ກິດຈະການ23
1ໂປໂລຈ້ອງເບິ່ງໄປທີ່ສະມາຊິກສະພາແຊນເຮດຣິນ ແລະ ກ່າວວ່າ, “ພີ່ນ້ອງທັງຫລາຍ ເຮົາໄດ້ເຮັດໜ້າທີ່ຂອງຕົນຕໍ່ພຣະເຈົ້າດ້ວຍຈິດສຳນຶກທີ່ດີມາຈົນເຖິງທຸກວັນນີ້”.2ດ້ວຍເຫດນີ້ມະຫາປະໂລຫິດອານາເນຍຈຶ່ງໄດ້ສັ່ງໃຫ້ຄົນທີ່ຢືນຢູ່ໃກ້ຕົບປາກໂປໂລ.3ແລ້ວໂປໂລຈຶ່ງເວົ້າກັບເພິ່ນວ່າ, “ພຣະເຈົ້າຈະຕົບເຈົ້າຜູ້ເປັນຝາທີ່ທາດ້ວຍປູນຂາວ! ເຈົ້ານັ່ງຢູ່ທີ່ນັ້ນເພື່ອຕັດສິນເຮົາຕາມກົດບັນຍັດ ແຕ່ເຈົ້າຍັງຝ່າຝືນກົດບັນຍັດໂດຍສັ່ງຄົນໃຫ້ຕົບປາກເຮົາ!”4ບັນດາຄົນທີ່ຢືນຢູ່ໃກ້ໂປໂລຈຶ່ງເວົ້າວ່າ, “ເຈົ້າບັງອາດໝິ່ນປະໝາດມະຫາປະໂລຫິດຂອງພຣະເຈົ້າ!”5ໂປໂລຈຶ່ງຕອບວ່າ, “ພີ່ນ້ອງທັງຫລາຍ ຂ້າພະເຈົ້າບໍ່ຮູ້ວ່າທ່ານເປັນມະຫາປະໂລຫິດ ເພາະມີຄຳຂຽນໄວ້ວ່າ: ‘ຢ່າເວົ້າລ່ວງເກີນຜູ້ມີອຳນາດປົກຄອງໃນທ່າມກາງພວກເຈົ້າ’ ”.6ເມື່ອໂປໂລຮູ້ວ່າບາງຄົນໃນພວກເຂົາເປັນພວກຊາດູກາຍ ແລະ ບາງຄົນກໍເປັນຟາຣີຊາຍ, ເພິ່ນຈຶ່ງຮ້ອງຂຶ້ນຕໍ່ໜ້າສະພາແຊນເຮດຣິນວ່າ, “ພີ່ນ້ອງທັງຫລາຍ, ຂ້າພະເຈົ້າເປັນຄົນຟາຣີຊາຍ, ສືບເຊື້ອສາຍມາຈາກຟາຣີຊາຍ. ຂ້າພະເຈົ້າຖືກພິຈາລະນາຄະດີກໍເພາະຂ້າພະເຈົ້າມີຄວາມຫວັງໃນການເປັນຄືນມາຈາກຕາຍ”.7ເມື່ອເພິ່ນເວົ້າຢ່າງນັ້ນແລ້ວ, ກໍມີການໂຕ້ຖຽງກັນລະຫວ່າງ ພວກຟາຣີຊາຍກັບພວກຊາດູກາຍ ແລະ ກອງປະຊຸມກໍໄດ້ແບ່ງອອກເປັນສອງຝ່າຍ.8(ພວກຊາດູກາຍບອກວ່າບໍ່ມີການເປັນຄືນມາຈາກຕາຍ, ບໍ່ມີເທວະດາ ແລະ ບໍ່ມີວິນຍານ, ແຕ່ພວກຟາຣີຊາຍເຊື່ອວ່າມີສິ່ງເຫລົ່ານີ້ທັງໝົດ.)9ແລ້ວກໍເກີດຄວາມວຸ້ນວາຍຄັ້ງໃຫຍ່ ແລະ ມີພວກຄູສອນກົດບັນຍັດທີ່ເປັນຟາຣີຊາຍບາງຄົນໄດ້ລຸກຂຶ້ນ ແລະ ຄັດຄ້ານຢ່າງດຸເດືອດ. ພວກເຂົາເວົ້າວ່າ, “ເຮົາເຫັນວ່າຊາຍຄົນນີ້ບໍ່ໄດ້ເຮັດຫຍັງຜິດ, ອາດເປັນວິນຍານ ຫລື ເທວະດາເວົ້າກັບລາວກໍໄດ້?”10ການໂຕ້ຖຽງຮຸນແຮງຂຶ້ນຈົນນາຍພັນຢ້ານວ່າໂປໂລຈະຖືກພວກເຂົາຈີກເປັນຕ່ອນໆ. ເພິ່ນຈຶ່ງໄດ້ສັ່ງທະຫານໃຫ້ລົງໄປເອົາໂປໂລອອກມາຈາກຄົນເຫລົ່ານັ້ນ ແລະ ນຳເພິ່ນເຂົ້າໄປທີ່ຄ້າຍທະຫານ.11ໃນຄືນຕໍ່ມາ ອົງພຣະຜູ້ເປັນເຈົ້າຢືນຢູ່ໃກ້ໂປໂລ ແລະ ກ່າວວ່າ, “ຈົ່ງກ້າຫານ! ດັ່ງທີ່ເຈົ້າໄດ້ເປັນພະຍານໃຫ້ເຮົາໃນເຢຣູຊາເລັມຢ່າງໃດ, ເຈົ້າກໍຈະຕ້ອງເປັນພະຍານໃນໂຣມຢ່າງນັ້ນ”.
