ກິດຈະການ22
1“ອ້າຍ ແລະ ພໍ່ທັງຫລາຍເອີຍ, ບັດນີ້ຂໍໃຫ້ຟັງຄຳໃຫ້ການຂອງຂ້າພະເຈົ້າດ້ວຍ”.2ເມື່ອປະຊາຊົນໄດ້ຍິນເພິ່ນກ່າວເປັນພາສາອາຣາມິກ, ພວກເຂົາກໍງຽບລົງກວ່າເກົ່າ.
ແລ້ວໂປໂລຈຶ່ງກ່າວວ່າ:3“ຂ້າພະເຈົ້າເປັນຄົນຢິວ ເກີດທີ່ເມືອງຕາໂຊໃນແຂວງກີລີເກຍແຕ່ເຕີບໃຫຍ່ຂຶ້ນຢູ່ໃນເມືອງນີ້. ຂ້າພະເຈົ້າເປັນລູກສິດຂອງອາຈານຄາມາລິເອັນ ໄດ້ຮັບການອົບຮົມຢ່າງຄົບຖ້ວນໃນກົດບັນຍັດຂອງບັນພະບຸລຸດຂອງພວກເຮົາ. ຂ້າພະເຈົ້າມີໃຈກະຕືລືລົ້ນເພື່ອພຣະເຈົ້າເໝືອນດັ່ງທ່ານທັງຫລາຍໃນວັນນີ້.4ຂ້າພະເຈົ້າໄດ້ຂົ່ມເຫັງບັນດາຜູ້ຕິດຕາມ ‘ທາງນັ້ນ’ ຈົນພວກເຂົາເສຍຊີວິດ, ໄດ້ຈັບກຸມທັງຜູ້ຊາຍ ແລະ ແມ່ຍິງ ແລ້ວໂຍນພວກເຂົາເຂົ້າຄຸກ,5ມະຫາປະໂລຫິດ ແລະ ສະມາຊິກສະພາທຸກຄົນສາມາດເປັນພະຍານໄດ້. ຂ້າພະເຈົ້າກໍໄດ້ຮັບຈົດໝາຍຈາກພວກເພິ່ນໄປເຖິງພວກພີ່ນ້ອງຂອງພວກເຂົາໃນເມືອງດາມັສກັດ, ແລ້ວເດີນທາງໄປທີ່ນັ້ນເພື່ອຈັບຄົນເຫລົ່ານີ້ໄປເປັນນັກໂທດ ແລະ ນຳໄປເຢຣູຊາເລັມເພື່ອລົງໂທດ.6“ປະມານຕອນທ່ຽງ ໃນຂະນະທີ່ຂ້າພະເຈົ້າມາໃກ້ຈະເຖິງເມືອງດາມັສກັດ, ໃນທັນໃດນັ້ນ ກໍມີແສງສະຫວ່າງກ້າຈາກສະຫວັນສ່ອງລົງມາອ້ອມຂ້າພະເຈົ້າ.7ຂ້າພະເຈົ້າລົ້ມລົງທີ່ພື້ນ ແລະ ໄດ້ຍິນສຽງໜຶ່ງກ່າວຕໍ່ຂ້າພະເຈົ້າວ່າ, ‘ໂຊໂລ! ໂຊໂລເອີຍ! ເປັນຫຍັງເຈົ້າຈຶ່ງຂົ່ມເຫັງເຮົາ?’8“ຂ້າພະເຈົ້າຈຶ່ງຖາມວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະອົງເປັນຜູ້ໃດ?’
“ພຣະອົງຕອບວ່າ, ‘ເຮົາແມ່ນເຢຊູຊາວນາຊາເຣັດຜູ້ທີ່ເຈົ້າກຳລັງຂົ່ມເຫັງ’.9ບັນດາຄົນທີ່ໄປກັບຂ້າພະເຈົ້າໄດ້ເຫັນແສງສະຫວ່າງນັ້ນ ແຕ່ບໍ່ເຂົ້າໃຈສຽງຂອງພຣະອົງຜູ້ທີ່ກ່າວກັບຂ້າພະເຈົ້າ.10“ຂ້າພະເຈົ້າຖາມວ່າ, ‘ອົງພຣະຜູ້ເປັນເຈົ້າ ຂ້ານ້ອຍຈະຕ້ອງເຮັດແນວໃດ?’
