແລະ ຂ້າພຣະອົງ.53ພວກເຈົ້າທັງຫລາຍເປັນຜູ້ໄດ້ຮັບກົດບັນຍັດທີ່ໄດ້ມອບໃຫ້ຜ່ານທາງເທວະດາ ແຕ່ບໍ່ໄດ້ເຊື່ອຟັງກົດບັນຍັດນັ້ນເລີຍ”.ຊະເຕຟາໂນຖືກແກວ່ງກ້ອນຫີນໃສ່ຈົນຕາຍ
54ເມື່ອສະມາຊິກສະພາແຊນເຮດຣິນໄດ້ຍິນດັ່ງນີ້, ພວກເຂົາກໍໃຈຮ້າຍແຮງ ແລະ ກັດແຂ້ວໃສ່ຊະເຕຟາໂນ.55ແຕ່ຊະເຕຟາໂນ, ເຕັມໄປດ້ວຍພຣະວິນຍານບໍລິສຸດເຈົ້າ, ໄດ້ເງີຍໜ້າຂຶ້ນສູ່ສະຫວັນ ແລະ ເຫັນສະຫງ່າລາສີຂອງພຣະເຈົ້າ ແລະ ເຫັນພຣະເຢຊູເຈົ້າຢືນຢູ່ເບື້ອງຂວາມືຂອງພຣະເຈົ້າ.56ເພິ່ນກ່າວວ່າ, “ເບິ່ງແມ, ຂ້າພະເຈົ້າເຫັນສະຫວັນເປີດອອກ ແລະ ບຸດມະນຸດຢືນຢູ່ເບື້ອງຂວາມືຂອງພຣະເຈົ້າ”.57ໃນຂະນະນັ້ນ ພວກເຂົາໄດ້ເອົາມືອັດຫູຕົນໄວ້ ແລະ ຮ້ອງຈົນສຸດສຽງຂອງພວກເຂົາ, ພວກເຂົາພາກັນຫລູບເຂົ້າໃສ່ຊະເຕຟາໂນ,58ແລ້ວລາກເພິ່ນອອກໄປຈາກເມືອງ ແລະ ເລີ່ມແກວ່ງກ້ອນຫີນໃສ່ເພິ່ນ. ໃນຂະນະດຽວກັນນັ້ນ, ຄົນທັງຫລາຍທີ່ເປັນພະຍານໄດ້ພາກັນວາງເສື້ອຄຸມຂອງພວກເຂົາໄວ້ທີ່ຕີນຂອງຊາຍໜຸ່ມຄົນໜຶ່ງທີ່ຊື່ວ່າໂຊໂລ.59ຂະນະທີ່ພວກເຂົາກຳລັງແກວ່ງກ້ອນຫີນໃສ່ເພິ່ນຢູ່ນັ້ນ, ຊະເຕຟາໂນໄດ້ອະທິຖານວ່າ, “ພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າ, ຂໍຮັບເອົາຈິດວິນຍານຂອງຂ້ານ້ອຍໄວ້ດ້ວຍ”.60ແລ້ວເພິ່ນກໍຄຸເຂົ່າລົງ ແລະ ຮ້ອງຂຶ້ນດ້ວຍສຽງດັງວ່າ, “ອົງພຣະຜູ້ເປັນເຈົ້າ, ຂໍຢ່າຖືໂທດພວກເຂົາເພາະບາບນີ້ເລີຍ”. ແລ້ວເພິ່ນກໍຂາດໃຈຕາຍ.Biblica, Inc.