ນາຍຮ້ອຍບອກວ່າ, “ໂປໂລຜູ້ທີ່ເປັນນັກໂທດໄດ້ຂໍຂ້ານ້ອຍໃຫ້ພາຊາຍໜຸ່ມຄົນນີ້ມາພົບທ່ານ ເພາະວ່າລາວມີເລື່ອງຈະບອກໃຫ້ທ່ານຮູ້”.19ນາຍພັນຈຶ່ງຈູງມືຊາຍໜຸ່ມຄົນນັ້ນອອກມາ ແລະ ຖາມວ່າ, “ເຈົ້າຕ້ອງການຈະບອກເລື່ອງຫຍັງແກ່ເຮົາ?”20ລາວຕອບວ່າ: “ພວກຢິວຕົກລົງກັນຈະຂໍໃຫ້ທ່ານນຳໂຕໂປໂລລົງໄປຕໍ່ໜ້າສະພາແຊນເຮດຣິນໃນມື້ອື່ນ ໂດຍອ້າງເຫດຜົນວ່າກອງປະຊຸມຕ້ອງການຢາກໄດ້ຂໍ້ມູນກ່ຽວກັບລາວໃຫ້ຄັກແນ່ຕື່ມອີກ.21ຂໍທ່ານຢ່າໄດ້ອະນຸມັດ, ເພາະວ່າພວກເຂົາຫລາຍກວ່າສີ່ສິບຄົນທີ່ກຳລັງລໍຖ້າປອງຮ້າຍໂປໂລ. ພວກເຂົາໄດ້ສາບານໄວ້ວ່າຈະບໍ່ກິນ ຫລື ດື່ມອັນໃດຈົນກວ່າຈະໄດ້ຂ້າໂປໂລ. ບັດນີ້ ພວກເຂົາພ້ອມແລ້ວ, ລໍຖ້າແຕ່ທ່ານອະນຸມັດຕາມຄຳຂໍຂອງພວກເຂົາ”.22ນາຍພັນຈຶ່ງໃຫ້ຊາຍໜຸ່ມນັ້ນໄປ ແລະ ເຕືອນລາວວ່າ: “ຢ່າບອກຜູ້ໃດວ່າເຈົ້າໄດ້ມາລາຍງານເລື່ອງນີ້ສູ່ຂ້ອຍຟັງ”.