“ອົງພຣະຜູ້ເປັນເຈົ້າກ່າວວ່າ, ‘ຈົ່ງລຸກຂຶ້ນ ເຂົ້າໄປໃນເມືອງດາມັສກັດ, ຢູ່ທີ່ນັ້ນຈະມີຄົນບອກເຖິງສິ່ງທັງໝົດທີ່ໄດ້ກຳນົດໃຫ້ເຈົ້າເຮັດ’.11ຄົນທີ່ໄປກັບຂ້າພະເຈົ້າໄດ້ຈູງມືຂ້າພະເຈົ້າແລ້ວພາເຂົ້າໄປເມືອງດາມັສກັດ ເພາະແສງກ້ານັ້ນເຮັດໃຫ້ຂ້າພະເຈົ້າຕາບອດ.12“ມີຊາຍຄົນໜຶ່ງຊື່ອານາເນຍມາຫາຂ້າພະເຈົ້າ, ເພິ່ນເປັນຄົນເຄັ່ງຄັດໃນກົດບັນຍັດ ແລະ ເປັນທີ່ນັບຖືຂອງຊາວຢິວທັງຫລາຍທີ່ນັ້ນຫລາຍ.13ເພິ່ນໄດ້ຢືນຢູ່ທາງຂ້າງຂ້າພະເຈົ້າ ແລະ ເວົ້າວ່າ, ‘ອ້າຍໂຊໂລ ຈົ່ງເຫັນຮຸ່ງອີກສາ!’ ວິນາທີນັ້ນ ຂ້າພະເຈົ້າກໍສາມາດເບິ່ງເຫັນເພິ່ນໄດ້.14“ແລ້ວເພິ່ນຈຶ່ງເວົ້າວ່າ: ‘ພຣະເຈົ້າຂອງບັນພະບຸລຸດຂອງພວກເຮົາໄດ້ເລືອກເຈົ້າເພື່ອໃຫ້ຮູ້ຄວາມປະສົງຂອງພຣະອົງ ແລະ ໃຫ້ໄດ້ເຫັນອົງຜູ້ຊອບທຳ ແລະ ໃຫ້ໄດ້ຍິນຖ້ອຍຄຳຈາກປາກຂອງພຣະອົງ.15ເຈົ້າຈະເປັນພະຍານຂອງພຣະອົງກັບຄົນທັງຫລາຍເຖິງສິ່ງທີ່ເຈົ້າໄດ້ເຫັນ ແລະ ໄດ້ຍິນ,16ແລະ ບັດນີ້ ເຈົ້າຊັກຊ້າຢູ່ເຮັດຫຍັງ? ຈົ່ງລຸກຂຶ້ນຮັບບັບຕິສະມາ ແລະ ຊຳລະລ້າງບາບທັງຫລາຍຂອງເຈົ້າ ໂດຍຮ້ອງອອກນາມຂອງພຣະອົງ’.17“ເມື່ອຂ້າພະເຈົ້າກັບຄືນມາທີ່ເຢຣູຊາເລັມ ໃນຂະນະທີ່ກຳລັງອະທິຖານຢູ່ໃນວິຫານນັ້ນ, ຂ້າພະເຈົ້າກໍລືມຄີງໄປ18ແລະ ໄດ້ເຫັນອົງພຣະຜູ້ເປັນເຈົ້າກ່າວແກ່ຂ້າພະເຈົ້າວ່າ, ‘ໄວໆ! ຈົ່ງຮີບອອກໄປຈາກເຢຣູຊາເລັມດຽວນີ້ ເພາະຄົນຢູ່ທີ່ນີ້ຈະບໍ່ຍອມຮັບຄຳພະຍານຂອງເຈົ້າທີ່ກ່ຽວກັບເຮົາ’.19“ຂ້າພະເຈົ້າຕອບວ່າ, ‘ອົງພຣະຜູ້ເປັນເຈົ້າ ຄົນເຫລົ່ານີ້ຮູ້ດີວ່າຂ້ານ້ອຍເຄີຍໄປທີ່ທຳມະສາລາຕ່າງໆເພື່ອຈັບກຸມ ແລະ ຂ້ຽນຕີບັນດາຜູ້ທີ່ເຊື່ອໃນພຣະອົງ.20ແລະ ເມື່ອເລືອດຂອງຊະເຕຟາໂນຜູ້ທີ່ສະຫລະຊີວິດເພື່ອຄວາມເຊື່ອ ຫລັ່ງອອກມາ ຂ້ານ້ອຍກໍຢືນຢູ່ທີ່ນັ້ນເຫັນດີນຳ ແລະ ເຝົ້າເຄື່ອງນຸ່ງໃຫ້ຄົນທີ່ຂ້າຊະເຕຟາໂນ’.21“ແລ້ວອົງພຣະຜູ້ເປັນເຈົ້າຈຶ່ງກ່າວກັບຂ້າພະເຈົ້າວ່າ, ‘ຈົ່ງໄປສາ ເຮົາຈະສົ່ງເຈົ້າໄປໄກ, ໄປຫາຄົນຕ່າງຊາດ’ ”.
ໂປໂລຕອບວ່າ, “ແມ່ນແລ້ວ”.28ນາຍພັນຈຶ່ງເວົ້າວ່າ, “ຂ້ອຍຕ້ອງໄດ້ຈ່າຍເງິນຈຳນວນຫລວງຫລາຍເພື່ອຈະໄດ້ສັນຊາດໂຣມ”.