ຮຽນພະນະທ່ານ, ເຟລິກຜູ້ປົກຄອງ:
ຂໍຄຳນັບ.27ພວກຢິວໄດ້ຈັບໂຕຊາຍຄົນນີ້ໄວ້ ແລະ ເກືອບຈະຂ້າລາວ ແຕ່ຂ້າພະເຈົ້າໄດ້ນຳທະຫານເຂົ້າຊ່ວຍລາວໄວ້ໄດ້ ເພາະຂ້າພະເຈົ້າຮູ້ວ່າລາວເປັນຄົນສັນຊາດໂຣມ.28ຂ້າພະເຈົ້າຢາກຮູ້ວ່າເປັນຫຍັງພວກເຂົາຈຶ່ງກ່າວຫາລາວ, ດັ່ງນັ້ນ ຂ້າພະເຈົ້າຈຶ່ງໄດ້ນຳໂຕລາວໄປທີ່ສະພາແຊນເຮດຣິນຂອງພວກເຂົາ,29ຂ້າພະເຈົ້າພົບວ່າຄຳກ່າວຫານັ້ນແມ່ນເລື່ອງກົດບັນຍັດຂອງພວກເຂົາເອງ, ແຕ່ບໍ່ມີຂໍ້ກ່າວຫາອັນໃດທີ່ສົມຄວນຈະສັ່ງປະຫານຊີວິດ ຫລື ຂັງຄຸກ.30ເມື່ອຂ້າພະເຈົ້າໄດ້ຮັບແຈ້ງວ່າມີແຜນການກຳຈັດຊາຍຄົນນີ້, ຂ້າພະເຈົ້າຈຶ່ງສົ່ງລາວມາຫາທ່ານທັນທີ. ຂ້າພະເຈົ້າຍັງໄດ້ສັ່ງໃຫ້ຜູ້ກ່າວຫາມາວ່າຄວາມກັນຕໍ່ໜ້າທ່ານ.31ພວກທະຫານຈຶ່ງໄດ້ປະຕິບັດຕາມຄຳສັ່ງ, ພວກເຂົາໄດ້ນຳເອົາໂປໂລໄປໃນຄືນນັ້ນເອງ ແລະ ລາວໄປໄກຈົນເຖິງເມືອງອັນຕີປາຕີ.32ມື້ຕໍ່ມາ ພວກເຂົາກໍໃຫ້ພວກທະຫານມ້ານຳເພິ່ນເດີນທາງຕໍ່ໄປ, ສ່ວນພວກເຂົາກັບຄືນມາທີ່ຄ້າຍທະຫານ.33ເມື່ອພວກທະຫານມ້າໄປເຖິງເມືອງກາຍຊາເຣຍ, ພວກເຂົາກໍມອບຈົດໝາຍໃຫ້ຜູ້ປົກຄອງ ແລະ ມອບໂປໂລໃຫ້ແກ່ເພິ່ນດ້ວຍ.34ເມື່ອຜູ້ປົກຄອງອ່ານຈົດໝາຍແລ້ວຈຶ່ງຖາມວ່າໂປໂລມາຈາກແຂວງໃດ, ເມື່ອຮູ້ວ່າມາຈາກກີລີເກຍ,35ເພິ່ນຈຶ່ງເວົ້າວ່າ, “ເຮົາຈະຟັງກໍລະນີຂອງເຈົ້າເມື່ອຜູ້ກ່າວຫາມາຊ້ອງໜ້າກັນທີ່ນີ້”. ຈາກນັ້ນເພິ່ນກໍສັ່ງໃຫ້ຄຸມໂຕໂປໂລໄວ້ທີ່ວັງຂອງເຮໂຣດ.
ແຜນການຂ້າໂປໂລ
12ເຊົ້າວັນຕໍ່ມາພວກຢິວໄດ້ເຕົ້າໂຮມກັນວາງແຜນ ແລະ ຜູກມັດກັນດ້ວຍຄຳສາບານວ່າຈະບໍ່ກິນ ຫລື ດື່ມຈົນກວ່າຈະໄດ້ຂ້າໂປໂລ.13ຄົນທີ່ຮ່ວມໃນແຜນການນີ້ມີຊາຍຫລາຍກວ່າສີ່ສິບຄົນ.14ແລ້ວພວກເຂົາກໍໄດ້ໄປພົບພວກຫົວໜ້າປະໂລຫິດ ແລະ ພວກຜູ້ອາວຸໂສ ແລ້ວເວົ້າວ່າ, “ຂ້າພະເຈົ້າທັງຫລາຍໄດ້ສາບານໄວ້ຢ່າງໜັກແໜ້ນວ່າຈະບໍ່ກິນ ຫລື ດື່ມອັນໃດຈົນກວ່າຈະໄດ້ຂ້າໂປໂລ.15ດັ່ງນັ້ນ ບັດນີ້ ຂໍໃຫ້ພວກທ່ານກັບສະພາແຊນເຮດຣິນຍື່ນຄຳຮ້ອງຕໍ່ນາຍພັນໃຫ້ນຳເອົາໂປໂລມາຕໍ່ໜ້າພວກທ່ານ ໂດຍອ້າງເຫດຜົນວ່າຕ້ອງການສືບສວນຫາຂໍ້ມູນກ່ຽວກັບຄະດີຂອງລາວໃຫ້ຊັດເຈນຕື່ມອີກ. ສ່ວນພວກເຮົາກໍພ້ອມແລ້ວທີ່ຈະຂ້າລາວກ່ອນທີ່ລາວຈະມາເຖິງທີ່ນີ້”.16ແຕ່ລູກຊາຍຂອງນ້ອງສາວໂປໂລຮູ້ແຜນການນີ້, ລາວຈຶ່ງເຂົ້າໄປໃນຄ້າຍທະຫານ ແລະ ບອກໂປໂລ.17ແລ້ວໂປໂລກໍເອີ້ນນາຍຮ້ອຍຄົນໜຶ່ງມາ ແລະ ບອກວ່າ, “ຈົ່ງພາຊາຍໜຸ່ມຜູ້ນີ້ໄປພົບນາຍພັນ; ລາວມີເລື່ອງຈະແຈ້ງໃຫ້ເພິ່ນຮູ້”.18ດັ່ງນັ້ນ ນາຍຮ້ອຍຜູ້ນີ້ຈຶ່ງພາລາວໄປພົບນາຍພັນ.ນາຍຮ້ອຍບອກວ່າ, “ໂປໂລຜູ້ທີ່ເປັນນັກໂທດໄດ້ຂໍຂ້ານ້ອຍໃຫ້ພາຊາຍໜຸ່ມຄົນນີ້ມາພົບທ່ານ ເພາະວ່າລາວມີເລື່ອງຈະບອກໃຫ້ທ່ານຮູ້”.19ນາຍພັນຈຶ່ງຈູງມືຊາຍໜຸ່ມຄົນນັ້ນອອກມາ ແລະ ຖາມວ່າ, “ເຈົ້າຕ້ອງການຈະບອກເລື່ອງຫຍັງແກ່ເຮົາ?”20ລາວຕອບວ່າ: “ພວກຢິວຕົກລົງກັນຈະຂໍໃຫ້ທ່ານນຳໂຕໂປໂລລົງໄປຕໍ່ໜ້າສະພາແຊນເຮດຣິນໃນມື້ອື່ນ ໂດຍອ້າງເຫດຜົນວ່າກອງປະຊຸມຕ້ອງການຢາກໄດ້ຂໍ້ມູນກ່ຽວກັບລາວໃຫ້ຄັກແນ່ຕື່ມອີກ.21ຂໍທ່ານຢ່າໄດ້ອະນຸມັດ, ເພາະວ່າພວກເຂົາຫລາຍກວ່າສີ່ສິບຄົນທີ່ກຳລັງລໍຖ້າປອງຮ້າຍໂປໂລ. ພວກເຂົາໄດ້ສາບານໄວ້ວ່າຈະບໍ່ກິນ ຫລື ດື່ມອັນໃດຈົນກວ່າຈະໄດ້ຂ້າໂປໂລ. ບັດນີ້ ພວກເຂົາພ້ອມແລ້ວ, ລໍຖ້າແຕ່ທ່ານອະນຸມັດຕາມຄຳຂໍຂອງພວກເຂົາ”.22ນາຍພັນຈຶ່ງໃຫ້ຊາຍໜຸ່ມນັ້ນໄປ ແລະ ເຕືອນລາວວ່າ: “ຢ່າບອກຜູ້ໃດວ່າເຈົ້າໄດ້ມາລາຍງານເລື່ອງນີ້ສູ່ຂ້ອຍຟັງ”.
ສົ່ງໂປໂລໄປຍັງເມືອງກາຍຊາເຣຍ
23ຫລັງຈາກນັ້ນ ນາຍພັນກໍເອີ້ນນາຍຮ້ອຍສອງຄົນມາ ແລະ ສັ່ງພວກເຂົາວ່າ, “ຈົ່ງຕຽມກຳລັງທະຫານສອງຮ້ອຍຄົນ, ທະຫານມ້າເຈັດສິບຄົນ ແລະ ທະຫານຫອກ ສອງຮ້ອຍຄົນເພື່ອໄປທີ່ເມືອງກາຍຊາເຣຍໃນເວລາເກົ້າໂມງຂອງຄືນນີ້,24ຈົ່ງຈັດຫາມ້າໃຫ້ໂປໂລຂີ່ເພື່ອໂປໂລຈະໄປເຖິງຜູ້ປົກຄອງເຟລິກຢ່າງປອດໄພ”.25ແລ້ວນາຍພັນກໍຂຽນຈົດໝາຍສະບັບໜຶ່ງໂດຍມີໃຈຄວາມດັ່ງນີ້:26ຂ້າພະເຈົ້າ ກລາວດີໂອລີເຊຍ,ຮຽນພະນະທ່ານ, ເຟລິກຜູ້ປົກຄອງ:

Biblica, Inc.