ໂປໂລຕອບວ່າ, “ແຕ່ຂ້ານ້ອຍເປັນຄົນສັນຊາດໂຣມໂດຍກຳເນີດ”.29ແລ້ວບັນດາຜູ້ທີ່ຈະສືບສວນໂປໂລຈຶ່ງຖອຍອອກໄປຈາກເພິ່ນທັນທີ, ສ່ວນນາຍພັນເອງກໍຕົກໃຈຢ້ານທີ່ໄດ້ສັ່ງລ່າມໂສ້ໂປໂລ ເຊິ່ງເປັນພົນລະເມືອງໂຣມ.

ໂປໂລພົນລະເມືອງໂຣມ
22ປະຊາຊົນໄດ້ຟັງໂປໂລກ່າວມາເຖິງຕອນນີ້ ກໍຮ້ອງຂຶ້ນດ້ວຍສຽງດັງວ່າ, “ກຳຈັດລາວຈາກແຜ່ນດິນ! ລາວບໍ່ສົມຄວນມີຊີວິດຢູ່!”23ຂະນະທີ່ພວກເຂົາກຳລັງຮ້ອງສຽງດັງພ້ອມທັງແກ້ເສື້ອຄຸມອອກ ແລະ ຊັດຂີ້ຝຸ່ນຂຶ້ນໄປໃນອາກາດ,24ນາຍພັນກໍສັ່ງໃຫ້ນຳໂປໂລເຂົ້າໄປໃນຄ້າຍທະຫານ, ລາວສັ່ງໃຫ້ຂ້ຽນຕີໂປໂລ ແລະ ສືບສວນຫາສາເຫດທີ່ເຮັດໃຫ້ປະຊາຊົນຮ້ອງສຽງດັງໃສ່ໂປໂລຢ່າງນີ້.25ເມື່ອພວກເຂົາຈັບໂປໂລມັດຄຶງໄວ້ເພື່ອຈະຂ້ຽນຕີ ໂປໂລຈຶ່ງເວົ້າຕໍ່ນາຍຮ້ອຍທີ່ຢືນຢູ່ໃນທີ່ນັ້ນວ່າ, “ການຂ້ຽນຕີພົນລະເມືອງໂຣມທີ່ຍັງບໍ່ທັນໄດ້ຖືກຕັດສິນວ່າມີຄວາມຜິດແມ່ນຖືກຕ້ອງຕາມກົດໝາຍບໍ?”26ເມື່ອນາຍຮ້ອຍໄດ້ຍິນຢ່າງນັ້ນກໍໄປຫານາຍພັນ ແລະ ລາຍງານ. ນາຍຮ້ອຍຖາມວ່າ, “ທ່ານຈະເຮັດແນວໃດ? ຊາຍຜູ້ນີ້ເປັນພົນລະເມືອງໂຣມ”.27ນາຍພັນຈຶ່ງໄປຫາໂປໂລ ແລະ ຖາມວ່າ, “ຈົ່ງບອກເຮົາ ເຈົ້າເປັນພົນລະເມືອງໂຣມບໍ?”ໂປໂລຕອບວ່າ, “ແມ່ນແລ້ວ”.28ນາຍພັນຈຶ່ງເວົ້າວ່າ, “ຂ້ອຍຕ້ອງໄດ້ຈ່າຍເງິນຈຳນວນຫລວງຫລາຍເພື່ອຈະໄດ້ສັນຊາດໂຣມ”.
ໂປໂລຕອບວ່າ, “ແຕ່ຂ້ານ້ອຍເປັນຄົນສັນຊາດໂຣມໂດຍກຳເນີດ”.29ແລ້ວບັນດາຜູ້ທີ່ຈະສືບສວນໂປໂລຈຶ່ງຖອຍອອກໄປຈາກເພິ່ນທັນທີ, ສ່ວນນາຍພັນເອງກໍຕົກໃຈຢ້ານທີ່ໄດ້ສັ່ງລ່າມໂສ້ໂປໂລ ເຊິ່ງເປັນພົນລະເມືອງໂຣມ.
ໂປໂລຕໍ່ໜ້າສະພາແຊນເຮດຣິນ
30ນາຍພັນຢາກຮູ້ຄັກແນ່ວ່າເປັນຫຍັງໂປໂລຈຶ່ງຖືກຊາວຢິວກ່າວຫາ, ດັ່ງນັ້ນ ມື້ຕໍ່ມາເພິ່ນຈຶ່ງປ່ອຍໂປໂລ ແລະ ສັ່ງໃຫ້ພວກຫົວໜ້າປະໂລຫິດກັບສະມາຊິກສະພາແຊນເຮດຣິນທັງໝົດມາປະຊຸມກັນ. ຫລັງຈາກນັ້ນ ເພິ່ນກໍໄດ້ນຳໂປໂລໄປ ແລະ ໃຫ້ຢືນຢູ່ຕໍ່ໜ້າພວກເຂົາ.Biblica, Inc.